ໂຢນາ 2
2
ຄຳອະທິຖານຂອງໂຢນາ
1ຂະນະທີ່ຢູ່ໃນທ້ອງປານັ້ນ ໂຢນາໄດ້ອະທິຖານຕໍ່ພຣະເຈົ້າຢາເວ ພຣະເຈົ້າຂອງລາວ. 2ລາວກ່າວວ່າ:
“ໃນຍາມທຸກລໍາບາກ ຂ້ານ້ອຍໄດ້ຮ້ອງຫາພຣະເຈົ້າຢາເວ,
ແລະ ພຣະອົງໄດ້ຕອບຂ້ານ້ອຍແລ້ວ.
ຂ້ານ້ອຍອ້ອນວອນຂໍຄວາມຊ່ວຍເຫລືອຈາກເຫວເລິກຂອງແດນມໍລະນາ.
ແລະ ພຣະອົງໄດ້ຟັງສຽງຮ້ອງຂອງຂ້ານ້ອຍ.
3ພຣະອົງແກວ່ງຂ້ານ້ອຍລົງມາໃນບ່ອນເລິກ,
ສູ່ໃຈກາງມະຫາສະຫມຸດ,
ແລະ ກະແສນໍ້າກໍໝຸນຢູ່ຮອບຂ້ານ້ອຍ;
ຄື້ນນໍ້າ ແລະ ຟອງນ້ຳຂອງພຣະອົງ
ໄດ້ຖ້ວມປົກຂ້ານ້ອຍ.
4ຂ້ານ້ອຍໄດ້ເວົ້າວ່າ, ‘ຂ້ານ້ອຍຖືກເນລະເທດ
ໃຫ້ພົ້ນຈາກສາຍຕາຂອງພຣະອົງແລ້ວ;
ເຖິງປານນັ້ນຂ້ານ້ອຍກໍຈະເບິ່ງ
ໄປທີ່ວິຫານອັນສັກສິດຂອງພຣະອົງອີກ.’
5ນ້ຳໄດ້ຖ້ວມຄຸກຄາມຂ້ານ້ອຍ,#2:5 ຫລື ນ້ຳຢູ່ຮູຄໍຂອງຂ້ານ້ອຍ
ບ່ອນເລິກກໍອ້ອມຮອບຂ້ານ້ອຍ;
ສາຫລ່າຍທະເລກໍພັນອ້ອມຫົວຂອງຂ້ານ້ອຍ.
6ຂ້ານ້ອຍຈົມລົງມາເຖິງຮາກພູທັງຫລາຍ;
ແຜ່ນດິນເບື້ອງລຸ່ມໄດ້ຂັງຂ້ານ້ອຍໄວ້ຕະຫລອດໄປ.
ແຕ່ພຣະເຈົ້າຢາເວ ພຣະເຈົ້າຂອງຂ້ານ້ອຍ,
ພຣະອົງໄດ້ຊ່ວຍຊີວິດຂ້ານ້ອຍຂຶ້ນມາຈາກຂຸມ.
7“ເມື່ອຊີວິດຂອງຂ້ານ້ອຍກຳລັງຈະເລື່ອນຫາຍໄປ,
ຂ້າແດ່ພຣະເຈົ້າຢາເວ, ຂ້ານ້ອຍໄດ້ລະນຶກເຖິງພຣະອົງ,
ແລະ ຄຳອະທິຖານຂອງຂ້ານ້ອຍໄດ້ຂຶ້ນໄປເຖິງພຣະອົງ,
ໄປເຖິງວິຫານອັນສັກສິດຂອງພຣະອົງ.
8“ບັນດາຄົນທີ່ຢຶດຕິດກັບຮູບເຄົາລົບອັນໄຮ້ຄ່າ
ຫັນໜີຈາກຄວາມຮັກຂອງພຣະເຈົ້າທີ່ມີຕໍ່ພວກເຂົາ.
9ສ່ວນຂ້ານ້ອຍຈະຖວາຍເຄື່ອງບູຊາແກ່ພຣະອົງ,
ພ້ອມກັບຮ້ອງສັນລະເສີນ.
ຂ້ານ້ອຍໄດ້ປະຕິຍານໄວ້ຢ່າງໃດ ຂ້ານ້ອຍກໍຈະເຮັດຢ່າງນັ້ນ.
ຂ້ານ້ອຍຈະເວົ້າວ່າ, ຄວາມພົ້ນມາຈາກພຣະເຈົ້າຢາເວ”.
10ແລ້ວພຣະເຈົ້າຢາເວກໍໄດ້ສັ່ງປາ ແລະ ມັນກໍຄາຍໂຢນາອອກມາໄວ້ທີ່ແຄມຝັ່ງ.
اکنون انتخاب شده:
ໂຢນາ 2: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.