1
ມາຣະໂກ 5:34
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະອົງກ່າວກັບນາງວ່າ, “ລູກຍິງເອີຍ, ຄວາມເຊື່ອຂອງເຈົ້າໄດ້ເຮັດໃຫ້ເຈົ້າຫາຍດີແລ້ວ. ຈົ່ງກັບໄປດ້ວຍສັນຕິສຸກ ແລະ ພົ້ນຈາກຄວາມທຸກທໍລະມານສາ”.
ប្រៀបធៀប
រុករក ມາຣະໂກ 5:34
2
ມາຣະໂກ 5:25-26
ໃນທີ່ນັ້ນ ມີຍິງຄົນໜຶ່ງທີ່ເປັນພະຍາດເລືອດຕົກຊຳເຮື້ອມາໄດ້ສິບສອງປີແລ້ວ. ນາງໄດ້ຮັບຄວາມທຸກທໍລະມານຫລາຍ ເຖິງແມ່ນວ່າມີໝໍຫລາຍຄົນໄດ້ປິ່ນປົວ ແລະ ເສຍເງິນຈົນໝົດໂຕແລ້ວ, ແທນທີ່ນາງຈະດີຂຶ້ນ ແຕ່ອາການກັບຊຸດໂຊມລົງ.
រុករក ມາຣະໂກ 5:25-26
3
ມາຣະໂກ 5:29
ໃນທັນໃດນັ້ນ ເລືອດທີ່ຕົກນັ້ນກໍຢຸດທັນທີ ແລະ ນາງຮູ້ສຶກວ່າຕົນດີພະຍາດແລ້ວ.
រុករក ມາຣະໂກ 5:29
4
ມາຣະໂກ 5:41
ພຣະອົງຈັບມືເດັກນ້ອຍ ແລະ ກ່າວຕໍ່ນາງວ່າ, “ຕາລີທາ ກຸມ!” (ເຊິ່ງແປວ່າ “ນາງນ້ອຍເອີຍ, ເຮົາບອກເຈົ້າວ່າ, ຈົ່ງລຸກຂຶ້ນ!”).
រុករក ມາຣະໂກ 5:41
5
ມາຣະໂກ 5:35-36
ໃນຂະນະທີ່ພຣະເຢຊູເຈົ້າຍັງກ່າວຢູ່ ກໍມີບາງຄົນຈາກເຮືອນຂອງຢາອີໂຣຫົວໜ້າທຳມະສາລາ ພວກເຂົາບອກວ່າ, “ລູກສາວຂອງທ່ານຕາຍແລ້ວ ຈະລົບກວນອາຈານເຮັດຫຍັງ?” ພຣະເຢຊູເຈົ້າບໍ່ຟັງສິ່ງທີ່ພວກເຂົາໄດ້ເວົ້ານັ້ນ ແຕ່ກ່າວແກ່ຢາອີໂຣວ່າ, “ຢ່າຢ້ານເລີຍ, ຈົ່ງເຊື່ອເທົ່ານັ້ນ”.
រុករក ມາຣະໂກ 5:35-36
6
ມາຣະໂກ 5:8-9
ເພາະພຣະເຢຊູເຈົ້າໄດ້ກ່າວກັບມັນວ່າ, “ວິນຍານສົກກະປົກ ຈົ່ງອອກມາຈາກຊາຍຄົນນີ້!” ແລ້ວພຣະເຢຊູເຈົ້າໄດ້ຖາມມັນວ່າ, “ເຈົ້າຊື່ຫຍັງ?” ມັນຕອບວ່າ, “ຊື່ກອງທັບ, ເພາະພວກຂ້ານ້ອຍມີຢູ່ນຳກັນຫລາຍໂຕ”.
រុករក ມາຣະໂກ 5:8-9
គេហ៍
ព្រះគម្ពីរ
គម្រោងអាន
វីដេអូ