ປະຖົມມະການ 7

7
1ແລ້ວ​ພຣະເຈົ້າ​ຢາເວ​ກ່າວ​ກັບ​ໂນອາ​ວ່າ, “ຈົ່ງ​ເຂົ້າໄປ​ໃນ​ເຮືອ, ເຈົ້າ ແລະ ຄອບຄົວ​ຂອງ​ເຈົ້າ​ທັງໝົດ, ເພາະ​ເຮົາ​ເຫັນ​ວ່າ​ເຈົ້າ​ເປັນ​ຄົນຊອບທຳ​ໃນ​ຍຸກ​ນີ້. 2ຈົ່ງ​ເອົາ​ສັດ​ທີ່​ບໍ່​ເປັນມົນທິນ​ທຸກ​ຊະນິດ​ຢ່າງ​ລະ​ເຈັດ​ຄູ່, ໂຕຜູ້​ກັບ​ຄູ່​ຂອງ​ມັນ ແລະ ສັດ​ທີ່​ເປັນມົນທິນ​ທຸກ​ຊະນິດ​ຢ່າງ​ລະ​ຄູ່, ໂຕຜູ້​ກັບ​ຄູ່​ຂອງ​ມັນ, 3ແລະ ນົກ​ທຸກ​ຊະນິດ​ຢ່າງ​ລະ​ເຈັດ​ຄູ່, ໂຕຜູ້ ແລະ ໂຕແມ່ ເພື່ອ​ຮັກສາ​ສັດ​ທຸກ​ຊະນິດ​ໃຫ້​ມີຊີວິດ​ຢູ່​ທົ່ວ​ແຜ່ນດິນໂລກ. 4ຈາກ​ນີ້​ໄປ​ອີກ​ເຈັດ​ວັນ ເຮົາ​ຈະ​ສົ່ງ​ຝົນ​ລົງ​ມາ​ເທິງ​ແຜ່ນດິນໂລກ​ເປັນ​ເວລາ​ສີ່ສິບ​ວັນ ສີ່ສິບ​ຄືນ ແລະ ເຮົາ​ຈະ​ກວາດລ້າງ​ສິ່ງມີຊີວິດ​ທຸກສິ່ງ​ທີ່​ເຮົາ​ໄດ້​ສ້າງ​ຂຶ້ນ​ນັ້ນ​ອອກ​ໄປ​ຈາກ​ຜືນ​ແຜ່ນດິນໂລກ”.
5ແລ້ວ​ໂນອາ​ກໍ​ເຮັດ​ທຸກສິ່ງ​ທີ່​ພຣະເຈົ້າ​ຢາເວ​ໄດ້​ສັ່ງ​ເພິ່ນ.
6ໂນອາ​ມີ​ອາຍຸ​ໄດ້ 600 ປີ ເມື່ອ​ນ້ຳ​ໄດ້​ຖ້ວມ​ໂລກ. 7ແລ້ວ​ໂນອາ ແລະ ບັນດາ​ລູກຊາຍ​ຂອງ​ເພິ່ນ ພ້ອມ​ທັງ​ເມຍ ແລະ ບັນດາ​ລູກໃພ້​ຂອງ​ເພິ່ນ​ກໍ​ເຂົ້າ​ໄປ​ຢູ່​ໃນ​ເຮືອ​ເພື່ອ​ໜີ​ໄພ​ນ້ຳຖ້ວມ. 8ສັດ​ທີ່​ບໍ່​ເປັນມົນທິນ ແລະ ເປັນມົນທິນ, ນົກ, ສັດ​ເລືອຄານ​ທັງໝົດ​ຢ່າງ​ລະ​ຄູ່, 9ທັງ​ໂຕຜູ້ ແລະ ໂຕແມ່​ກໍ​ມາ​ຫາ​ໂນອາ ແລະ ເຂົ້າ​ໄປ​ໃນ​ເຮືອ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂນອາ​ໄວ້. 10ແລ້ວ​ຫລັງຈາກ​ເຈັດ​ວັນ ນ້ຳ​ກໍ​ໄດ້​ມາ​ຖ້ວມ​ໂລກ.
11ໃນ​ປີ​ທີ່​ໂນອາ​ມີ​ອາຍຸ​ໄດ້ 600 ປີ, ເປັນ​ວັນ​ທີ​ສິບເຈັດ​ຂອງ​ເດືອນ​ທີ​ສອງ, ໃນ​ວັນ​ນັ້ນ ບໍ່ນ້ຳ​ເລິກ​ທີ່​ສຸດ​ທັງໝົດ​ກໍ​ພຸ່ງ​ຂຶ້ນ​ມາ ແລະ ປະຕູ​ນ້ຳ​ແຫ່ງ​ຟ້າສະຫວັນ​ກໍ​ໄດ້​ເປີດອອກ. 12ແລ້ວ​ຝົນ​ກໍ​ຕົກ​ລົງ​ມາ​ໃສ່​ໂລກ​ຕະຫລອດ​ສີ່ສິບ​ວັນ ແລະ ສີ່ສິບ​ຄືນ.
13ໃນ​ວັນ​ນັ້ນ​ເອງ ໂນອາ​ກັບ​ເມຍ ແລະ ລູກຊາຍ​ຂອງ​ເພິ່ນ​ຄື: ເຊມ, ຮາມ ແລະ ຢາເຟດ ລວມ​ທັງ​ລູກໃພ້​ຂອງ​ເພິ່ນ​ທັງ​ສາມ​ຄົນ​ກໍ​ໄດ້​ເຂົ້າ​ໄປ​ໃນ​ເຮືອ. 14ພວກເຂົາ​ໄດ້​ນຳ​ເອົາ​ສັດປ່າ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ສັດລ້ຽງ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ສັດເລືອຄານ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ, ນົກ​ທຸກ​ຊະນິດ​ຕາມ​ຊະນິດ​ຂອງ​ມັນ ແລະ ສັດປີກ​ທຸກ​ຊະນິດ​ໄປ​ນໍາ. 15ສິ່ງມີຊີວິດ​ທຸກ​ຊະນິດ​ທີ່​ມີ​ລົມຫາຍໃຈ​ແຫ່ງ​ຊີວິດ​ໄດ້​ມາ​ຫາ​ໂນອາ ແລະ ເຂົ້າໄປ​ໃນ​ເຮືອ​ເປັນ​ຄູ່ໆ. 16ສັດ​ທີ່​ເຂົ້າໄປ​ໃນ​ນັ້ນ​ມີ​ທັງ​ໂຕຜູ້ ແລະ ໂຕແມ່​ຂອງ​ສິ່ງ​ມີ​ຊີວິດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ໂນອາ. ແລ້ວ​ພຣະເຈົ້າ​ຢາເວ​ກໍ​ໄດ້​ປິດ​ເພິ່ນ​ໄວ້​ຢູ່​ທາງໃນ.
17ນໍ້າ​ຖ້ວມ​ໂລກ​ຕະຫລອດ​ສີ່ສິບ​ວັນ ແລະ ນ້ຳ​ກໍ​ເພີ່ມ​ສູງ​ຂຶ້ນ​ຈົນ​ຍູ້​ເຮືອ​ໃຫ້​ລອຍ​ຂຶ້ນ​ຢູ່​ເໜືອ​ແຜ່ນດິນໂລກ. 18ປະລິມານ​ນ້ຳ​ໃນ​ໂລກ​ໄດ້​ເພີ່ມ​ຂຶ້ນ ແລະ ເພີ່ມ​ຂຶ້ນ​ຈຳນວນ​ຫລວງຫລາຍ ແລະ ເຮືອ​ກໍ​ລອຍ​ຢູ່​ເທິງ​ໜ້າ​ນ້ຳ. 19ນ້ຳ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫລວງຫລາຍ​ເທິງ​ແຜ່ນດິນໂລກ ແລະ ພູເຂົາ​ທີ່​ສູງ​ທັງໝົດ​ຢູ່​ໃຕ້​ຟ້າສະຫວັນ​ກໍ​ໄດ້​ຖືກ​ປົກຄຸມ​ດ້ວຍ​ນໍ້າ. 20ນ້ຳ​ໄດ້​ຂຶ້ນ​ສູງ ແລະ ປົກຄຸມ​ເໜືອ​ພູເຂົາ​ຕ່າງໆ​ຫລາຍ​ກວ່າ 15 ສອກ.#7:20 ຫລື ປະມານ 6,8 ແມັດ#7:20 ຫລື ລະດັບ​ນ້ຳ​ສູງ​ຂຶ້ນ​ຫລາຍ​ກວ່າ 15 ສອກ ແລະ ພູເຂົາ​ຕ່າງໆ​ກໍ​ຖືກ​ປົກຄຸມ​ໄປ​ດ້ວຍ​ນໍ້າ 21ສິ່ງ​ມີ​ຊີວິດ​ທຸກສິ່ງ​ທີ່​ເຄື່ອນໄຫວ​ໄປ​ມາ​ເທິງ​ໂລກ​ກໍ​ຈິບຫາຍ​ໝົດ ຄື​ນົກ, ສັດລ້ຽງ, ສັດປ່າ, ສັດເລືອຄານ ແລະ ມະນຸດຊາດ​ທັງໝົດ. 22ທຸກສິ່ງ​ທີ່​ຢູ່​ເທິງ​ບົກ​ທີ່​ມີ​ລົມຫາຍໃຈ​ແຫ່ງ​ຊີວິດ​ຢູ່​ໃນ​ຮູດັງ​ກໍ​ໄດ້​ຕາຍ​ໄປ​ໝົດ. 23ສິ່ງ​ທີ່​ມີ​ຊີວິດ​ທຸກສິ່ງ​ເທິງ​ໂລກ​ຖືກ​ກວາດລ້າງ​ໄປ​ໝົດ; ບໍ່​ວ່າ​ຄົນ, ສັດ, ສັດເລືອຄານ ແລະ ນົກ​ລ້ວນ​ແຕ່​ຖືກ​ກວາດລ້າງ​ໄປ​ຈາກ​ໂລກ. ຍັງ​ເຫລືອ​ພຽງ​ແຕ່​ໂນອາ ແລະ ສິ່ງ​ທີ່​ມີ​ຊີວິດ​ເຫລົ່ານັ້ນ​ທີ່​ຢູ່​ກັບ​ເພິ່ນ​ໃນ​ເຮືອ.
24ນ້ຳຖ້ວມ​ໂລກ​ເປັນ​ເວລາ 150 ວັນ.

اکنون انتخاب شده:

ປະຖົມມະການ 7: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید