ອາໂມດ 9

9
ອິດສະຣາເອນ​ຈະ​ຖືກ​ທຳລາຍ
1ຂ້າພະເຈົ້າ​ເຫັນ​ອົງພຣະຜູ້ເປັນເຈົ້າ​ຢືນ​ຢູ່​ຂ້າງ​ແທ່ນບູຊາ ແລະ ພຣະອົງ​ໄດ້​ກ່າວ​ວ່າ:
“ຈົ່ງ​ຟາດ​ຍອດ​ເສົາ​ທັງຫລາຍ
ເພື່ອ​ໃຫ້​ທໍລະນີ​ປະຕູ​ສັ່ນ​ສະເທືອນ.
ໃຫ້​ເສົາ​ເຫລົ່ານັ້ນ​ພັງ​ລົງ​ທັບ​ປະຊາຊົນ​ທັງໝົດ;
ບັນດາ​ຜູ້​ທີ່​ເຫລືອ ເຮົາ​ຈະ​ຂ້າ​ດ້ວຍ​ດາບ.
ຈະ​ບໍ່​ມີ​ຜູ້ໃດ​ໜີ​ພົ້ນ​ໄປ​ໄດ້​ແມ່ນ​ແຕ່​ຄົນ​ດຽວ,
ຈະ​ບໍ່​ມີ​ຜູ້ໃດ​ໜີ​ໄປ​ໄດ້​ເລີຍ.
2ເຖິງ​ແມ່ນ​ວ່າ​ພວກເຂົາ​ຈະ​ຂຸດ​ເລິກ​ລົງ​ໄປ​ເຖິງ​ກົ້ນ​ຂຸມ​ຝັງ​ສົບ​ກໍ​ຕາມ
ມື​ຂອງ​ເຮົາ​ກໍ​ຈະ​ເອົາ​ພວກເຂົາ​ຂຶ້ນ​ມາ​ຈາກ​ທີ່​ນັ້ນ.
ເຖິງ​ແມ່ນ​ວ່າ​ພວກເຂົາ​ປີນ​ຂຶ້ນ​ເຖິງ​ຟ້າ​ສະຫວັນ​ເບື້ອງເທິງ​ກໍ​ຕາມ,
ເຮົາ​ກໍ​ຈະ​ນຳ​ພວກເຂົາ​ລົງ​ມາ​ຈາກ​ທີ່​ນັ້ນ.
3ເຖິງ​ແມ່ນ​ວ່າ​ພວກເຂົາ​ເຊື່ອງ​ຕົນ​ເອງ​ຢູ່​ເທິງ​ຍອດ​ພູເຂົາ​ກາເມນ​ກໍ​ຕາມ,
ເຮົາ​ກໍ​ຈະ​ຕາມ​ລ່າ​ພວກເຂົາ​ລົງ​ມາ​ຈາກ​ທີ່​ນັ້ນ ແລະ ຈັບ​ພວກເຂົາ.
ເຖິງ​ແມ່ນ​ວ່າ​ພວກເຂົາ​ໜີ​ໄປ​ລີ້​ຈາກ​ສາຍ​ຕາ​ຂອງ​ເຮົາ​ຢູ່​ທີ່​ກົ້ນ​ທະເລ​ກໍ​ຕາມ,
ເຮົາ​ກໍ​ຈະ​ສັ່ງ​ງູ​ພິດ​ໃຫ້​ກັດ​ພວກເຂົາ​ຢູ່​ທີ່​ນັ້ນ.
4ເຖິງ​ແມ່ນ​ວ່າ​ພວກເຂົາ​ຖືກ​ສັດຕູ​ກວາດ​ຕ້ອນ​ໄປ​ເປັນ​ຊະເລີຍ​ກໍ​ຕາມ
ເຮົາ​ກໍ​ຈະ​ສັ່ງ​ໃຫ້​ດາບ​ຂ້າ​ພວກເຂົາ​ຢູ່​ທີ່​ນັ້ນ.
“ເຮົາ​ຈະ​ຈັບ​ຕາ​ເບິ່ງ​ພວກເຂົາ
ເພື່ອ​ເຮັດ​ອັນຕະລາຍ ແລະ ບໍ່​ແມ່ນ​ດ້ວຍ​ຫວັງ​ດີ”.
5ອົງພຣະຜູ້ເປັນເຈົ້າ ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່
ພຣະອົງ​ຜູ້​ແຕະ​ໂລກ​ແລ້ວ ມັນ​ກໍ​ລະລາຍ,
ແລະ ທຸກຄົນ​ທີ່​ອາໄສ​ຢູ່​ໃນ​ໂລກ​ກໍ​ໄວ້​ທຸກ;
ທົ່ວ​ທັງ​ດິນແດນ​ກໍ​ນອງ​ຂຶ້ນ​ເໝືອນ​ແມ່ນ້ຳ​ນິນ
ແລ້ວ​ກໍ​ຈົມ​ລົງ​ເໝືອນ​ແມ່ນ້ຳ​ເອຢິບ.
6ພຣະອົງ​ຜູ້​ສ້າງ​ບ່ອນ​ຢູ່​ອັນ​ສູງ​ສົ່ງ#9:6 ໃນ​ພາສາ​ເຮັບເຣີ​ປະໂຫຍກ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ​ໄວ້​ໃນ​ຟ້າ​ສະຫວັນ
ແລະ ວາງ​ຖານຮາກ#9:6 ໃນ​ພາສາ​ເຮັບເຣີ​ຄຳ​ນີ້​ມີ​ຄວາມຫມາຍ​ບໍ່​ຊັດເຈນ​ຂອງ​ມັນ​ໄວ້​ທີ່​ແຜ່ນດິນ​ໂລກ;
ພຣະອົງ​ຜູ້​ເອີ້ນ​ນ້ຳ​ທະເລ​ຂຶ້ນ​ມາ
ແລະ ເທ​ມັນ​ລົງ​ເທິງ​ໜ້າ​ແຜ່ນດິນ​ໂລກ
ນາມ​ຂອງ​ພຣະອົງ​ຄື​ພຣະເຈົ້າ​ຢາເວ.
7“ຊາວ​ອິດສະຣາເອນ ສຳລັບ​ເຮົາ​ແລ້ວ
ພວກເຈົ້າ​ກໍ​ບໍ່​ໄດ້​ແຕກຕ່າງ​ຫຍັງ​ຈາກ​ຊາວ​ກູເຊ#9:7 ຄື ຄົນ​ທັງຫລາຍ​ຈາກ​ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ​ບໍ່​ແມ່ນ​ບໍ?”
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
“ເຮົາ​ບໍ່​ໄດ້​ນຳ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ,
ນຳ​ຊາວ​ຟີລິດສະຕິນ​ອອກ​ມາ​ຈາກ​ຄັບໂທ#9:7 ຄື ເກາະ​ກະເຣເຕ
ແລະ ນຳ​ຊາວ​ອາຣາມ​ອອກ​ມາ​ຈາກ​ກີຣະ​ບໍ?”
8“ແນ່ນອນ ພຣະເຈົ້າ​ຢາເວ​ອົງ​ເຈົ້ານາຍ
ຈັບ​ຕາ​ເບິ່ງ​ອານາຈັກ​ທີ່​ເຕັມ​ໄປ​ດ້ວຍ​ບາບ.
ເຮົາ​ຈະ​ທຳລາຍ​ມັນ
ຈາກ​ໜ້າ​ແຜ່ນດິນ​ໂລກ.
ເຖິງ​ປານ​ນັ້ນ​ເຮົາ​ກໍ​ຈະ​ບໍ່​ທຳລາຍ​ເຊື້ອສາຍ​ຂອງ​ຢາໂຄບ​ລົງ​ຢ່າງ​ເດັດຂາດ”,
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.
9“ເພາະ​ເຮົາ​ຈະ​ອອກ​ຄຳສັ່ງ
ແລະ ເຮົາ​ຈະ​ສັ່ນ​ປະຊາຊົນ​ອິດສະຣາເອນ
ທ່າມກາງ​ທຸກ​ປະຊາຊາດ
ເໝືອນ​ຝັດ​ຮ່ອນ​ເຂົ້າ​ຢູ່​ໃນ​ກະດົ້ງ,
ແຕ່​ຈະ​ບໍ່​ມີ​ແມ່ນ​ແຕ່​ເມັດ​ດຽວ​ຕົກ​ເຖິງ​ພື້ນ
10ຄົນ​ບາບ​ທຸກຄົນ​ທີ່​ຢູ່​ໃນ​ທ່າມກາງ​ປະຊາຊົນ​ຂອງ​ເຮົາ
ຈະ​ຕາຍ​ດ້ວຍ​ຄົມ​ດາບ,
ຄື​ບັນດາ​ທຸກຄົນ​ທີ່​ເວົ້າ​ວ່າ,
‘ໄພພິບັດ​ຈະ​ບໍ່​ມາ​ຫລິ້ນ​ງານ​ພວກເຮົາ ຫລື ມາ​ເຖິງ​ພວກເຮົາ’.
ອິດສະຣາເອນ​ຄືນ​ສູ່​ສະພາບ​ດີ
11“ໃນ​ວັນ​ນັ້ນ
“ເຮົາ​ຈະ​ສ້າງ​ເຕັນ​ຂອງ​ດາວິດ​ທີ່​ລົ້ມ​ລົງ​ຂຶ້ນ​ມາ​ໃໝ່
ເຮົາ​ຈະ​ສ້ອມແປງ​ກຳແພງ​ບ່ອນ​ທີ່​ຫັກພັງ
ແລະ ຟື້ນຟູ​ບ່ອນ​ທີ່​ຫັກພັງ
ແລະ ສ້າງ​ມັນ​ຂຶ້ນ​ມາ​ໃຫ້​ດີ​ເໝືອນ​ເດີມ,
12ເພື່ອ​ພວກເຂົາ​ຈະ​ຄອບຄອງ​ຄົນ​ພຽງ​ຢິບ​ມື​ດຽວ​ທີ່​ເຫລືອ​ຢູ່​ຂອງ​ເອໂດມ
ແລະ ຄອບຄອງ​ປະຊາຊາດ​ທັງໝົດ​ທີ່​ໄດ້​ຊື່​ຕາມ​ນາມ​ຂອງ​ເຮົາ#9:12 ສະບັບ​ເຊັບຕູອາຈິນ​ວ່າ ເພື່ອ​ຄົນ​ຢິບ​ມື​ດຽວ​ທີ່​ເຫລືອ​ຢູ່ ແລະ ທຸກ​ຊາດ​ທີ່​ໄດ້​ຊື່​ຕາມ​ນາມ​ຂອງ​ເຮົາ​ຈະ​ໄດ້​ສະແຫວງຫາ​ພຣະເຈົ້າ​ຢາເວ”,
ພຣະເຈົ້າ​ຢາເວ​ຜູ້​ຈະ​ກະທຳ​ສິ່ງ​ເຫລົ່ານີ້ ປະກາດ​ດັ່ງນັ້ນ.
13ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້​ວ່າ:
“ວັນ​ເວລາ​ຈະ​ມາ​ເຖິງ​ເມື່ອ​ຄົນ​ທີ່​ໄຖ​ຈະ​ຕາມ​ທັນ​ຄົນ​ທີ່​ກ່ຽວ
ແລະ ຄົນ​ຢຽບ​ໝາກອະງຸ່ນ​ຈະ​ຕາມ​ທັນ​ຄົນ​ທີ່​ປູກ.
ຈະ​ມີ​ເຫລົ້າ​ອະງຸ່ນ​ໃໝ່​ຢອດ​ຈາກ​ພູເຂົາ
ແລະ ໄຫລ​ຈາກ​ໂນນພູ​ທັງໝົດ.
14ເຮົາ​ຈະ​ນຳ​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ທີ່​ຕົກ​ເປັນ​ຊະເລີຍ​ນັ້ນ​ກັບ​ຄືນ​ມາ.#9:14 ຫລື ເຮົາ​ຈະ​ໃຫ້​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ​ກັບ​ສູ່​ສະພາບ​ດີ
“ພວກເຂົາ​ຈະ​ສ້າງ​ເມືອງ​ຕ່າງໆ​ທີ່​ຫັກພັງ​ຂຶ້ນ​ໃໝ່ ແລ້ວ​ເຂົ້າ​ອາໄສ​ຢູ່​ໃນ​ເມືອງ​ເຫລົ່ານັ້ນ.
ພວກເຂົາ​ຈະ​ເຮັດ​ສວນ​ອະງຸ່ນ ແລະ ດື່ມ​ເຫລົ້າ​ອະງຸ່ນ​ຂອງ​ຕົນ;
ພວກເຂົາ​ຈະ​ເຮັດ​ສວນ ແລະ ກິນ​ຜົນຜະລິດ​ຂອງ​ຕົນ.
15ເຮົາ​ຈະ​ປູກ​ອິດສະຣາເອນ​ໄວ້​ໃນ​ດິນແດນ​ຂອງ​ພວກເຂົາ​ເອງ,
ພວກເຂົາ​ຈະ​ບໍ່​ຖືກ​ຖອນ​ຮາກ
ອອກ​ຈາກ​ດິນແດນ​ທີ່​ເຮົາ​ໄດ້​ມອບ​ໃຫ້​ພວກເຂົາ​ອີກ​ເລີຍ”,
ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ​ກ່າວ​ດັ່ງນັ້ນ.

اکنون انتخاب شده:

ອາໂມດ 9: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید