ເຊຟານິຢາ 1

1
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ ທີ່​ມາ​ເຖິງ​ເຊຟານີຢາ ລູກຊາຍ​ຂອງ​ກູຊີ, ຜູ້​ເປັນ​ລູກຊາຍ​ຂອງ​ເກດາລິຢາ, ຜູ້​ເປັນ​ລູກຊາຍ​ຂອງ​ອາມາຣີຢາ, ຜູ້​ເປັນ​ລູກຊາຍ​ຂອງ​ເຮເຊກີຢາ, ໃນ​ຊ່ວງ​ເວລາ​ຂອງ​ການ​ປົກຄອງ​ຂອງ​ໂຢຊີຢາ ລູກຊາຍ​ຂອງ​ອາໂມນ ກະສັດ​ແຫ່ງ​ຢູດາຍ​ມີ​ດັ່ງນີ້:
ການ​ຕັດສິນ​ທົ່ວ​ໂລກ​ໃນ​ວັນ​ຂອງ​ພຣະເຈົ້າ​ຢາເວ
2“ເຮົາ​ຈະ​ກວາດ​ລ້າງ​ທຸກສິ່ງ
ອອກ​ໄປ​ຈາກ​ໜ້າ​ແຜ່ນດິນໂລກ”,
ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ.
3“ເຮົາ​ຈະ​ກວາດ​ລ້າງ​ທັງ​ຄົນ ແລະ ສັດ​ອອກ​ໄປ;
ເຮົາ​ຈະ​ກວດ​ລ້າງ​ນົກ​ໃນ​ອາກາດ
ແລະ ປາ​ໃນ​ທະເລ
ແລະ ຮູບເຄົາລົບ​ທັງຫລາຍ​ທີ່​ເຮັດ​ໃຫ້​ຄົນ​ຊົ່ວຮ້າຍ​ສະດຸດ​ນັ້ນ​ອອກ​ໄປ”.#1:3 ໃນ​ພາສາ​ເຮັບເຣີ​ວັກ​ນີ້ ມີ​ຄວາມຫມາຍ​ບໍ່​ຊັດເຈນ
“ເມື່ອ​ເຮົາ​ທຳລາຍ​ມະນຸດ​ທຸກຄົນ
ທີ່​ຢູ່​ເທິງ​ໜ້າ​ແຜ່ນດິນ​ໂລກ”,
ພຣະເຈົ້າ​ຢາເວ​ໄດ້​ປະກາດ​ດັ່ງນັ້ນ,
ກ່າວ​ໂທດ​ຢູດາຍ
4“ເຮົາ​ຈະ​ຢຽດ​ມື​ຂອງ​ເຮົາ​ອອກ​ຕໍ່ສູ້​ຢູດາຍ
ແລະ ຕໍ່ສູ້​ທຸກ​ຄົນ​ທີ່​ຢູ່​ໃນ​ເຢຣູຊາເລັມ.
ເຮົາ​ຈະ​ທຳລາຍ​ທຸກ​ການ​ບູຊາ​ພະບາອານ​ທີ່​ເຫລືອ​ຢູ່​ໃຫ້​ໝົດ​ໄປ​ຈາກ​ບ່ອນ​ນີ້,
ແລະ ບັນດາ​ຊື່​ຂອງ​ບັນດາ​ປະໂລຫິດ​ທີ່​ບູຊາ​ຮູບເຄົາລົບ​ນັ້ນ
5ຄື​ບັນດາ​ຄົນ​ທີ່​ກົ້ມ​ຂາບ​ຢູ່​ເທິງ​ດາດ​ຟ້າ
ເພື່ອ​ນະມັດສະການ​ດາວ​ຕ່າງ​ໆ,
ບັນດາ​ຜູ້​ກົ້ມ​ຂາບ​ລົງ ແລະ ສາບານ​ໂດຍ​ອ້າງ​ພຣະເຈົ້າ​ຢາເວ
ແລະ ອ້າງ​ພະໂມລົກ,#1:5 ພາສາ​ເຮັບເຣີ​ວ່າ ມັນຄຳ ນັ້ນ​ຄື ມິນໂກນ
6ບັນດາ​ຜູ້​ເຊົາ​ຕິດຕາມ​ພຣະເຈົ້າ​ຢາເວ
ບໍ່​ໄດ້​ສະແຫວງຫາ​ພຣະເຈົ້າ​ຢາເວ ຫລື ຖາມ​ພຣະອົງ”.
7ຈົ່ງ​ສະຫງົບ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ,
ເພາະ​ມື້​ແຫ່ງ​ພຣະເຈົ້າ​ຢາເວ​ນັ້ນ​ໃກ້​ເຂົ້າ​ມາ​ແລ້ວ.
ພຣະເຈົ້າ​ຢາເວ​ໄດ້​ຈັດ​ຕຽມ​ເຄື່ອງ​ບູຊາ;
ພຣະອົງ​ໄດ້​ຊຳລະ​ບັນດາ​ຜູ້​ທີ່​ພຣະອົງ​ເຊີນ​ມາ​ນັ້ນ​ໃຫ້​ບໍລິສຸດ.
8ໃນ​ມື້​ຖວາຍ​ເຄື່ອງ​ບູຊາ​ຂອງ​ພຣະເຈົ້າ​ຢາເວ​ນັ້ນ
ເຮົາ​ຈະ​ລົງໂທດ​ບັນດາ​ເຈົ້າໜ້າທີ່
ແລະ ລູກຊາຍ​ຂອງ​ກະສັດ
ແລະ ລົງໂທດ​ຄົນ​ທັງປວງ
ທີ່​ປະຕິບັດ​ຕາມ​ທຳນຽມ​ຂອງ​ຄົນ​ຕ່າງ​ຊາດ.
9ໃນ​ມື້​ນັ້ນ​ເຮົາ​ຈະ​ລົງໂທດ
ທຸກຄົນ​ທີ່​ບໍ່​ຢຽບ​ຂອບ​ປະຕູ​ເຮືອນ,#1:9 1ຊມອ 5:5
ຜູ້​ທີ່​ເຮັດ​ໃຫ້​ວິຫານ​ຂອງ​ບັນດາ​ພະ​ຂອງ​ຕົນ
ເຕັມ​ໄປ​ດ້ວຍ​ຄວາມ​ຮຸນແຮງ ແລະ ການ​ຫລອກລວງ.
10“ໃນ​ມື້​ນັ້ນ,”
ພຣະເຈົ້າ​ຢາເວ​ໄດ້​ປະກາດ​ໄວ້​ວ່າ,
“ຈະ​ມີ​ສຽງ​ຮ້ອງ​ດັງ​ຂຶ້ນ​ມາ​ຈາກ​ປະຕູ​ປາ,
ມີ​ສຽງ​ຮ້ອງໄຫ້​ຈາກ​ເຂດ​ທີ່​ສ້າງ​ໃໝ່​ຂອງ​ຕົວ​ເມືອງ,
ແລະ ມີ​ສຽງ​ກະແທກ​ດັງ​ມາ​ຈາກ​ເນີນພູ​ຕ່າງ​ໆ.
11ຈົ່ງ​ຮ້ອງໄຫ້, ເຈົ້າ​ຜູ້​ທີ່​ອາໄສ​ຢູ່​ໃນ​ເຂດ​ຕະຫລາດ;
ພໍ່ຄ້າ​ທັງໝົດ​ຂອງ​ເຈົ້າ​ຈະ​ຖືກ​ກວາດ​ລ້າງ​ໄປ,
ບັນດາ​ພໍ່ຄ້າ​ເຄື່ອງ​ເງິນ​ກໍ​ຈະ​ຖືກ​ທຳລາຍ.
12ໃນ​ເວລາ​ນັ້ນ ເຮົາ​ຈະ​ຖື​ຕະກຽງ​ສ່ອງ​ຫາ​ເຢຣູຊາເລັມ
ແລະ ລົງໂທດ​ບັນດາ​ຄົນ​ທີ່​ອິ່ມໃຈ,
ຜູ້​ທີ່​ເປັນ​ຄື​ເຫລົ້າອະງຸ່ນ​ທີ່​ເຫລືອ​ຢູ່​ໃນ​ກາກ​ຂອງ​ມັນ,
ຜູ້​ທີ່​ຄິດ​ວ່າ, ‘ພຣະເຈົ້າ​ຢາເວ​ຈະ​ບໍ່​ເຮັດ​ຫຍັງ,
ບໍ່​ວ່າ​ດີ ຫລື ຮ້າຍ’.
13ຊັບສົມບັດ​ຂອງ​ພວກເຂົາ​ຈະ​ຖືກ​ປຸ້ນ,
ເຮືອນ​ຂອງ​ພວກເຂົາ​ຈະ​ຖືກ​ພັງ​ລົງ,
ເຖິງ​ວ່າ​ພວກເຂົາ​ຈະ​ສ້າງ​ເຮືອນ,
ແຕ່​ພວກເຂົາ​ກໍ​ບໍ່​ໄດ້​ອາໄສ​ຢູ່​ໃນ​ນັ້ນ;
ເຖິງ​ວ່າ​ພວກເຂົາ​ຈະ​ປູກ​ສວນ​ອະງຸ່ນ
ແຕ່​ພວກເຂົາ​ກໍ​ຈະ​ບໍ່​ໄດ້​ດື່ມ​ເຫລົ້າອະງຸ່ນ.
ວັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ
14“ວັນ​ຍິ່ງໃຫຍ່​ຂອງ​ພຣະເຈົ້າ​ຢາເວ​ນັ້ນ​ມາ​ໃກ້​ແລ້ວ
ມາ​ໃກ້ ແລະ ຈະ​ມາ​ເຖິງ​ໃນ​ໄວ​ໆ​ນີ້.
ສຽງ​ຮ້ອງ​ໃນ​ວັນ​ຂອງ​ພຣະເຈົ້າ​ຢາເວ​ກໍ​ຂົມຂື່ນ;
ນັກຮົບ​ຜູ້​ຍິ່ງໃຫຍ່​ຈະ​ສົ່ງ​ສຽງ​ຮ້ອງ​ຕໍ່ສູ້.
15ວັນ​ນັ້ນ​ຈະ​ເປັນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ
ວັນ​ແຫ່ງ​ຄວາມ​ທຸກຍາກ ແລະ ທຸກທໍລະມານ,
ວັນ​ແຫ່ງ​ຄວາມ​ຫຍຸ້ງຍາກ ແລະ ພິນາດ,
ວັນ​ແຫ່ງ​ຄວາມ​ມືດ​ມິດ ແລະ ເສົ້າໝອງ
ວັນ​ທີ່​ມີ​ເມກ ແລະ ຄວາມ​ມືດ​ມິດ
16ວັນ​ແຫ່ງ​ສຽງ​ແກ ແລະ ສຽງ​ໂຫ່​ຮ້ອງ
ສູ້ຮົບ​ກັບ​ບັນດາ​ເມືອງ​ທີ່​ມີ​ປ້ອມ​ປ້ອງກັນ
ແລະ ສູ້ຮົບ​ກັບ​ຫໍຄອຍ​ທຸກ​ມຸມ​ຂອງ​ເມືອງ.
17“ເຮົາ​ຈະ​ນຳ​ຄວາມ​ທຸກຍາກ​ມາ​ສູ່​ປະຊາຊົນ​ທັງໝົດ
ເພື່ອ​ວ່າ​ພວກເຂົາ​ຈະ​ງົມ​ທາວ​ໄປ​ມາ​ເໝືອນດັ່ງ​ຄົນ​ຕາບອດ,
ເພາະ​ພວກເຂົາ​ໄດ້​ເຮັດ​ບາບ​ຕໍ່​ພຣະເຈົ້າ​ຢາເວ.
ເລືອດ​ຂອງ​ພວກເຂົາ​ຈະ​ໄຫລ​ອອກ​ມາ​ເໝືອນ​ກັບ​ຂີ້ຝຸ່ນ
ແລະ ອະໄວຍະວະ​ພາຍ​ໃນ​ຂອງ​ພວກເຂົາ​ກໍ​ເປັນ​ເໝືອນ​ຂີ້​ສັດ
18ບໍ່​ວ່າ​ຈະ​ເປັນ​ເງິນ ແລະ ຄຳ​ຂອງ​ພວກເຂົາ
ກໍ​ບໍ່​ສາມາດ​ຊ່ວຍ​ພວກເຂົາ​ໄດ້
ໃນ​ວັນ​ແຫ່ງ​ຄວາມ​ໂກດຮ້າຍ​ຂອງ​ພຣະເຈົ້າ​ຢາເວ”.
ດ້ວຍ​ໄຟ​ແຫ່ງ​ຄວາມ​ຫຶງຫວງ​ຂອງ​ພຣະອົງ
ໂລກ​ທັງໝົດ​ຈະ​ຖືກ​ເຜົາໄໝ້,
ເພາະ​ພຣະອົງ​ຈະ​ເຮັດ​ໃຫ້​ສິ່ງ​ມີ​ຊີວິດ​ທຸກ​ຢ່າງ​ໃນ​ໂລກ​ນີ້
ເຖິງ​ຈຸດ​ຈົບ​ຢ່າງ​ວ່ອງໄວ​ທີ່​ສຸດ.

اکنون انتخاب شده:

ເຊຟານິຢາ 1: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید