ມີກາ 6
6
ພຣະເຈົ້າຢາເວສູ້ຄວາມອິດສະຣາເອນ
1ຈົ່ງຟັງສິ່ງທີ່ພຣະເຈົ້າຢາເວດັ່ງນີ້:
“ຈົ່ງລຸກຢືນຂຶ້ນ, ສະເໜີຄະດີຄວາມຂອງເຈົ້າຕໍ່ໜ້າພູເຂົາທັງຫລາຍ
ແລະ ໃຫ້ບັນດາໂນນພູທັງຫລາຍຟັງສິ່ງທີ່ເຈົ້າເວົ້າ,
2“ພູເຂົາທັງຫລາຍ, ຈົ່ງຟັງການກ່າວໂທດຂອງພຣະເຈົ້າຢາເວ;
ຈົ່ງຟັງ, ເຈົ້າຜູ້ເປັນຮາກຖານອັນໝັ້ນຄົງຂອງໂລກ.
ເພາະພຣະເຈົ້າຢາເວມີຄະດີຄວາມກັບປະຊາຊົນຂອງພຣະອົງ;
ພຣະອົງຕັ້ງຂໍ້ກ່າວຫາອິດສະຣາເອນ.
3“ປະຊາຊົນຂອງເຮົາ ເຮົາໄດ້ເຮັດຫຍັງໃຫ້ພວກເຈົ້າ?
ເຮົາໄດ້ໃສ່ພາລະອັນໃດໃຫ້ແກ່ພວກເຈົ້າ? ຈົ່ງຕອບເຮົາມາ.
4ເຮົາໄດ້ນຳພວກເຈົ້າອອກມາຈາກເອຢິບ
ແລະ ໄດ້ໄຖ່ພວກເຈົ້າຈາກດິນແດນແຫ່ງຂ້າທາດ.
ເຮົາໄດ້ສົ່ງໂມເຊມາເພື່ອນຳພາພວກເຈົ້າ,
ພ້ອມທັງອາໂຣນ ແລະ ມີຣີອາມ.
5ປະຊາຊົນຂອງເຮົາ, ຈົ່ງລະນຶກເຖິງ
ກະສັດບາຫລາກແຫ່ງໂມອາບ ທີ່ພະຍາຍາມຈະເຮັດໃຫ້ພວກເຈົ້າຖືກສາບແຊ່ງ.
ແຕ່ບາລາອາມ ລູກຊາຍຂອງເບອໍກໍໄດ້ຕອບເພິ່ນ.
ຈົ່ງລະນຶກເຖິງການເດີນທາງຂອງພວກເຈົ້າຈາກຊິດຕິມໄປຫາກິນການ,
ເພື່ອພວກເຈົ້າຈະໄດ້ຮູ້ເຖິງຄວາມສັດຊື່ຂອງພຣະເຈົ້າຢາເວ”.
6ຂ້າພະເຈົ້າຈະນຳສິ່ງໃດມາຕໍ່ໜ້າພຣະເຈົ້າຢາເວ
ແລະ ກາບລົງຕໍ່ພຣະເຈົ້າຜູ້ສູງສຸດ?
ຂ້າພະເຈົ້າຈະຕ້ອງເຂົ້າພົບພຣະອົງດ້ວຍເຄື່ອງເຜົາບູຊາ,
ດ້ວຍລູກງົວທັງຫລາຍທີ່ມີອາຍຸໜຶ່ງປີບໍ?
7ພຣະເຈົ້າຢາເວຈະພໍໃຈແກະເປັນພັນໆໂຕ,
ແລະ ສາຍນ້ຳມັນເປັນໝື່ນໆສາຍບໍ?
ຂ້າພະເຈົ້າຈະຕ້ອງຖວາຍລູກຫົວປີເພື່ອການລ່ວງລະເມີດຂອງຂ້າພະເຈົ້າ,
ຖວາຍເຊື້ອສາຍຂອງຂ້າພຣະເຈົ້າເພື່ອບາບແຫ່ງຈິດວິນຍານຂອງຂ້າພະເຈົ້າບໍ?
8ໂອ ມະນຸດ, ພຣະອົງໄດ້ສະແດງແກ່ພວກເຈົ້າແລ້ວວ່າອັນໃດດີ.
ແລະ ສິ່ງທີ່ພຣະເຈົ້າຢາເວຕ້ອງການຈາກພວກເຈົ້າຄືອັນໃດ?
ຄືຈົ່ງປະພຶດຢ່າງທ່ຽງທຳ ແລະ ຮັກຄວາມເມດຕາກະລຸນາ
ແລະ ດຳເນີນຊີວິດຢ່າງຖ່ອມໃຈ#6:8 ຫລື ດ້ວຍຄວາມລະມັດລະວັງໄປກັບພຣະເຈົ້າຂອງພວກເຈົ້າ.
ຄວາມຜິດ ແລະ ການລົງໂທດຂອງອິດສະຣາເອນ
9ຈົ່ງຟັງ! ພຣະເຈົ້າຢາເວກຳລັງເອີ້ນເຢຣູຊາເລັມ
ເປັນການສະຫລາດທີ່ຈະການຢຳເກງນາມພຣະອົງ
“ຈົ່ງຟັງ ເຜົ່າທີ່ຊຸມນຸມກັນຢູ່ໃນນະຄອນນັ້ນ.#6:9 ໃນພາສາເຮັບເຣີບັນທັດນີ້ມີຄວາມຫມາຍບໍ່ຊັດເຈນ
10ເຮືອນຂອງຄົນຊົ່ວຮ້າຍ, ຈະໃຫ້ເຮົາລືມຊັບສົມບັດທີ່ເຈົ້າໄດ້ມາຢ່າງບໍ່ສັດຊື່,
ແລະ ລືມເຄື່ອງຕວງຄົດໂກງ#6:10 ພາສາເຮັບເຣີວ່າ ເອຟາທີ່ບໍ່ໄດ້ມາດຕະຖານທີ່ຖືກສາບແຊ່ງບໍ?
11ຈະໃຫ້ເຮົາຍອມປ່ອຍຄົນທີ່ໃຊ້ເຄື່ອງຊັ່ງທີ່ບໍ່ຖືກຕ້ອງ
ແລະ ມີຕາຊິງຄົດໂກງໄປບໍ?
12ຄົນຮັ່ງມີຂອງເຈົ້ານັ້ນໂຫດຮ້າຍທາລຸນ
ແລະ ຄົນຂອງເຈົ້າກໍເປັນຄົນຂີ້ຕົວະ
ແລະ ລິ້ນຂອງພວກເຂົາກໍເວົ້າແຕ່ຄຳຫລອກລວງ.
13ເຫດສະນັ້ນ ເຮົາຈຶ່ງໄດ້ເລີ່ມທີ່ຈະທຳລາຍເຈົ້າ;
ທຳລາຍລ້າງເຈົ້າເພາະບາບທັງຫລາຍຂອງເຈົ້າ.
14ເຈົ້າຈະກິນ ແຕ່ກໍບໍ່ອິ່ມ;
ທ້ອງຂອງເຈົ້າກໍຍັງຫວ່າງເປົ່າຢູ່.#6:14 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
ເຈົ້າຈະສະສົມໄວ້ ແຕ່ກໍບໍ່ມີຫຍັງເຫລືອ.
ເພາະເຮົາຈະມອບສິ່ງທີ່ເຈົ້າສະສົມໄວ້ນັ້ນໃຫ້ແກ່ຄົມດາບ.
15ເຈົ້າຈະປູກ ແຕ່ບໍ່ໄດ້ເກັບກ່ຽວ;
ເຈົ້າຈະບີບເອົານ້ຳມັນໝາກກອກ ແຕ່ກໍບໍ່ໄດ້ໃຊ້ເອງ,
ເຈົ້າຈະຍ່ອງໝາກອະງຸ່ນ ແຕ່ກໍບໍ່ໄດ້ດື່ມເຫລົ້າອະງຸ່ນ.
16ເຈົ້າໄດ້ຖືຮັກສາກົດເກນຂອງອົມຣິ
ແລະ ພິທີກຳທັງໝົດຂອງເຮືອນຂອງອາຮາບ
ແລ້ວເຈົ້າກໍເອົາແບບຢ່າງຂອງພວກເພິ່ນ.
ເຫດສະນັ້ນ ເຮົາຈະປ່ອຍໃຫ້ເຈົ້າພິນາດ
ປະຊາຊົນຂອງເຈົ້າຈະຖືກເຢາະເຢີ້ຍ;
ເຈົ້າຈະເປັນທີ່ດູຖູກຈາກປະຊາຊາດທັງຫລາຍ#6:16 ພາສາເຮັບເຣີວ່າ ເຈົ້າຈະເປັນທີ່ເຢາະເຢີ້ຍຢ່າງທີ່ປະຊາຊົນຂອງເຮົາຄວນຈະໄດ້ຮັບ”.
اکنون انتخاب شده:
ມີກາ 6: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: