ໂຮເສອາ 12
12
1ເອຟຣາອິມລ້ຽງຊີບດ້ວຍລົມ;
ພວກເຂົາໄລ່ຕາມລົມຕາເວັນອອກໝົດມື້
ແລະ ເພີ່ມທະວີການຕົວະ ແລະ ຄວາມຮຸນແຮງ.
ພວກເຂົາເຮັດສັນຍາກັບອັດຊີເຣຍ
ແລະ ສົ່ງນ້ຳມັນໝາກກອກໄປທີ່ເອຢິບ.
2ພຣະເຈົ້າຢາເວດຳເນີນຄະດີກັບຢູດາ;
ພຣະອົງຈະລົງໂທດຢາໂຄບ#12:2 ແປວ່າ ລາວຈັບສົ້ນຕີນ (ເປັນສຳນວນໝາຍເຖິງ ລາວຫລອກລວງ) ຕາມວິຖີທາງຄວາມປະພຶດຂອງລາວ
ແລະ ຕອບແທນລາວຕາມການກະທຳຂອງລາວ;
3ລາວດຶງສົ້ນຕີນຂອງອ້າຍໄວ້ຕັ້ງແຕ່ຢູ່ໃນມົດລູກ;
ເມື່ອໃຫຍ່ຂຶ້ນມາລາວກໍຕໍ່ສູ້ກັບພຣະເຈົ້າ.
4ລາວສູ້ກັບເທວະດາ ແລະ ເອົາຊະນະໄດ້;
ລາວຮ້ອງໄຫ້ອ້ອນວອນຂໍຄວາມເມດຕາ.
ພຣະອົງໄດ້ພົບລາວຢູ່ທີ່ເບັດເອນ
ແລະ ໄດ້ເວົ້າກັບລາວຢູ່ທີ່ນັ້ນ
5ພຣະເຈົ້າຢາເວ ພຣະເຈົ້າຜູ້ມີມີລິດອຳນາດຍິ່ງໃຫຍ່,
ພຣະເຈົ້າຢາເວຄືນາມຂອງພຣະອົງ!
6ແຕ່ພວກເຈົ້າຕ້ອງກັບມາຫາພຣະເຈົ້າຂອງພວກເຈົ້າ;
ຈົ່ງປະຄັບປະຄອງຄວາມຮັກ ແລະ ຄວາມຍຸຕິທຳ,
ແລະ ລໍຖ້າພຣະເຈົ້າຂອງພວກເຈົ້າສະເໝີ.
7ພວກພໍ່ຄ້າໂກງຕາຊິງ
ພວກເຂົາຮັກການສໍ້ໂກງ.
8ເອຟຣາອິມໂອ້ອວດວ່າ,
“ເຮົາຮັ່ງມີຫລາຍ; ເຮົາກາຍເປັນເສດຖີ.
ດ້ວຍຊັບສົມບັດທັງໝົດຂອງເຮົາ
ພວກເຂົາຈະບໍ່ພົບຄວາມຊົ່ວຊ້າ ຫລື ບາບໃດໆໃນເຮົາເລີຍ”.
9“ເຮົາຄືພຣະເຈົ້າຢາເວ ພຣະເຈົ້າຂອງພວກເຈົ້າ
ຜູ້ພາພວກເຈົ້າອອກມາຈາກ#12:9 ຫລື ພຣະເຈົ້າຂອງພວກເຈົ້າ ຕັ້ງແຕ່ຄັ້ງທີ່ພວກເຈົ້າຢູ່ໃນເອຢິບເອຢິບ;
ເຮົາຈະເຮັດໃຫ້ພວກເຈົ້າອາໄສຢູ່ໃນເຕັນອີກຄັ້ງ,
ເໝືອນວັນເທດສະການງານລ້ຽງຕາມກຳນົດຂອງພວກເຈົ້າ.
10ເຮົາໄດ້ເວົ້າກັບບັນດາຜູ້ທຳນວາຍ,
ໄດ້ໃຫ້ນິມິດຫລາຍຢ່າງແກ່ພວກເຂົາ
ແລະ ໄດ້ບອກຄຳອຸປະມາຜ່ານທາງພວກເຂົາ”.
11ກີເລອາດຊົ່ວຮ້າຍບໍ?
ຊາວເມືອງນັ້ນໄຮ້ຄ່າຫລາຍ!
ພວກເຂົາຖວາຍງົວຜູ້ໃນກິນການບໍ?
ແທ່ນບູຊາຂອງພວກເຂົາຈະເປັນເໝືອນກອງຫີນ
ເທິງທົ່ງນາທີ່ໄຖແລ້ວ.
12ຢາໂຄບໄດ້ໜີໄປທີ່ດິນແດນອາຣາມ;
ອິດສະຣາເອນຮັບໃຊ້ເພື່ອຈະໄດ້ເມຍ,
ແລະ ລ້ຽງແກະເພື່ອຈ່າຍເປັນຄ່າໂຕຂອງນາງ.
13ພຣະເຈົ້າຢາເວໄດ້ໃຊ້ຜູ້ທຳນວາຍຄົນໜຶ່ງນຳອິດສະຣາເອນອອກມາຈາກເອຢິບ,
ພຣະອົງໃຊ້ຜູ້ທຳນວາຍໃຫ້ເບິ່ງແຍງອິດສະຣາເອນ.
14ແຕ່ເອຟຣາອິມໄດ້ຍົວະພຣະອົງໃຫ້ໃຈຮ້າຍຢ່າງຮຸນແຮງ;
ອົງພຣະຜູ້ເປັນເຈົ້າຂອງພວກເຂົາຈະປ່ອຍໃຫ້ຄວາມຜິດເພາະການນອງເລືອດຕົກຢູ່ກັບພວກເຂົາ
ແລະ ຈະຕອບແທນການໝິ່ນປະມາດຂອງພວກເຂົາ.
اکنون انتخاب شده:
ໂຮເສອາ 12: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.