ປະຖົມມະການ 10
10
ລາຍຊື່ບັນດາຊົນຊາດ
1ນີ້ແມ່ນເລື່ອງລາວຂອງເຊມ, ຮາມ ແລະ ຢາເຟດ, ລູກຊາຍຂອງໂນອາ ເຊິ່ງມີລູກຊາຍເກີດມາຫລັງຈາກນ້ຳຖ້ວມ.
ເຊື້ອສາຍຂອງຢາເຟດ
(1ຂຄ 1:5-7)
2ບັນດາລູກຊາຍ#10:2 ຄຳວ່າ ລູກຊາຍ ອາດຈະມີຄວາມໝາຍວ່າ ລູກຫລານ ຫລື ຜູ້ສືບທອດ ຫລື ຊົນຊາດ ເຊັ່ນດຽວກັບຂໍ້ 3, 4, 6, 7, 20-23, 29 ແລະ 31ຂອງຢາເຟດມີຄື:
ໂກເມ, ມາກົກ, ມາດາຍ, ຢາວານ, ຕູບານ, ເມເຊັກ ແລະ ຕີຣາດ.
3ບັນດາລູກຊາຍຂອງໂກເມມີຄື:
ອັດຊະເກນາດ, ຣີຟາດ ແລະ ໂຕກາມາ
4ບັນດາລູກຂອງຢາວານມີຄື:
ເອລີຊາ, ຕາກຊິດ, ຊາວກິດຕິມ ແລະ ຊາວໂຣດານນິມ#10:4 ສະບັບພາສາເຮັບເຣີດັ້ງເດີມທີ່ຂຽນດ້ວຍມືບາງສະບັບວ່າໂດດານິມ 5(ຄົນເຫລົ່ານີ້ເປັນບັນພະບຸລຸດຂອງຊາວທະເລທີ່ແຍກໄປອາໄສໃນດິນແດນຕ່າງໆຂອງພວກເຂົາ ຕາມຕະກຸນຂອງພວກເຂົາໃນຊົນຊາດຂອງພວກເຂົາ, ເຊິ່ງແຕ່ລະຊົນຊາດກໍມີພາສາເປັນຂອງຕົນເອງ).
ເຊື້ອສາຍຂອງຮາມ
(1ຂຄ 1:8-16)
6ບັນດາລູກຊາຍຂອງຮາມມີຄື:
ກູເຊ, ເອຢິບ, ພູດ ແລະ ການາອານ.
7ບັນດາລູກຊາຍຂອງກູເຊມີຄື:
ເຊບາ, ຮາວີລາ, ສັບຕາ, ຣາອາມາ ແລະ ສັບເຕກາ.
ບັນດາລູກຊາຍຂອງຣາອາມາມີຄື:
ເຊບາ ແລະ ເດດານ.
8ກູເຊເປັນພໍ່#10:8 ຄຳວ່າ ພໍ່ ອາດມີຄວາມໝາຍວ່າ, ບັນພະບຸລຸດ ຫລື ຜູ້ກໍ່ຕັ້ງ ເຊັ່ນດຽວກັບຂໍ້ 13, 15, 24 ແລະ 26ຂອງນິມໂຣດ, ຜູ້ທີ່ເປັນນັກຮົບຜູ້ຍິ່ງໃຫຍ່ຄົນໜຶ່ງຂອງໂລກ. 9ລາວເປັນນັກລ່າສັດຜູ້ຍິ່ງໃຫຍ່ຕໍ່ໜ້າພຣະເຈົ້າຢາເວ; ດ້ວຍເຫດນີ້ຈຶ່ງກ່າວກັນວ່າ, “ເໝືອນນິມໂຣດ ນັກລ່າສັດທີ່ຍິ່ງໃຫຍ່ຕໍ່ໜ້າພຣະເຈົ້າຢາເວ”. 10ບັນດາສູນກາງທຳອິດຂອງອານາຈັກຂອງນິມໂຣດຄື: ບາບີໂລນ, ເອເຣັກ, ອັກກາດ ແລະ ຄານເນ, ໃນ#10:10 ຫລື ເອເຣັກ ແລະ ອັກກາດ ທັງໝົດນັ້ນຢູ່ໃນຊີນາ.#10:10 ນັ້ນຄື ບາບີໂລນ 11ຈາກດິນແດນນັ້ນລາວໄດ້ໄປທີ່ອັດຊີເຣຍ, ບ່ອນທີ່ລາວໄດ້ສ້າງເມືອງນີເນເວ, ເຣໂຮໂບດອິເຣ,#10:11 ຫລື ນີເນເວກັບປະລິມົນທົນ ກາລາ 12ແລະ ເຣເຊັນ, ເຊິ່ງຕັ້ງຢູ່ລະຫວ່າງນີເນເວ ແລະ ກາລາ ເຊິ່ງເປັນເມືອງໃຫຍ່.
13ເອຢິບເປັນພໍ່ຂອງ
ຊາວລູດິມ, ຊາວອານາມ, ຊາວເລຮາບ, ຊາວນັບຕູ, 14ຊາວປາທະຣູ, ຊາວກັດສະລູ (ເຊິ່ງເປັນບັນພະບຸລຸດຂອງຊາວຟີລິດສະຕິນ) ແລະ ຊາວຄັບຟະໂທ.
15ການາອານເປັນພໍ່ຂອງ
ຊີໂດນ ເຊິ່ງເປັນລູກຊາຍກົກຂອງເພິ່ນ#10:15 ຫລື ຂອງຊາວຊີໂດນ ຜູ້ເປັນຄົນສຳຄັນທີ່ສຸດ ແລະ ເປັນພໍ່ຂອງຊາວຮິດຕີ, 16ຊາວເຢບຸດ, ຊາວອາໂມ, ຊາວກີກາຊີ, 17ຊາວຮີວີ, ຊາວອາກກີ, ຊາວສີນີ, 18ຊາວອາກວາດີ, ຊາວເຊມາຣີ ແລະ ຊາວຮາມັດ.
(ຕໍ່ມາຕະກຸນຂອງຊາວການາອານກໍໄດ້ກະແຈກກະຈາຍອອກໄປ 19ແລະ ເຂດແດນຂອງການາອານກໍໄດ້ຂະຫຍາຍຈາກຊີໂດນອອກໄປເຖິງເກຣາກໄປໄກເຖິງກາຊາ ແລະ ຕໍ່ໄປເຖິງເມືອງໂຊໂດມ, ໂກໂມຣາ, ອັດມາ ແລະ ເຊບົວອິມໄປເຖິງລາຊາ.)
20ຄົນເຫລົ່ານີ້ເປັນລູກຊາຍຂອງຮາມຕາມຕະກຸນ ແລະ ຕາມພາສາຂອງພວກເຂົາ, ໃນເຂດແດນ ແລະ ໃນຊົນຊາດຂອງພວກເຂົາ.
ເຊື້ອສາຍຂອງເຊມ
(ປຖກ 11:10-27; 1ຂຄ 1:17-27)
21ເຊມຜູ້ເປັນອ້າຍກົກຂອງຢາເຟດກໍມີລູກຊາຍຫລາຍຄົນເໝືອນກັນ; ເຊມເປັນບັນພະບຸລຸດຂອງລູກຊາຍທັງໝົດຂອງເອເບ.
22ບັນດາລູກຊາຍຂອງເຊມມີຄື:
ເອລາມ, ອັດຊູຣະ, ອາກປັກຊາດ, ລູດ ແລະ ອາຣາມ.
23ບັນດາລູກຊາຍຂອງອາຣາມມີຄື:
ອູເສ, ຮຸນ, ເກເຕີ ແລະ ເມເຊັກ.#10:23 ພາສາເຮັບເຣີວ່າ ມາເຊ (ເບິ່ງ 1ຂຄ 1:17)
24ອາກປັກຊາດເປັນພໍ່ຂອງ#10:24 ສະບັບຊັບຕູອາຈິນວ່າ, ພໍ່ຂອງກາຍນານ ແລະ ກາຍນານເປັນພໍ່ຂອງເຊລາ,
ແລະ ເຊລາເປັນພໍ່ຂອງເອເບ.
25ເອເບມີລູກຊາຍສອງຄົນຄື:
ຄົນໜຶ່ງຊື່ວ່າເປເລັກ,#10:25 ແປວ່າ ການແບ່ງແຍກ ເພາະໃນສະໄໝຂອງລາວໂລກຖືກແບ່ງແຍກ; ນ້ອງຊາຍຂອງລາວຊື່ວ່າໂຢກທານ.
26ໂຢກທານເປັນພໍ່ຂອງ
ອານໂມດາດ, ເຊເລັບ, ຮາຊາມາເວດ, ເຢຣາ, 27ຮາໂດຣາມ, ອູຊານ, ດີກະລາ, 28ໂອບານ, ອາບີມາເອນ, ເຊບາ 29ໂອຟີ, ຮາວີລາ ແລະ ໂຢບັບ. ທັງໝົດເຫລົ່ານີ້ແມ່ນລູກຊາຍຂອງໂຢກທານ.
30(ດິນແດນທີ່ພວກເຂົາອາໄສຢູ່ນັ້ນແມ່ນເລີ່ມຈາກເມຊາໄປເຖິງເສຟາ ໃນເຂດເນີນພູທາງທິດຕາເວັນອອກ.)
31ຄົນເຫລົ່ານີ້ເປັນລູກຊາຍຂອງເຊມຕາມຕະກຸນ ແລະ ຕາມພາສາຂອງພວກເຂົາ, ເຊິ່ງຢູ່ໃນເຂດແດນ ແລະ ໃນຊົນຊາດຕ່າງໆຂອງພວກເຂົາ.
32ທັງໝົດນີ້ຄືຕະກຸນຕ່າງໆຂອງບັນດາລູກຊາຍຂອງໂນອາ, ຕາມເຊື້ອສາຍຂອງພວກເຂົາ, ເຊິ່ງຢູ່ພາຍໃນຊົນຊາດຕ່າງໆຂອງພວກເຂົາ. ຊົນຊາດຕ່າງໆເຫລົ່ານີ້ໄດ້ແຜ່ຂະຫຍາຍອອກໄປທົ່ວແຜ່ນດິນໂລກຫລັງຈາກນ້ຳຖ້ວມ.
اکنون انتخاب شده:
ປະຖົມມະການ 10: LCV
هایلایت
به اشتراک گذاشتن
کپی
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.