ໂຮເສອາ 10

10
1ອິດສະຣາເອນ​ເປັນ​ເຄືອອະງຸ່ນ​ທີ່​ແຜ່​ງ່າ;
ພວກເຂົາ​ເກີດ​ຜົນ​ເພື່ອ​ຕົນ​ເອງ.
ເມື່ອ​ຜົນ​ຍິ່ງ​ດົກ,
ພວກເຂົາ​ກໍ​ຍິ່ງ​ສ້າງ​ແທ່ນບູຊາ​ເພີ່ມ​ຂຶ້ນ;
ເມື່ອ​ດິນແດນ​ຂອງ​ພວກເຂົາ​ຮຸ່ງເຮືອງ​ຂຶ້ນ,
ພວກເຂົາ​ກໍ​ຕົບແຕ່ງ​ຫີນ​ສັກສິດ.
2ຈິດໃຈ​ຂອງ​ພວກເຂົາ​ເຕັມ​ໄປ​ດ້ວຍ​ການ​ຫລອກລວງ,
ແລະ ບັດນີ້​ພວກເຂົາ​ຕ້ອງ​ໄດ້​ຮັບ​ໂທດ,
ພຣະອົງ​ຈະ​ພັງ​ແທ່ນບູຊາ​ຂອງ​ພວກເຂົາ
ແລະ ທຳລາຍ​ຫີນ​ສັກສິດ​ຂອງ​ພວກເຂົາ.
3ແລ້ວ​ພວກເຂົາ​ຈະ​ເວົ້າ​ວ່າ, “ພວກເຮົາ​ບໍ່​ມີ​ກະສັດ
ເພາະ​ພວກເຮົາ​ບໍ່​ໄດ້​ຢຳເກງ​ພຣະເຈົ້າ​ຢາເວ.
ແຕ່​ເຖິງ​ເຮົາ​ມີ​ກະສັດ,
ເພິ່ນ​ຈະ​ເຮັດ​ຫຍັງ​ໃຫ້​ພວກເຮົາ​ໄດ້?”
4ພວກເຂົາ​ສັນຍາ​ໄວ້​ຫລວງຫລາຍ
ເຮັດ​ຂໍ້​ຕົກລົງ
ແລະ ສາບານ​ບໍ່​ຈິງ;
ເຫດສະນັ້ນ ການ​ຟ້ອງ​ຄະດີ​ຈຶ່ງ​ງອກ​ງາມ
ເໝືອນ​ສັດຕູ​ພືດ​ທີ່​ເປັນ​ພິດ​ໃນ​ທົ່ງນາ​ທີ່​ໄຖ​ແລ້ວ.
5ປະຊາຊົນ​ທີ່​ອາໄສ​ຢູ່​ໃນ​ຊາມາເຣຍ
ຢ້ານ​ຮູບປັ້ນ​ລູກ​ງົວ​ຢູ່​ທີ່​ເບັດເອນ.#10:5 ແປ​ວ່າ ເຮືອນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ (ແທນ​ທີ່​ຈະ​ເອີ້ນ​ວ່າ ເບັດເອນ ເຊິ່ງ​ແປ​ວ່າ ວິຫານ​ຂອງ​ພຣະເຈົ້າ)
ຄົນ​ຂອງ​ພະ​ນັ້ນ​ຈະ​ຄ່ຳຄວນ​ເຖິງ​ມັນ,
ປະໂລຫິດ​ຜູ້​ຫລົງໄຫລ​ມັນ​ກໍ​ເຊັ່ນ​ກັນ,
ແລະ ບັນດາ​ຜູ້​ທີ່​ຊື່ນຊົມ​ໃນ​ຄວາມ​ສະຫງ່າ​ຂອງ​ພະ​ນັ້ນ​ກໍ​ເປັນ​ໄປ​ດ້ວຍ,
ເພາະ​ມັນ​ຈະ​ຖືກ​ເນລະເທດ​ອອກ​ໄປ.
6ມັນ​ຈະ​ຖືກ​ນຳ​ໄປ​ທີ່​ອັດຊີເຣຍ
ເປັນ​ເຄື່ອງ​ບັນນາການ​ແກ່​ກະສັດ​ຜູ້​ຍິ່ງໃຫຍ່.
ເອຟຣາອິມ​ຈະ​ອັບອາຍ​ຂາຍ​ໜ້າ;
ອິດສະຣາເອນ​ຈະ​ອັບອາຍ​ເປັນຍ້ອນ​ຮູບເຄົາລົບ#10:6 ຫລື ທີ່ປຶກສາ​ຂອງ​ພວກເຂົາ ເຊິ່ງ​ເຮັດ​ດ້ວຍ​ໄມ້​ຂອງ​ພວກເຂົາ.
7ຊາມາເຣຍ ແລະ ກະສັດ​ຂອງ​ມັນ​ຈະ​ສູນຫາຍ​ໄປ,
ເໝືອນ​ເສດ​ໄມ້​ທີ່​ຢູ່​ເທິງ​ໜ້າ​ນ້ຳ.
8ສະຖານ​ທີ່​ແຫ່ງ​ຄວາມ​ຊົ່ວ​ຮ້າຍ#10:8 ພາສາ​ເຮັບເຣີ​ວ່າ ອາເວນ ໝາຍ​ເຖິງ ເບັດອາເວນ (ຊື່​ໃນ​ທາງ​ເສື່ອມເສຍ​ຂອງ​ເບັດເອນ) ເຊິ່ງ​ຢູ່​ເທິງ​ທີ່​ສູງ​ຂອງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ
ມັນ​ເປັນ​ບາບ​ຂອງ​ອິດສະຣາເອນ.
ພືດ​ໜາມ​ຈະ​ງອກ​ຂຶ້ນ
ປົກຄຸມ​ແທ່ນບູຊາ​ຂອງ​ພວກເຂົາ.
ແລ້ວ​ພວກເຂົາ​ກໍ​ຈະ​ກ່າວ​ແກ່​ເນີນພູ​ທັງຫລາຍ​ວ່າ, “ຈົ່ງ​ປົກຄຸມ​ພວກເຮົາ​ໄວ້!”
ແລະ ບອກ​ໂນນພູ​ທັງຫລາຍ​ວ່າ, “ຈົ່ງ​ລົ້ມ​ມາ​ທັບ​ພວກເຮົາ!”
9“ອິດສະຣາເອນ, ພວກເຈົ້າ​ໄດ້​ເຮັດ​ບາບ​ມາ​ຕັ້ງ​ແຕ່​ສະໄໝ​ຂອງ​ກີເບອາ,
ແລະ ພວກເຈົ້າ​ຍັງ​ເຮັດ​ຢູ່​ແບບ​ນັ້ນ​ຕະຫລອດ​ມາ.#10:9 ຫລື ແລະ ເຈົ້າ​ກໍ​ຢືນ​ຕົວ​ຢູ່​ຢ່າງ​ນັ້ນ​ເລື່ອຍ​ມາ
ສົງຄາມ​ບໍ່​ໄດ້​ຫລິ້ນ​ງານ​ຄົນ​ເຮັດ​ຊົ່ວ
ໃນ​ກີເບອາ​ບໍ?
10ເມື່ອ​ເຮົາ​ເຫັນດີ, ເຮົາ​ຈະ​ລົງໂທດ​ພວກເຂົາ;
ຊົນຊາດ​ທັງຫລາຍ​ຈະ​ຮວມ​ໂຕ​ກັນ​ຕໍ່ສູ້​ພວກເຂົາ
ຄຸມ​ຂັງ​ພວກເຂົາ​ເພາະ​ບາບ​ຊ້ອນ​ບາບ​ຂອງ​ພວກເຂົາ.
11ເອຟຣາອິມ​ເປັນ​ງົວ​ສາວ​ທີ່​ຝຶກຝົນ​ແລ້ວ
ມັນ​ມັກ​ນວດ​ເຂົ້າ;
ດັ່ງນັ້ນ ເຮົາ​ຈະ​ວາງ​ແອກ
ເທິງ​ຄໍ​ອັນ​ສວຍງາມ​ຂອງ​ມັນ.
ເຮົາ​ຈະ​ຂັບເຄື່ອນ​ເອຟຣາອິມ,
ຢູດາ​ຕ້ອງ​ລາກ​ຄັນ​ໄຖ,
ແລະ ຢາໂຄບ​ຕ້ອງ​ໄຖ​ຄາດ​ດິນ.
12ຈົ່ງ​ຫວ່ານ​ຄວາມ​ຊອບທຳ​ເພື່ອ​ພວກເຈົ້າ​ເອງ,
ຈົ່ງ​ເກັບກ່ຽວ​ຜົນ​ແຫ່ງ​ຄວາມ​ຮັກ​ໝັ້ນຄົງ,
ຈົ່ງ​ໄຖ​ຄາດ​ດິນ​ທີ່​ຍັງ​ແຂງ​ກະດ້າງ​ຂອງ​ພວກເຈົ້າ;
ເພາະ​ເຖິງ​ເວລາ​ທີ່​ຈະ​ສະແຫວງຫາ​ພຣະເຈົ້າຢາເວ,
ຈົນ​ກວ່າ​ພຣະອົງ​ຈະ​ກັບ​ມາ
ແລະ ເທ​ຄວາມ​ຊອບທຳ​ລົງ​ເທິງ​ພວກເຈົ້າ​ໝາຍ​ສາຍ​ຝົນ.
13ແຕ່​ພວກເຈົ້າ​ກັບ​ປຸກ​ຄວາມ​ຊົ່ວຊ້າ,
ພວກເຈົ້າ​ເກັບກ່ຽວ​ຄວາມ​ອະທຳ,
ພວກເຈົ້າ​ກິນ​ຜົນ​ແຫ່ງ​ການ​ຫລອກລວງ.
ເພາະ​ພວກເຈົ້າ​ເພິ່ງ​ກຳລັງ​ຕົນ​ເອງ
ແລະ ພວກເຈົ້າ​ເພິ່ງ​ນັກຮົບ​ທັງຫລາຍ​ຂອງ​ພວກເຈົ້າ,
14ສຽງ​ໂຫ່​ຮ້ອງ​ຂອງ​ສົງຄາມ​ຈະ​ດັງ​ຂຶ້ນ​ສູ້​ຄົນ​ຂອງ​ພວກເຈົ້າ,
ດັ່ງນັ້ນ ປ້ອມ​ປ້ອງກັນ​ທັງຫລາຍ​ຂອງ​ພວກເຈົ້າ​ຈະ​ຖືກ​ທຳລາຍ
ເມື່ອ​ແມ່​ທັງຫລາຍ​ກັບ​ລູກ​ຂອງ​ນາງ​ຈະ​ຖືກ​ຈັບ​ຟາດ​ທີ່​ພື້ນ.
ກໍ​ຈະ​ເປັນ​ເໝືອນ​ຢ່າງ​ທີ່​ຊານມານ​ໄດ້​ທໍາລາຍ​ລ້າງ​ເມືອງ​ເບັດອາກເບັນ​ໃນ​ຍາມ​ຮົບ,
15ເບັດເອນ, ມັນ​ຈະ​ເກີດ​ຂຶ້ນ​ກັບ​ພວກເຈົ້າ​ຢ່າງ​ນັ້ນ​ເໝືອນ​ກັນ,
ເພາະ​ພວກເຈົ້າ​ຊົ່ວ​ຮ້າຍ​ຫລາຍ.
ເມື່ອ​ວັນ​ນັ້ນ​ມາ​ເຖິງ,
ກະສັດ​ແຫ່ງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ​ຢ່າງ​ໝົດ​ສິ້ນ.

اکنون انتخاب شده:

ໂຮເສອາ 10: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید