ປະຖົມມະການ 9
9
ພຣະເຈົ້າເຮັດພັນທະສັນຍາກັບໂນອາ
1ແລ້ວພຣະເຈົ້າໄດ້ອວຍພອນໂນອາ ແລະ ບັນດາລູກຊາຍຂອງເພິ່ນ ໂດຍກ່າວຕໍ່ພວກເຂົາວ່າ, “ຈົ່ງມີລູກຫລານ ແລະ ມີຈໍານວນເພີ່ມຂຶ້ນຈົນເຕັມແຜ່ນດິນໂລກ. 2ສັດທັງໝົດທີ່ຢູ່ເທິງແຜ່ນດິນໂລກນີ້ ແລະ ນົກທັງໝົດໃນທ້ອງຟ້າ, ສັດເລືອຄານທັງໝົດ ແລະ ປາທັງໝົດໃນທະເລຈະຢ້ານ ແລະ ຫວາດກົວພວກເຈົ້າ; ພວກມັນຖືກມອບໄວ້ໃນມືຂອງພວກເຈົ້າ. 3ທຸກສິ່ງທີ່ມີຊີວິດ ແລະ ເຄື່ອນໄຫວໄປມາຈະເປັນອາຫານຂອງພວກເຈົ້າ. ເຮົາໄດ້ມອບພືດສີຂຽວໃຫ້ແກ່ພວກເຈົ້າແລ້ວຢ່າງໃດ, ບັດນີ້ ເຮົາກໍມອບທຸກສິ່ງແກ່ພວກເຈົ້າຢ່າງນັ້ນ.
4“ແຕ່ເຈົ້າຈະຕ້ອງບໍ່ກິນຊີ້ນທີ່ມີເລືອດອັນເປັນຊີວິດຢູ່ໃນຊີ້ນນັ້ນ. 5ແລະ ຜູ້ໃດກໍຕາມທີ່ຂ້າພວກເຈົ້າ ບໍ່ວ່າຈະເປັນຄົນ ຫລື ຈະເປັນສັດ ເຮົາຈະໃຫ້ມີການຊົດໃຊ້ຢ່າງແນ່ນອນ. ເຮົາຈະໃຫ້ມີການຊົດໃຊ້ຊີວິດຂອງຄົນອື່ນເໝືອນກັນ.
6“ຜູ້ໃດກໍຕາມທີ່ຂ້າມະນຸດ,
ພວກເຂົາກໍຈະຖືກມະນຸດຂ້າ;
ເພາະພຣະເຈົ້າໄດ້ສ້າງມະນຸດຂຶ້ນ
ເປັນພາບສະທ້ອນຂອງພຣະອົງ.
7ສ່ວນພວກເຈົ້າ, ຈົ່ງມີລູກຫລານ ແລະ ເພີ່ມຈຳນວນຂຶ້ນ; ທະວີຂຶ້ນ ແລະ ເພີ່ມຫລາຍຂຶ້ນເທິງແຜ່ນດິນໂລກ”.
8ແລ້ວພຣະເຈົ້າໄດ້ກ່າວກັບໂນອາ ແລະ ບັນດາລູກຂອງເພິ່ນວ່າ: 9“ບັດນີ້ ເຮົາຕັ້ງພັນທະສັນຍາຂອງເຮົາກັບພວກເຈົ້າ ແລະ ກັບເຊື້ອສາຍຂອງພວກເຈົ້າຕໍ່ຈາກພວກເຈົ້າ 10ແລະ ກັບທຸກສິ່ງມີຊີວິດທີ່ຢູ່ກັບພວກເຈົ້າຄື: ບັນດານົກ, ສັດລ້ຽງ ແລະ ສັດປ່າທັງໝົດ, ສັດທັງປວງທີ່ອອກຈາກເຮືອກັບພວກເຈົ້າ ສິ່ງມີຊີວິດທຸກຊະນິດເທິງໂລກນີ້. 11ເຮົາຕັ້ງພັນທະສັນຍາກັບພວກເຈົ້າວ່າ: ທຸກຊີວິດຈະບໍ່ຖືກທຳລາຍໂດຍນ້ຳຖ້ວມອີກຈັກເທື່ອ; ນ້ຳຈະບໍ່ຖ້ວມ ແລະ ທຳລາຍໂລກອີກຈັກເທື່ອ”.
12ແລະ ພຣະເຈົ້າໄດ້ກ່າວວ່າ, “ນີ້ຄືສັນຍາລັກແຫ່ງພັນທະສັນຍາທີ່ເຮົາກຳລັງເຮັດລະຫວ່າງເຮົາກັບເຈົ້າ ແລະ ກັບສິ່ງມີຊີວິດທຸກສິ່ງທີ່ຢູ່ກັບເຈົ້າ, ເປັນພັນທະສັນຍາສຳລັບທຸກຍຸກທີ່ຈະມາເຖິງຄື: 13ເຮົາໄດ້ຕັ້ງຮຸ້ງກິນນໍ້າຂອງເຮົາໄວ້ໃນເມກ ແລະ ຮຸ້ງກິນນໍ້ານີ້ຈະເປັນສັນຍາລັກແຫ່ງພັນທະສັນຍາລະຫວ່າງເຮົາ ແລະ ໂລກ. 14ເມື່ອໃດກໍຕາມທີ່ເຮົານຳເມກມາເໜືອໂລກ ແລະ ເມື່ອຮຸ້ງກິນນໍ້າປາກົດຂຶ້ນໃນເມກ, 15ເຮົາຈະລະນຶກເຖິງພັນທະສັນຍາຂອງເຮົາລະຫວ່າງເຮົາກັບເຈົ້າ ແລະ ກັບສິ່ງມີຊີວິດທຸກຊະນິດ. ນ້ຳຈະບໍ່ມາຖ້ວມເພື່ອທຳລາຍທຸກຊີວິດອີກ. 16ເມື່ອໃດທີ່ຮຸ້ງກິນນໍ້າປາກົດໃນເມກ, ເຮົາຈະເຫັນຮຸ້ງກິນນໍ້ານັ້ນ ແລະ ຈະລະນຶກເຖິງພັນທະສັນຍານິລັນດອນລະຫວ່າງພຣະເຈົ້າກັບສິ່ງມີຊີວິດທຸກຊະນິດທີ່ຢູ່ເທິງໂລກ”.
17ດັ່ງນັ້ນ ພຣະເຈົ້າຈຶ່ງກ່າວແກ່ໂນອາວ່າ, “ນີ້ຄືສັນຍາລັກແຫ່ງພັນທະສັນຍາທີ່ເຮົາໄດ້ຕັ້ງໄວ້ລະຫວ່າງເຮົາກັບທຸກຊີວິດເທິງໂລກ”.
ບັນດາລູກຊາຍຂອງໂນອາ
18ບັນດາລູກຊາຍຂອງໂນອາທີ່ອອກມາຈາກເຮືອຄື: ເຊມ, ຮາມ ແລະ ຢາເຟດ. (ຮາມເປັນພໍ່ຂອງການາອານ.) 19ນີ້ຄືລູກຊາຍທັງສາມຂອງໂນອາ ແລະ ຄົນທັງຫລາຍທີ່ກະແຈກກະຈາຍໄປທົ່ວແຜ່ນດິນໂລກກໍມາຈາກພວກເຂົາ.
20ໂນອາ ເປັນຊາວໄຮ່ຊາວນາ, ເພິ່ນເລີ່ມ#9:20 ຫລື ເປັນຄົນທຳອິດທີ່ເຮັດສວນອະງຸ່ນ. 21ເມື່ອເພິ່ນດື່ມເຫລົ້າອະງຸ່ນຂອງສວນອະງຸ່ນແລ້ວ, ເພິ່ນກໍເມົາ ແລະ ນອນເປືອຍກາຍຢູ່ໃນເຕັນຂອງເພິ່ນ. 22ເມື່ອຮາມຜູ້ເປັນພໍ່ຂອງການາອານເຫັນພໍ່ຂອງຕົນເປືອຍກາຍຢູ່ຈຶ່ງບອກອ້າຍທັງສອງຂອງຕົນທີ່ຢູ່ຂ້າງນອກ. 23ແຕ່ເຊມກັບຢາເຟດໄດ້ເອົາເຄື່ອງນຸ່ງ ແລະ ພາດເຄື່ອງນຸ່ງນັ້ນໃສ່ບ່າຂອງຕົນ, ແລ້ວພວກເຂົາກໍຍ່າງຖອຍຫລັງ ແລະ ປົກຮ່າງກາຍທີ່ເປືອຍຂອງພໍ່ຂອງຕົນ. ໜ້າຂອງພວກເຂົາແມ່ນຫັນໄປທາງອື່ນເພື່ອຈະໄດ້ບໍ່ເຫັນກາຍຂອງພໍ່ຕົນທີ່ເປືອຍຢູ່.
24ເມື່ອໂນອາຕື່ນຈາກເມົາເຫລົ້າອະງຸ່ນ ແລະ ຮູ້ໃນສິ່ງທີ່ລູກຊາຍຫລ້າໄດ້ເຮັດຕໍ່ເພິ່ນ, 25ເພິ່ນໄດ້ກ່າວວ່າ,
“ຂໍສາບແຊ່ງການາອານ!
ໃຫ້ເປັນຂ້າທາດຕ່ຳຕ້ອຍທີ່ສຸດ
ໃນພີ່ນ້ອງຂອງລາວ”.
26ເພິ່ນໄດ້ກ່າວອີກວ່າ,
“ສັນລະເສີນພຣະເຈົ້າຢາເວ, ພຣະເຈົ້າຂອງເຊມ!
ຂໍໃຫ້ການາອານເປັນຂ້າທາດຂອງເຊມ.
27ຂໍພຣະເຈົ້າໄດ້ຂະຫຍາຍເຂດແດນຂອງຢາເຟດ.#9:27 ຄຳວ່າ ຢາເຟດ ມີສຽງຄ້າຍຄຳໃນພາສາເຮັບເຣີທີ່ມີຄວາມໝາຍວ່າ ຂະຫຍາຍອອກ
ຂໍໃຫ້ຢາເຟດອາໄສຢູ່ໃນເຕັນຂອງເຊມ,
ແລະ ຂໍໃຫ້ການາອານເປັນຂ້າທາດຂອງຢາເຟດ”.
28ຫລັງຈາກນ້ຳຖ້ວມ ໂນອາກໍມີຊີວິດຕໍ່ໄປອີກ 350 ປີ. 29ໂນອາມີຊີວິດຢູ່ລວມທັງໝົດ 950 ປີ, ແລ້ວເພິ່ນກໍໄດ້ຕາຍໄປ.
اکنون انتخاب شده:
ປະຖົມມະການ 9: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.