ມີກາ 5

5
ຜູ້​ປົກຄອງ​ຕາມ​ພຣະສັນຍາ​ຈະ​ມາ​ຈາກ​ເບັດເລເຮັມ
1ນະຄອນ​ແຫ່ງ​ກອງ​ທະຫານ, ຈົ່ງ​ຈັດ​ທັບ,#5:1 ຫລື ນະຄອນ​ແຫ່ງ​ປ້ອມ​ປ້ອງກັນ ຈົ່ງ​ເສີມ​ກຳແພງ​ຂອງ​ເຈົ້າ
ເພາະ​ສັດຕູ​ມາ​ລ້ອມ​ເມືອງ​ຂອງ​ພວກເຮົາ​ແລ້ວ.
ພວກເຂົາ​ຈະ​ເອົາ​ໄມ້ແສ້​ຟາດ​ແກ້ມ
ຂອງ​ຜູ້​ປົກຄອງ​ຂອງ​ອິດສະຣາເອນ.
2“ສ່ວນ​ເຈົ້າ, ເບັດເລເຮັມ ເອຟຣາທາ,
ເຖິງ​ແມ່ນ​ເຈົ້າ​ຈະ​ເປັນ​ຜູ້​ເລັກ​ນ້ອຍ​ໃນ​ທ່າມກາງ​ຕະກຸນ​ຕ່າງໆ#5:2 ຫລື ຜູ້​ປົກຄອງ​ຂອງ​ຢູດາຍ,
ແຕ່​ຈະ​ມີ​ຜູ້​ໜຶ່ງ​ອອກ​ມາ​ຈາກ​ເຈົ້າ​ເພື່ອ​ເຮົາ
ເປັນ​ຜູ້​ທີ່​ຈະ​ຄອບຄອງ​ອິດສະຣາເອນ,
ຜູ້​ນັ້ນ​ມີ​ທີ່​ມາ#5:2 ພາສາ​ເຮັບເຣີ​ວ່າ ຜູ້​ນັ້ນ​ອອກ​ໄປ​ຈາກ ທີ່​ມາ​ຈາກ​ສະໄໝ​ກ່ອນ
ຈາກ​ສະໄໝ​ບູຮານ”.
3ເຫດສະນັ້ນ ອິດສະຣາເອນ​ຈະ​ຖືກ​ປະຖິ້ມ
ຈົນ​ກວ່າ​ເມື່ອ​ເຖິງ​ເວລາ​ທີ່​ແມ່ຍິງ​ທີ່​ກຳລັງ​ເຈັບ​ມົດລູກ​ນັ້ນ​ເກີດ​ລູກຊາຍ​ແລ້ວ,
ແລະ ພີ່ນ້ອງ​ອື່ນໆ​ຂອງ​ຜູ້​ນັ້ນ
ກັບ​ມາ​ສົມທົບ​ກັນ​ກັບ​ຊົນຊາດ​ອິດສະຣາເອນ.
4ເພິ່ນ​ຈະ​ຢຶດໝັ້ນ ແລະ ລ້ຽງດູ​ຝູງແກະ​ຂອງ​ເພິ່ນ
ໂດຍ​ກຳລັງ​ຂອງ​ພຣະເຈົ້າ​ຢາເວ
ໂດຍ​ບາລະມີ​ແຫ່ງ​ນາມ​ຂອງ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ເພິ່ນ.
ແລະ ພວກເຂົາ​ຈະ​ມີ​ຊີວິດ​ຢູ່​ຢ່າງ​ໝັ້ນຄົງ​ປອດໄພ
ເພາະ​ຄວາມ​ຍິ່ງໃຫຍ່​ຂອງ​ເພິ່ນ​ຈະ​ແຜ່​ເຖິງ​ສຸດປາຍ​ແຜ່ນດິນ​ໂລກ.
5ແລະ ເພິ່ນ​ຈະ​ນຳ​ສັນຕິສຸກ​ມາ​ໃຫ້​ພວກເຮົາ
ເມື່ອ​ຄັ້ງ​ທີ່​ອັດຊີເຣຍ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ
ແລະ ເດີນ​ທັບ​ຜ່ານ​ປ້ອມ​ປ້ອງກັນ​ຂອງ​ພວກເຮົາ.
ເຮົາ​ຈະ​ຕັ້ງ​ຄົນລ້ຽງແກະ​ເຈັດ​ຄົນ,
ຜູ້ບັນຊາການ​ແປດ​ຄົນ​ດ້ວຍ,
6ພວກເຂົາ​ຈະ​ປົກຄອງ#5:6 ຫລື ຍ່ອງ​ດິນແດນ​ອັດຊີເຣຍ​ດ້ວຍ​ດາບ,
ປົກຄອງ​ດິນແດນ​ຂອງ​ນິມໂຣດ​ດ້ວຍ​ດາບ​ທີ່​ຊັກ​ອອກ.#5:6 ຫລື ນິມໂຣດ​ໃນ​ປະຕູ​ເມືອງ​ຂອງ​ມັນ
ຜູ້​ນັ້ນ​ຈະ​ກອບກູ້​ພວກເຮົາ​ອອກ​ຈາກ​ອັດຊີເຣຍ
ເມື່ອ​ພວກເຂົາ​ມາ​ຮຸກຮານ​ດິນແດນ​ຂອງ​ພວກເຮົາ
ແລະ ເດີນ​ທັບ​ເຂົ້າ​ມາ​ໃນ​ເຂດແດນ​ຂອງ​ພວກເຮົາ.
7ຄົນ​ທີ່​ເຫລືອ​ຂອງ​ຢາໂຄບ
ຈະ​ຢູ່​ທ່າມກາງ​ຊົນຊາດ​ທັງຫລາຍ
ເໝືອນ​ນ້ຳຄ້າງ​ຈາກ​ພຣະເຈົ້າ​ຢາເວ
ເໝືອນ​ສາຍ​ຝົນ​ທີ່​ໂຮຍ​ລົງ​ເທິງ​ຫຍ້າ,
ເຊິ່ງ​ບໍ່​ຕ້ອງ​ລໍຖ້າ​ຜູ້ໃດ
ຫລື ເພິ່ງພາ​ມະນຸດ.
8ຄົນ​ທີ່​ເຫລືອ​ຂອງ​ຢາໂຄບ​ຈະ​ຢູ່​ໃນ​ທ່າມກາງ​ປະຊາຊາດ​ທັງຫລາຍ,
ຢູ່​ທ່າມກາງ​ຊົນຊາດ​ຕ່າງໆ
ເໝືອນ​ດັ່ງ​ໂຕສິງ​ທີ່​ຢູ່​ໃນ​ທ່າມກາງ​ສັດປ່າ,
ເໝືອນ​ສິງ​ໜຸ່ມ​ທີ່​ຢູ່​ໃນ​ທ່າມກາງ​ຝູງ​ແກະ,
ເຊິ່ງ​ຢຽບຢ່ຳ ແລະ ທຳລາຍ​ຂະນະ​ທີ່​ຍ່າງ​ໄປ,
ໂດຍ​ບໍ່​ມີ​ຜູ້ໃດ​ຊ່ວຍ​ໄດ້.
9ເຈົ້າ​ຈະ​ຍົກ​ມື​ຂຶ້ນ​ດ້ວຍ​ໄຊຊະນະ​ເໜືອ​ສັດຕູ​ທັງຫລາຍ​ຂອງ​ພວກເຈົ້າ,
ແລະ ສັດຕູ​ທັງໝົດ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ.
10ພຣະເຈົ້າ​ຢາເວ​ປະກາດ​ວ່າ,
“ໃນ​ວັນ​ນັ້ນ ເຮົາ​ຈະ​ທຳລາຍ​ມ້າ​ທັງຫລາຍ​ຂອງ​ພວກເຈົ້າ​ໃຫ້​ໝົດ​ໄປ​ຈາກ​ພວກເຈົ້າ
ແລະ ທຳລາຍ​ບັນດາ​ລົດມ້າ​ຂອງ​ພວກເຈົ້າ.
11ເຮົາ​ຈະ​ທຳລາຍ​ເມືອງ​ຕ່າງໆ​ໃນ​ດິນແດນ​ຂອງ​ພວກເຈົ້າ
ແລະ ທຳລາຍ​ທີ່​ໝັ້ນ​ທັງໝົດ​ຂອງ​ພວກເຈົ້າ.
12ເຮົາ​ຈະ​ທຳລາຍ​ພວກ​ແມ່ມົດ​ຂອງ​ພວກເຈົ້າ
ແລະ ພວກເຈົ້າ​ຈະ​ບໍ່​ໃຊ້​ເວດມົນ​ຄາຖາ​ອີກ​ຕໍ່​ໄປ.
13ເຮົາ​ຈະ​ທຳລາຍ​ຮູບເຄົາລົບ​ທັງຫລາຍ​ຂອງ​ພວກເຈົ້າ;
ແລະ ຫີນ​ສັກສິດ​ທ່າມກາງ​ພວກເຈົ້າ​ໃຫ້​ໝົດ​ໄປ;
ພວກເຈົ້າ​ຈະ​ບໍ່​ກົ້ມ​ກາບ
ສິ່ງ​ທີ່​ມື​ຂອງ​ພວກເຈົ້າ​ເຮັດ​ຂຶ້ນ​ມາ​ອີກ​ຕໍ່​ໄປ.
14ເຮົາ​ຈະ​ຮື້​ຖອນ​ເສົາ​ເຈົ້າ​ແມ່​ອາເຊຣາ​ທີ່​ຢູ່​ທ່າມກາງ​ພວກເຈົ້າ​ອອກ​ໄປ
ແລະ ທຳລາຍ​ເມືອງ​ຕ່າງໆ​ຂອງ​ພວກເຈົ້າ.
15ເຮົາ​ຈະ​ແກ້ແຄ້ນ​ດ້ວຍ​ຄວາມ​ໃຈຮ້າຍ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ
ແກ່​ຊົນ​ຊາດ​ຕ່າງໆ​ທີ່​ບໍ່​ເຊື່ອຟັງ​ເຮົາ”.

اکنون انتخاب شده:

ມີກາ 5: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید