ໂຢເອນ ຄຳນຳ

ຄຳນຳ
ພວກເຮົາ​ບໍ່​ຮູ້​ວ່າ​ເຫດການ​ໃນ​ໂຢເອນ​ເກີດ​ຂຶ້ນ​ເມື່ອ​ໃດ ເພາະ​ບໍ່​ມີ​ການ​ລະບຸ​ແນ່ນອນ​ວ່າ​ຢູ່​ໃນ​ສະໄໝ​ຂອງ​ກະສັດ​ຄົນ​ໃດ. ເຖິງ​ຢ່າງ​ໃດ​ກໍ​ຕາມ ຈຸດປະສົງ​ໃນ​ໜັງສື​ກໍ​ຄື​ລະບຸ​ຊັດເຈນ​ວ່າ​ໂຢເອນ​ໄດ້​ສົ່ງ​ຂໍ້ຄວາມ​ອັນ​ມີ​ພະລັງ​ທາງ​ຝ່າຍວິນຍານ.
ໜັງສື​ເລີ່ມຕົ້ນ​ບັນລະຍາຍ​ໃຫ້​ເຫັນ​ພາບ​ຝູງ​ຕັກແຕນ​ບຸກ​ດິນແດນ​ຢູດາ ແລະ ກັດກິນ​ທຸກສິ່ງ​ທີ່​ຂວາງໜ້າ. ຫລັງຈາກ​ຮ້ອງຂໍ​ໃຫ້​ຄົນ​ກັບໃຈ​ເພື່ອ​ຕອບສະໜອງ​ຕໍ່​ໄພພິບັດ​ນີ້ ມີ​ຄຳອະທິບາຍ​ໂດຍ​ລະອຽດ​ເລື່ອງ​ຝູງ​ຕັກແຕນ​ເປັນ​ຄື​ກອງທັບ​ຮຸກຮານ​ໂດຍ​ມີ​ພຣະເຈົ້າ​ເປັນ​ຫົວໜ້າ. ໂຢເອນ​ຢືນຢັນ​ວ່າ​ວັນ​ແຫ່ງ​ພຣະເຈົ້າຢາເວ ຫລື ວັນ​ແຫ່ງ​ການ​ພິພາກສາ​ມາ​ຮອດ​ແລ້ວ, ເພິ່ນ​ຮຽກຮ້ອງ​ໃຫ້​ຄົນ​ທັງຫລາຍ​ກັບໃຈ​ອີກ​ຄັ້ງ​ໂດຍ​ຖືສິນ​ອົດອາຫານ, ຊຸມນຸມ​ອະທິຖານ ແລະ ສຳນຶກ​ຜິດ​ຢ່າງ​ແທ້ຈິງ, ເພິ່ນ​ສັນຍາ​ວ່າ​ພຣະເຈົ້າ​ຈະ​ບໍ່​ພຽງ​ແຕ່​ກຳຈັດ​ຝູງ​ຕັກແຕນ​ເທົ່ານັ້ນ ແຕ່​ພຣະອົງ​ຈະ​ຟື້ນຟູ​ທຸກສິ່ງ​ໃຫ້​ດີ​ຂຶ້ນ​ກວ່າ​ເກົ່າ. ເພິ່ນ​ທຳນວາຍ​ໄຊຊະນະ​ຂອງ​ພຣະເຈົ້າ​ເໝືອນ​ບັນດາ​ຊົນຊາດ​ທີ່​ຕໍ່ຕ້ານ​ປະຊາຊົນ​ຂອງ​ພຣະອົງ ແລະ ຈະ​ຖອກ​ເທ​ພຣະວິນຍານ​ບໍລິສຸດ​ຂອງ​ພຣະອົງ​ລົງ​ໃສ່​ຜູ້​ລອດ​ຊີວິດ​ໃນ​ຢູດາ. ຖ້າ​ພວກເຂົາ​ກັບ​ມາ​ຫາ​ພຣະເຈົ້າຢາເວ​ດ້ວຍ​ສຸດໃຈ​ກໍ​ຈະ​ໄດ້​ເຫັນ​ຄວາມ​ຈະເລີນ​ຮຸ່ງເຮືອງ​ຂອງ​ຕົນ​ໃນ​ວັນ​ຂອງ​ພຣະເຈົ້າຢາເວ.

اکنون انتخاب شده:

ໂຢເອນ ຄຳນຳ: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید