ປະຖົມມະການ 5

5
ຈາກ​ອາດາມ​ເຖິງ​ໂນອາ
1ນີ້​ແມ່ນ​ບັນທຶກ​ເລື່ອງລາວ​ຄອບຄົວ​ຂອງ​ອາດາມ.
ເມື່ອ​ພຣະເຈົ້າ​ໄດ້​ສ້າງ​ມະນຸດ​ນັ້ນ, ພຣະອົງ​ໄດ້​ສ້າງ​ພວກເຂົາ​ຕາມ​ຢ່າງ​ພຣະເຈົ້າ. 2ພຣະອົງ​ໄດ້​ສ້າງ​ພວກເຂົາ​ໃຫ້​ເປັນ​ຊາຍ ແລະ ຍິງ ແລ້ວ​ໄດ້​ອວຍພອນ​ພວກເຂົາ. ແລະ ພຣະອົງ​ຕັ້ງ​ຊື່​ໃຫ້​ພວກເຂົາ​ວ່າ “ມະນຸດ”#5:2 ພາສາ​ເຮັບເຣີ​ວ່າ ອາດາມ ເມື່ອ​ພວກເຂົາ​ຖືກ​ສ້າງ​ຂຶ້ນ.
3ເມື່ອ​ອາດາມ​ມີ​ຊີວິດ​ຢູ່​ໄດ້ 130 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ​ທີ່​ເໝືອນ​ກັບ​ລາວ, ຕາມ​ແບບ​ຂອງ​ລາວ ແລະ ລາວ​ໄດ້​ຕັ້ງຊື່​ລູກ​ນັ້ນ​ວ່າ​ເຊດ. 4ຫລັງຈາກ​ທີ່​ເຊດ​ໄດ້​ເກີດ​ມາ, ອາດາມ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 5ອາດາມ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 930 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
6ເມື່ອ​ເຊດ​ມີ​ຊີວິດ​ຢູ່​ໄດ້ 105 ປີ, ລາວ​ກໍ​ໄດ້​ເປັນ​ພໍ່#5:6 ພາສາ​ເຮັບເຣີ​ວ່າ ໄດ້​ເປັນ​ບິດາ​ຂອງ ເຊິ່ງ​ຄຳ​ວ່າ ພໍ່ ອາດ​ຈະ​ມີ​ຄວາມໝາຍ​ວ່າ ບັນພະບຸລຸດ ເຊັ່ນ​ດຽວ​ກັບ​ຂໍ້ 7-26​ຂອງ​ເອໂນດ. 7ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອໂນດ​ແລ້ວ, ເຊດ​ກໍ​ມີ​ຊີວິດ​ຢູ່​ອີກ 807 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 8ເຊດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 912 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
9ເມື່ອ​ເອໂນດ​ມີ​ຊີວິດ​ຢູ່​ໄດ້ 90 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເກນານ. 10ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເກນານ​ແລ້ວ, ເອໂນດ​ກໍ​ມີ​ຊີວິດ​ຢູ່​ອີກ 815 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 11ເອໂນດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 905 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
12ເມື່ອ​ເກນານ​ມີ​ຊີວິດ​ຢູ່​ໄດ້ 70 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ. 13ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ມະຫາລາເລນ​ແລ້ວ, ເກນານ​ກໍ​ມີ​ຊີວິດ​ຢູ່​ອີກ 840 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 14ເກນານ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 910 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
15ເມື່ອ​ມະຫາລາເລນ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ. 16ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ຢາເຣັດ​ແລ້ວ, ມະຫາລາເລນ​ກໍ​ມີ​ຊີວິດ​ຢູ່​ອີກ 830 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 17ມະຫາລາເລນ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 895 ປີ, ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
18ເມື່ອ​ຢາເຣັດ​ມີ​ຊີວິດ​ຢູ່​ໄດ້ 162 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເອນົກ. 19ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ເອນົກ​ແລ້ວ, ຢາເຣັດ​ກໍ​ມີ​ຊີວິດ​ຢູ່​ອີກ 800 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 20ຢາເຣັດ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 962 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
21ເມື່ອ​ເອນົກ​ມີ​ຊີວິດ​ຢູ່​ໄດ້ 65 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເມທູເສລາ. 22ຫລັງຈາກ​ທີ່​ລາວ​ໄດ້​ກາຍເປັນ​ພໍ່​ຂອງ​ເມທູເສລາ​ແລ້ວ, ເອນົກ​ກໍ​ເດີນ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່​ຕໍ່ໄປ​ອີກ 300 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 23ເອນົກ​ມີ​ອາຍຸ​ລວມ​ທັງໝົດ 365 ປີ. 24ເອນົກ​ໄດ້​ດຳເນີນຊີວິດ​ໄປ​ກັບ​ພຣະເຈົ້າ​ຢ່າງ​ສັດຊື່; ແລ້ວ​ກໍ​ບໍ່ມີ​ຜູ້ໃດ​ພົບ​ລາວ​ອີກ, ເພາະ​ພຣະເຈົ້າ​ໄດ້​ຮັບ​ລາວ​ໄປ​ແລ້ວ.
25ເມື່ອ​ເມທູເສລາ​ມີ​ຊີວິດ​ຢູ່​ໄດ້ 187 ປີ, ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ລາເມັກ. 26ຫລັງຈາກ​ທີ່​ລາວ​ໄດ້​ເປັນ​ພໍ່​ຂອງ​ລາເມັກ​ແລ້ວ, ເມທູເສລາ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 782 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 27ເມທູເສລາ​ມີ​ຊີວິດ​ລວມ​ທັງໝົດ 969 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
28ເມື່ອ​ລາເມັກ​ມີ​ຊີວິດ​ຢູ່​ໄດ້ 182 ປີ, ລາວ​ກໍ​ມີ​ລູກຊາຍ​ຄົນ​ໜຶ່ງ. 29ລາວ​ຕັ້ງຊື່​ລູກຊາຍ​ນັ້ນ​ວ່າ​ໂນອາ,#5:29 ຄຳ​ວ່າ ໂນອາ ມີ​ສຽງ​ຄ້າຍ​ຄຳ​ພາສາ​ເຮັບເຣີ​ທີ່​ມີ​ຄວາມໝາຍ​ວ່າ​ເລົ້າໂລມ ແລະ ກ່າວ​ວ່າ, “ລາວ​ຈະ​ເລົ້າໂລມ​ໃຈ​ພວກເຮົາ​ໃນ​ການ​ທຳງານ ແລະ ມື​ຂອງ​ພວກເຮົາ​ທີ່​ເຈັບປວດ​ຄວາມ​ເຈັບປວດ​ຈາກ​ການ​ເຮັດ​ວຽກ​ໜັກ​ເທິງ​ແຜ່ນດິນ ເຊິ່ງ​ພຣະເຈົ້າ​ຢາເວ​ໄດ້​ສາບແຊ່ງ”. 30ຫລັງຈາກ​ທີ່​ໂນອາ​ໄດ້​ເກີດ​ມາ, ລາເມັກ​ກໍ​ມີ​ຊີວິດ​ຕໍ່ໄປ​ອີກ 595 ປີ ແລະ ມີ​ລູກຊາຍ​ລູກຍິງ​ອີກ​ຫລາຍ​ຄົນ. 31ລາເມັກ​ມີ​ຊີວິດ​ຢູ່​ລວມ​ທັງໝົດ 777 ປີ ແລ້ວ​ລາວ​ກໍ​ໄດ້​ຕາຍ​ໄປ.
32ຫລັງຈາກ​ທີ່​ໂນອາ​ອາຍຸ​ໄດ້ 500 ປີ. ລາວ​ກໍ​ໄດ້​ເປັນ​ພໍ່​ຂອງ​ເຊມ ຮາມ ແລະ ຢາເຟດ.

اکنون انتخاب شده:

ປະຖົມມະການ 5: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید