ລູກາ 6

6
ພຣະເຢຊູເຈົ້າ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ
(ມທ 12:1-14; ມຣກ 2:23–3:6)
1ໃນ​ວັນຊະບາໂຕ​ວັນ​ໜຶ່ງ ພຣະເຢຊູເຈົ້າ​ກຳລັງ​ຍ່າງ​ຜ່ານ​ທົ່ງນາ ແລະ ພວກສາວົກ​ຂອງ​ພຣະອົງ​ກໍ​ເລີ່ມ​ເດັດ​ຮວງເຂົ້າ​ມາ​ຖູ​ໃນ​ມື ແລະ ກິນ​ເມັດ​ເຂົ້າ​ນັ້ນ. 2ພວກ​ຟາຣີຊາຍ​ບາງຄົນ​ຈຶ່ງ​ຖາມ​ວ່າ, “ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເຮັດ​ສິ່ງ​ທີ່​ຜິດ​ກົດບັນຍັດ​ໃນ​ວັນຊະບາໂຕ?”
3ພຣະເຢຊູເຈົ້າ​ຕອບ​ພວກເຂົາ​ວ່າ, “ພວກເຈົ້າ​ບໍ່​ເຄີຍ​ອ່ານ​ໃນ​ສິ່ງ​ທີ່​ດາວິດ​ເຮັດ​ເມື່ອ​ເພິ່ນ ແລະ ຄົນ​ຂອງ​ເພິ່ນ​ຫິວເຂົ້າ​ນັ້ນ​ບໍ? 4ດາວິດ​ໄດ້​ເຂົ້າ​ໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ເອົາ​ເຂົ້າຈີ່​ສັກສິດ​ມາ​ກິນ ເຊິ່ງ​ຕາມ​ກົດບັນຍັດ​ແລ້ວ​ມີ​ແຕ່​ປະໂລຫິດ​ເທົ່ານັ້ນ​ທີ່​ຈະ​ກິນ​ໄດ້ ແລະ ດາວິດ​ຍັງ​ໄດ້​ເອົາ​ເຂົ້າຈີ່​ນັ້ນ​ໃຫ້​ຄົນ​ຂອງ​ເພິ່ນ​ກິນ​ນຳ​ດ້ວຍ”. 5ແລ້ວ​ພຣະເຢຊູເຈົ້າ​ໄດ້​ກ່າວ​ແກ່​ພວກເຂົາ​ວ່າ, “ບຸດມະນຸດ​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ວັນຊະບາໂຕ”.
6ໃນ​ວັນຊະບາໂຕ​ອີກ​ວັນ​ໜຶ່ງ ພຣະອົງ​ໄດ້​ເຂົ້າ​ໄປ​ໃນ​ທຳມະສາລາ ແລະ ກຳລັງ​ສັ່ງສອນ​ຢູ່ ແລະ ທີ່​ນັ້ນ​ມີ​ຊາຍ​ຄົນ​ໜຶ່ງ​ມື​ເບື້ອງຂວາ​ລີບ. 7ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກຳລັງ​ຈ້ອງ​ຈັບ​ຜິດ​ພຣະເຢຊູເຈົ້າ, ດັ່ງນັ້ນ ພວກເຂົາ​ຈຶ່ງ​ຕິດຕາມ​ພຣະອົງ​ຢ່າງ​ໃກ້ຊິດ​ເພື່ອ​ເບິ່ງ​ວ່າ​ພຣະອົງ​ຈະ​ຮັກສາ​ຄົນເຈັບ​ໃນ​ວັນຊະບາໂຕ​ບໍ່. 8ແຕ່​ພຣະເຢຊູເຈົ້າ​ຮູ້​ວ່າ​ພວກເຂົາ​ກຳລັງ​ຄິດ​ສິ່ງ​ໃດ​ຢູ່ ຈຶ່ງ​ກ່າວ​ກັບ​ຊາຍ​ມື​ລີບ​ວ່າ, “ຈົ່ງ​ລຸກຂຶ້ນ ແລະ ຢືນ​ຕໍ່ໜ້າ​ທຸກຄົນ”. ດັ່ງນັ້ນ​ລາວ​ຈຶ່ງ​ລຸກຂຶ້ນ ແລະ ໄປ​ຢືນ​ຢູ່​ທີ່​ນັ້ນ.
9ແລ້ວ​ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ຂໍ​ຖາມ​ພວກເຈົ້າ​ວ່າ, ເຮັດດີ ຫລື ເຮັດ​ຊົ່ວ, ຊ່ວຍ​ຊີວິດ ຫລື ທຳລາຍ​ຊີວິດ ອັນໃດ​ທີ່​ຖືກຕ້ອງ​ຕາມ​ກົດບັນຍັດ​ໃນ​ວັນຊະບາໂຕ?”
10ພຣະອົງ​ເບິ່ງ​ໄປ​ອ້ອມຮອບ​ພວກເຂົາ​ທຸກຄົນ ແລະ ກ່າວ​ກັບ​ຊາຍ​ຄົນ​ນັ້ນ​ວ່າ, “ຈົ່ງ​ຢຽດ​ມື​ອອກ​ມາ” ລາວ​ກໍ​ເຮັດ​ຕາມ ແລະ ມື​ຂອງ​ລາວ​ກໍ​ດີ​ເປັນ​ປົກກະຕິ​ທຸກ​ຢ່າງ. 11ແຕ່​ພວກ​ຟາຣີຊາຍ ແລະ ພວກ​ຄູສອນກົດບັນຍັດ​ກໍ​ເຕັມ​ໄປ​ດ້ວຍ​ຄວາມຄຽດແຄ້ນ ແລະ ເລີ່ມ​ປຶກສາ​ກັນ​ວ່າ​ຈະ​ເຮັດ​ຢ່າງໃດ​ກັບ​ພຣະເຢຊູເຈົ້າ.
ອັກຄະສາວົກ​ສິບສອງ​ຄົນ
(ມທ 10:2-4; ມຣກ 3:16-19; ກຈກ 1:13)
12ວັນ​ໜຶ່ງ​ພຣະເຢຊູເຈົ້າ​ອອກ​ໄປ​ທີ່​ພູ​ໜ່ວຍ​ໜຶ່ງ​ເພື່ອ​ອະທິຖານ ແລະ ໃຊ້​ເວລາ​ອະທິຖານ​ຕໍ່​ພຣະເຈົ້າ​ຕະຫລອດ​ຄືນ. 13ເມື່ອ​ຮຸ່ງ​ເຊົ້າ​ມາ, ພຣະອົງ​ໄດ້​ເອີ້ນ​ພວກສາວົກ​ມາ​ຫາ​ພຣະອົງ ແລະ ໄດ້​ເລືອກ​ເອົາ​ພວກເພິ່ນ​ສິບສອງ​ຄົນ, ເຊິ່ງ​ພຣະອົງ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ຄື:
14ຊີໂມນ (ເຊິ່ງ​ພຣະອົງ​ຕັ້ງ​ຊື່​ໃຫ້​ວ່າ​ເປໂຕ), ອັນເດອາ​ນ້ອງຊາຍ​ຂອງ​ເປໂຕ,
ຢາໂກໂບ,
ໂຢຮັນ,
ຟີລິບ,
ບາຣະໂທໂລມາຍ,
15ມັດທາຍ,
ໂທມາ,
ຢາໂກໂບ​ລູກຊາຍ​ຂອງ​ອາລະຟາຍ,
ຊີໂມນ​ຜູ້​ທີ່​ເອີ້ນ​ວ່າ​ພັກຊາດນິຍົມ,
16ຢູດາ​ລູກຊາຍ​ຂອງ​ຢາໂກໂບ,
ແລະ ຢູດາ ອິດສະກາຣີອົດ​ຜູ້​ທີ່​ກາຍເປັນ​ຄົນທໍລະຍົດ.
ພຣະພອນ ແລະ ວິບັດ
(ມທ 5:3-12)
17ພຣະອົງ​ລົງ​ມາ​ກັບ​ພວກເພິ່ນ ແລະ ຢືນ​ຢູ່ໃນ​ທີ່​ຮາບພຽງ​ແຫ່ງ​ໜຶ່ງ. ມີ​ພວກສາວົກ​ຂອງ​ພຣະອົງ​ກໍ​ຢູ່​ທີ່​ນັ້ນ ແລະ ປະຊາຊົນ​ຈຳນວນ​ຫລວງຫລາຍ​ມາ​ຈາກ​ທົ່ວ​ແຂວງ​ຢູດາຍ, ຈາກ​ເຢຣູຊາເລັມ ແລະ ຈາກ​ຝັ່ງ​ທະເລ​ເມືອງ​ຕີເຣ ແລະ ເມືອງ​ຊີໂດນ, 18ພວກເຂົາ​ມາ​ເພື່ອ​ຈະ​ຟັງ​ພຣະອົງ ແລະ ເພື່ອ​ຈະ​ຮັບ​ການຮັກສາ​ພະຍາດ​ຕ່າງໆ​ຂອງ​ພວກເຂົາ. ຄົນ​ທີ່​ຖືກ​ວິນຍານສົກກະປົກ​ລົບກວນ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ, 19ແລະ ປະຊາຊົນ​ທັງຫລາຍ​ໄດ້​ພະຍາຍາມ​ແຕະ​ຕົວ​ພຣະອົງ ເພາະ​ລິດອຳນາດ​ໄດ້​ອອກ​ມາ​ຈາກ​ພຣະອົງ ແລະ ຮັກສາ​ພວກເຂົາ​ທຸກຄົນ​ໃຫ້​ຫາຍດີ.
20ພຣະເຢຊູເຈົ້າ​ຫລຽວເບິ່ງ​ພວກສາວົກ​ຂອງ​ພຣະອົງ ແລະ ກ່າວ​ວ່າ:
“ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຍາກຈົນ,
ເພາະ​ອານາຈັກ​ຂອງ​ພຣະເຈົ້າ​ເປັນ​ຂອງ​ພວກເຈົ້າ​ແລ້ວ.
21ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ອຶດຫິວ​ໃນ​ເວລາ​ນີ້
ເພາະ​ພວກເຈົ້າ​ຈະ​ໄດ້​ອີ່ມບໍລິບູນ.
ພຣະພອນ​ມີ​ແກ່​ພວກເຈົ້າ​ຜູ້​ທີ່​ຮ້ອງໄຫ້​ຢູ່​ໃນ​ເວລາ​ນີ້
ເພາະວ່າ​ພວກເຈົ້າ​ຈະ​ໄດ້​ຫົວຂັວນ.
22ພຣະພອນ​ມີ​ແກ່​ພວກເຈົ້າ​ເມື່ອ​ຄົນ​ກຽດຊັງ​ພວກເຈົ້າ
ເມື່ອ​ຄົນ​ທັງຫລາຍ​ຕັດ​ພວກເຈົ້າ​ອອກ ແລະ ດູຖູກ​ພວກເຈົ້າ
ແລະ ໃສ່ຮ້າຍ​ພວກເຈົ້າ​ວ່າ​ຊົ່ວຊ້າ
ເພາະ​ເຫັນແກ່​ບຸດມະນຸດ.
23“ໃນ​ວັນ​ນັ້ນ ຈົ່ງ​ຊື່ນຊົມຍິນດີ ແລະ ກະໂດດເຕັ້ນ​ດ້ວຍ​ຄວາມຍິນດີ ເພາະ​ບຳເໜັດ​ຂອງ​ພວກເຈົ້າ​ໃນ​ສະຫວັນ​ນັ້ນ​ຍິ່ງໃຫຍ່. ເພາະວ່າ​ບັນພະບຸລຸດ​ຂອງ​ພວກເຂົາ ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນັ້ນ​ກັບ​ບັນດາ​ຜູ້ທຳນວາຍ.
24“ແຕ່​ວິບັດ​ມີ​ແກ່​ພວກເຈົ້າ​ຜູ້​ຮັ່ງມີ
ເພາະ​ພວກເຈົ້າ​ໄດ້​ຮັບ​ຄວາມ​ສຸກ​ສະບາຍ​ແລ້ວ.
25ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ອີ່ມເຕັມ​ຢູ່​ເວລາ​ນີ້,
ເພາະວ່າ​ພວກເຈົ້າ​ຈະ​ອຶດຫິວ.
ວິບັດ​ມີ​ແກ່​ພວກເຈົ້າ​ທີ່​ກຳລັງ​ຫົວ​ຂັວນ​ຢູ່​ເວລາ​ນີ້
ເພາະ​ພວກເຈົ້າ​ຈະ​ໂສກເສົ້າ ແລະ ຮ້ອງໄຫ້.
26ວິບັດ​ມີ​ແກ່​ພວກເຈົ້າ​ເມື່ອ​ທຸກຄົນ​ຍົກຍ້ອງ​ພວກເຈົ້າ
ເພາະ​ບັນພະບຸລຸດ​ຂອງ​ພວກເຂົາ​ກໍ​ໄດ້​ເຮັດ​ຢ່າງ​ດຽວ​ກັນ​ນີ້​ກັບ​ບັນດາ​ຜູ້ທຳນວາຍ​ປອມ.
ຄວາມຮັກ​ຕໍ່​ສັດຕູ
(ມທ 5:39-42)
27“ແຕ່​ເຮົາ​ບອກ​ພວກເຈົ້າ​ທີ່​ກຳລັງ​ຟັງ​ເຮົາ​ກ່າວ​ຢູ່​ວ່າ: ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ຜູ້​ທີ່​ກຽດຊັງ​ພວກເຈົ້າ, 28ຈົ່ງ​ອວຍພອນ​ຜູ້​ທີ່​ປ້ອຍດ່າ​ພວກເຈົ້າ, ຈົ່ງ​ອະທິຖານ​ເພື່ອ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ. 29ຖ້າ​ຜູ້ໃດ​ຕົບ​ແກ້ມ​ຂອງ​ພວກເຈົ້າ​ເບື້ອງ​ໜຶ່ງ ຈົ່ງ​ປິ່ນ​ແກ້ມ​ອີກ​ເບື້ອງ​ໜຶ່ງ​ໃຫ້​ພວກເຂົາ. ຖ້າ​ຜູ້ໃດ​ເອົາ​ເສື້ອຊັ້ນນອກ​ຂອງ​ເຈົ້າ​ໄປ ກໍ​ຢ່າ​ໄດ້​ຫວງຫ້າມ​ພວກເຂົາ. 30ຈົ່ງ​ໃຫ້​ແກ່​ທຸກຄົນ​ທີ່​ຂໍ​ຈາກ​ພວກເຈົ້າ ແລະ ຖ້າ​ຜູ້ໃດ​ເອົາ​ສິ່ງ​ທີ່​ເປັນ​ຂອງ​ພວກເຈົ້າ​ໄປ ຢ່າ​ທວງ​ເອົາ​ສິ່ງ​ນັ້ນ​ກັບ​ຄືນ​ມາ. 31ຖ້າ​ພວກເຈົ້າ​ຢາກ​ໃຫ້​ຄົນ​ອື່ນ​ເຮັດ​ຢ່າງໃດ​ແກ່​ພວກເຈົ້າ ກໍ​ຈົ່ງ​ເຮັດ​ຕໍ່​ພວກເຂົາ​ຢ່າງນັ້ນ​ເໝືອນກັນ.
32“ຖ້າ​ພວກເຈົ້າ​ຮັກ​ແຕ່​ຜູ້​ທີ່​ຮັກ​ພວກເຈົ້າ​ເທົ່ານັ້ນ ພວກເຈົ້າ​ຈະ​ໄດ້​ປະໂຫຍດ​ອັນໃດ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ຮັກ​ຄົນ​ທີ່​ຮັກ​ພວກເຂົາ​ເໝືອນກັນ. 33ແລະ ຖ້າ​ພວກເຈົ້າ​ເຮັດດີ​ຕໍ່​ຄົນ​ທີ່​ດີ​ຕໍ່​ເຈົ້າ​ເທົ່ານັ້ນ, ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ເຮັດ​ຢ່າງ​ນັ້ນ​ເໝືອນກັນ. 34ແລະ ຖ້າ​ພວກເຈົ້າ​ໃຫ້​ຄົນ​ຢືມ​ໂດຍ​ຫວັງ​ວ່າ​ຈະ​ໄດ້​ຄືນ​ຈາກ​ພວກເຂົາ, ຈະ​ເປັນ​ຄຸນ​ຫຍັງ​ແກ່​ພວກເຈົ້າ? ແມ່ນແຕ່​ບັນດາ​ຄົນບາບ​ກໍ​ຍັງ​ໃຫ້​ຄົນບາບ​ຢືມ, ໂດຍ​ຫວັງ​ວ່າ​ຈະ​ໄດ້​ຄືນ​ຄົບຖ້ວນ. 35ແຕ່​ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ, ຈົ່ງ​ເຮັດ​ດີ​ຕໍ່​ພວກເຂົາ ແລະ ຈົ່ງ​ໃຫ້​ພວກເຂົາ​ຢືມ​ໂດຍ​ບໍ່​ຫວັງ​ວ່າ​ຈະ​ໄດ້​ສິ່ງໃດ​ຄືນ​ມາ. ແລ້ວ​ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ບຳເໜັດ​ອັນ​ໃຫຍ່ ແລະ ພວກເຈົ້າ​ຈະ​ໄດ້​ເປັນ​ລູກ​ຂອງ​ພຣະເຈົ້າ​ຜູ້​ສູງສຸດ, ເພາະວ່າ​ພຣະອົງ​ຍັງ​ກະລຸນາ​ຕໍ່​ຄົນ​ເນລະຄຸນ ແລະ ຄົນຊົ່ວ. 36ຈົ່ງ​ມີ​ຄວາມ​ເມດຕາ​ເໝືອນດັ່ງ​ທີ່​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ມີ​ຄວາມ​ເມດຕາ.
ການ​ຕັດສິນ​ຄົນ​ອື່ນ
(ມທ 7:1-5)
37“ຢ່າ​ຕັດສິນ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ຕັດສິນ. ຢ່າ​ກ່າວໂທດ​ຄົນ​ອື່ນ ແລ້ວ​ພວກເຈົ້າ​ຈະ​ບໍ່​ຖືກ​ກ່າວໂທດ. ຈົ່ງ​ຍົກໂທດ​ໃຫ້​ຄົນ​ອື່ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮັບ​ການຍົກໂທດ. 38ຈົ່ງ​ໃຫ້​ແລ້ວ​ພວກເຈົ້າ​ຈະ​ໄດ້​ຮັບ. ດ້ວຍ​ເຄື່ອງຜອງ​ທີ່​ຍັດ​ສັ່ນ​ລົງ​ແໜ້ນ​ເຕັມລົ້ນ​ຈະ​ຖືກ​ເທ​ລົງ​ໃນ​ຕັກ​ຂອງ​ພວກເຈົ້າ. ເພາະວ່າ​ພວກເຈົ້າ​ຈະ​ໃຊ້​ເຄື່ອງຜອງ​ອັນໃດ​ກໍ​ຈະ​ໃຊ້​ເຄື່ອງຜອງ​ອັນ​ດຽວ​ກັນ​ນັ້ນ​ຕວງ​ໃຫ້​ພວກເຈົ້າ”.
39ພຣະອົງ​ຍັງ​ກ່າວ​ຄຳອຸປະມາ​ນີ້​ແກ່​ພວກເຂົາ​ອີກ​ວ່າ, “ຄົນຕາບອດ​ຈະ​ນຳ​ທາງ​ຄົນຕາບອດ​ໄດ້​ບໍ? ພວກເຂົາ​ຈະ​ບໍ່​ຕົກ​ຂຸມ​ບໍ? 40ລູກສິດ​ຈະ​ບໍ່​ເໜືອ​ກວ່າ​ຄູ​ຂອງ​ຕົນ ແຕ່​ລູກສິດ​ທຸກຄົນ​ທີ່​ໄດ້​ຮັບ​ການ​ຝຶກອົບຮົມ​ຢ່າງ​ຄົບຖ້ວນ​ສົມບູນ​ແລ້ວ ກໍ​ຈະ​ເປັນ​ເໝືອນ​ຄູ​ຂອງ​ຕົນ.
41“ເປັນຫຍັງ​ເຈົ້າ​ຈຶ່ງ​ແນມເບິ່ງ​ຜົງ​ຂີ້ເລື່ອຍ​ທີ່​ຢູ່​ໃນ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ ແຕ່​ບໍ່​ສົນໃຈ​ກັບ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ເຈົ້າ​ເອງ? 42ດ້ວຍ​ເຫດ​ໃດ ເຈົ້າ​ຈຶ່ງ​ເວົ້າ​ຕໍ່​ພີ່ນ້ອງ​ຂອງ​ເຈົ້າ​ວ່າ, ‘ພີ່ນ້ອງ, ຈົ່ງ​ໃຫ້​ຂ້ອຍ​ເຂ່ຍ​ເອົາ​ຂີ້ເຫຍື້ອ​ອອກ​ຈາກ​ຕາ​ຂອງ​ເຈົ້າ’ ໃນ​ເມື່ອ​ໂຕ​ເຈົ້າ​ເອງ​ກໍ​ຍັງ​ບໍ່​ເຫັນ​ໄມ້​ທັງ​ທ່ອນ​ຢູ່​ໃນ​ຕາ​ຂອງ​ຕົນ? ພວກ​ຄົນ​ໜ້າຊື່ໃຈຄົດ, ຈົ່ງ​ເອົາ​ໄມ້​ທັງ​ທ່ອນ​ອອກ​ຈາກ​ຕາ​ຂອງ​ຕົນ​ເອງ​ກ່ອນ ແລະ ຫລັງ​ຈາກ​ນັ້ນ​ເຈົ້າ​ກໍ​ຈະ​ເຫັນ​ແຈ້ງ​ດີ ຈຶ່ງ​ຈະ​ເຂ່ຍ​ຜົງ​ຂີ້ເລື່ອຍ​ອອກ​ຈາກ​ຕາ​ຂອງ​ພີ່ນ້ອງ​ຂອງ​ເຈົ້າ​ໄດ້.
ຕົ້ນໄມ້ ແລະ ຜົນ​ຂອງ​ມັນ
(ມທ 7:16,18,20)
43“ຕົ້ນໄມ້​ດີ​ຍ່ອມ​ບໍ່​ໃຫ້​ຜົນ​ຊົ່ວ ແລະ ຕົ້ນໄມ້​ຊົ່ວ​ຍ່ອມ​ບໍ່​ໃຫ້​ຜົນ​ດີ. 44ເຮົາ​ຈະ​ຮູ້​ຈັກ​ຕົ້ນໄມ້​ແຕ່​ລະ​ຕົ້ນ​ໄດ້​ດ້ວຍ​ຜົນ​ຂອງ​ມັນ. ຄົນ​ຈະ​ບໍ່​ເກັບ​ໝາກເດື່ອ​ຈາກ​ຟຸ່ມໜາມ ຫລື ຈະ​ບໍ່​ເກັບ​ໝາກອະງຸ່ນ​ຈາກ​ເຄືອໜາມ. 45ຄົນດີ​ຍ່ອມ​ນຳ​ສິ່ງ​ດີ​ອອກ​ມາ​ຈາກ​ຄວາມດີ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ, ສ່ວນ​ຄົນຊົ່ວ​ກໍ​ນຳ​ສິ່ງ​ຊົ່ວ​ອອກ​ມາ​ຈາກ​ຄວາມຊົ່ວ​ທີ່​ສະສົມ​ໄວ້​ໃນ​ໃຈ​ຂອງ​ຕົນ. ເພາະ​ໃຈ​ເຕັມ​ລົ້ນ​ດ້ວຍ​ສິ່ງ​ໃດ​ປາກ​ກໍ​ເວົ້າ​ສິ່ງ​ນັ້ນ​ອອກ​ມາ.
ຄົນໂງ່ ແລະ ຄົນສະຫລາດ
(ມທ 7:24-27)
46“ດ້ວຍ​ເຫດ​ໃດ​ພວກເຈົ້າ​ຈຶ່ງ​ເອີ້ນ​ເຮົາ​ວ່າ, ‘ອົງພຣະຜູ້ເປັນເຈົ້າ, ອົງພຣະຜູ້ເປັນເຈົ້າ’ ແລະ ບໍ່​ໄດ້​ປະຕິບັດ​ຕາມ​ສິ່ງ​ທີ່​ເຮົາ​ບອກ? 47ທຸກຄົນ​ທີ່​ມາ​ຫາ​ເຮົາ ແລະ ໄດ້​ຍິນ​ຖ້ອຍຄຳ​ເຫລົ່ານີ້​ຂອງ​ເຮົາ ແລະ ນຳ​ເອົາ​ໄປ​ປະຕິບັດ, ເຮົາ​ຈະ​ສະແດງ​ໃຫ້​ພວກເຈົ້າ​ຮູ້​ວ່າ​ພວກເຂົາ​ປຽບເໝືອນ​ຜູ້ໃດ. 48ພວກເຂົາ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ, ລາວ​ຂຸດ​ດິນ​ລົງ​ເລິກ ແລະ ວາງ​ຮາກຖານ​ເຮືອນ​ໃສ່​ເທິງ​ດານຫີນ. ເມື່ອ​ນ້ຳ​ມາ​ຖ້ວມ, ແລ້ວ​ກະແສນ້ຳ​ໄຫລ​ແຮງ​ພັດ​ໃສ່​ເຮືອນ ແຕ່​ບໍ່​ສາມາດ​ສັ່ນ​ສະເທືອນ​ເຮືອນ​ໄດ້​ເພາະ​ເຮືອນ​ນັ້ນ​ສ້າງ​ໄວ້​ຢ່າງ​ດີ. 49ແຕ່​ສ່ວນ​ຜູ້​ທີ່​ໄດ້​ຍິນ​ຖ້ອຍຄຳ​ທັງຫລາຍ​ຂອງ​ເຮົາ ແລະ ບໍ່​ໄດ້​ນຳ​ເອົາ​ໄປ​ປະຕິບັດ​ຕາມ ລາວ​ກໍ​ປຽບເໝືອນ​ຄົນ​ຜູ້​ໜຶ່ງ​ທີ່​ກໍ່ສ້າງ​ເຮືອນ​ຂອງ​ຕົນ​ຢູ່​ເທິງ​ພື້ນດິນ​ໂດຍ​ບໍ່​ໄດ້​ວາງ​ຮາກຖານ. ເມື່ອ​ກະແສນ້ຳ​ໄຫລ​ແຮງ​ພັດ​ໃສ່​ເຮືອນ, ເຮືອນ​ນັ້ນ​ກໍ​ພັງທະລາຍ​ລົງ ແລະ ຖືກ​ທຳລາຍ​ໝົດ​ເລີຍ”.

ទើបបានជ្រើសរើសហើយ៖

ລູກາ 6: LCV

គំនូស​ចំណាំ

ចែក​រំលែក

ចម្លង

None

ចង់ឱ្យគំនូសពណ៌ដែលបានរក្សាទុករបស់អ្នក មាននៅលើគ្រប់ឧបករណ៍ទាំងអស់មែនទេ? ចុះឈ្មោះប្រើ ឬចុះឈ្មោះចូល