ໂຮເສອາ 10
10
1ອິດສະຣາເອນເປັນເຄືອອະງຸ່ນທີ່ແຜ່ງ່າ;
ພວກເຂົາເກີດຜົນເພື່ອຕົນເອງ.
ເມື່ອຜົນຍິ່ງດົກ,
ພວກເຂົາກໍຍິ່ງສ້າງແທ່ນບູຊາເພີ່ມຂຶ້ນ;
ເມື່ອດິນແດນຂອງພວກເຂົາຮຸ່ງເຮືອງຂຶ້ນ,
ພວກເຂົາກໍຕົບແຕ່ງຫີນສັກສິດ.
2ຈິດໃຈຂອງພວກເຂົາເຕັມໄປດ້ວຍການຫລອກລວງ,
ແລະ ບັດນີ້ພວກເຂົາຕ້ອງໄດ້ຮັບໂທດ,
ພຣະອົງຈະພັງແທ່ນບູຊາຂອງພວກເຂົາ
ແລະ ທຳລາຍຫີນສັກສິດຂອງພວກເຂົາ.
3ແລ້ວພວກເຂົາຈະເວົ້າວ່າ, “ພວກເຮົາບໍ່ມີກະສັດ
ເພາະພວກເຮົາບໍ່ໄດ້ຢຳເກງພຣະເຈົ້າຢາເວ.
ແຕ່ເຖິງເຮົາມີກະສັດ,
ເພິ່ນຈະເຮັດຫຍັງໃຫ້ພວກເຮົາໄດ້?”
4ພວກເຂົາສັນຍາໄວ້ຫລວງຫລາຍ
ເຮັດຂໍ້ຕົກລົງ
ແລະ ສາບານບໍ່ຈິງ;
ເຫດສະນັ້ນ ການຟ້ອງຄະດີຈຶ່ງງອກງາມ
ເໝືອນສັດຕູພືດທີ່ເປັນພິດໃນທົ່ງນາທີ່ໄຖແລ້ວ.
5ປະຊາຊົນທີ່ອາໄສຢູ່ໃນຊາມາເຣຍ
ຢ້ານຮູບປັ້ນລູກງົວຢູ່ທີ່ເບັດເອນ.#10:5 ແປວ່າ ເຮືອນແຫ່ງຄວາມຊົ່ວຮ້າຍ (ແທນທີ່ຈະເອີ້ນວ່າ ເບັດເອນ ເຊິ່ງແປວ່າ ວິຫານຂອງພຣະເຈົ້າ)
ຄົນຂອງພະນັ້ນຈະຄ່ຳຄວນເຖິງມັນ,
ປະໂລຫິດຜູ້ຫລົງໄຫລມັນກໍເຊັ່ນກັນ,
ແລະ ບັນດາຜູ້ທີ່ຊື່ນຊົມໃນຄວາມສະຫງ່າຂອງພະນັ້ນກໍເປັນໄປດ້ວຍ,
ເພາະມັນຈະຖືກເນລະເທດອອກໄປ.
6ມັນຈະຖືກນຳໄປທີ່ອັດຊີເຣຍ
ເປັນເຄື່ອງບັນນາການແກ່ກະສັດຜູ້ຍິ່ງໃຫຍ່.
ເອຟຣາອິມຈະອັບອາຍຂາຍໜ້າ;
ອິດສະຣາເອນຈະອັບອາຍເປັນຍ້ອນຮູບເຄົາລົບ#10:6 ຫລື ທີ່ປຶກສາຂອງພວກເຂົາ ເຊິ່ງເຮັດດ້ວຍໄມ້ຂອງພວກເຂົາ.
7ຊາມາເຣຍ ແລະ ກະສັດຂອງມັນຈະສູນຫາຍໄປ,
ເໝືອນເສດໄມ້ທີ່ຢູ່ເທິງໜ້ານ້ຳ.
8ສະຖານທີ່ແຫ່ງຄວາມຊົ່ວຮ້າຍ#10:8 ພາສາເຮັບເຣີວ່າ ອາເວນ ໝາຍເຖິງ ເບັດອາເວນ (ຊື່ໃນທາງເສື່ອມເສຍຂອງເບັດເອນ) ເຊິ່ງຢູ່ເທິງທີ່ສູງຂອງອິດສະຣາເອນຈະຖືກທຳລາຍ
ມັນເປັນບາບຂອງອິດສະຣາເອນ.
ພືດໜາມຈະງອກຂຶ້ນ
ປົກຄຸມແທ່ນບູຊາຂອງພວກເຂົາ.
ແລ້ວພວກເຂົາກໍຈະກ່າວແກ່ເນີນພູທັງຫລາຍວ່າ, “ຈົ່ງປົກຄຸມພວກເຮົາໄວ້!”
ແລະ ບອກໂນນພູທັງຫລາຍວ່າ, “ຈົ່ງລົ້ມມາທັບພວກເຮົາ!”
9“ອິດສະຣາເອນ, ພວກເຈົ້າໄດ້ເຮັດບາບມາຕັ້ງແຕ່ສະໄໝຂອງກີເບອາ,
ແລະ ພວກເຈົ້າຍັງເຮັດຢູ່ແບບນັ້ນຕະຫລອດມາ.#10:9 ຫລື ແລະ ເຈົ້າກໍຢືນຕົວຢູ່ຢ່າງນັ້ນເລື່ອຍມາ
ສົງຄາມບໍ່ໄດ້ຫລິ້ນງານຄົນເຮັດຊົ່ວ
ໃນກີເບອາບໍ?
10ເມື່ອເຮົາເຫັນດີ, ເຮົາຈະລົງໂທດພວກເຂົາ;
ຊົນຊາດທັງຫລາຍຈະຮວມໂຕກັນຕໍ່ສູ້ພວກເຂົາ
ຄຸມຂັງພວກເຂົາເພາະບາບຊ້ອນບາບຂອງພວກເຂົາ.
11ເອຟຣາອິມເປັນງົວສາວທີ່ຝຶກຝົນແລ້ວ
ມັນມັກນວດເຂົ້າ;
ດັ່ງນັ້ນ ເຮົາຈະວາງແອກ
ເທິງຄໍອັນສວຍງາມຂອງມັນ.
ເຮົາຈະຂັບເຄື່ອນເອຟຣາອິມ,
ຢູດາຕ້ອງລາກຄັນໄຖ,
ແລະ ຢາໂຄບຕ້ອງໄຖຄາດດິນ.
12ຈົ່ງຫວ່ານຄວາມຊອບທຳເພື່ອພວກເຈົ້າເອງ,
ຈົ່ງເກັບກ່ຽວຜົນແຫ່ງຄວາມຮັກໝັ້ນຄົງ,
ຈົ່ງໄຖຄາດດິນທີ່ຍັງແຂງກະດ້າງຂອງພວກເຈົ້າ;
ເພາະເຖິງເວລາທີ່ຈະສະແຫວງຫາພຣະເຈົ້າຢາເວ,
ຈົນກວ່າພຣະອົງຈະກັບມາ
ແລະ ເທຄວາມຊອບທຳລົງເທິງພວກເຈົ້າໝາຍສາຍຝົນ.
13ແຕ່ພວກເຈົ້າກັບປຸກຄວາມຊົ່ວຊ້າ,
ພວກເຈົ້າເກັບກ່ຽວຄວາມອະທຳ,
ພວກເຈົ້າກິນຜົນແຫ່ງການຫລອກລວງ.
ເພາະພວກເຈົ້າເພິ່ງກຳລັງຕົນເອງ
ແລະ ພວກເຈົ້າເພິ່ງນັກຮົບທັງຫລາຍຂອງພວກເຈົ້າ,
14ສຽງໂຫ່ຮ້ອງຂອງສົງຄາມຈະດັງຂຶ້ນສູ້ຄົນຂອງພວກເຈົ້າ,
ດັ່ງນັ້ນ ປ້ອມປ້ອງກັນທັງຫລາຍຂອງພວກເຈົ້າຈະຖືກທຳລາຍ
ເມື່ອແມ່ທັງຫລາຍກັບລູກຂອງນາງຈະຖືກຈັບຟາດທີ່ພື້ນ.
ກໍຈະເປັນເໝືອນຢ່າງທີ່ຊານມານໄດ້ທໍາລາຍລ້າງເມືອງເບັດອາກເບັນໃນຍາມຮົບ,
15ເບັດເອນ, ມັນຈະເກີດຂຶ້ນກັບພວກເຈົ້າຢ່າງນັ້ນເໝືອນກັນ,
ເພາະພວກເຈົ້າຊົ່ວຮ້າຍຫລາຍ.
ເມື່ອວັນນັ້ນມາເຖິງ,
ກະສັດແຫ່ງອິດສະຣາເອນຈະຖືກທຳລາຍຢ່າງໝົດສິ້ນ.
اکنون انتخاب شده:
ໂຮເສອາ 10: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.