ໂອບາດີຢາ ຄຳນຳ
ຄຳນຳ
ເມື່ອນະຄອນເຢຣູຊາເລັມເມືອງຫລວງຂອງຢູດາພ່າຍແພ້ກອງທັບບາບີໂລນເມື່ອ 5876 ປີກ່ອນ ຄສ. ເພື່ອນບ້ານໃກ້ຄຽງຄືອານາຈັກເອໂດມໄດ້ເຂົ້າຮ່ວມປຸ້ນເຢຣູຊາເລັມ. ພວກເຂົາດັກຈັບຊາວຢູດາທີ່ລົບໜີ ແລະ ສົ່ງຕົວໃຫ້ກັບຊາວບາບີໂລນ. ຖ້າບໍ່ຖືກຂ້າຖິ້ມກໍຕ້ອງເປັນຊະເລີຍ. ຊາວເອໂດມບໍ່ໄດ້ສະແດງຄວາມເຫັນໃຈຕໍ່ຊາວຢູດາ ເຖິງແມ່ນວ່າພວກເຂົາຈະມີຄວາມກ່ຽວຂ້ອງກັນກໍຕາມ. ເພາະຊາວເອໂດມສືບເຊື້ອສາຍມາຈາກເອຊາວນ້ອງຊາຍຂອງຢາໂຄບຜູ້ເປັນບັນພະບູລຸດຂອງຊາວອິດສະຣາເອນ.
ເບິ່ງຄືວ່າຜູ້ທຳນວາຍໂອບາດີຢາຢູ່ໃນກຸ່ມຄົນທີ່ເຫລືອຢູ່ເມື່ອຊາວຢິວຖືກກວດຕ້ອນໄປເປັນຊະເລີຍ. ຄຳພະຍາກອນທຳອິດຂອງເພິ່ນແມ່ນຕຳໜິຊາວເອໂດມທີ່ປະຕິບັດຕໍ່ເພື່ອນບ້ານຜູ້ໝົດຫົນທາງຢ່າງໂຫດຮ້າຍ. ໂອບາດີຢາພະຍາກອນເຖິງຄວາມຈິບຫາຍຂອງເອໂດມ. ຫລັງຈາກນັ້ນ ກໍໄດ້ໃຫ້ຄວາມໝັ້ນໃຈກັບຄົນໃນຊຸມຊົນຂອງຕົນວ່າ ພຣະເຈົ້າຈະຟື້ນຟູຄວາມຈະເລີນຮຸ່ງເຮືອງໃຫ້ພວກເຂົາເໝືອນເດີມ ແລະ ຮັບປະກັນວ່າໃນທີ່ສຸດແລ້ວອານາຈັກຢູດາຈະເປັນຂອງພຣະເຈົ້າຢາເວ.
اکنون انتخاب شده:
ໂອບາດີຢາ ຄຳນຳ: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.