ມີກາ 3

3
ຕຳໜິ​ຜູ້ນຳ ແລະ ຜູ້​ທຳນວາຍ
1ແລ້ວ​ຂ້າພະເຈົ້າ​ໄດ້​ກ່າວ​ວ່າ,
“ບັນດາ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,
ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ.
ພວກທ່ານ​ຄວນ​ຈະ​ຮູ້​ຈັກ​ຄວາມ​ຍຸຕິທຳ​ບໍ່​ແມ່ນ​ບໍ?
2ພວກທ່ານ​ຊັງ​ຄວາມ​ດີ ແລະ ຮັກ​ຄວາມ​ຊົ່ວ;
ພວກທ່ານ​ຜູ້​ຈີກ​ໜັງ​ປະຊາຊົນ​ຂອງ​ເຮົາ
ແລະ ຈີກ​ຊີ້ນ​ຈາກ​ກະດູກ​ຂອງ​ພວກເຂົາ;
3ຜູ້​ກິນ​ຊີ້ນ​ພີ່ນ້ອງ​ຮ່ວມ​ຊາດ​ຂອງ​ເຮົາ,
ລອກ​ໜັງ​ຂອງ​ພວກເຂົາ​ອອກ
ແລະ ຫັກ​ກະດູກ​ເປັນ​ຕ່ອນ​ນ້ອຍໆ;
ຜູ້​ຫັ່ນ​ພວກເຂົາ​ເໝືອນ​ຫັ່ນ​ຊີ້ນ​ໃສ່​ກະທະ,
ເໝືອນ​ຫັ່ນ​ຊີ້ນ​ໃສ່​ໝໍ້”
4ຫລັງຈາກນັ້ນ ພວກເຂົາ​ຈະ​ຮ້ອງ​ຫາ​ພຣະເຈົ້າ​ຢາເວ,
ແຕ່​ພຣະອົງ​ຈະ​ບໍ່​ຕອບ​ພວກເຂົາ.
ເທື່ອ​ນັ້ນ​ພຣະອົງ​ຈະ​ເຊື່ອງ​ໃບໜ້າ​ຂອງພຣະອົງ​ຈາກ​ພວກເຂົາ
ເພາະ​ຄວາມ​ຊົ່ວ​ທີ່​ພວກເຂົາ​ໄດ້​ເຮັດ.
5ພຣະເຈົ້າ​ຢາເວ​ກ່າວ​ດັ່ງນີ້​ວ່າ:
“ສຳລັບ​ບັນດາ​ຜູ້ທຳນວາຍ
ຜູ້​ທີ່​ນຳ​ປະຊາຊົນ​ຂອງ​ເຮົາ​ຕະເຫລີດ​ໄປ,
ຫາກ​ຜູ້ໃດ​ລ້ຽງດູ​ພວກເຂົາ
ພວກເຂົາ​ກໍ​ຈະ​ປະກາດ​ວ່າ ‘ຈົ່ງ​ມີ​ສັນຕິສຸກ’
ຜູ້ໃດ​ບໍ່​ລ້ຽງດູ​ພວກເຂົາ
ພວກເຂົາ​ກໍ​ຕຽມ​ຈະ​ເຮັດ​ເສິກ​ນໍາ​ຜູ້​ນັ້ນ.
6ເຫດສະນັ້ນ ຄ່ຳ​ຄືນ​ຈະ​ມາ​ເຖິງ​ພວກເຈົ້າ ພວກເຈົ້າ​ຈະ​ບໍ່​ເຫັນ​ນິມິດ​ໃດໆ,
ແລະ ຄວາມ​ມືດ​ມາ​ເຖິງ​ເຈົ້າ ບໍ່​ມີ​ການ​ທຳນວາຍ​ໃດໆ.
ຕາເວັນ​ຈະ​ລັບ​ໄປ​ສຳລັບ​ບັນດາ​ຜູ້ທຳນວາຍ,
ແລະ ກາງເວັນ​ຈະ​ມືດ​ໄປ​ສຳລັບ​ພວກເຂົາ.
7ຜູ້ພະຍາກອນ​ຈະ​ຖືກ​ອັບອາຍ
ແລະ ໝໍດູ​ຈະ​ຂາຍໜ້າ.
ພວກເຂົາ​ທຸກຄົນ​ຈະ​ເອົາ​ມື​ປິດ​ໜ້າ​ຂອງ​ຕົນ
ເພາະ​ບໍ່​ມີ​ຄຳ​ຕອບ​ຈາກ​ພຣະເຈົ້າ”.
8ແຕ່​ສ່ວນ​ຂ້າພະເຈົ້າ ຂ້າພະເຈົ້າ​ແມ່ນ​ເຕັມ​ດ້ວຍ​ລິດອຳນາດ,
ດ້ວຍ​ພຣະວິນຍານ​ຂອງ​ພຣະເຈົ້າ​ຢາເວ,
ແລະ ເຕັມ​ດ້ວຍ​ຄວາມ​ຍຸຕິທຳ​ກັບ​ກຳລັງ,
ເພື່ອ​ປະກາດ​ໃຫ້​ຢາໂຄບ​ຮູ້​ເຖິງ​ການ​ລ່ວງລະເມີດ​ຂອງ​ເພິ່ນ
ແລະ ໃຫ້​ອິດສະຣາເອນ​ຮູ້​ເຖິງ​ຄວາມ​ບາບ​ຂອງ​ຕົນ.
9ພວກທ່ານ​ທີ່​ເປັນ​ຜູ້ນຳ​ຂອງ​ຢາໂຄບ ຈົ່ງ​ຟັງ,
ພວກທ່ານ​ຜູ້​ທີ່​ປົກຄອງ​ອິດສະຣາເອນ,
ຜູ້​ຊັງ​ຄວາມ​ຍຸຕິທຳ
ແລະ ບິດ​ເບືອນ​ຄວາມ​ຖືກຕ້ອງ​ທຸກ​ຢ່າງ;
10ຜູ້​ສ້າງ​ຊີໂອນ​ຂຶ້ນ​ຈາກ​ການ​ຂ້າ​ຄົນ,
ສ້າງ​ເຢຣູຊາເລັມ​ຂຶ້ນ​ຈາກ​ຄວາມ​ຊົ່ວ​ຮ້າຍ.
11ບັນດາ​ຜູ້ນຳ​ຂອງ​ດິນແດນ​ນີ້​ຕັດສິນ​ຄວາມ​ໂດຍ​ເຫັນ​ແກ່​ສິນບົນ,
ບັນດາ​ປະໂລຫິດ​ຂອງ​ດິນແດນ​ນີ້​ສັ່ງສອນ​ໂດຍ​ເຫັນ​ແກ່​ລາງວັນ,
ແລະ ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນີ້​ທຳນວາຍ​ເພື່ອ​ເງິນ.
ເຖິງ​ປານ​ນັ້ນ​ພວກເຂົາ​ກໍ​ຍັງ​ເພິ່ງ​ພາ​ພຣະເຈົ້າ​ຢາເວ ແລະ ກ່າວ​ວ່າ,
“ພຣະເຈົ້າ​ຢາເວ​ຢູ່​ທ່າມກາງ​ພວກເຮົາ​ບໍ່​ແມ່ນ​ບໍ?
ຈະ​ບໍ່​ມີ​ໄພພິບັດ​ໃດ​ມາ​ເຖິງ​ພວກເຮົາ​ເລີຍ”.
12ເຫດສະນັ້ນ ເພາະ​ພວກເຈົ້າ
ຊີໂອນ​ຈະ​ຖືກ​ໄຖ​ເໝືອນ​ກັບ​ທົ່ງນາ,
ເຢຣູຊາເລັມ​ຈະ​ກາຍເປັນ​ກອງ​ຂີ້ເຫຍື້ອ,
ພູເຂົາ​ທີ່​ເປັນ​ທີ່​ຕັ້ງ​ຂອງ​ວິຫານ​ຈະ​ກາຍເປັນ​ປ່າ​ຮົກ.

اکنون انتخاب شده:

ມີກາ 3: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید