ໂຮເສອາ 14

14
ການ​ກັບໃຈ​ໃໝ່​ທີ່​ນຳ​ພຣະພອນ​ມາ
1ອິດສະຣາເອນ, ຈົ່ງ​ຫັນ​ກັບ​ມາ​ຫາ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ.
ທີ່​ພວກເຈົ້າ​ຫລົ້ມຈົມ​ລົງ​ກໍ​ເພາະ​ບາບ​ທັງຫລາຍ​ຂອງ​ພວກເຈົ້າ!
2ຈົ່ງ​ນຳ​ຄຳ​ອ້ອນວອນ​ມາ​ດ້ວຍ
ແລະ ກັບ​ມາ​ຫາ​ພຣະເຈົ້າ​ຢາເວ.
ຈົ່ງ​ເວົ້າ​ຕໍ່​ພຣະອົງ​ວ່າ:
“ຂໍ​ໂຜດ​ອະໄພ​ບາບ​ທັງໝົດ​ຂອງ​ພວກຂ້ານ້ອຍ
ແລະ ຂໍ​ໂຜດ​ຮັບ​ພວກຂ້ານ້ອຍ​ໄວ້​ດ້ວຍ​ພຣະຄຸນ,
ເພື່ອ​ພວກຂ້ານ້ອຍ​ຈະ​ຖວາຍ​ຄຳ​ສັນລະເສີນ​ຈາກ​ຮີມສົບ​ຂອງ​ພວກຂ້ານ້ອຍ.#14:2 ຫລື ຖວາຍ​ປາກ​ຂອງ​ພວກຂ້ານ້ອຍ​ແທນ​ງົວ​ທີ່​ໃຊ້​ເປັນ​ເຄື່ອງບູຊາ
3ອັດຊີເຣຍ​ບໍ່​ອາດ​ຊ່ວຍ​ພວກຂ້ານ້ອຍ​ໄດ້;
ພວກຂ້ານ້ອຍ​ຈະ​ບໍ່​ເພິ່ງ​ມ້າຮົບ.
ຈະ​ບໍ່​ເອີ້ນ​ສິ່ງ​ທີ່​ມື​ຂອງ​ພວກຂ້ານ້ອຍ​ສ້າງ​ຂຶ້ນ​ນັ້ນ​ວ່າ,
‘ພຣະເຈົ້າ​ຂອງ​ພວກຂ້ານ້ອຍ’ ອີກ​ຕໍ່ໄປ,
ເພາະ​ລູກ​ກຳພ້າ​ພໍ່​ຈະ​ພົບ​ຄວາມ​ເມດຕາ​ໃນ​ພຣະອົງ”.
4“ເຮົາ​ຈະ​ຮັກສາ​ຄວາມ​ດື້ດ້ານ​ຂອງ​ພວກເຂົາ
ແລະ ຈະ​ຮັກ​ພວກເຂົາ​ຢ່າງ​ເຕັມ​ທີ່,
ເພາະ​ເຮົາ​ເຊົາ​ໃຈຮ້າຍ​ພວກເຂົາ​ແລ້ວ.
5ເຮົາ​ຈະ​ເປັນ​ເໝືອນ​ນ້ຳຄ້າງ​ສໍາລັບ​ອິດສະຣາເອນ;
ພວກເຂົາ​ຈະ​ເບັ່ງບານ​ດັ່ງ​ດອກລີລາ.
ພວກເຂົາ​ຈະ​ຢັ່ງ​ຮາກ​ລົງ
ເໝືອນ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ
6ໜໍ່​ອ່ອນ​ຂອງ​ພວກເຂົາ​ຈະ​ເຕີບ​ໃຫຍ່​ຂຶ້ນ.
ພວກເຂົາ​ຈະ​ງົດງາມ​ຮຸ່ງເຮືອງ​ດັ່ງ​ຕົ້ນ​ໝາກກອກ,
ແລະ ສົ່ງ​ກິ່ນ​ຫອມ​ດັ່ງ​ຕົ້ນໄມ້ສີດາ​ແຫ່ງ​ເລບານອນ.
7ຄົນ​ທັງຫລາຍ​ຈະ​ເພິ່ງພາ​ໃນ​ຮົ່ມ​ຂອງ​ພວກເຂົາ​ອີກ;
ພວກເຂົາ​ຈະເລີນ​ງອກ​ງາມ​ດັ່ງ​ເມັດພືດ,
ຈະ​ເບັ່ງບານ​ດັ່ງ​ເຄືອອະງຸ່ນ
ຊື່ສຽງ​ຊ່າລື​ເໝືອນ​ເຫລົ້າອະງຸ່ນ​ຈາກ​ເລບານອນ.
8ເອຟຣາອິມ, ເຮົາ#14:8 ຫລື ເອຟຣາອິມ​ຈະ​ຕ້ອງ​ເຮັດ​ຫຍັງ​ອີກ​ກັບ​ບັນດາ​ຮູບເຄົາລົບ?
ເຮົາ​ຈະ​ຕອບ​ພວກເຂົາ ແລະ ຫ່ວງໃຍ​ເບິ່ງແຍງ​ພວກເຂົາ.
ເຮົາ​ເປັນ​ເໝືອນ​ຕົ້ນແປກ​ຂຽວ​ອຸ່ມທຸ່ມ;
ເຈົ້າ​ຈະ​ມີ​ຜົນ​ງອກ​ງາມ​ເພາະ​ເຮົາ”.
9ຜູ້ໃດ​ສະຫລາດ? ໃຫ້​ຜູ້​ນັ້ນ​ເຂົ້າໃຈ​ສິ່ງ​ເຫລົ່ານີ້
ຜູ້ໃດ​ມີ​ວິຈາລະນະຍານ? ຜູ້​ນັ້ນ​ຈະ​ເຂົ້າໃຈ
ວິຖີ​ທາງ​ຂອງ​ພຣະເຈົ້າ​ຢາເວ​ລ້ວນ​ແຕ່​ຖືກຕ້ອງ;
ຜູ້​ຊອບທຳ​ດຳເນີນ​ໃນ​ວິຖີ​ທາງ​ເຫລົ່ານີ້,
ແຕ່​ຜູ້​ກະບົດ​ຕໍ່​ພຣະເຈົ້າ​ກໍ​ສະດຸດ​ຢູ່​ໃນ​ທາງ​ຂອງ​ພຣະອົງ.

اکنون انتخاب شده:

ໂຮເສອາ 14: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید