ເອເຊກຽນ 43

43
ສະຫງ່າລາສີ​ຂອງ​ພຣະເຈົ້າ​ກັບ​ຄືນ​ສູ່​ວິຫານ
1ແລ້ວ​ຊາຍ​ຄົນ​ນັ້ນ​ກໍ​ໄດ້​ນຳ​ຂ້າພະເຈົ້າ​ໄປ​ຍັງ​ປະຕູ​ທີ່​ຫັນ​ໜ້າ​ໄປ​ທາງ​ຕາເວັນ​ອອກ 2ແລະ ຂ້າພະເຈົ້າ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ແຫ່ງ​ອິດສະຣາເອນ​ມາ​ຈາກ​ທາງ​ຕາເວັນ​ອອກ. ສຽງ​ຂອງ​ພຣະອົງ​ເໝືອນ​ກັບ​ສຽງ​ຂອງ​ກະແສ​ນ້ຳ​ທີ່​ໄຫລແຮງ ແລະ ແຜ່ນດິນ​ກໍ​ຮຸ່ງເຮືອງ​ໄປ​ດ້ວຍ​ສະຫງ່າລາສີ​ຂອງ​ພຣະອົງ. 3ນິມິດ​ທີ່​ຂ້າພະເຈົ້າ​ເຫັນ​ນີ້​ຄື​ກັນ​ກັບ​ນິມິດ​ທີ່​ຂ້າພະເຈົ້າ​ເຫັນ ເມື່ອ​ພຣະອົງ​ໄດ້​ມາ​ທຳລາຍ​ນະຄອນ​ນັ້ນ ແລະ ເໝືອນ​ນິມິດ​ທີ່​ຂ້າພະເຈົ້າ​ໄດ້​ເຫັນ​ຢູ່​ທີ່​ແຄມ​ແມ່ນ້ຳ​ເກບາກ ແລະ ຂ້າພະເຈົ້າ​ຈຶ່ງ​ໝອບ​ກາບ​ລົງ​ກັບ​ພື້ນ. 4ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ເຂົ້າ​ສູ່​ວິຫານ​ທາງ​ປະຕູ​ດ້ານ​ຕາເວັນ​ອອກ. 5ແລ້ວ​ພຣະວິນຍານບໍລິສຸດ​ໄດ້​ຍົກ​ຂ້າພະເຈົ້າ​ຂຶ້ນ ແລະ ນຳ​ຂ້າພະເຈົ້າ​ໄປ​ທີ່​ເດີ່ນ​ຊັ້ນ​ໃນ ແລະ ສະຫງ່າລາສີ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ປົກຄຸມ​ໄປ​ທົ່ວ​ວິຫານ.
6ຂະນະ​ທີ່​ຊາຍ​ຄົນ​ນັ້ນ​ກຳລັງ​ຢືນ​ຢູ່​ຂ້າງ​ຂ້າພະເຈົ້າ ຂ້າພະເຈົ້າ​ກໍ​ໄດ້​ຍິນ​ຜູ້​ໜຶ່ງ​ກ່າວ​ກັບ​ຂ້າພະເຈົ້າ​ດັງ​ມາ​ຈາກ​ພາຍໃນ​ວິຫານ. 7ພຣະອົງ​ໄດ້​ກ່າວ​ວ່າ: “ບຸດ​ມະນຸດ, ບັນລັງ ແລະ ແທ່ນ​ວາງ​ຕີນ​ຂອງ​ເຮົາ​ແມ່ນ​ຢູ່​ບ່ອນ​ນີ້. ນີ້​ຄື​ບ່ອນ​ທີ່​ເຮົາ​ຈະ​ສະຖິດ​ຢູ່​ທ່າມກາງ​ຊົນຊາດ​ອິດສະຣາເອນ​ຕະຫລອດໄປ. ຊົນຊາດ​ອິດສະຣາເອນ ບໍ່​ວ່າ​ຈະ​ເປັນ​ປະຊາຊົນ ຫລື ກະສັດ​ຂອງ​ພວກເຂົາ​ກໍ​ຈະ​ບໍ່​ເຮັດ​ໃຫ້​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ​ເປັນ​ມົນທິນ​ອີກ ໂດຍ​ການ​ຄ້າປະເວນີ#43:7 ຫລື ການ​ນອກໃຈ​ຝ່າຍ​ວິນຍານ ເຊັ່ນ​ດຽວ​ກັບ​ຂໍ້ 9​ຂອງ​ພວກເຂົາ ແລະ ກາບໄຫວ້​ຮູບເຄົາລົບ#43:7 ຫລື ຊາກ​ສົບ ເຊັ່ນ​ດຽວ​ກັບ​ຂໍ້ 9​ອັນ​ບໍ່​ມີ​ຊີວິດ​ຂອງ​ກະສັດ​ຂອງ​ພວກເຂົາ​ທີ່​ບ່ອນ​ບູຊາ​ເທິງ​ທີ່​ສູງ​ທັງຫລາຍ. 8ເມື່ອ​ພວກເຂົາ​ວາງ​ທໍລະນີ​ປະຕູ​ຂ້າງ​ປະຕູ​ຂອງ​ເຮົາ ແລະ ຕັ້ງ​ເສົາ​ປະຕູ​ຂອງ​ພວກເຂົາ​ໄວ້​ຂ້າງ​ເສົາ​ປະຕູ​ຂອງ​ເຮົາ ເຊິ່ງ​ມີ​ພຽງ​ຝາ​ກັ້ນ​ລະຫວ່າງ​ເຮົາ​ກັບ​ພວກເຂົາ, ພວກເຂົາ​ກໍ​ເຮັດ​ໃຫ້​ນາມ​ອັນ​ບໍລິສຸດ​ຂອງ​ເຮົາ​ເປັນ​ມົນທິນ​ໂດຍ​ການ​ກະທຳ​ອັນ​ໜ້າ​ກຽດ​ຊັງ. ດັ່ງນັ້ນ ເຮົາ​ຈຶ່ງ​ໄດ້​ທຳລາຍ​ພວກເຂົາ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ. 9ບັດນີ້ ໃຫ້​ພວກເຂົາ​ກຳຈັດ​ການ​ນອກໃຈ​ຂອງ​ພວກເຂົາ ແລະ ຮູບເຄົາລົບ​ອັນ​ບໍ່​ມີ​ຊີວິດ​ຂອງ​ບັນດາ​ກະສັດ​ຂອງ​ພວກເຂົາ​ໄປ​ຈາກ​ເຮົາ ແລ້ວ​ເຮົາ​ຈະ​ຢູ່​ທ່າມກາງ​ພວກເຂົາ​ຕະຫລອດໄປ.
10“ບຸດ​ມະນຸດ, ຈົ່ງ​ກ່າວ​ເຖິງ​ວິຫານ​ໃຫ້​ປະຊາຊົນ​ອິດສະຣາເອນ​ຟັງ ເພື່ອ​ພວກເຂົາ​ຈະ​ໄດ້​ລະອາຍ​ໃຈ​ໃນ​ບາບ​ທັງຫລາຍ​ຂອງ​ຕົນ. ໃຫ້​ພວກເຂົາ​ພິຈາລະນາ​ເຖິງ​ແຜນຜັງ​ຂອງ​ວິຫານ 11ແລະ ຖ້າ​ພວກເຂົາ​ລະອາຍ​ໃຈ​ໃນ​ສິ່ງ​ທັງໝົດ​ທີ່​ພວກເຂົາ​ໄດ້​ເຮັດ​ໄປ​ແລ້ວ ກໍ​ຈົ່ງ​ແຈ້ງ​ແຜນ​ຝັງ​ວິຫານ​ໃຫ້​ພວກເຂົາ​ຮູ້ ການ​ຈັດ​ຕຽມ, ທາງເຂົ້າ ແລະ ທາງ​ອອກ, ແຜນຜັງ​ທັງໝົດ ແລະ ກົດເກນ#43:11 ສຳເນົາ​ຕົ້ນ​ສະບັບ​ພາສາ​ເຮັບເຣີ​ສ່ວນ​ໃຫຍ່​ວ່າ ກົດເກນ ແລະ ແຜນຜັງ​ທັງໝົດ​ຂອງ​ມັນ ແລະ ກົດບັນຍັດ​ທັງໝົດ. ຈົ່ງ​ບັນທຶກ​ສິ່ງ​ເຫລົ່ານີ້​ໄວ້​ຕໍ່ໜ້າ​ພວກເຂົາ ເພື່ອ​ພວກເຂົາ​ຈະ​ໄດ້​ເຮັດ​ຕາມ​ແຜນຜັງ ແລະ ປະຕິບັດ​ຕາມ​ກົດເກນ​ທັງໝົດ.
12“ນີ້​ເປັນ​ກົດ​ເລື່ອງ​ວິຫານ ຄື​ບໍລິເວນ​ອ້ອມ​ຮອບ​ຈອມ​ພູເຂົາ​ຈະ​ເປັນ​ບ່ອນ​ສັກສິດ​ທີ່ສຸດ. ນັ້ນ​ເປັນ​ກົດ​ຂອງ​ວິຫານ.
ແທ່ນບູຊາ​ໃຫຍ່​ໄດ້​ຮັບ​ການ​ບູລະນະ
13“ນີ້​ເປັນ​ຂະໜາດ​ຂອງ​ແທ່ນບູຊາ ວັດແທກ​ເປັນ​ຫົວໜ່ວຍ, ຫົວໜ່ວຍ​ໜຶ່ງ​ເທົ່າ​ກັບ 1 ສອກ#43:13 ຄື ປະມານ​ເຄິ່ງ​ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 17 ກັບ 1 ຝ່າ​ມື#43:13 ຄື ປະມານ 8 ຊັງຕີແມັດ ຄື​ຮາງ​ຂອງ​ແທ່ນບູຊາ​ນັ້ນ​ເລິກ 1 ສອກ ແລະ ກວ້າງ 1 ສອກ, ຢູ່​ທີ່​ແຄມ​ຂອງ​ຂອບ​ໜາ 1 ຄືບ#43:13 ຄື ປະມານ 22 ຊັງຕີແມັດ ຄວາມ​ສູງ​ຂອງ​ແທ່ນ​ມີ​ດັ່ງນີ້: 14ຈາກ​ຖານ​ທີ່​ຢູ່​ພື້ນ​ມາ​ເຖິງ​ຂອບ​ລຸ່ມ​ທີ່​ຢູ່​ອ້ອມ​ແທ່ນ ສູງ 2 ສອກ ແລະ ກວ້າງ 1 ສອກ.#43:14 ຄື ສູງ​ປະມານ 1 ແມັດ ກວ້າງ​ປະມານ​ເຄິ່ງ​ແມັດ ຈາກ​ຂອບ​ທີ່​ນ້ອຍ​ກວ່າ​ຂຶ້ນ​ໄປ​ຫາ​ຂອບ​ທີ່​ໃຫຍ່​ກວ່າ ສູງ 4 ສອກ ແລະ ກວ້າງ 1 ສອກ.#43:14 ຄື ສູງ​ປະມານ 2 ແມັດ ກວ້າງ​ປະມານ​ເຄິ່ງ​ແມັດ 15ນອກ​ເໜືອ​ຈາກ​ນັ້ນ, ເຕົາ​ຂອງ​ແທ່ນບູຊາ ສູງ 4 ສອກ#43:15 ຄື ປະມານ 2 ແມັດ ແລະ ເຂົາ​ທັງ​ສີ່​ຍື່ນ​ຂຶ້ນ​ມາ​ຈາກ​ເຕົາ. 16ເຕົາ​ຂອງ​ແທ່ນບູຊາ​ແມ່ນ​ເປັນ​ສີ່​ຫລ່ຽມ​ມົນທົນ, ຍາວ 12 ສອກ ແລະ ກວ້າງ 12 ສອກ.#43:16 ຄື ກວ້າງ​ຍາວ​ດ້ານ​ລະ​ປະມານ 6 ແມັດ 17ຂອບ​ເທິງ​ກໍ​ເປັນ​ສີ່​ຫລ່ຽມ​ມົນທົນ, ຍາວ 14 ສອກ ແລະ ກວ້າງ 14 ສອກ.#43:17 ຄື ກວ້າງ​ຍາວ​ດ້ານ​ລະ​ປະມານ 7 ແມັດ ຢູ່​ອ້ອມ​ແທ່ນ​ແມ່ນ​ມີ​ຮາງ​ຂະໜາດ 1 ສອກ ພ້ອມ​ດ້ວຍ​ແຄມຂອບ​ໜາ ເຄິ່ງ​ສອກ#43:17 ຄື ປະມານ 25 ຊັງຕີແມັດ. ຂັ້ນໄດ​ຂອງ​ແທ່ນບູຊາ​ແມ່ນ​ຫັນ​ໜ້າ​ໄປ​ທາງ​ຕາເວັນ​ອອກ”.
18ແລ້ວ​ເພິ່ນ​ໄດ້​ກ່າວ​ແກ່​ຂ້າພະເຈົ້າ​ວ່າ, “ບຸດ​ມະນຸດ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ຕໍ່ໄປ​ນີ້​ຄື​ກົດເກນ​ເລື່ອງ​ການ​ຖວາຍ​ເຄື່ອງເຜົາ​ບູຊາ ແລະ ການ​ຊິດ​ເລືອດ​ເໜືອ​ແທ່ນ​ໃນ​ວັນ​ທີ່​ສ້າງ​ແທ່ນ​ສຳເລັດ. 19ເຈົ້າ​ຈົ່ງ​ມອບ​ງົວ​ໜຸ່ມ​ໃຫ້​ເປັນ​ເຄື່ອງບູຊາ​ໄຖ່​ບາບ​ແກ່​ປະໂລຫິດ​ຊາວ​ເລວີ​ໃນ​ຄອບຄົວ​ຂອງ​ຊາດົກ, ຜູ້​ເຂົ້າ​ມາ​ບົວລະບັດ​ຮັບໃຊ້​ໃກ້​ຊິດ​ຕໍ່ໜ້າ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນີ້. 20ເຈົ້າ​ຈົ່ງ​ເອົາ​ເລືອດ​ບາງ​ສ່ວນ​ທາ​ໃສ່​ທີ່​ແຈ​ທັງ​ສີ່​ຂອງ​ແທ່ນບູຊາ ແລະ ທີ່​ແຈ​ທັງ​ສີ່​ຂອງ​ຂອບ​ເທິງ ແລະ ທາ​ອ້ອມ​ແຄມ​ຂອບ ເປັນ​ການ​ຊຳລະ​ແທ່ນບູຊາ ແລະ ລົບ​ມົນທິນ​ຂອງ​ແທ່ນ​ນັ້ນ. 21ເຈົ້າ​ຈົ່ງ​ໃຊ້​ງົວ​ໜຸ່ມ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ເຜົາ​ໃນ​ທີ່​ໄດ້​ກຳນົດ​ໄວ້​ໃນ​ບໍລິເວນ​ວິຫານ​ນອກ​ສະຖານ​ນະມັດສະການ.
22“ໃນ​ວັນ​ທີ​ສອງ ເຈົ້າ​ຈົ່ງ​ຖວາຍ​ແກະ​ຜູ້​ທີ່​ບໍ່​ມີ​ຕຳໜິ​ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ຈົ່ງ​ຊຳລະ​ແທ່ນ​ເໝືອນ​ເມື່ອ​ຊຳລະ​ໂດຍ​ໃຊ້​ງົວ​ຜູ້. 23ເມື່ອ​ເຈົ້າ​ຊຳລະ​ແທ່ນ​ນັ້ນ​ສຳເລັດ​ແລ້ວ ເຈົ້າ​ຈົ່ງ​ຖວາຍ​ງົວ​ໜຸ່ມ​ໜຶ່ງ​ໂຕ ແລະ ແກະ​ຜູ້​ທີ່​ຄັດ​ມາ​ຈາກ​ຝູງ​ໜຶ່ງ​ໂຕ ທັງ​ງົວ​ຜູ້ ແລະ ແກະ​ຜູ້​ຕ້ອງ​ບໍ່​ມີ​ຕຳໜິ. 24ເຈົ້າ​ຈົ່ງ​ຖວາຍ​ສັດ​ທັງ​ສອງ​ຕໍ່ໜ້າ​ພຣະເຈົ້າ​ຢາເວ ແລະ ໃຫ້​ປະໂລຫິດ​ໂຮຍ​ເກືອ​ໃສ່​ງົວ​ຜູ້ ແລະ ແກະ​ຜູ້ ແລະ ຖວາຍ​ສັດ​ເຫລົ່ານີ້​ເປັນ​ເຄື່ອງເຜົາ​ບູຊາ​ແກ່​ພຣະເຈົ້າ​ຢາເວ.
25“ຕະຫລອດ​ເຈັດ​ມື້ ເຈົ້າ​ຈົ່ງ​ຖວາຍ​ແກະ​ຜູ້​ມື້​ລະ​ໂຕ ເພື່ອ​ເປັນ​ເຄື່ອງບູຊາ​ໄຖ່​ບາບ ແລະ ຈົ່ງ​ຕຽມ​ງົວ​ໜຸ່ມ​ໜຶ່ງ​ໂຕ ແລະ ແກະ​ຜູ້​ທີ່​ຄັດ​ມາ​ຈາກ​ຝູງ​ໜຶ່ງ​ໂຕ​ດ້ວຍ, ສັດ​ເຫລົ່ານີ້​ຕ້ອງ​ບໍ່​ມີ​ຕຳໜິ. 26ຕະຫລອດ​ເຈັດ​ມື້ ພວກເຂົາ​ຕ້ອງ​ລົບ​ມົນທິນ​ຂອງ​ແທ່ນບູຊາ ແລະ ຊຳລະ​ແທ່ນ​ໃຫ້​ສະອາດ​ເພື່ອ​ເປັນ​ການຖວາຍ​ແທ່ນ​ນັ້ນ. 27ເມື່ອ​ຄົບ​ເຈັດ​ມື້​ແລ້ວ ຕັ້ງ​ແຕ່​ວັນ​ທີ​ແປດ​ເປັນ​ຕົ້ນ​ໄປ, ປະໂລຫິດ​ຕ້ອງ​ນຳ​ເຄື່ອງເຜົາ​ບູຊາ ແລະ ເຄື່ອງ​ສາມັກຄີທຳ​ບູຊາ​ຂອງ​ເຈົ້າ​ມາ​ຖວາຍ​ຢູ່​ເທິງ​ແທ່ນບູຊາ ແລ້ວ​ເຮົາ​ກໍ​ຈະ​ຍອມຮັບ​ພວກເຈົ້າ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເອເຊກຽນ 43: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید