1
ມາຣະໂກ 6:31
ພຣະຄຳພີລາວສະບັບສະໄໝໃໝ່
LCV
ເນື່ອງຈາກມີປະຊາຊົນຈໍານວນຫລວງຫລາຍທຽວໄປມາຈົນພວກເພິ່ນບໍ່ມີເວລາກິນເຂົ້າ, ພຣະອົງຈຶ່ງກ່າວກັບພວກສາວົກວ່າ, “ພວກເຈົ້າທັງຫລາຍຈົ່ງຕາມເຮົາມາ ອອກໄປຫາບ່ອນທີ່ມິດງຽບ ແລະ ພັກຜ່ອນຈັກຄາວໜຶ່ງ”.
ប្រៀបធៀប
រុករក ມາຣະໂກ 6:31
2
ມາຣະໂກ 6:4
ແລ້ວພຣະເຢຊູເຈົ້າກໍກ່າວແກ່ພວກເຂົາວ່າ, “ຜູ້ທຳນວາຍບໍ່ໄດ້ຂາດຄວາມນັບຖືໃນທຸກບ່ອນ ເວັ້ນໄວ້ແຕ່ໃນບ້ານເມືອງ, ບັນດາຍາດພີ່ນ້ອງ ແລະ ໃນຄອບຄົວຂອງຕົນເອງ”.
រុករក ມາຣະໂກ 6:4
3
ມາຣະໂກ 6:34
ເມື່ອພຣະເຢຊູເຈົ້າອອກຈາກເຮືອມາກໍເຫັນປະຊາຊົນຈໍານວນຫລວງຫລາຍ ພຣະອົງກໍມີໃຈສົງສານພວກເຂົາ, ເພາະພວກເຂົາເປັນເໝືອນແກະທີ່ບໍ່ມີຜູ້ລ້ຽງ. ດັ່ງນັ້ນ ພຣະອົງຈຶ່ງເລີ່ມຕົ້ນສັ່ງສອນພວກເຂົາຫລາຍເລື່ອງ.
រុករក ມາຣະໂກ 6:34
4
ມາຣະໂກ 6:5-6
ພຣະອົງບໍ່ສາມາດເຮັດການອັດສະຈັນໃດໆຢູ່ທີ່ນັ້ນ, ນອກຈາກພຣະອົງໄດ້ວາງມືໃສ່ຄົນເຈັບໄຂ້ໄດ້ປ່ວຍບາງຄົນ ແລະ ຮັກສາພວກເຂົາໃຫ້ຫາຍດີ. ແລະ ພຣະອົງປະຫລາດໃຈໃນຄວາມບໍ່ເຊື່ອຂອງພວກເຂົາ. ຫລັງຈາກນັ້ນ ພຣະເຢຊູເຈົ້າໄດ້ສັ່ງສອນຕາມບ້ານຕ່າງໆທີ່ຢູ່ອ້ອມຮອບເຂດນັ້ນ.
រុករក ມາຣະໂກ 6:5-6
5
ມາຣະໂກ 6:41-43
ແລ້ວພຣະເຢຊູເຈົ້າກໍຈັບເອົາເຂົ້າຈີ່ຫ້າກ້ອນ ແລະ ປາສອງໂຕນັ້ນມາ ແລ້ວເງີຍໜ້າຂຶ້ນເບິ່ງສະຫວັນ, ພຣະອົງໂມທະນາຂອບພຣະຄຸນພຣະເຈົ້າ ແລະ ຫັກເຂົ້າຈີ່ແລ້ວພຣະອົງກໍຍື່ນໃຫ້ພວກສາວົກຂອງພຣະອົງເພື່ອແຈກຢາຍໃຫ້ປະຊາຊົນ. ພຣະອົງຍັງແບ່ງປາສອງໂຕໃຫ້ພວກເຂົາທົ່ວເຖິງກັນອີກດ້ວຍ. ພວກເຂົາທຸກຄົນໄດ້ກິນອີ່ມແລ້ວ. ແລະ ພວກສາວົກກໍເກັບເຂົ້າຈີ່ຕ່ອນທີ່ຫັກ ແລະ ປາທີ່ເຫລືອນັ້ນໄດ້ເຕັມສິບສອງກະບຸງ.
រុករក ມາຣະໂກ 6:41-43
គេហ៍
ព្រះគម្ពីរ
គម្រោងអាន
វីដេអូ