ມາຣະໂກ 15

15
ພຣະເຢຊູເຈົ້າ​ຕໍ່ໜ້າ​ປີລາດ
(ມທ 27:11-26; ລກ 23:2,3,18-25; ຢຮ 18:29–19:16)
1ເມື່ອ​ຮຸ່ງເຊົ້າ​ມາ ພວກຫົວໜ້າ​ປະໂລຫິດ, ພວກ​ເຖົ້າແກ່, ພວກ​ຄູສອນກົດບັນຍັດ ແລະ ບັນດາ​ສະມາຊິກ​ສະພາ​ແຊນເຮດຣິນ​ທັງໝົດ​ໄດ້​ປຶກສາຫາລື​ກັນ​ເພື່ອ​ວາງແຜນ​ຂອງ​ພວກເຂົາ. ດັ່ງນັ້ນ ພວກເຂົາ​ໄດ້​ມັດ​ພຣະເຢຊູເຈົ້າ ແລະ ນໍາ​ພຣະອົງ​ໄປ​ມອບ​ໃຫ້​ແກ່​ປີລາດ.
2ສ່ວນ​ປີລາດ​ໄດ້​ຖາມ​ພຣະເຢຊູເຈົ້າ​ວ່າ, “ເຈົ້າ​ເປັນ​ກະສັດ​ຂອງ​ຊາວ​ຢິວ​ບໍ?”
ພຣະເຢຊູເຈົ້າ​ຕອບ​ວ່າ, “ແມ່ນ​ຕາມ​ທີ່​ທ່ານ​ເວົ້າ​ນັ້ນ”.
3ພວກຫົວໜ້າ​ປະໂລຫິດ​ໄດ້​ກ່າວໂທດ​ໃສ່​ພຣະເຢຊູເຈົ້າ​ຫລາຍ​ເລື່ອງ. 4ດັ່ງນັ້ນ, ປີລາດ​ຈຶ່ງ​ຖາມ​ພຣະອົງ​ອີກ​ວ່າ, “ເຈົ້າ​ຈະ​ບໍ່​ຕອບ​ຫຍັງ​ບໍ? ເບິ່ງ​ແມ ພວກເຂົາ​ກ່າວ​ຟ້ອງ​ເຈົ້າ​ຕັ້ງ​ຫລາຍ​ຢ່າງ”.
5ແຕ່​ພຣະເຢຊູເຈົ້າ​ບໍ່​ຕອບ​ຫຍັງ ແລະ ປີລາດ​ຈຶ່ງ​ປະຫລາດໃຈ​ຫລາຍ.
6ບັດນີ້ ເປັນ​ທຳນຽມ​ໃນ​ເທດສະການ​ທີ່​ຈະ​ປ່ອຍ​ນັກໂທດ​ໜຶ່ງ​ຄົນ​ຕາມ​ທີ່​ປະຊາຊົນ​ຂໍຮ້ອງ. 7ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ບາຣາບາ ຖືກ​ຂັງຄຸກ​ຮ່ວມ​ກັບ​ພວກກະບົດ​ທີ່​ໄດ້​ຂ້າ​ຄົນ​ໃນ​ການກະບົດ​ນັ້ນ. 8ປະຊາຊົນ​ໄດ້​ຂຶ້ນ​ໄປ​ຫາ​ປີລາດ ແລະ ໄດ້​ຂໍ​ໃຫ້​ປີລາດ​ເຮັດ​ຕາມ​ທີ່​ເພິ່ນ​ເຄີຍ​ໄດ້​ປະຕິບັດ​ມາ.
9ປີລາດ​ຈຶ່ງ​ຖາມ​ພວກເຂົາ​ວ່າ, “ພວກທ່ານ​ຢາກ​ໃຫ້​ເຮົາ​ປ່ອຍ​ກະສັດ​ຂອງ​ຊາວ​ຢິວ​ໃຫ້​ແກ່​ພວກທ່ານ​ບໍ?” 10ປີລາດ​ຮູ້​ດີ​ວ່າ​ການ​ທີ່​ພວກຫົວໜ້າ​ປະໂລຫິດ​ໄດ້​ນຳ​ພຣະເຢຊູເຈົ້າ​ມາ​ມອບ​ໃຫ້​ແກ່​ຕົນ​ນັ້ນ ເພາະ​ພວກເຂົາ​ອິດສາ. 11ແຕ່​ພວກ​ຫົວໜ້າ​ປະໂລຫິດ​ໄດ້​ຍຸຍົງ​ປະຊາຊົນ​ໃຫ້​ຮ້ອງຂໍ​ປີລາດ​ໃຫ້​ປ່ອຍ​ບາຣາບາ​ແທນ.
12ປີລາດ​ຖາມ​ພວກເຂົາ​ອີກ​ວ່າ, “ແລ້ວ​ພວກທ່ານ​ຈະ​ໃຫ້​ເຮົາ​ເຮັດ​ຢ່າງໃດ​ກັບ​ຜູ້​ທີ່​ພວກທ່ານ​ເອີ້ນ​ວ່າ​ກະສັດ​ຂອງ​ຊາວ​ຢິວ?” 13ພວກເຂົາ​ຮ້ອງ​ຂຶ້ນ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ”.
14ປີລາດ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ? ລາວ​ໄດ້​ກໍ່​ອາດຊະຍາກຳ​ຫຍັງ?”
ແຕ່​ພວກເຂົາ​ຍິ່ງ​ຮ້ອງ​ດັງ​ຂຶ້ນ​ອີກ​ວ່າ, “ຄຶງ​ມັນ​ໄວ້​ທີ່​ໄມ້ກາງແຂນ!”
15ເພື່ອ​ເອົາໃຈ​ປະຊາຊົນ ປີລາດ​ຈຶ່ງ​ປ່ອຍ​ບາຣາບາ​ໃຫ້​ພວກເຂົາ. ເພິ່ນ​ໄດ້​ໃຫ້​ຄົນ​ຂ້ຽນຕີ​ພຣະເຢຊູເຈົ້າ ແລະ ມອບ​ພຣະອົງ​ໃຫ້​ໄປ​ຄຶງ​ທີ່​ໄມ້ກາງແຂນ.
ພວກທະຫານ​ເຢາະເຢີ້ຍ​ພຣະເຢຊູເຈົ້າ
(ມທ 27:27-31; ຢຮ 19:2-3)
16ພວກທະຫານ​ໄດ້​ນຳ​ພຣະເຢຊູເຈົ້າ​ເຂົ້າ​ໄປ​ໃນ​ວັງ​ຂອງ​ຜູ້ປົກຄອງ (ຄື​ສານ​ເພໂທຣຽມ) ແລ້ວ​ກໍ​ເອີ້ນ​ກອງທັບທະຫານ​ມາ​ເຕົ້າໂຮມກັນ​ໃນ​ທີ່​ນັ້ນ. 17ພວກເຂົາ​ໄດ້​ເອົາ​ເສື້ອຄຸມ​ສີມ່ວງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກ​ນັ້ນ ກໍ​ສານ​ມົງກຸດ​ໜາມ​ແລ້ວ​ສຸບໃສ່​ຫົວ​ຂອງ​ພຣະອົງ. 18ແລ້ວ​ພວກເຂົາ​ກໍ​ເລີ່ມ​ຮ້ອງ​ຂຶ້ນ​ວ່າ, “ກະສັດ​ແຫ່ງ​ຊາວຢິວ​ເອີຍ ຈົ່ງ​ຈະເລີນ!” 19ພວກເຂົາ​ຟາດ​ຫົວ​ພຣະອົງ​ດ້ວຍ​ໄມ້ຄ້ອນ, ຟາດ​ແລ້ວ​ຟາດ​ອີກ ແລະ ຖົ່ມ​ນ້ຳລາຍ​ໃສ່​ພຣະອົງ. ພວກເຂົາ​ໄດ້​ຄຸເຂົ່າ​ລົງ​ເຮັດ​ຄື​ວ່າ​ຄຳນັບ​ພຣະອົງ. 20ແລະ ເມື່ອ​ພວກເຂົາ​ໄດ້​ເຢາະເຢີ້ຍ​ພຣະອົງ​ແລ້ວ, ພວກເຂົາ​ກໍ​ແກ້​ເສື້ອຄຸມ​ສີມ່ວງ​ອອກ ແລະ ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ເອງ​ມາ​ນຸ່ງ​ໃຫ້​ພຣະອົງ. ຫລັງຈາກນັ້ນ​ພວກເຂົາ​ໄດ້​ນຳ​ພຣະອົງ​ອອກ​ໄປ​ເພື່ອ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.
ພຣະເຢຊູເຈົ້າ​ຖືກ​ຄຶງ​ທີ່​ໄມ້ກາງແຂນ
(ມທ 27:33-44; ລກ 23:33-43; ຢຮ 19:17-24)
21ຊາຍ​ຄົນ​ໜຶ່ງ​ມາ​ຈາກ​ເມືອງ​ກີເຣເນ ຊື່​ວ່າ​ຊີໂມນ, ເຊິ່ງ​ເປັນ​ພໍ່​ຂອງ​ອາເລັກຊັນເດີ ແລະ ຣູໂຟ, ລາວ​ກຳລັງ​ມາ​ແຕ່​ນອກ​ເມືອງ​ຜ່ານ​ໄປ​ທາງ​ນັ້ນ ແລະ ພວກເຂົາ​ໄດ້​ບັງຄັບ​ລາວ​ໃຫ້​ແບກ​ໄມ້ກາງແຂນ​ນັ້ນ. 22ພວກເຂົາ​ໄດ້​ພາ​ພຣະເຢຊູເຈົ້າ​ໄປ​ຍັງ​ບ່ອນ​ໜຶ່ງ​ທີ່​ເອີ້ນ​ວ່າ​ໂຄລະໂຄທາ (ເຊິ່ງ​ແປ​ວ່າ​ສະຖານທີ່​ແຫ່ງ​ກະໂຫລກຫົວ). 23ແລ້ວ​ພວກເຂົາ​ໄດ້​ເອົາ​ເຫລົ້າອະງຸ່ນ​ປະສົມ​ກັບ​ຢາງໄມ້ຫອມ​ຊະນິດ​ໜຶ່ງ​ໃຫ້​ພຣະເຢຊູເຈົ້າ​ດື່ມ, ແຕ່​ພຣະອົງ​ບໍ່​ຍອມ​ດື່ມ. 24ພວກເຂົາ​ໄດ້​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ໄວ້. ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ​ເພື່ອ​ເບິ່ງ​ວ່າ​ແຕ່ລະຄົນ​ຈະ​ໄດ້​ອັນໃດ.
25ເມື່ອ​ພວກເຂົາ​ຄຶງ​ພຣະອົງ​ທີ່​ໄມ້ກາງແຂນ​ນັ້ນ​ແມ່ນ​ເວລາ​ເກົ້າໂມງ​ເຊົ້າ. 26ມີ​ປ້າຍ​ທີ່​ພວກເຂົາ​ຂຽນ​ຂໍ້ກ່າວຫາ​ທີ່​ລົງໂທດ​ພຣະອົງ ເຊິ່ງ​ອ່ານ​ວ່າ:
“ກະສັດ​ຂອງ​ຊາວຢິວ”.
27ພວກເຂົາ​ຍັງ​ໄດ້​ຄຶງ​ໂຈນ​ສອງ​ຄົນ​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະອົງ, ຄົນ​ໜຶ່ງ​ຢູ່​ເບື້ອງຂວາ ແລະ ອີກ​ຄົນ​ໜຶ່ງ​ຢູ່​ເບື້ອງຊ້າຍ​ຂອງ​ພຣະອົງ.#15:27 ເອກະສານ​ເກົ່າ​ທີ່​ຂຽນ​ດ້ວຍ​ມື​ບາງ​ສະບັບ​ວ່າ ພຣະອົງ (ອຊຢ 53:12) 28ແລະ ຈຶ່ງ​ເປັນ​ຈິງ​ຕາມ​ພຣະຄຳພີ​ທີ່​ວ່າ, “ພວກເຂົາ​ຖືກ​ນັບ​ເປັນ​ຄົນ​ທີ່​ລ່ວງລະເມີດ”. 29ບັນດາ​ຄົນ​ທີ່​ຜ່ານ​ໄປ​ມາ​ຕ່າງ​ກໍ​ດູຖູກ​ພຣະອົງ, ພາກັນ​ແກວ່ງຫົວ ແລະ ເວົ້າ​ວ່າ, “ເປັນ​ຢ່າງ​ໃດ! ເຈົ້າ​ຜູ້​ທີ່​ຈະ​ທຳລາຍ​ວິຫານ​ແລ້ວ​ສ້າງຂຶ້ນ​ໃໝ່​ໃນ​ສາມວັນ, 30ຈົ່ງ​ລົງ​ມາ​ຈາກ​ໄມ້ກາງແຂນ ແລະ ຊ່ວຍ​ຕົນເອງ​ໃຫ້​ພົ້ນ​ສາ!”
31ໃນ​ທຳນອງ​ດຽວ​ກັນ​ນັ້ນ ພວກຫົວໜ້າ​ປະໂລຫິດ ແລະ ພວກ​ຄູສອນກົດບັນຍັດ​ກໍ​ໄດ້​ພາກັນ​ເຢາະເຢີ້ຍ​ພຣະອົງ​ໃນ​ທ່າມກາງ​ພວກເຂົາ​ເອງ​ເໝືອນກັນ​ວ່າ, “ລາວ​ຊ່ວຍ​ຄົນ​ອື່ນ​ໃຫ້​ພົ້ນ​ໄດ້ ແຕ່​ລາວ​ບໍ່​ສາມາດ​ຊ່ວຍ​ຕົນ​ເອງ​ໄດ້! 32ໃຫ້​ພຣະຄຣິດເຈົ້າ,#15:32 ຫລື ພຣະເມຊີອາ ກະສັດ​ຂອງ​ຊາວ​ອິດສະຣາເອນ ລົງ​ມາ​ຈາກ​ໄມ້ກາງແຂນ​ດຽວນີ້, ເພື່ອ​ພວກເຮົາ​ຈະ​ໄດ້​ເຫັນ ແລະ ໄດ້​ເຊື່ອ”. ບັນດາ​ຜູ້​ທີ່​ຖືກ​ຄຶງ​ໄວ້​ທີ່​ໄມ້ກາງແຂນ​ພ້ອມ​ກັບ​ພຣະເຢຊູເຈົ້າ​ກໍ​ພາກັນ​ເວົ້າ​ດູຖູກ​ພຣະອົງ​ເໝືອນກັນ.
ການ​ຕາຍ​ຂອງ​ພຣະເຢຊູເຈົ້າ
(ມທ 27:45-56; ລກ 23:44-49)
33ເມື່ອ​ເຖິງ​ເວລາ​ຕອນທ່ຽງ ທົ່ວ​ແຜ່ນດິນ​ກໍ​ເກີດ​ຄວາມມືດມົວ​ຈົນ​ເຖິງ​ບ່າຍ​ສາມ​ໂມງ. 34ພໍ​ເຖິງ​ບ່າຍ​ສາມ​ໂມງ ພຣະເຢຊູເຈົ້າ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ​ວ່າ, “ເອໂລອີ, ເອໂລອີ, ແລມາ ຊາບັກທານີ?” ເຊິ່ງ​ແປວ່າ: “ພຣະເຈົ້າ​ຂອງ​ຂ້ານ້ອຍ, ພຣະເຈົ້າ​ຂອງ​ຂ້ານ້ອຍ, ດ້ວຍເຫດໃດ​ພຣະອົງ​ຈຶ່ງ​ປະຖິ້ມ​ຂ້ານ້ອຍ?”#15:34 ພສສ 22:1
35ເມື່ອ​ບາງຄົນ​ທີ່​ຢືນ​ຢູ່​ໃກ້​ທີ່​ນັ້ນ​ໄດ້​ຍິນ​ດັ່ງນີ້ ພວກເຂົາ​ຈຶ່ງ​ເວົ້າ​ວ່າ, “ຟັງ​ແມ, ລາວ​ຮ້ອງ​ຫາ​ເອລີຢາ”.
36ມີ​ຄົນ​ໜຶ່ງ​ແລ່ນ​ໄປ​ເອົາ​ຟອງນ້ຳ​ຈຸ່ມ​ເຫລົ້າອະງຸ່ນສົ້ມ​ສຽບ​ໃສ່​ໄມ້ ແລ້ວ​ຍື່ນ​ໃຫ້​ພຣະເຢຊູເຈົ້າ​ດື່ມ ແລະ ເວົ້າ​ວ່າ, “ຢ່າ​ໄປ​ຫຍຸ້ງກ່ຽວ​ກັບ​ລາວ. ໃຫ້​ພວກເຮົາ​ເບິ່ງ​ວ່າ​ເອລີຢາ​ຈະ​ມາ​ຊ່ວຍ​ລາວ​ລົງ​ຈາກ​ໄມ້ກາງແຂນ​ບໍ່”.
37ເມື່ອ​ພຣະເຢຊູເຈົ້າ​ຮ້ອງ​ດ້ວຍ​ສຽງດັງ​ແລ້ວ​ກໍ​ສິ້ນ​ລົມຫາຍໃຈ.
38ຜ້າກັ້ງ​ໃນ​ວິຫານ​ກໍ​ຈີກຂາດ​ເປັນ​ສອງ​ຕ່ອນ​ຕັ້ງແຕ່​ເທິງ​ຮອດ​ລຸ່ມ. 39ແລະ ເມື່ອ​ນາຍທະຫານ​ຜູ້​ທີ່​ຢືນ​ຢູ່​ຕໍ່ໜ້າ​ພຣະເຢຊູເຈົ້າ ໄດ້​ເຫັນ​ວ່າ​ພຣະອົງ​ຕາຍ​ຢ່າງ​ໃດ#15:39 ເອກະສານ​ຕົ້ນສະບັບ​ບາງ​ສະບັບ​ວ່າ ພຣະອົງ​ຕາຍ​ພ້ອມ​ກັບ​ສຽງ​ຮ້ອງ​ອັນ​ດັງ, ລາວ​ຈຶ່ງ​ເວົ້າ​ວ່າ, “ແທ້ຈິງ​ແລ້ວ ທ່ານ​ຜູ້​ນີ້​ເປັນ​ພຣະບຸດ#15:39 ຫລື ບຸດ​ຄົນ​ໜຶ່ງ​ຂອງ​ພຣະເຈົ້າ!”
40ມີ​ແມ່ຍິງ​ບາງຄົນ​ທີ່​ເຝົ້າ​ເບິ່ງ​ຢູ່​ຫ່າງໆ. ໃນ​ພວກເຂົາ​ນັ້ນ​ມີ​ມາຣີ​ຊາວ​ມັກດາລາ, ມາຣີ​ແມ່​ຂອງ​ຢາໂກໂບ​ຜູ້​ເປັນ​ນ້ອງຊາຍ, ໂຢເຊ#15:40 ພາສາ​ກຣີກ​ວ່າ ໂຢເຊ ເປັນ​ອີກ​ຮູບ​ໜຶ່ງ​ຂອງ​ໂຢເຊັບ ຄື​ກັບ​ກັບ​ຢູ່​ໃນ​ຂໍ້ 47 ແລະ ນາງ​ຊາໂລເມ. 41ແມ່ຍິງ​ເຫລົ່ານີ້​ໄດ້​ຕິດຕາມ​ພຣະເຢຊູເຈົ້າ ແລະ ບົວລະບັດ​ພຣະອົງ​ໃນ​ແຂວງ​ຄາລີເລ. ຍັງ​ມີ​ແມ່ຍິງ​ຄົນ​ອື່ນໆ​ອີກ​ຫລາຍ​ຄົນ​ທີ່​ໄດ້​ຂຶ້ນ​ໄປ​ນະຄອນ​ເຢຣູຊາເລັມ​ກັບ​ພຣະອົງ ກໍ​ຢູ່​ທີ່​ນັ້ນ​ເໝືອນ​ກັນ.
ການ​ຝັງ​ສົບ​ຂອງ​ພຣະເຢຊູເຈົ້າ
(ມທ 27:57-61; ລກ 23:50-56; ຢຮ 19:38-42)
42ເນື່ອງ​ຈາກ​ວ່າ​ວັນ​ນັ້ນ​ເປັນ​ວັນ​ຈັດຕຽມ (ເປັນ​ວັນ​ກ່ອນ​ທີ່​ຈະ​ເຖິງ​ວັນຊະບາໂຕ). ດັ່ງນັ້ນ ເມື່ອ​ເວລາຄໍ່າ​ມາ, 43ໂຢເຊັບ​ຈາກ​ອາຣີມາທາຍ ເພິ່ນ​ເປັນ​ສະມາຊິກ​ສະພາສູງສຸດ​ທີ່​ສຳຄັນ​ຄົນ​ໜຶ່ງ ເພິ່ນ​ເປັນ​ຜູ້​ທີ່​ລໍຖ້າ​ການ​ມາ​ປາກົດ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ, ເພິ່ນ​ກ້າ​ເຂົ້າ​ໄປ​ພົບ​ປີລາດ​ເພື່ອ​ຂໍ​ເອົາ​ສົບ​ຂອງ​ພຣະເຢຊູເຈົ້າ. 44ແຕ່​ປີລາດ​ປະຫລາດໃຈ​ຫລາຍ​ທີ່​ໄດ້​ຍິນ​ວ່າ​ພຣະເຢຊູເຈົ້າ​ໄດ້​ຕາຍ​ແລ້ວ. ດັ່ງນັ້ນ ເພິ່ນ​ຈຶ່ງ​ເອີ້ນ​ນາຍທະຫານ​ເຂົ້າ​ມາ​ຖາມ​ວ່າ​ພຣະອົງ​ຕາຍ​ແລ້ວ​ບໍ. 45ເມື່ອ​ຮູ້​ຄຳຕອບ​ຈາກ​ນາຍທະຫານ​ແລ້ວ ເພິ່ນ​ກໍ​ໄດ້​ມອບ​ສົບ​ໃຫ້​ແກ່​ໂຢເຊັບ. 46ດັ່ງນັ້ນ ໂຢເຊັບ​ໄດ້​ຊື້​ຜ້າຝ້າຍລິນິນ ແລ້ວ​ໄດ້​ນໍາເອົາ​ສົບ​ລົງມາ​ຈາກ​ໄມ້ກາງແຂນ ແລະ ນຳ​ໄປ​ວາງ​ໄວ້​ໃນ​ອຸບມຸງ​ຫີນ​ທີ່​ເຈາະ​ໄວ້ ແລະ ເພິ່ນ​ກໍ​ກຶ່ງ​ກ້ອນຫີນ​ໃຫຍ່​ປິດ​ທາງເຂົ້າ​ອຸບມຸງ​ໄວ້. 47ສ່ວນ​ມາຣີ​ຊາວ​ມັກດາລາ ແລະ ມາຣີ​ແມ່​ຂອງ​ໂຢເຊັບ#15:47 ຫລື ໂຢເຊ​ກໍ​ໄດ້​ເຫັນ​ບ່ອນ​ທີ່​ໄວ້​ສົບ​ຂອງ​ພຣະເຢຊູເຈົ້າ.

ទើបបានជ្រើសរើសហើយ៖

ມາຣະໂກ 15: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល