ມີກາ 4
4
ພູເຂົາຂອງພຣະເຈົ້າຢາເວ
(ອຊຢ 2:1-4)
1ໃນບັ້ນປາຍ
ພູເຂົາທີ່ວິຫານຂອງພຣະເຈົ້າຢາເວຕັ້ງຢູ່ຈະໄດ້ຮັບການສະຖາປະນາ
ໃຫ້ເປັນເອກໃນທ່າມກາງພູເຂົາທັງຫລາຍ;
ວິຫານຈະໄດ້ຮັບການຍົກຂຶ້ນເໜືອບັນດາເນີນພູທັງຫລາຍ,
ແລະ ຄົນທັງຫລາຍຈະຫລັ່ງໄຫລໄປບ່ອນນັ້ນ.
2ປະຊາຊາດທັງຫລາຍຈະມາ ແລະ ກ່າວວ່າ,
“ຈົ່ງມາ, ໃຫ້ພວກເຮົາຂຶ້ນໄປເທິງພູເຂົາຂອງພຣະເຈົ້າຢາເວ,
ໄປທີ່ວິຫານຂອງພຣະເຈົ້າຂອງຢາໂຄບ.
ພຣະອົງຈະສອນວິຖີທາງຂອງພຣະອົງໃຫ້ພວກເຮົາ,
ເພື່ອພວກເຮົາຈະເດີນໃນວິຖີທາງຂອງພຣະອົງ”.
ກົດບັນຍັດຈະອອກມາຈາກຊີໂອນ,
ຖ້ອຍຄຳຂອງພຣະເຈົ້າຢາເວຈະອອກມາຈາກເຢຣູຊາເລັມ.
3ພຣະອົງຈະຕັດສິນຄວາມລະຫວ່າງຊົນຊາດທັງຫລາຍ
ແລະ ຈະຢຸດຕິກໍລະນີຜິດພາດໃຫ້ຊາດມະຫາອຳນາດທັງຫລາຍທີ່ຢູ່ໄກ ແລະ ຢູ່ໃກ້.
ພວກເຂົາຈະຕີດາບຂອງພວກເຂົາໃຫ້ເປັນໝາກກະສົບໄຖ
ແລະ ຕີຫອກຂອງພວກເຂົາໃຫ້ເປັນມີດຕັດກິ່ງໄມ້.
ຊົນຊາດທັງຫລາຍຈະເຊົາສູ້ຮົບກັນ,
ພວກເຂົາຈະບໍ່ມີການຝຶກສູ້ຮົບອີກຕໍ່ໄປ,
4ທຸກຄົນຈະນັ່ງຢູ່ກ້ອງເຄືອອະງຸ່ນຂອງຕົນເອງ
ແລະ ກ້ອງຕົ້ນໝາກເດື່ອຂອງຕົນເອງ,
ແລະ ຈະບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານ,
ເພາະພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ໄດ້ກ່າວໄວ້ແລ້ວ.
5ທຸກຊົນຊາດອາດຈະດຳເນີນ
ໃນນາມຂອງພະຂອງຕົນ,
ສ່ວນພວກເຮົາຈະດຳເນີນໃນນາມຂອງພຣະເຈົ້າຢາເວ
ພຣະເຈົ້າຂອງພວກເຮົາຕະຫລອດໄປເປັນນິດ.
ແຜນການຂອງພຣະເຈົ້າຢາເວ
6ພຣະເຈົ້າຢາເວປະກາດວ່າ,
“ໃນວັນນັ້ນ, ເຮົາຈະເຕົ້າໂຮມຄົນຂາພິການ;
ເຮົາຈະຮວບຮວມບັນດາຊະເລີຍ
ແລະ ບັນດາຄົນທີ່ເຮົາໃຫ້ພົບກັບຄວາມໂສກເສົ້າ.
7ເຮົາຈະໃຫ້ຄົນຂາພິການເປັນຄົນທີ່ເຫລືອຢູ່ຂອງເຮົາ,
ໃຫ້ບັນດາຄົນທີ່ຖືກເນລະເທດເປັນຊາດທີ່ແຂງແຮງ.
ພຣະເຈົ້າຢາເວຈະປົກຄອງພວກເຂົາຢູ່ໃນພູເຂົາຊີໂອນ
ຕັ້ງແຕ່ວັນນັ້ນ ແລະ ຕະຫລອດໄປ.
8ສ່ວນເຈົ້າ, ຜູ້ເປັນຫໍຄອຍເຝົ້າຍາມຂອງຝູງແກະ,
ເປັນທີ່ໝັ້ນ#4:8 ຫລື ໂນນພູຂອງລູກສາວແຫ່ງຊີໂອນ,#4:8 ຄື ຊາວເຢຣູຊາເລັມ ເຊັ່ນດຽວກັບຂໍ້ 10 ແລະ 13
ອຳນາດເດີມຈະກັບຄືນມາເປັນຂອງເຈົ້າ;
ລູກສາວແຫ່ງເຢຣູຊາເລັມ#4:8 ຄື ຊາວເຢຣູຊາເລັມຈະໄດ້ຮັບອຳນາດຄອບຄອງ”.
9ດ້ວຍເຫດໃດເຈົ້າຈຶ່ງຮ້ອງສຽງດັງ
ເຈົ້າບໍ່ມີກະສັດບໍ?
ທີ່ປຶກສາຂອງເຈົ້າພິນາດໄປແລ້ວບໍ?
ເຈົ້າຈຶ່ງເຈັບປວດເໝືອນແມ່ຍິງກຳລັງເກີດລູກ.
10ລູກສາວແຫ່ງຊີໂອນ, ຈົ່ງດີ້ນດ້ວຍຄວາມເຈັບປວດ,
ເໝືອນແມ່ຍິງທີ່ກຳລັງເກີດລູກ,
ເພາະບັດນີ້ເຈົ້າຈະຕ້ອງຈາກເມືອງ
ໄປຕັ້ງຄ້າຍພັກຢູ່ກາງທົ່ງນາ.
ເຈົ້າຈະໄປທີ່ບາບີໂລນ;
ເຈົ້າຈະໄດ້ຮັບການຊ່ວຍເຫລືອຢູ່ບ່ອນນັ້ນ.
ພຣະເຈົ້າຢາເວຈະໄຖ່ເຈົ້າ
ອອກຈາກມືຂອງສັດຕູທັງຫລາຍຂອງເຈົ້າຢູ່ບ່ອນນັ້ນ.
11ແຕ່ບັດນີ້ຫລາຍຊົນຊາດ
ໄດ້ຮວມໂຕກັນມາສູ້ຮົບກັບເຈົ້າ.
ພວກເຂົາກ່າວວ່າ, “ໃຫ້ຊີໂອນເປັນມົນທິນ,
ໃຫ້ຕາຂອງພວກເຮົາໄດ້ເບິ່ງຊີໂອນດ້ວຍຄວາມສະໃຈ!”
12ແຕ່ພວກເຂົາບໍ່ຮູ້
ຄວາມຄິດຂອງພຣະເຈົ້າຢາເວ;
ພວກເຂົາບໍ່ເຂົ້າໃຈແຜນການຂອງພຣະອົງ,
ທີ່ພຣະອົງໄດ້ຮວບຮວມພວກເຂົາເໝືອນຮວບຮວມຟ່ອນເຂົ້າມາສູ່ລານຟາດເຂົ້າ.
13“ລູກສາວແຫ່ງຊີໂອນ, ຈົ່ງລຸກຂຶ້ນຟາດເຂົ້າ,
ເພາະເຮົາຈະໃຫ້ເຈົ້າມີເຂົາເປັນເຫລັກ;
ເຮົາຈະໃຫ້ເຈົ້າມີກີບຕີນເປັນທອງສຳລິດ,
ແລະ ເຈົ້າຈະບົດຫລາຍຊາດໃຫ້ມຸ່ນໄປ”.
ພວກທ່ານຈະຖວາຍສິ່ງທີ່ພວກເຂົາໄດ້ມາໂດຍບໍ່ຊອບທຳນັ້ນແກ່ພຣະເຈົ້າຢາເວ,
ຖວາຍຄວາມຮັ່ງມີຂອງພວກເຂົາແກ່ອົງພຣະຜູ້ເປັນເຈົ້າແຫ່ງໂລກນີ້ທັງໝົດ.
اکنون انتخاب شده:
ມີກາ 4: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: