ມີກາ 3
3
ຕຳໜິຜູ້ນຳ ແລະ ຜູ້ທຳນວາຍ
1ແລ້ວຂ້າພະເຈົ້າໄດ້ກ່າວວ່າ,
“ບັນດາຜູ້ນຳຂອງຢາໂຄບ ຈົ່ງຟັງ,
ພວກທ່ານຜູ້ທີ່ປົກຄອງອິດສະຣາເອນ.
ພວກທ່ານຄວນຈະຮູ້ຈັກຄວາມຍຸຕິທຳບໍ່ແມ່ນບໍ?
2ພວກທ່ານຊັງຄວາມດີ ແລະ ຮັກຄວາມຊົ່ວ;
ພວກທ່ານຜູ້ຈີກໜັງປະຊາຊົນຂອງເຮົາ
ແລະ ຈີກຊີ້ນຈາກກະດູກຂອງພວກເຂົາ;
3ຜູ້ກິນຊີ້ນພີ່ນ້ອງຮ່ວມຊາດຂອງເຮົາ,
ລອກໜັງຂອງພວກເຂົາອອກ
ແລະ ຫັກກະດູກເປັນຕ່ອນນ້ອຍໆ;
ຜູ້ຫັ່ນພວກເຂົາເໝືອນຫັ່ນຊີ້ນໃສ່ກະທະ,
ເໝືອນຫັ່ນຊີ້ນໃສ່ໝໍ້”
4ຫລັງຈາກນັ້ນ ພວກເຂົາຈະຮ້ອງຫາພຣະເຈົ້າຢາເວ,
ແຕ່ພຣະອົງຈະບໍ່ຕອບພວກເຂົາ.
ເທື່ອນັ້ນພຣະອົງຈະເຊື່ອງໃບໜ້າຂອງພຣະອົງຈາກພວກເຂົາ
ເພາະຄວາມຊົ່ວທີ່ພວກເຂົາໄດ້ເຮັດ.
5ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ສຳລັບບັນດາຜູ້ທຳນວາຍ
ຜູ້ທີ່ນຳປະຊາຊົນຂອງເຮົາຕະເຫລີດໄປ,
ຫາກຜູ້ໃດລ້ຽງດູພວກເຂົາ
ພວກເຂົາກໍຈະປະກາດວ່າ ‘ຈົ່ງມີສັນຕິສຸກ’
ຜູ້ໃດບໍ່ລ້ຽງດູພວກເຂົາ
ພວກເຂົາກໍຕຽມຈະເຮັດເສິກນໍາຜູ້ນັ້ນ.
6ເຫດສະນັ້ນ ຄ່ຳຄືນຈະມາເຖິງພວກເຈົ້າ ພວກເຈົ້າຈະບໍ່ເຫັນນິມິດໃດໆ,
ແລະ ຄວາມມືດມາເຖິງເຈົ້າ ບໍ່ມີການທຳນວາຍໃດໆ.
ຕາເວັນຈະລັບໄປສຳລັບບັນດາຜູ້ທຳນວາຍ,
ແລະ ກາງເວັນຈະມືດໄປສຳລັບພວກເຂົາ.
7ຜູ້ພະຍາກອນຈະຖືກອັບອາຍ
ແລະ ໝໍດູຈະຂາຍໜ້າ.
ພວກເຂົາທຸກຄົນຈະເອົາມືປິດໜ້າຂອງຕົນ
ເພາະບໍ່ມີຄຳຕອບຈາກພຣະເຈົ້າ”.
8ແຕ່ສ່ວນຂ້າພະເຈົ້າ ຂ້າພະເຈົ້າແມ່ນເຕັມດ້ວຍລິດອຳນາດ,
ດ້ວຍພຣະວິນຍານຂອງພຣະເຈົ້າຢາເວ,
ແລະ ເຕັມດ້ວຍຄວາມຍຸຕິທຳກັບກຳລັງ,
ເພື່ອປະກາດໃຫ້ຢາໂຄບຮູ້ເຖິງການລ່ວງລະເມີດຂອງເພິ່ນ
ແລະ ໃຫ້ອິດສະຣາເອນຮູ້ເຖິງຄວາມບາບຂອງຕົນ.
9ພວກທ່ານທີ່ເປັນຜູ້ນຳຂອງຢາໂຄບ ຈົ່ງຟັງ,
ພວກທ່ານຜູ້ທີ່ປົກຄອງອິດສະຣາເອນ,
ຜູ້ຊັງຄວາມຍຸຕິທຳ
ແລະ ບິດເບືອນຄວາມຖືກຕ້ອງທຸກຢ່າງ;
10ຜູ້ສ້າງຊີໂອນຂຶ້ນຈາກການຂ້າຄົນ,
ສ້າງເຢຣູຊາເລັມຂຶ້ນຈາກຄວາມຊົ່ວຮ້າຍ.
11ບັນດາຜູ້ນຳຂອງດິນແດນນີ້ຕັດສິນຄວາມໂດຍເຫັນແກ່ສິນບົນ,
ບັນດາປະໂລຫິດຂອງດິນແດນນີ້ສັ່ງສອນໂດຍເຫັນແກ່ລາງວັນ,
ແລະ ບັນດາຜູ້ທຳນວາຍຂອງດິນແດນນີ້ທຳນວາຍເພື່ອເງິນ.
ເຖິງປານນັ້ນພວກເຂົາກໍຍັງເພິ່ງພາພຣະເຈົ້າຢາເວ ແລະ ກ່າວວ່າ,
“ພຣະເຈົ້າຢາເວຢູ່ທ່າມກາງພວກເຮົາບໍ່ແມ່ນບໍ?
ຈະບໍ່ມີໄພພິບັດໃດມາເຖິງພວກເຮົາເລີຍ”.
12ເຫດສະນັ້ນ ເພາະພວກເຈົ້າ
ຊີໂອນຈະຖືກໄຖເໝືອນກັບທົ່ງນາ,
ເຢຣູຊາເລັມຈະກາຍເປັນກອງຂີ້ເຫຍື້ອ,
ພູເຂົາທີ່ເປັນທີ່ຕັ້ງຂອງວິຫານຈະກາຍເປັນປ່າຮົກ.
اکنون انتخاب شده:
ມີກາ 3: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.