ຄຳນຳ
ລູກາ ແລະ ກິດຈະການຂອງອັກຄະສາວົກເປັນໜັງສືສອງເຫລັ້ມຕໍ່ເນື່ອງ ເປັນງານຂຽນຊຸດດຽວ (ເບິ່ງລາຍລະອຽດເພີ່ມເຕີມໃນຄຳນຳຂອງໜັງສືກິດຈະການ). ເຊິ່ງເລົ່າເລື່ອງລາວວ່າພຣະເຈົ້າໄດ້ເລີ່ມຕົ້ນເຊື້ອເຊີນຊົນຊາດອິດສະຣາເອນ ແລະ ຫລັງຈາກນັ້ນແມ່ນທຸກຊົນຊາດໃຫ້ມາຕິດຕາມພຣະເຢຊູເຈົ້າໄດ້ຢ່າງໃດ. ໃນໜັງສືເຫລັ້ມທຳອິດ, ການຂັບເຄື່ອນນີ້ແມ່ນມຸ່ງສູ່ນະຄອນເຢຣູຊາເລັມ ເຊິ່ງເປັນສູນກາງຊີວິດຂອງຊາວຢິວ. ສ່ວນເຫລັ້ມທີສອງ, ເປັນການຂັບເຄື່ອນອອກຈາກນະຄອນເຢຣູຊາເລັມໄປສູ່ຊົນຊາດອື່ນໆ, ສິ້ນສຸດເມື່ອໂປໂລປະກາດເລື່ອງອານາຈັກຂອງພຣະເຈົ້າໃນນະຄອນໂຣມ ເຊິ່ງເປັນເມືອງຫລວງຂອງຈັກກະພົບ.
ລູກາໄດ້ລະບຸວ່າບັນທຶກປະຫວັດສາດ ເພື່ອທ່ານ ເທໂອຟີໂລ ເຊິ່ງອາດຈະເປັນຂ້າລາຊະການຊາວໂຣມ. ໜັງສືທັງສອງເຫລັ້ມຂອງລູກາແມ່ນເຕັມໄປດ້ວຍລາຍລະອຽດຈາກແຫລ່ງຂໍ້ມູນຕ່າງໆທີ່ລູກາມີຄື: ຈົດໝາຍ, ຄຳປາໄສ, ບົດເພງ, ບັນທຶກການເດີນທາງ, ການພິຈາລະນາຄະດີ ແລະ ຊີວະປະຫວັດຫຍໍ້ຕ່າງໆ. ເປົ້າໝາຍຂອງລູກາແມ່ນເພື່ອສະແດງໃຫ້ເຫັນຄວາມສຳເລັດຂອງແຜນການຂອງພຣະເຈົ້າ ເພື່ອນຳເອົາຄວາມສະຫວ່າງຂອງພຣະອົງມາສູ່ໂລກໂດຍຜ່ານທາງອິສະຣາເອນ. ຜູ້ທີ່ຕິດຕາມພຣະເຢຊູເຈົ້າກຸ່ມທຳອິດແມ່ນໄດ້ຕອບຮັບການເອີ້ນນີ້ໂດຍປະກາດໄຊຊະນະຂອງພຣະເຢຊູເຈົ້າເໜືອຄວາມບາບ ແລະ ຄວາມຕາຍແກ່ທຸກຊົນຊາດ.
ເຫລັ້ມທຳອິດ, ລູກາໄດ້ເລົ່າເຖິງເລື່ອງຂອງພຣະເຢຊູເຈົ້າ ເຊິ່ງມີສາມຕອນສຳຄັນດັ່ງນີ້:
ຕອນທີ 1: ພຣະເຢຊູເຈົ້າໄດ້ເຮັດພັນທະກິດໃນຄາລີເລ, ເຊິ່ງເປັນເຂດພາກເໜືອຂອງແຜ່ນດິນອິດສະຣາເອນ.
ຕອນທີ 2: ພຣະອົງໄດ້ເດີນທາງໄກໄປເຖິງເຢຣູຊາເລັມ, ໃນຊ່ວງເວລານັ້ນພຣະອົງໄດ້ຕ້ອນຮັບຄົນທັງຫລາຍເຂົ້າສູ່ວິຖີແຫ່ງການປົກຄອງຂອງພຣະເຈົ້າ ແລະ ໄດ້ທ້າທາຍຄວາມເຂົ້າໃຈກ່ຽວກັບອານາຈັກຂອງພຣະເຈົ້າທີ່ອິດສະຣາເອນມີໃນເວລານັ້ນ.
ຕອນທີ 3: ລູກາໄດ້ເລົ່າວ່າພຣະເຢຊູເຈົ້າໄດ້ສະຫລະຊີວິດຂອງພຣະອົງໃນເຢຣູຊາເລັມ ແລະ ຫລັງຈາກນັ້ນໄດ້ຄືນມາຈາກຕາຍ ເພື່ອເປີດເຜີຍວ່າພຣະອົງເປັນກະສັດຂອງອິດສະຣາເອນ ແລະ ເປັນອົງພຣະຜູ້ເປັນເຈົ້າທີ່ແທ້ຈິງຂອງໂລກຢ່າງໃດ.