ໂຢນາ 2

2
ຄຳ​ອະທິຖານ​ຂອງ​ໂຢນາ
1ຂະນະ​ທີ່​ຢູ່​ໃນ​ທ້ອງ​ປາ​ນັ້ນ ໂຢນາ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ລາວ. 2ລາວ​ກ່າວ​ວ່າ:
“ໃນ​ຍາມ​ທຸກລໍາບາກ ຂ້ານ້ອຍ​ໄດ້​ຮ້ອງ​ຫາ​ພຣະເຈົ້າຢາເວ,
ແລະ ພຣະອົງ​ໄດ້​ຕອບ​ຂ້ານ້ອຍ​ແລ້ວ.
ຂ້ານ້ອຍ​ອ້ອນວອນ​ຂໍ​ຄວາມ​ຊ່ວຍເຫລືອ​ຈາກ​ເຫວເລິກ​ຂອງ​ແດນ​ມໍລະນາ.
ແລະ ພຣະອົງ​ໄດ້​ຟັງ​ສຽງ​ຮ້ອງ​ຂອງ​ຂ້ານ້ອຍ.
3ພຣະອົງ​ແກວ່ງ​ຂ້ານ້ອຍ​ລົງ​ມາ​ໃນ​ບ່ອນ​ເລິກ,
ສູ່​ໃຈ​ກາງ​ມະຫາສະຫມຸດ,
ແລະ ກະແສ​ນໍ້າ​ກໍ​ໝຸນ​ຢູ່​ຮອບ​ຂ້ານ້ອຍ;
ຄື້ນ​ນໍ້າ ແລະ ຟອງ​ນ້ຳ​ຂອງ​ພຣະອົງ
ໄດ້​ຖ້ວມ​ປົກ​ຂ້ານ້ອຍ.
4ຂ້ານ້ອຍ​ໄດ້​ເວົ້າ​ວ່າ, ‘ຂ້ານ້ອຍ​ຖືກ​ເນລະເທດ
ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ພຣະອົງ​ແລ້ວ;
ເຖິງ​ປານ​ນັ້ນ​ຂ້ານ້ອຍ​ກໍ​ຈະ​ເບິ່ງ
ໄປ​ທີ່​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ​ອີກ.’
5ນ້ຳ​ໄດ້​ຖ້ວມ​ຄຸກຄາມ​ຂ້ານ້ອຍ,#2:5 ຫລື ນ້ຳ​ຢູ່​ຮູ​ຄໍ​ຂອງ​ຂ້ານ້ອຍ
ບ່ອນ​ເລິກ​ກໍ​ອ້ອມ​ຮອບ​ຂ້ານ້ອຍ;
ສາຫລ່າຍ​ທະເລ​ກໍ​ພັນ​ອ້ອມ​ຫົວ​ຂອງ​ຂ້ານ້ອຍ.
6ຂ້ານ້ອຍ​ຈົມ​ລົງ​ມາ​ເຖິງ​ຮາກ​ພູ​ທັງຫລາຍ;
ແຜ່ນດິນ​ເບື້ອງ​ລຸ່ມ​ໄດ້​ຂັງ​ຂ້ານ້ອຍ​ໄວ້​ຕະຫລອດ​ໄປ.
ແຕ່​ພຣະເຈົ້າຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ,
ພຣະອົງ​ໄດ້​ຊ່ວຍ​ຊີວິດ​ຂ້ານ້ອຍ​ຂຶ້ນ​ມາ​ຈາກ​ຂຸມ.
7“ເມື່ອ​ຊີວິດ​ຂອງ​ຂ້ານ້ອຍ​ກຳລັງ​ຈະ​ເລື່ອນ​ຫາຍ​ໄປ,
ຂ້າແດ່​ພຣະເຈົ້າຢາເວ, ຂ້ານ້ອຍ​ໄດ້​ລະນຶກ​ເຖິງ​ພຣະອົງ,
ແລະ ຄຳ​ອະທິຖານ​ຂອງ​ຂ້ານ້ອຍ​ໄດ້​ຂຶ້ນ​ໄປ​ເຖິງ​ພຣະອົງ,
ໄປ​ເຖິງ​ວິຫານ​ອັນ​ສັກສິດ​ຂອງ​ພຣະອົງ.
8“ບັນດາ​ຄົນ​ທີ່​ຢຶດ​ຕິດ​ກັບ​ຮູບເຄົາລົບ​ອັນ​ໄຮ້​ຄ່າ
ຫັນ​ໜີ​ຈາກ​ຄວາມ​ຮັກ​ຂອງ​ພຣະເຈົ້າ​ທີ່​ມີ​ຕໍ່​ພວກເຂົາ.
9ສ່ວນ​ຂ້ານ້ອຍ​ຈະ​ຖວາຍ​ເຄື່ອງບູຊາ​ແກ່​ພຣະອົງ,
ພ້ອມ​ກັບ​ຮ້ອງ​ສັນລະເສີນ.
ຂ້ານ້ອຍ​ໄດ້​ປະຕິຍານ​ໄວ້​ຢ່າງ​ໃດ ຂ້ານ້ອຍ​ກໍ​ຈະ​ເຮັດ​ຢ່າງ​ນັ້ນ.
ຂ້ານ້ອຍ​ຈະ​ເວົ້າ​ວ່າ, ຄວາມພົ້ນ​ມາ​ຈາກ​ພຣະເຈົ້າຢາເວ”.
10ແລ້ວ​ພຣະເຈົ້າຢາເວ​ກໍ​ໄດ້​ສັ່ງ​ປາ ແລະ ມັນ​ກໍ​ຄາຍ​ໂຢນາ​ອອກ​ມາ​ໄວ້​ທີ່​ແຄມ​ຝັ່ງ.

اکنون انتخاب شده:

ໂຢນາ 2: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید