ປະຖົມມະການ 12

12
ການ​ເອີ້ນ​ຂອງ​ອັບຣາມ
1ພຣະເຈົ້າ​ຢາເວ​ໄດ້​ກ່າວ​ແກ່​ອັບຣາມ​ວ່າ, “ຈົ່ງ​ອອກ​ຈາກ​ບ້ານເມືອງ​ຂອງ​ເຈົ້າ, ປະຊາຊົນ​ຂອງ​ເຈົ້າ ແລະ ຄອບຄົວ​ພໍ່​ຂອງ​ເຈົ້າ​ເພື່ອ​ໄປ​ຍັງ​ດິນແດນ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ.
2“ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ຊົນຊາດ​ໃຫຍ່,
ແລະ ເຮົາ​ຈະ​ອວຍພອນ​ເຈົ້າ;
ເຮົາ​ຈະ​ເຮັດ​ໃຫ້​ຊື່ສຽງ​ຂອງ​ເຈົ້າ​ຍິ່ງໃຫຍ່,
ແລະ ເຈົ້າ​ຈະ​ເປັນ​ພອນ.#12:2 ຫລື ຖືກ​ເບິ່ງ​ວ່າ​ເປັນ​ພອນ
3ເຮົາ​ຈະ​ອວຍພອນ​ບັນດາ​ຜູ້​ທີ່​ອວຍພອນ​ເຈົ້າ,
ແລະ ເຮົາ​ຈະ​ສາບແຊ່ງ​ບັນດາ​ຜູ້​ທີ່​ສາບແຊ່ງ​ເຈົ້າ,
ແລະ ທຸກ​ຄົນ​ໃນ​ໂລກ
ຈະ​ໄດ້​ຮັບ​ພອນ​ຜ່ານ​ທາງ​ເຈົ້າ”.#12:3 ຫລື ຄົນ​ໃນ​ໂລກ​ຈະ​ໃຊ້​ຊື່​ເຈົ້າ​ໃນ​ການ​ອວຍພອນ 48:20
4ດັ່ງນັ້ນ ອັບຣາມ​ກໍ​ໄດ້​ອອກ​ໄປ ຕາມ​ທີ່​ພຣະເຈົ້າ​ຢາເວ​ໄດ້​ບອກ​ເພິ່ນ; ແລະ ໂລດ​ກໍ​ໄດ້​ໄປ​ກັບ​ເພິ່ນ. ອັບຣາມ​ອອກ​ຈາກ​ເມືອງ​ຮາຣານ​ເມື່ອ​ເພິ່ນ​ມີ​ອາຍຸ​ໄດ້ 75 ປີ. 5ເພິ່ນ​ໄດ້​ເອົາ​ນາງ​ຊາຣາຍ​ເມຍ​ຂອງ​ເພິ່ນ, ໂລດ​ຜູ້​ເປັນ​ຫລານຊາຍ​ຂອງ​ເພິ່ນ, ຊັບສົມບັດ​ທັງໝົດ​ທີ່​ພວກເພິ່ນ​ໄດ້​ສະສົມ​ໄວ້ ແລະ ບໍລິວານ​ທີ່​ພວກເພິ່ນ​ໄດ້​ມາ​ໃນ​ເມືອງ​ຮາຣານ​ນັ້ນ, ແລ້ວ​ພວກເພິ່ນ​ກໍ​ອອກ​ເດີນທາງ​ໄປ​ທີ່​ດິນແດນ​ການາອານ ແລະ ພວກເພິ່ນ​ກໍ​ໄປ​ເຖິງ​ທີ່​ນັ້ນ.
6ອັບຣາມ​ເດີນທາງ​ຜ່ານ​ດິນແດນ​ທີ່​ຫ່າງໄກ​ໄປ​ຈົນ​ເຖິງ​ບ່ອນ​ທີ່​ມີ​ຕົ້ນໄມ້​ໃຫຍ່​ໂມເຣ​ໃນ​ເມືອງ​ຊີເຄມ. ໃນ​ເວລາ​ນັ້ນ​ຊາວ​ການາອານ​ຍັງ​ຢູ່​ໃນ​ດິນແດນ​ນັ້ນ. 7ພຣະເຈົ້າ​ຢາເວ​ໄດ້​ປາກົດ​ແກ່​ອັບຣາມ ແລະ ກ່າວ​ວ່າ, “ເຮົາ​ຈະ​ມອບ​ດິນແດນ​ນີ້​ໃຫ້​ແກ່​ເຊື້ອສາຍ#12:7 ຫລື ເມັດພັນ​ຂອງ​ເຈົ້າ”. ດັ່ງນັ້ນ ເພິ່ນ​ຈຶ່ງ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຢູ່​ທີ່​ນັ້ນ​ເພື່ອ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ຜູ້​ທີ່​ໄດ້​ປາກົດ​ແກ່​ເພິ່ນ.
8ຈາກ​ທີ່​ນັ້ນ ເພິ່ນ​ກໍ​ໄດ້​ເດີນທາງ​ຕໍ່ໄປ​ຍັງ​ເນີນພູ​ດ້ານ​ຕາເວັນອອກ​ຂອງ​ເມືອງ​ເບັດເອນ ແລະ ຕັ້ງ​ເຕັນ​ຂອງ​ເພິ່ນ​ຂຶ້ນ ໂດຍ​ມີ​ເບັດເອນ​ຢູ່​ທາງ​ທິດຕາເວັນຕົກ ແລະ ເມືອງ​ອາອີ​ຢູ່​ທາງ​ທິດຕາເວັນອອກ. ທີ່​ນັ້ນ​ເພິ່ນ​ໄດ້​ສ້າງ​ແທ່ນບູຊາ​ຂຶ້ນ​ຖວາຍ​ແກ່​ພຣະເຈົ້າ​ຢາເວ ແລະ ຮ້ອງ​ອອກ​ນາມ​ຂອງ​ພຣະເຈົ້າ​ຢາເວ.
9ຫລັງຈາກ​ນັ້ນ ອັບຣາມ​ກໍ​ອອກ​ເດີນທາງ​ຕໍ່​ໄປ​ທີ່​ເນເກັບ.
ອັບຣາມ​ໃນ​ປະເທດ​ເອຢິບ
(ປຖກ 20:1-18; 26:1-11)
10ເວລານັ້ນ ມີ​ການ​ອຶດຢາກ​ອາຫານ​ເກີດຂຶ້ນ​ໃນ​ດິນແດນ ແລະ ອັບຣາມ​ຈຶ່ງ​ໄດ້​ລົງ​ໄປ​ທີ່​ເອຢິບ ແລະ ອາໄສ​ຢູ່​ທີ່​ນັ້ນ​ຊົ່ວໄລຍະໜຶ່ງ ເພາະ​ການອຶດຢາກ​ຮຸນແຮງ​ຫລາຍ. 11ຂະນະ​ທີ່​ເພິ່ນ​ກຳລັງ​ຈະ​ເຂົ້າ​ໄປ​ເອຢິບ, ເພິ່ນ​ໄດ້​ເວົ້າ​ກັບ​ນາງ​ຊາຣາຍ​ເມຍ​ຂອງ​ເພິ່ນ​ວ່າ, “ອ້າຍ​ຮູ້​ວ່າ​ນ້ອງ​ເປັນ​ຍິງ​ທີ່​ງົດງາມ. 12ເມື່ອ​ຊາວເອຢິບ​ເຫັນ​ນ້ອງ ພວກເຂົາ​ຈະ​ເວົ້າ​ວ່າ, ‘ນີ້​ແມ່ນ​ເມຍ​ຂອງ​ລາວ’. ແລ້ວ​ພວກເຂົາ​ກໍ​ຈະ​ຂ້າ​ອ້າຍ ແຕ່​ຈະ​ປ່ອຍ​ໃຫ້​ນ້ອງ​ມີ​ຊີວິດຢູ່. 13ຂໍ​ໃຫ້​ນ້ອງ​ບອກ​ວ່າ​ນ້ອງ​ເປັນ​ນ້ອງສາວ​ຂອງ​ອ້າຍ, ເພື່ອ​ວ່າ​ພວກເຂົາ​ຈະ​ປະຕິບັດ​ຕໍ່​ອ້າຍ​ເປັນ​ຢ່າງ​ດີ​ເພາະ​ເຫັນ​ແກ່​ນ້ອງ ແລະ ພວກເຂົາ​ຈະ​ໄວ້​ຊີວິດ​ຂອງ​ອ້າຍ​ໄວ້​ເພາະ​ນ້ອງ”.
14ເມື່ອ​ອັບຣາມ​ມາ​ເຖິງ​ເອຢິບ, ຊາວເອຢິບ​ກໍ​ເຫັນ​ວ່າ​ນາງ​ຊາຣາຍ​ເປັນ​ຍິງ​ທີ່​ງາມ​ຫລາຍ. 15ແລະ ເມື່ອ​ຂ້າລາຊະການ​ຂອງ​ຟາໂຣ​ເຫັນ​ນາງ​ແລ້ວ, ພວກເຂົາ​ກໍ​ຍົກຍ້ອງ​ນາງ​ຕໍ່​ຟາໂຣ, ແລ້ວ​ນາງ​ຈຶ່ງ​ຖືກ​ພາ​ຕົວ​ໄປ​ຍັງ​ວັງ​ຂອງ​ເພິ່ນ. 16ຟາໂຣ​ໄດ້​ປະຕິບັດ​ຕໍ່​ອັບຣາມ​ເປັນ​ຢ່າງ​ດີ​ເພາະ​ເຫັນ​ແກ່​ນາງ ແລະ ຍັງ​ໄດ້​ມອບ​ແກະ, ງົວ, ລໍ​ຜູ້ ແລະ ລໍ​ແມ່, ຜູ້ຮັບໃຊ້​ຊາຍ​ຍິງ ແລະ ຝູງ​ອູດ​ໃຫ້​ແກ່​ອັບຣາມ.
17ແຕ່​ພຣະເຈົ້າ​ຢາເວ​ໄດ້​ເຮັດ​ໃຫ້​ເກີດ​ພະຍາດ​ຮ້າຍແຮງ​ຂຶ້ນ​ແກ່​ຟາໂຣ ແລະ ຄອບຄົວ​ຂອງ​ເພິ່ນ​ຍ້ອນ​ນາງ​ຊາຣາຍ​ເມຍ​ຂອງ​ອັບຣາມ. 18ດັ່ງນັ້ນ ຟາໂຣ​ຈຶ່ງ​ໄດ້​ເອີ້ນ​ອັບຣາມ​ມາ​ພົບ. ເພິ່ນ​ກ່າວ​ວ່າ, “ເປັນຫຍັງ​ເຈົ້າ​ຈຶ່ງ​ເຮັດ​ກັບ​ເຮົາ​ຢ່າງ​ນີ້? ເປັນ​ຫຍັງ​ເຈົ້າ​ຈຶ່ງ​ບໍ່​ບອກ​ເຮົາ​ວ່າ​ນາງ​ເປັນ​ເມຍ​ຂອງ​ເຈົ້າ? 19ເປັນຫຍັງ​ເຈົ້າ​ຈຶ່ງ​ເວົ້າ​ວ່າ, ‘ນາງ​ເປັນ​ນ້ອງສາວ​ຂອງ​ຂ້ານ້ອຍ’? ເພື່ອ​ວ່າ​ເຮົາ​ຈະ​ໄດ້​ເອົາ​ນາງ​ມາ​ເປັນ​ເມຍ​ຂອງ​ເຮົາ​ບໍ? ນີ້​ເມຍ​ຂອງ​ເຈົ້າ. ຈົ່ງ​ເອົາ​ນາງ​ຄືນ ແລະ ຈົ່ງ​ໜີ​ໄປ!” 20ແລ້ວ​ຟາໂຣ​ຈຶ່ງ​ສັ່ງ​ຄົນ​ຂອງ​ເພິ່ນ​ເລື່ອງ​ອັບຣາມ ແລະ ພວກເຂົາ​ກໍ​ໄດ້​ສົ່ງ​ອັບຣາມ​ໄປ​ຕາມ​ທາງ​ຂອງ​ເພິ່ນ​ພ້ອມ​ກັບ​ເມຍ​ຂອງ​ເພິ່ນ ແລະ ທຸກສິ່ງ​ທີ່​ເພິ່ນ​ມີ.

اکنون انتخاب شده:

ປະຖົມມະການ 12: LCV

های‌لایت

به اشتراک گذاشتن

کپی

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید