ປະຖົມມະການ 21

21
ການ​ເກີດ​ຂອງ​ອີຊາກ
1ບັດນີ້​ພຣະເຈົ້າ​ຢາເວ​ມີ​ພຣະຄຸນ​ຕໍ່​ນາງ​ຊາຣາ ດັ່ງ​ທີ່​ພຣະອົງ​ໄດ້​ກ່າວ​ໄວ້ ແລະ ພຣະເຈົ້າ​ຢາເວ​ກໍ​ໄດ້​ກະທຳ​ແກ່​ນາງ​ຊາຣາ​ໃນ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້. 2ນາງ​ຊາຣາ​ກໍ​ໄດ້​ຖືພາ ແລະ ໄດ້​ເກີດ​ລູກຊາຍ​ໃຫ້​ອັບຣາຮາມ​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ, ເຊິ່ງ​ກົງກັບ​ເວລາ​ທີ່​ພຣະເຈົ້າ​ໄດ້​ສັນຍາ​ໄວ້​ກັບ​ເພິ່ນ. 3ອັບຣາຮາມ​ໄດ້​ຕັ້ງຊື່​ລູກຊາຍ​ທີ່​ນາງ​ຊາຣາ​ໄດ້​ໃຫ້​ກຳເນີດ​ນັ້ນ​ວ່າ​ອີຊາກ.#21:3 ມີ​ຄວາມໝາຍ​ວ່າ ເພິ່ນ​ຫົວຂວັນ 4ເມື່ອ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ມີ​ອາຍຸ​ໄດ້​ແປດ​ວັນ​ແລ້ວ, ອັບຣາຮາມ​ກໍ​ໃຫ້​ລາວ​ຮັບ​ພິທີຕັດ​ຕາມ​ທີ່​ພຣະເຈົ້າ​ໄດ້​ສັ່ງ​ເພິ່ນ​ໄວ້. 5ເມື່ອ​ອີຊາກ​ລູກຊາຍ​ຂອງ​ເພິ່ນ​ເກີດ​ມາ​ນັ້ນ ອັບຣາຮາມ​ມີ​ອາຍຸ​ໄດ້​ໜຶ່ງຮ້ອຍ​ປີ.
6ນາງ​ຊາຣາ​ກ່າວ​ວ່າ, “ພຣະເຈົ້າ​ເຮັດ​ໃຫ້​ຂ້ອຍ​ຫົວຂວັນ ແລະ ທຸກຄົນ​ທີ່​ໄດ້​ຍິນ​ເລື່ອງ​ນີ້​ກໍ​ຈະ​ຫົວຂວັນ​ຮ່ວມ​ກັບ​ຂ້ອຍ​ດ້ວຍ”. 7ແລະ ນາງ​ໄດ້​ເວົ້າ​ຕື່ມ​ວ່າ, “ຜູ້ໃດ​ຈະ​ເວົ້າ​ກັບ​ອັບຣາຮາມ​ວ່າ​ນາງ​ຊາຣາ​ຍັງ​ຈະ​ໄດ້​ລ້ຽງ​ລູກ​ຢູ່? ແຕ່​ຂ້ອຍ​ໄດ້​ເກີດ​ລູກຊາຍ​ໃຫ້​ເພິ່ນ​ເມື່ອ​ເພິ່ນ​ເຖົ້າແກ່​ແລ້ວ”.
ນາງ​ຮາກາ ແລະ ອິດຊະມາເອນ​ຖືກ​ສົ່ງ​ໜີ​ໄປ
8ເດັກ​ນັ້ນ​ກໍ​ເຕີບໃຫຍ່​ຂຶ້ນ ແລະ ອອກ​ນົມ​ແລ້ວ ແລະ ໃນ​ວັນ​ທີ່​ອີຊາກ​ອອກ​ນົມ​ນັ້ນ ອັບຣາຮາມ​ກໍ​ໄດ້​ຈັດ​ງານລ້ຽງ​ໃຫຍ່​ຂຶ້ນ. 9ແຕ່​ຊາຣາ​ເຫັນ​ວ່າ​ລູກຊາຍ​ຂອງ​ນາງ​ຮາກາ​ຊາວເອຢິບ​ທີ່​ເກີດ​ໃຫ້​ແກ່​ອັບຣາຮາມ​ກຳລັງ​ເຢາະເຢີ້ຍ​ຢູ່, 10ແລະ ນາງ​ຈຶ່ງ​ເວົ້າ​ກັບ​ອັບຣາຮາມ​ວ່າ, “ຈົ່ງ​ໄລ່​ຍິງ​ຂ້າທາດ​ຄົນ​ນີ້​ກັບ​ລູກ​ຂອງ​ນາງ, ເພາະ​ລູກ​ຂອງ​ຍິງ​ຄົນ​ນີ້​ຈະ​ບໍ່​ມີ​ວັນ​ໄດ້​ຮັບ​ສ່ວນແບ່ງ​ໃນ​ມໍລະດົກ​ກັບ​ອີຊາກ​ລູກຊາຍ​ຂອງ​ນ້ອງ”.
11ເລື່ອງ​ນີ້​ເຮັດ​ໃຫ້​ອັບຣາຮາມ​ທຸກໃຈ​ຫລາຍ​ເພາະ​ກ່ຽວຂ້ອງ​ກັບ​ລູກຊາຍ​ຂອງ​ເພິ່ນ. 12ແຕ່​ພຣະເຈົ້າ​ກ່າວ​ກັບ​ເພິ່ນ​ວ່າ, “ຢ່າ​ທຸກໃຈ​ເລື່ອງ​ເດັກ​ຄົນ​ນັ້ນ ແລະ ຍິງ​ຂ້າທາດ​ຂອງ​ເຈົ້າ​ເລີຍ. ຈົ່ງ​ເຮັດ​ຕາມ​ສິ່ງ​ທີ່​ນາງ​ຊາຣາ​ບອກ​ເຈົ້າ, ເພາະ​ເຊື້ອສາຍ#21:12 ຫລື ເມັດພັນ​ຂອງ​ເຈົ້າ​ຈະ​ນັບ​ທາງ​ອີຊາກ. 13ເຮົາ​ຈະ​ເຮັດ​ໃຫ້​ລູກຊາຍ​ຂອງ​ຂ້າທາດ​ກາຍເປັນ​ຊົນຊາດ​ໜຶ່ງ​ເໝືອນກັນ, ເພາະວ່າ​ລາວ​ກໍ​ເປັນ​ເຊື້ອສາຍ​ຂອງ​ເຈົ້າ”.
14ແຕ່​ເຊົ້າໆ​ຂອງ​ວັນ​ຕໍ່ມາ​ອັບຣາຮາມ​ກໍ​ເອົາ​ອາຫານ​ຈຳນວນ​ໜຶ່ງ ແລະ ນ້ຳ​ໜຶ່ງ​ຖົງໜັງ​ແລ້ວ​ມອບ​ໃຫ້​ແກ່​ຮາກາ. ເພິ່ນ​ໄດ້​ຈັດ​ສິ່ງ​ເຫລົ່ານັ້ນ​ໃສ່​ບ່າ​ຂອງ​ນາງ ແລ້ວ​ສົ່ງ​ນາງ​ອອກ​ໄປ​ພ້ອມ​ກັບ​ລູກຊາຍ​ນັ້ນ. ນາງ​ກໍ​ໄປ​ຕາມ​ທາງ​ຂອງ​ນາງ ແລະ ໄດ້​ພະເນຈອນ​ເຂົ້າ​ໄປ​ໃນ​ຖິ່ນແຫ້ງແລ້ງ​ເບເອນເຊບາ.
15ເມື່ອ​ນ້ຳ​ໃນ​ຖົງໜັງ​ໝົດ​ແລ້ວ, ນາງ​ຈຶ່ງ​ປະ​ລູກຊາຍ​ໄວ້​ກ້ອງ​ພຸ່ມໄມ້​ຟຸ່ມ​ໜຶ່ງ. 16ແລ້ວ​ຍ່າງ​ໜີ​ແລ້ວ​ໄປ​ນັ່ງ​ຢູ່​ຫ່າງ​ອອກ​ໄປ​ປະມານ​ໄລຍະ​ຍິງ​ລູກທະນູ​ຕົກ, ເພາະ​ນາງ​ຄິດ​ວ່າ, “ຂ້ອຍ​ບໍ່​ສາມາດ​ທົນ​ເບິ່ງ​ລູກຊາຍ​ຕາຍ​ໄປ”. ແລະ ຂະນະ​ທີ່​ນາງ​ນັ່ງ​ຢູ່​ທີ່​ນັ້ນ, ນາງ#21:16 ສະບັບ​ເຊັບຕູອາຈິນ​ວ່າ ເດັກ​ຄົນ​ນັ້ນ​ກໍ​ເລີ່ມ​ຮ້ອງໄຫ້​ສຽງ​ດັງ.
17ພຣະເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ເດັກຊາຍ​ນັ້ນ, ແລ້ວ​ເທວະດາ​ຂອງ​ພຣະເຈົ້າ​ໄດ້​ເອີ້ນ​ນາງ​ຮາກາ​ຈາກ​ສະຫວັນ ແລະ ກ່າວ​ກັບ​ນາງ​ວ່າ, “ຮາກາ, ມີ​ເລື່ອງ​ຫຍັງ​ບໍ? ຢ່າ​ຢ້ານ​ເລີຍ; ພຣະເຈົ້າ​ໄດ້​ຍິນ​ສຽງ​ຮ້ອງ​ຂອງ​ເດັກຊາຍ​ໃນ​ຂະນະ​ທີ່​ລາວ​ນອນ​ຢູ່​ບ່ອນ​ນັ້ນ​ແລ້ວ. 18ຈົ່ງ​ໄປ​ຍົກ​ລາວ​ຂຶ້ນ ແລະ ຈູງ​ມື​ລາວ​ໄປ ເພາະ​ເຮົາ​ຈະ​ເຮັດ​ໃຫ້​ລາວ​ກາຍເປັນ​ຊົນຊາດ​ໃຫຍ່”.
19ແລ້ວ​ພຣະເຈົ້າ​ເປີດ​ຕາ​ຂອງ​ນາງ ແລະ ນາງ​ກໍ​ເຫັນ​ນ້ຳສ້າງ​ແຫ່ງ​ໜຶ່ງ. ດັ່ງນັ້ນ​ນາງ​ຈຶ່ງ​ໄປ​ຕັກ​ນ້ຳ​ໃສ່​ເຕັມ​ຖົງໜັງ ແລະ ເອົາ​ໃຫ້​ລູກຊາຍ​ນັ້ນ​ດື່ມ.
20ພຣະເຈົ້າ​ສະຖິດ​ກັບ​ເດັກຊາຍ​ຄົນ​ນັ້ນ​ເມື່ອ​ລາວ​ເຕີບໃຫຍ່​ຂຶ້ນ. ລາວ​ອາໄສ​ຢູ່​ໃນ​ຖິ່ນແຫ້ງແລ້ງ ແລະ ກາຍເປັນ​ນັກຍິງທະນູ. 21ໃນ​ຂະນະ​ທີ່​ລາວ​ອາໄສ​ຢູ່​ໃນ​ທະເລຊາຍ​ແຫ່ງ​ປາຣານ​ນັ້ນ ແມ່​ຂອງ​ລາວ​ກໍ​ໄດ້​ຫາ​ເມຍ​ຈາກ​ເອຢິບ​ໃຫ້​ລາວ.
ສົນທິສັນຍາ​ທີ່​ເບເອນເຊບາ
22ໃນ​ເວລາ​ນັ້ນ​ອາບີເມເຫລັກ ແລະ ແມ່ທັບ​ຟີໂກນ​ກ່າວ​ຕໍ່​ອັບຣາຮາມ​ວ່າ, “ພຣະເຈົ້າ​ຢູ່​ກັບ​ທ່ານ​ໃນ​ທຸກສິ່ງ​ທີ່​ທ່ານ​ກະທຳ. 23ບັດນີ້ ຂໍ​ໃຫ້​ທ່ານ​ປະຕິຍານ​ກັບ​ເຮົາ​ທີ່​ນີ້​ຕໍ່ໜ້າ​ພຣະເຈົ້າ​ວ່າ​ທ່ານ​ຈະ​ບໍ່​ຫລອກລວງ​ເຮົາ ຫລື ລູກ​ຫລານ​ຂອງ​ເຮົາ ຫລື ເຊື້ອສາຍ​ຂອງ​ເຮົາ. ຈົ່ງ​ສະແດງ​ຄວາມ​ເມດຕາ​ຕໍ່​ເຮົາ ແລະ ຕໍ່​ບ້ານເມືອງ​ບ່ອນ​ທີ່​ທ່ານ​ມາ​ອາໄສ​ຢູ່​ໃນ​ເວລາ​ນີ້​ໃນ​ຖານະ​ຄົນຕ່າງດ້າວ​ເໝືອນ​ກັນ​ກັບ​ທີ່​ເຮົາ​ໄດ້​ສະແດງ​ຕໍ່​ທ່ານ”.
24ອັບຣາຮາມ​ໄດ້​ເວົ້າ​ວ່າ, “ຂ້າພະເຈົ້າ​ຂໍ​ປະຕິຍານ”.
25ແລ້ວ​ອັບຣາຮາມ​ຈຶ່ງ​ຮ້ອງທຸກ​ຕໍ່​ອາບີເມເຫລັກ​ເລື່ອງ​ນ້ຳສ້າງ​ແຫ່ງ​ໜຶ່ງ​ທີ່​ຄົນຮັບໃຊ້​ຂອງ​ອາບີເມເຫລັກ​ໄດ້​ຢຶດ​ໄປ. 26ແຕ່​ອາບີເມເຫລັກ​ຕອບ​ວ່າ, “ເຮົາ​ບໍ່​ຮູ້​ວ່າ​ຜູ້ໃດ​ໄດ້​ເຮັດ​ເຊັ່ນ​ນີ້. ທ່ານ​ບໍ່​ໄດ້​ບອກ​ເຮົາ ແລະ ເຮົາ​ຫາ​ກໍ​ໄດ້​ຍິນ​ເລື່ອງ​ນີ້​ວັນ​ນີ້​ເທົ່ານັ້ນ”.
27ດັ່ງນັ້ນ ອັບຣາຮາມ​ຈຶ່ງ​ໄດ້​ນຳເອົາ​ຝູງ​ແກະ ແລະ ງົວ​ມາ ແລ້ວ​ມອບ​ສັດ​ເຫລົ່ານັ້ນ​ໃຫ້​ແກ່​ອາບີເມເຫລັກ, ແລ້ວ​ຊາຍ​ທັງສອງ​ກໍ​ໄດ້​ເຮັດ​ເຮັດ​ສົນທິສັນຍາ​ກັນ. 28ອັບຣາຮາມ​ແຍກ​ເອົາ​ລູກແກະ​ໂຕແມ່​ເຈັດ​ໂຕ​ອອກ​ຈາກ​ຝູງ, 29ແລະ ອາບີເມເຫລັກ​ກໍ​ໄດ້​ຖາມ​ອັບຣາຮາມ​ວ່າ, “ລູກແກະ​ໂຕແມ່​ເຈັດ​ໂຕ​ທີ່​ທ່ານ​ແຍກ​ອອກ​ມາ​ຈາກ​ຝູງ​ນີ້​ມີ​ຄວາມໝາຍ​ຢ່າງ​ໃດ?”
30ເພິ່ນ​ຕອບ​ວ່າ, “ຂໍ​ຈົ່ງ​ຮັບ​ລູກແກະ​ເຈັດ​ໂຕ​ນີ້​ຈາກ​ມື​ຂ້າພະເຈົ້າ​ເພື່ອ​ເປັນ​ພະຍານ​ວ່າ​ຂ້າພະເຈົ້າ​ເປັນ​ຜູ້​ຂຸດ​ນ້ຳສ້າງ​ນີ້”.
31ດັ່ງນັ້ນ ບ່ອນນັ້ນ​ຈຶ່ງ​ໄດ້​ໃສ່​ຊື່​ວ່າ​ເບເອນເຊບາ,#21:31 ມີ​ຄວາມໝາຍ​ວ່າ ນ້ຳສ້າງ​ແຫ່ງ​ທີ​ເຈັດ ຫລື ນໍ້າສ້າງ​ແຫ່ງ​ຄຳສາບານ ເພາະ​ຊາຍ​ທັງສອງ​ໄດ້​ປະຕິຍານ​ຄຳສາບານ​ຢູ່​ທີ່​ນັ້ນ.
32ຫລັງ​ຈາກ​ເຮັດ​ສົນທິສັນຍາ​ທີ່​ເບເອນເຊບາ​ແລ້ວ, ອາບີເມເຫລັກ ແລະ ແມ່ທັບ​ຟີໂກນ​ກໍ​ກັບຄືນ​ສູ່​ດິນແດນ​ຟີລິດສະຕີນ. 33ອັບຣາຮາມ​ໄດ້​ປູກ​ຕົ້ນສົນ​ໝອກ​ຕົ້ນ​ໜຶ່ງ​ໃນ​ເບເອນເຊບາ ແລະ ນະມັດສະການ​ຮ້ອງ​ອອກ​ນາມ​ພຣະເຈົ້າ​ຢາເວ, ພຣະເຈົ້າ​ອົງ​ນິລັນດອນ. 34ແລະ ອັບຣາຮາມ​ກໍ​ອາໄສ​ຢູ່​ໃນ​ດິນແດນ​ຂອງ​ຊາວຟີລິດສະຕີນ​ເປັນ​ເວລາ​ດົນນານ.

اکنون انتخاب شده:

ປະຖົມມະການ 21: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید