ໂຮເສອາ 11
11
ຄວາມຮັກຂອງພຣະເຈົ້າຕໍ່ອິດສະຣາເອນ
1“ເມື່ອອິດສະຣາເອນຍັງເປັນເດັກນ້ອຍຢູ່, ເຮົາຮັກພວກເຂົາ,
ແລະ ເຮົາໄດ້ເອີ້ນລູກຂອງເຮົາອອກມາຈາກເອຢິບ,
2ແຕ່ຍິ່ງເຮົາ#11:2 ພາສາເຮັບເຣີວ່າ ພວກເຂົາເອີ້ນອິດສະຣາເອນຫລາຍເທົ່າໃດ,
ພວກເຂົາກໍຍິ່ງຫ່າງໄກຈາກເຮົາ#11:2 ພາສາເຮັບເຣີວ່າ ພວກເຂົາຫລາຍເທົ່ານັ້ນ.
ພວກເຂົາໄດ້ຖວາຍເຄື່ອງບູຊາແກ່ພະບາອານ
ແລະ ພວກເຂົາໄດ້ເຜົາເຄື່ອງຫອມຖວາຍຮູບປັ້ນຕ່າງໆ.
3ເຮົາເປັນຜູ້ທີ່ສອນເອຟຣາອິມໃຫ້ຮຽນຍ່າງ,
ເຮົາໂອບອຸ້ມພວກເຂົາໄວ້ໃນອ້ອມແຂນ;
ແຕ່ພວກເຂົາບໍ່ຄິດ
ວ່າເຮົາເປັນຜູ້ທີ່ຮັກສາພວກເຂົາໃຫ້ຫາຍດີ.
4ເຮົານຳພາພວກເຂົາດ້ວຍສາຍໃຍແຫ່ງຄວາມເມດຕາ,
ແລະ ດ້ວຍຄວາມຜູກພັນແຫ່ງຄວາມຮັກ.
ເຮົາໄດ້ປົດແອກ
ອອກຈາກຄໍຂອງພວກເຂົາ,
ແລະ ເຮົາໄດ້ກົ້ມລົງມາປ້ອນອາຫານພວກເຂົາ.
5“ພວກເຂົາຈະບໍ່ກັບໄປທີ່ເອຢິບບໍ
ແລະ ອັດຊີເຣຍຈະບໍ່ປົກຄອງພວກເຂົາບໍ
ໃນເມື່ອພວກເຂົາບໍ່ຍອມກັບໃຈ?
6ດາບທັງຫລາຍຈະແກວ່ງຢູ່ໃນເມືອງຕ່າງໆຂອງພວກເຂົາ;
ດາບເຫລົ່ານັ້ນຈະທຳລາຍບັນດາຜູ້ທໍານວາຍປອມຂອງພວກເຂົາ
ແລະ ເຮັດໃຫ້ແຜນການຕ່າງໆຂອງພວກເຂົາຈົບສິ້ນລົງ.
7ປະຊາຊົນຂອງເຮົາຕັ້ງໃຈຖິ້ມເຮົາໄປ.
ເຖິງແມ່ນວ່າພວກເຂົາຈະຮ້ອງເຮົາວ່າຜູ້ສູງສຸດ,
ເຮົາກໍຈະບໍ່ເຊີດຊູພວກເຂົາເລີຍ.
8“ເອຟຣາອິມ, ເຮົາຈະປ່ອຍພວກເຈົ້າໃຫ້ຫລຸດມືໄປໄດ້ຢ່າງໃດ?
ອິດສະຣາເອນ, ເຮົາຈະຍອມປ່ອຍພວກເຈົ້າໄປໄດ້ຢ່າງໃດ?
ເຮົາຈະປະຕິບັດຕໍ່ພວກເຈົ້າເໝືອນອັດມາໄດ້ບໍ?
ເຮົາຈະເຮັດກັບພວກເຈົ້າເໝືອນເຊບົວອິມໄດ້ຢ່າງໃດ?
ຈິດໃຈທີ່ຢູ່ພາຍໃນເຮົາກໍປ່ຽນໄປ;
ຄວາມເມດຕາກະລຸນາຂອງເຮົາກໍໄດ້ຮັບການປຸກຂຶ້ນ.
9ເຮົາຈະບໍ່ລົງໂທດພວກເຈົ້າຕາມຄວາມໃຈຮ້າຍອັນຮຸນແຮງຂອງເຮົາ,
ຫລື ຫັນມາທຳລາຍລ້າງເອຟຣາອິມອີກ.
ເພາະເຮົາເປັນພຣະເຈົ້າ, ບໍ່ແມ່ນມະນຸດ
ເປັນອົງບໍລິສຸດທ່າມກາງພວກເຈົ້າ.
ເຮົາຈະບໍ່ມາຕໍ່ສູ້ເມືອງທັງຫລາຍຂອງພວກເຂົາ.#11:9 ຫລື ບໍ່ມາຕໍ່ສູ້ກັບເມືອງໃດໆ
10ພວກເຂົາຈະຕິດຕາມພຣະເຈົ້າຢາເວ;
ພຣະອົງຈະເປັ່ງສຽງເໝືອນດັ່ງໂຕສິງທີ່ແຜດສຽງ,
ເມື່ອພຣະອົງເປັ່ງສຽງຮ້ອງ;
ລູກຂອງພຣະອົງຈະສັ່ນສະທ້ານກັບມາຈາກທາງຕາເວັນຕົກ.
11ພວກເຂົາຈະກັບມາຈາກເອຢິບ,
ໂຕສັ່ນເຊັນເໝືອນນົກກະຈອກ,
ແລະ ມາຈາກອັດຊີເຣຍ, ເໝືອນນົກກາງແກ.
ເຮົາຈະພາພວກເຂົາກັບມາທີ່ບ້ານເກີດເມືອງນອນຂອງພວກເຂົາອີກ”,
ພຣະເຈົ້າຢາເວປະກາດດັ່ງນັ້ນ.
ບາບຂອງອິດສະຣາເອນ
12ເອຟຣາອິມອ້ອມຮອບເຮົາດ້ວຍຄຳຕົວະ,
ເຊື້ອສາຍອິດສະຣາເອນອ້ອມຮອບເຮົາດ້ວຍການຫລອກລວງ.
ແລະ ຢູດາກໍດື້ດ້ານຕໍ່ສູ້ພຣະເຈົ້າ,
ແມ່ນແຕ່ກັບອົງບໍລິສຸດຜູ້ສັດຊື່.
اکنون انتخاب شده:
ໂຮເສອາ 11: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: