ເອເຊກຽນ 44
44
ຖານະປະໂລຫິດໄດ້ຮັບການຟື້ນຟູ
1ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າມາທີ່ປະຕູຊັ້ນນອກ ທາງດ້ານຕາເວັນອອກຂອງສະຖານນະມັດສະການ ປະຕູນັ້ນປິດຢູ່. 2ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ໃຫ້ປະຕູປິດຢູ່ຢ່າງນີ້ ຢ່າເປີດ; ຢ່າໃຫ້ຜູ້ໃດເຂົ້າໄປທາງນີ້. ໃຫ້ປະຕູປິດຢູ່ຕະຫລອດເວລາ ເພາະພຣະເຈົ້າຢາເວ ພຣະເຈົ້າແຫ່ງອິດສະຣາເອນໄດ້ເຂົ້າໄປທາງນີ້. 3ເຈົ້ານາຍຜູ້ນັ້ນຜູ້ດຽວທີ່ສາມາດນັ່ງຢູ່ທາງເຂົ້າ ເພື່ອກິນອາຫານຕໍ່ໜ້າພຣະເຈົ້າຢາເວ. ເຈົ້ານາຍຜູ້ນັ້ນຈະເຂົ້າທາງໜ້າ ແລະ ອອກໄປທາງດຽວກັນ”.
4ແລ້ວຊາຍຄົນນັ້ນໄດ້ພາຂ້າພະເຈົ້າຜ່ານປະຕູດ້ານເໜືອໄປທີ່ດ້ານໜ້າຂອງວິຫານ. ຂ້າພະເຈົ້າເບິ່ງເຫັນສະຫງ່າລາສີຂອງພຣະເຈົ້າຢາເວໄດ້ປົກຄຸມທົ່ວວິຫານຂອງພຣະເຈົ້າຢາເວ ແລະ ຂ້າພະເຈົ້າກໍໝູບໜ້າລົງກັບພື້ນ.
5ພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ບຸດມະນຸດ, ຈົ່ງເບິ່ງໃຫ້ດີ, ຈົ່ງຟັງໃຫ້ດີ ແລະ ຈົ່ງເອົາໃຈໃສ່ຕໍ່ທຸກສິ່ງທີ່ເຮົາບອກເຈົ້າ ເລື່ອງກົດເກນກ່ຽວກັບທັງໝົດວິຫານຂອງພຣະເຈົ້າຢາເວ. ຈົ່ງເອົາໃຈໃສ່ເລື່ອງທາງເຂົ້າວິຫານ ແລະ ທາງເຂົ້າອອກທຸກທາງຂອງສະຖານນະມັດສະການ. 6ຈົ່ງກ່າວກັບຊົນຊາດອິດສະຣາເອນທີ່ມັກກະບົດວ່າ, ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຊົນຊາດອິດສະຣາເອນ! ພໍແລ້ວກັບການກະທຳອັນໜ້າກຽດຊັງທັງຫລາຍຂອງເຈົ້າ. 7ນອກເໜືອຈາກຄວາມປະພຶດອັນໜ້າກຽດຊັງອື່ນໆແລ້ວ ເຈົ້າຍັງພາຊາວຕ່າງຊາດຜູ້ບໍ່ໄດ້ຮັບພິທີຕັດ#44:7 ຫລື ບໍ່ເຊື່ອພຣະເຈົ້າທັງກາຍ ແລະ ໃຈເຂົ້າມາຍັງສະຖານນະມັດສະການຂອງເຮົາ, ເປັນການເຮັດໃຫ້ວິຫານຂອງເຮົາໝົ່ນໝອງ ໃນຂະນະທີ່ເຈົ້າຖວາຍອາຫານ, ໄຂມັນ ແລະ ເລືອດໃຫ້ແກ່ເຮົາ ແລະ ເຈົ້າກໍລະເມີດຄຳໝັ້ນສັນຍາຂອງເຮົາ. 8ແທນທີ່ຈະປະຕິບັດໜ້າທີ່ຂອງເຈົ້າກ່ຽວກັບສິ່ງບໍລິສຸດຂອງເຮົາ ເຈົ້າກໍໃຫ້ຄົນອື່ນມາຮັບຜິດຊອບເບິ່ງແຍງສະຖານນະມັດສະການຂອງເຮົາ. 9ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຢ່າໃຫ້ຊາວຕ່າງຊາດຄົນໃດທີ່ບໍ່ໄດ້ເຊື່ອພຣະເຈົ້າທັງກາຍ ແລະ ໃຈເຂົ້າມາໃນສະຖານນະມັດສະການຂອງເຮົາ, ຫ້າມແມ່ນແຕ່ຊາວຕ່າງຊາດທີ່ອາໄສຢູ່ໃນທ່າມກາງຊາວອິດສະຣາເອນ.
10“ ‘ຊາວເລວີທີ່ຫ່າງໄກຈາກເຮົາເມື່ອເວລາທີ່ອິດສະຣາເອນຫລົງຜິດໄປ ແລະ ໄດ້ຫລົງຈາກເຮົາໄປຕິດຕາມຮູບເຄົາລົບຕ່າງໆ ຈະຕ້ອງຮັບຜົນທີ່ເກີດຈາກບາບຂອງພວກເຂົາ. 11ພວກເຂົາອາດຈະເຮັດວຽກຮັບໃຊ້ໃນສະຖານນະມັດສະການຂອງເຮົາ, ເບິ່ງແຍງປະຕູວິຫານ ແລະ ຮັບໃຊ້ຢູ່ທີ່ນັ້ນ; ພວກເຂົາອາດຂ້າສັດເຄື່ອງເຜົາບູຊາ ແລະ ເຄື່ອງບູຊາຕ່າງໆໃຫ້ປະຊາຊົນ ແລະ ຢືນຢູ່ຕໍ່ໜ້າປະຊາຊົນ ແລະ ຮັບໃຊ້ພວກເຂົາ. 12ແຕ່ເນື່ອງຈາກພວກເຂົາເຄີຍຮັບໃຊ້ປະຊາຊົນຕໍ່ໜ້າຮູບເຄົາລົບຕ່າງໆ ແລະ ເຮັດໃຫ້ປະຊາຊົນອິດສະຣາເອນເຮັດບາບ, ເຫດສະນັ້ນ ເຮົາໄດ້ຍົກມືປະຕິຍານວ່າພວກເຂົາຕ້ອງຮັບຜົນທີ່ເກີດຈາກບາບຂອງຕົນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. 13ຢ່າໃຫ້ພວກເຂົາເຂົ້າມາຮັບໃຊ້ເຮົາຢ່າງໃກ້ຊິດໃນຖານະປະໂລຫິດ ຫລື ເຂົ້າມາໃກ້ເຄື່ອງບູຊາບໍລິສຸດທີ່ສຸດ ຫລື ສິ່ງບໍລິສຸດໃດໆຂອງເຮົາ; ພວກເຂົາຈະຕ້ອງຮັບຄວາມອັບອາຍຈາກການກະທຳທີ່ໜ້າກຽດຊັງຂອງຕົນ. 14ແລ້ວເຮົາຈະຕັ້ງພວກເຂົາໃຫ້ຮັບຜິດຊອບໜ້າທີ່ຕ່າງໆ ແລະ ງານທັງໝົດໃນວິຫານ.
15“ ‘ສ່ວນປະໂລຫິດຊາວເລວີ ຜູ້ທີ່ເປັນເຊື້ອສາຍຂອງຊາດົກ ແລະ ເປັນຜູ້ທີ່ຍັງປະຕິບັດໜ້າທີ່ຢ່າງສັດຊື່ໃນສະຖານນະມັດສະການຂອງເຮົາ ເມື່ອຊາວອິດສະຣາເອນຫລົງໄປຈາກເຮົານັ້ນ ໃຫ້ພວກເຂົາມາຮັບໃຊ້ໃກ້ຊິດຢູ່ຕໍ່ໜ້າເຮົາ; ໃຫ້ພວກເຂົາຢືນຢູ່ຕໍ່ໜ້າເຮົາເພື່ອຖວາຍເຄື່ອງບູຊາຄືໄຂມັນ ແລະ ເລືອດ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ. 16ພວກເຂົາເທົ່ານັ້ນທີ່ເຂົ້າມາໃນບ່ອນນະມັດສະການຂອງເຮົາໄດ້; ເຮົາອະນຸຍາດໃຫ້ພວກເຂົາເທົ່ານັ້ນທີ່ເຂົ້າມາໃກ້ໂຕະຂອງເຮົາ ເພື່ອຮັບໃຊ້ຕໍ່ໜ້າເຮົາ ແລະ ປະຕິບັດໜ້າທີ່ເພື່ອເຮົາ.
17“ ‘ເມື່ອພວກເຂົາຈະເຂົ້າປະຕູເດີ່ນຊັ້ນໃນ, ພວກເຂົາຕ້ອງສວມເຄື່ອງແຕ່ງກາຍຜ້າຝ້າຍລິນິນ; ພວກເຂົາຈະຕ້ອງບໍ່ສວມເຄື່ອງແຕ່ງກາຍທີ່ເຮັດດ້ວຍຂົນສັດຂະນະປະຕິບັດໜ້າທີ່ຢູ່ປະຕູຕ່າງໆຂອງເດີ່ນຊັ້ນໃນ ຫລື ພາຍໃນວິຫານ. 18ໃຫ້ພວກເຂົາຄຽນຜ້າຄຽນຫົວທີ່ເຮັດດ້ວຍຜ້າລິນິນໄວ້ເທິງຫົວຂອງຕົນ ແລະ ສວມເຄື່ອງແຕ່ງກາຍຊັ້ນໃນທີ່ເຮັດຈາກຜ້າລິນິນອ້ອມແອວຂອງຕົນ. ບໍ່ໃຫ້ພວກເຂົາສວມສິ່ງໃດທີ່ຈະເຮັດໃຫ້ພວກເຂົາເຫື່ອອອກ. 19ເມື່ອພວກເຂົາຈະອອກມາສູ່ເດີ່ນຊັ້ນນອກທີ່ປະຊາຊົນຢູ່ ໃຫ້ພວກເຂົາຖອດເຄື່ອງແຕ່ງກາຍທີ່ໃຊ້ປະຕິບັດໜ້າທີ່ອອກ ແລະ ວາງໄວ້ໃນຫ້ອງສັກສິດ ແລະ ສວມເຄື່ອງແຕ່ງກາຍອື່ນໆ ເພື່ອຈະໄດ້ບໍ່ເປັນການເຮັດໃຫ້ປະຊາຊົນນັ້ນສັກສິດ ໂດຍອາໄສເຄື່ອງແຕ່ງກາຍຂອງພວກເຂົາ.
20“ ‘ຢ່າໃຫ້ປະໂລຫິດແຖຜົມ ຫລື ປ່ອຍຜົມຍາວ ແຕ່ໃຫ້ພວກເຂົາຕັດຜົມຂອງຕົນໃຫ້ຮຽບຮ້ອຍ. 21ຢ່າໃຫ້ປະໂລຫິດຄົນໃດດື່ມເຫລົ້າອະງຸ່ນເມື່ອເຂົ້າໄປທີ່ເດີ່ນຊັ້ນໃນ. 22ຫ້າມບໍ່ໃຫ້ພວກເຂົາແຕ່ງງານກັບແມ່ໝ້າຍ ຫລື ຍິງທີ່ຢ່າຮ້າງ; ແຕ່ໃຫ້ພວກເຂົາແຕ່ງງານກັບສາວບໍລິສຸດເຊື້ອສາຍອິດສະຣາເອນ ຫລື ເມຍໝ້າຍຂອງປະໂລຫິດເທົ່ານັ້ນ. 23ພວກເຂົາຕ້ອງສັ່ງສອນປະຊາຊົນຂອງເຮົາເຖິງຂໍ້ແຕກຕ່າງລະຫວ່າງສິ່ງທີ່ບໍລິສຸດ ແລະ ສິ່ງທີ່ທຳມະດາ ແລະ ສອນປະຊາຊົນໃຫ້ຮູ້ຈັກໃຈແຍກລະຫວ່າງສິ່ງທີ່ເປັນມົນທິນ ແລະ ສິ່ງທີ່ສະອາດ.
24“ ‘ເມື່ອມີຂໍ້ຂັດແຍ້ງອັນໃດ ໃຫ້ປະໂລຫິດເຮັດໜ້າທີ່ພິພາກສາ ແລະ ຕັດສິນຕາມຂໍ້ກຳນົດຂອງເຮົາ. ໃຫ້ພວກເຂົາຮັກສາກົດບັນຍັດ ແລະ ດຳລັດທັງຫລາຍຂອງເຮົາເລື່ອງເທດສະການທັງໝົດຕາມກຳນົດ ແລະ ພວກເຂົາຈະຕ້ອງຮັກສາວັນຊະບາໂຕຂອງເຮົາໃຫ້ບໍລິສຸດ.
25“ ‘ປະໂລຫິດຈະຕ້ອບໍ່ເຮັດໃຫ້ຕົນເອງເປັນມົນທິນໂດຍເຂົ້າໄປໃກ້ຄົນຕາຍ; ເວັ້ນແຕ່ເປັນບິດາມານດາ, ລູກຊາຍລູກສາວ, ອ້າຍນ້ອງຊາຍ ຫລື ເອື້ອຍນ້ອງສາວທີ່ຍັງບໍ່ມີຜົວ ຈຶ່ງຍອມໃຫ້ຕົນເປັນມົນທິນໄດ້. 26ຫລັງຈາກທີ່ລາວຊຳລະໂຕແລ້ວ, ລາວຈະຕ້ອລໍຖ້າໄປອີກເຈັດວັນ. 27ໃນວັນທີ່ລາວຈະເຂົ້າໄປສູ່ເດີ່ນຊັ້ນໃນຂອງສະຖານນະມັດສະການເພື່ອປະຕິບັດໜ້າທີ່ໃນສະຖານນະມັດສະການ ລາວຈະຕ້ອງຖວາຍເຄື່ອງບູຊາໄຖ່ບາບເພື່ອຕົນເອງ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
28“ ‘ເຮົາຈະເປັນຊັບສົມບັດອັນດຽວທີ່ປະໂລຫິດມີ. ເຈົ້າຢ່າໃຫ້ພວກເຂົາຖືກຳມະສິດໃດໆໃນອິດສະຣາເອນ ເພາະເຮົາຈະເປັນກຳມະສິດຂອງພວກເຂົາ. 29ໃຫ້ພວກເຂົາກິນເມັດພືບູຊາ, ເຄື່ອງບູຊາໄຖ່ບາບ ແລະ ເຄື່ອງບູຊາລົບຄວາມຜິດ ແລະ ທຸກສິ່ງໃນອິດສະຣາເອນທີ່ໄດ້ຖວາຍ#44:29 ຄຳນີ້ໃນພາສາເຮັບເຣີໝາຍເຖິງສິ່ງຂອງ ຫລື ບຸກຄົນທີ່ຖວາຍແກອົງພຣະຜູ້ເປັນເຈົ້າ ແລ້ວບໍ່ອາດເອີ້ນຄືນໄດ້ແກ່ພຣະເຈົ້າຢາເວຈະເປັນຂອງປະໂລຫິດ. 30ຜົນທຳອິດທີ່ດີທີ່ສຸດ ແລະ ເຄື່ອງຖວາຍພິເສດທັງໝົດຂອງເຈົ້າຈະເປັນຂອງບັນດາປະໂລຫິດ. ເຈົ້າຈົ່ງມອບພືດຜົນທຳອິດຂອງເຈົ້າໃຫ້ແກ່ພວກເຂົາ ເພື່ອຄອບຄົວຂອງເຈົ້າຈະໄດ້ຮັບພອນ. 31ປະໂລຫິດຈະຕ້ອງບໍ່ກິນສັດທີ່ຕາຍເອງ ຫລື ຖືກສັດຮ້າຍກັດຈີກ ບໍ່ວ່າຈະເປັນນົກ ຫລື ສັດອື່ນໆ.
اکنون انتخاب شده:
ເອເຊກຽນ 44: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: