ເຊຟານິຢາ ຄຳນຳ
ຄຳນຳ
ສະໄໝຂອງກະສັດມານາເຊແຫ່ງຢູດາເປັນຊ່ວງເວລາແຫ່ງການສໍ້ລາດບັງຫລວງ, ຄວາມບໍ່ຍຸຕິທຳ ແລະ ລັດທິຕ່າງຊາດຄັ້ງໃຫຍ່ທີ່ສຸດໃນປະຫວັດສາດຂອງຢູດາ. ແຕ່ກະສັດໂຢສີຢາ ຫລານຊາຍຂອງກະສັດມານາເຊຢືນຢັນເຖິງຄວາມເຊື່ອ, ການເຊື່ອຟັງພຣະເຈົ້າ ແລະ ເອກະລາດຂອງຊົນຊາດຢູດາບໍ່ຂຶ້ນກັບຈັກກະພັດຕ່າງຊາດ. ທີ່ເພິ່ນຢືນການເຊັ່ນນີ້ກໍເພາະສະມາຊິກຄົນໜຶ່ງໃນວັງຂອງເພິ່ນໄດ້ລຸກຂຶ້ນເຕືອນວ່າການລະເມີດຄຳສັນຍາຂອງຢູດາຈະນຳໄປສູ່ຄວາມຈິບຫາຍ ແລະ ບຸກຄົນຜູ້ນີ້ກໍຄືຜູ້ທຳນວາຍເຊຟານີຢາ.
ບົດນຳຂອງໜັງສືລະບຸວ່າເຊຟານີຢາເປັນຫລານຊາຍຂອງເຮເຊກີຢາ. ແຕ່ເນື່ອງຈາກບໍ່ມີຜູ້ທຳນວາຍຄົນໃດທີ່ມີປະຫວັດຂອງບັນພະບຸລຸດຢ້ອນຂຶ້ນໄປເຖິງສີ່ຮຸ່ນ, ດັ່ງນັ້ນຈຶ່ງເປັນການເຊື່ອມໂຍງເຊຟານີຢາກັບກະສັດຜູ້ປະຕິຮູບທີ່ຍິ່ງໃຫຍ່ຂອງຢູດາ. ເຖິງຢ່າງໃດກໍຕາມ ເຊຟານີຢາກໍໜ້າຈະມີເຊື້ອສາຍກະສັດ ເນື່ອງຈາກເພິ່ນຄຸ້ນເຄີຍກັບບາງເຂດໃນເຢຣູຊາເລັມ ແລະ ຮູ້ຈັກກິດຈະກຳພິເສດຕ່າງໆຢູ່ທີ່ນັ້ນ.
ຄຳພະຍາກອນຂອງເຊຟານີຢາມີສາມສ່ວນຫລັກ. ສ່ວນທຳອິດເປັນຄຳອະທິບາຍ “ວັນແຫ່ງພຣະເຈົ້າຢາເວ” ເຊິ່ງພຣະເຈົ້າຈະຕໍ່ສູ້ກັບຢູດາ ແລະ ເຢຣູຊາເລັມ. ສ່ວນທີສອງເປັນການເອີ້ນໃຫ້ກັບໃຈໃນລະດັບຊາດ ຄຽງຄູ່ໄປກັບຄຳພະຍາກອນແຫ່ງການທຳລາຍລ້າງຊາວຟີລິດສະຕິນ, ຊາວໂມອາບ, ຊາວກູ (ເອທີໂອເປຍ), ຊາວອັດຊີເຣຍ ແລະ ເຢຣູຊາເລັມເອງ. ສ່ວນສຸດທ້າຍເຊຟານີຢາສັນຍາວ່າພຣະເຈົ້າຈະຟື້ນຟູຜູ້ທີ່ເຫລືອຢູ່ອີກຄັ້ງ ເມື່ອພຣະອົງກັບມາໃນຖານະນັກຮົບຜູ້ຍິ່ງໃຫຍ່ທ່າມກາງປະຊາຊົນຂອງພຣະອົງ.
اکنون انتخاب شده:
ເຊຟານິຢາ ຄຳນຳ: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.