ໂຮເສອາ 12

12
1ເອຟຣາອິມ​ລ້ຽງ​ຊີບ​ດ້ວຍ​ລົມ;
ພວກເຂົາ​ໄລ່​ຕາມ​ລົມ​ຕາເວັນ​ອອກ​ໝົດ​ມື້
ແລະ ເພີ່ມ​ທະວີ​ການ​ຕົວະ ແລະ ຄວາມ​ຮຸນແຮງ.
ພວກເຂົາ​ເຮັດ​ສັນຍາ​ກັບ​ອັດຊີເຣຍ
ແລະ ສົ່ງ​ນ້ຳມັນ​ໝາກກອກ​ໄປ​ທີ່​ເອຢິບ.
2ພຣະເຈົ້າ​ຢາເວ​ດຳເນີນ​ຄະດີ​ກັບ​ຢູດາ;
ພຣະອົງ​ຈະ​ລົງໂທດ​ຢາໂຄບ#12:2 ແປ​ວ່າ ລາວ​ຈັບ​ສົ້ນ​ຕີນ (ເປັນ​ສຳນວນ​ໝາຍ​ເຖິງ ລາວ​ຫລອກລວງ) ຕາມ​ວິຖີ​ທາງ​ຄວາມ​ປະພຶດ​ຂອງ​ລາວ
ແລະ ຕອບ​ແທນ​ລາວ​ຕາມ​ການ​ກະທຳ​ຂອງ​ລາວ;
3ລາວ​ດຶງ​ສົ້ນ​ຕີນ​ຂອງ​ອ້າຍ​ໄວ້​ຕັ້ງ​ແຕ່​ຢູ່​ໃນ​ມົດລູກ;
ເມື່ອ​ໃຫຍ່​ຂຶ້ນ​ມາ​ລາວ​ກໍ​ຕໍ່ສູ້​ກັບ​ພຣະເຈົ້າ.
4ລາວ​ສູ້​ກັບ​ເທວະດາ ແລະ ເອົາ​ຊະນະ​ໄດ້;
ລາວ​ຮ້ອງໄຫ້​ອ້ອນວອນ​ຂໍ​ຄວາມ​ເມດຕາ.
ພຣະອົງ​ໄດ້​ພົບ​ລາວ​ຢູ່​ທີ່​ເບັດເອນ
ແລະ ໄດ້​ເວົ້າ​ກັບ​ລາວ​ຢູ່​ທີ່​ນັ້ນ
5ພຣະເຈົ້າ​ຢາເວ ພຣະເຈົ້າ​ຜູ້​ມີ​ມີ​ລິດອຳນາດ​ຍິ່ງໃຫຍ່,
ພຣະເຈົ້າ​ຢາເວ​ຄື​ນາມ​ຂອງ​ພຣະອົງ!
6ແຕ່​ພວກເຈົ້າ​ຕ້ອງ​ກັບ​ມາ​ຫາ​ພຣະເຈົ້າ​ຂອງ​ພວກເຈົ້າ;
ຈົ່ງ​ປະຄັບປະຄອງ​ຄວາມ​ຮັກ ແລະ ຄວາມ​ຍຸຕິທຳ,
ແລະ ລໍຖ້າ​ພຣະເຈົ້າ​ຂອງ​ພວກເຈົ້າ​ສະເໝີ.
7ພວກ​ພໍ່ຄ້າ​ໂກງ​ຕາຊິງ
ພວກເຂົາ​ຮັກ​ການ​ສໍ້ໂກງ.
8ເອຟຣາອິມ​ໂອ້​ອວດ​ວ່າ,
“ເຮົາ​ຮັ່ງມີ​ຫລາຍ; ເຮົາ​ກາຍເປັນ​ເສດຖີ.
ດ້ວຍ​ຊັບສົມບັດ​ທັງໝົດ​ຂອງ​ເຮົາ
ພວກເຂົາ​ຈະ​ບໍ່​ພົບ​ຄວາມ​ຊົ່ວຊ້າ ຫລື ບາບ​ໃດໆ​ໃນ​ເຮົາ​ເລີຍ”.
9“ເຮົາ​ຄື​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຈົ້າ
ຜູ້​ພາ​ພວກເຈົ້າ​ອອກ​ມາ​ຈາກ#12:9 ຫລື ພຣະເຈົ້າ​ຂອງ​ພວກເຈົ້າ ຕັ້ງ​ແຕ່​ຄັ້ງ​ທີ່​ພວກເຈົ້າ​ຢູ່​ໃນ​ເອຢິບ​ເອຢິບ;
ເຮົາ​ຈະ​ເຮັດ​ໃຫ້​ພວກເຈົ້າ​ອາໄສ​ຢູ່​ໃນ​ເຕັນ​ອີກ​ຄັ້ງ,
ເໝືອນ​ວັນ​ເທດສະການ​ງານ​ລ້ຽງ​ຕາມ​ກຳນົດ​ຂອງ​ພວກເຈົ້າ.
10ເຮົາ​ໄດ້​ເວົ້າ​ກັບ​ບັນດາ​ຜູ້ທຳນວາຍ,
ໄດ້​ໃຫ້​ນິມິດ​ຫລາຍ​ຢ່າງ​ແກ່​ພວກເຂົາ
ແລະ ໄດ້​ບອກ​ຄຳ​ອຸປະມາ​ຜ່ານ​ທາງ​ພວກເຂົາ”.
11ກີເລອາດ​ຊົ່ວ​ຮ້າຍ​ບໍ?
ຊາວ​ເມືອງ​ນັ້ນ​ໄຮ້​ຄ່າ​ຫລາຍ!
ພວກເຂົາ​ຖວາຍ​ງົວ​ຜູ້​ໃນ​ກິນການ​ບໍ?
ແທ່ນບູຊາ​ຂອງ​ພວກເຂົາ​ຈະ​ເປັນ​ເໝືອນ​ກອງ​ຫີນ
ເທິງ​ທົ່ງນາ​ທີ່​ໄຖ​ແລ້ວ.
12ຢາໂຄບ​ໄດ້​ໜີ​ໄປ​ທີ່​ດິນແດນ​ອາຣາມ;
ອິດສະຣາເອນ​ຮັບໃຊ້​ເພື່ອ​ຈະ​ໄດ້​ເມຍ,
ແລະ ລ້ຽງ​ແກະ​ເພື່ອ​ຈ່າຍ​ເປັນ​ຄ່າ​ໂຕ​ຂອງ​ນາງ.
13ພຣະເຈົ້າ​ຢາເວ​ໄດ້​ໃຊ້​ຜູ້ທຳນວາຍ​ຄົນ​ໜຶ່ງ​ນຳ​ອິດສະຣາເອນ​ອອກ​ມາ​ຈາກ​ເອຢິບ,
ພຣະອົງ​ໃຊ້​ຜູ້ທຳນວາຍ​ໃຫ້​ເບິ່ງແຍງ​ອິດສະຣາເອນ.
14ແຕ່​ເອຟຣາອິມ​ໄດ້​ຍົວະ​ພຣະອົງ​ໃຫ້​ໃຈຮ້າຍ​ຢ່າງ​ຮຸນແຮງ;
ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ​ຈະ​ປ່ອຍ​ໃຫ້​ຄວາມ​ຜິດ​ເພາະ​ການ​ນອງ​ເລືອດ​ຕົກ​ຢູ່​ກັບ​ພວກເຂົາ
ແລະ ຈະ​ຕອບ​ແທນ​ການ​ໝິ່ນປະມາດ​ຂອງ​ພວກເຂົາ.

اکنون انتخاب شده:

ໂຮເສອາ 12: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید