ເອເຊກຽນ 42

42
ຫ້ອງ​ສຳລັບ​ປະໂລຫິດ
1ແລ້ວ​ຊາຍ​ຄົນ​ນັ້ນ​ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ເດີ່ນ​ຊັ້ນ​ນອກ​ທາງ​ທິດ​ເໜືອ ແລະ ໄດ້​ພາ​ຂ້າພະເຈົ້າ​ໄປ​ທີ່​ຫ້ອງ​ຕ່າງໆ​ທີ່​ຢູ່​ກົງກັນຂ້າມ​ກັບ​ເດີ່ນ​ວິຫານ ແລະ ກົງກັນຂ້າມ​ກັບ​ຝາ​ດ້ານ​ນອກ​ທາງ​ທິດ​ເໜືອ. 2ອາຄານ​ທີ່​ມີ​ປະຕູ​ຫັນ​ໜ້າ​ໄປ​ທາງ​ທິດ​ເໜືອ​ຍາວ 100 ສອກ ແລະ ກວ້າງ 50 ສອກ.#42:2 ຄື ຍາວ​ປະມານ 50 ແມັດ ກວ້າງ​ປະມານ 25 ແມັດ 3ທັງ​ໃນ​ສ່ວນ​ທີ່​ເປັນ​ໄລຍະ 20 ສອກ#42:3 ຄື ປະມານ 10 ແມັດ ຈາກ​ເດີ່ນ​ຊັ້ນ​ໃນ ແລະ ໃນ​ສ່ວນ​ທີ່​ຢູ່​ກົງກັນຂ້າມ​ກັບ​ທາງຍ່າງ​ຂອງ​ເດີ່ນ​ຊັ້ນ​ນອກ, ມີ​ລະບຽງ​ທີ່​ຫັນ​ໜ້າ​ເຂົ້າ​ຫາ​ກັນ​ສາມ​ຊັ້ນ. 4ໜ້າ​ຫ້ອງ​ຕ່າງໆ​ເປັນ​ທາງຍ່າງ​ພາຍໃນ ເຊິ່ງ​ມີ​ຄວາມ​ກວ້າງ 10 ສອກ#42:4 ຄື ປະມານ 5 ແມັດ ແລະ ຍາວ 100 ສອກ.#42:4 ຄື ປະມານ 50 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 8 ປະຕູ​ຫ້ອງ​ເຫລົ່ານີ້​ແມ່ນ​ຢູ່​ທາງ​ທິດ​ເໜືອ. 5ຫ້ອງ​ຊັ້ນ​ເທິງ​ແຄບ​ກວ່າ​ເພາະ​ລະບຽງ​ໄດ້​ກິນ​ເນື້ອທີ່​ຫລາຍ​ກວ່າ​ລະບຽງ​ຂອງ​ຫ້ອງ​ຊັ້ນ​ລຸມ ແລະ ຊັ້ນ​ກາງ​ຂອງ​ອາຄານ. 6ຫ້ອງ​ຕ່າງໆ​ທີ່​ຢູ່​ຊັ້ນ​ສາມ​ແມ່ນ​ບໍ່​ມີ​ເສົາ​ຄ້ຳ​ເໝືອນ​ກັບ​ຢູ່​ທີ່​ເດີ່ນ; ດັ່ງນັ້ນ ເນື້ອທີ່​ພື້ນ​ຫ້ອງ​ຈຶ່ງ​ແຄບ​ກວ່າ​ຢູ່​ຊັ້ນ​ລຸ່ມ ແລະ ຊັ້ນ​ກາງ. 7ມີ​ຝາ​ດ້ານ​ນອກ​ທີ່​ຢູ່​ທາງ​ດ້ານ​ໜ້າ​ຂອງ​ຫ້ອງ​ຕ່າງໆ ແລະ ເດີ່ນ​ຊັ້ນ​ນອກ ເຊິ່ງ​ມີ​ຄວາມ​ຍາວ 50 ສອກ.#42:7 ຄື ປະມານ 25 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 8 8ໃນ​ຂະນະ​ທີ່​ຫ້ອງ​ແຖວ​ດ້ານ​ຂ້າງ​ຖັດ​ຈາກ​ເດີ່ນ​ຊັ້ນ​ນອກ​ກໍ​ຍາວ 50 ສອກ, ຫ້ອງ​ແຖວ​ຢູ່​ດ້ານ​ຂ້າງ​ໃກ້​ສະຖານ​ນະມັດສະການ​ທີ່ສຸດ​ກໍ​ຍາວ 100 ສອກ. 9ຫ້ອງ​ຊັ້ນ​ລຸ່ມ​ມີ​ທາງເຂົ້າ​ດ້ານ​ຕາເວັນ​ອອກ​ເມື່ອ​ເຂົ້າ​ມາ​ຈາກ​ເດີ່ນ​ຊັ້ນ​ນອກ.
10ທາງ​ດ້ານ​ໃຕ້#42:10 ພາສາ​ເຮັບເຣີ​ວ່າ ທາງ​ດ້ານ​ຕະເວັນ​ອອກ​ຕາມ​ຄວາມ​ຍາວ​ຂອງ​ຝາ​ເດີ່ນ​ຊັ້ນ​ນອກ ມີ​ຫ້ອງ​ຕ່າງໆ​ຕິດ​ກັບ​ເດີ່ນ​ວິຫານ ແລະ ກົງກັນຂ້າມ​ກັບ​ຝາ​ຊັ້ນ​ນອກ. 11ເຊິ່ງ​ມີ​ທາງຍ່າງ​ຢູ່​ຕໍ່​ໜ້າ​ຫ້ອງ. ຫ້ອງ​ເຫລົ່ານີ້​ແມ່ນ​ຄື​ກັນ​ກັບ​ຫ້ອງ​ທີ່​ຢູ່​ທາງ​ທິດ​ເໜືອ​ທີ່​ມີ​ຄວາມ​ກວ້າງ​ກັບ​ຄວາມ​ຍາວ​ເທົ່າ​ກັນ ແລະ ມີ​ທາງ​ອອກ​ຄ້າຍ​ຄື​ກັນ ແລະ ຂະໜາດ​ກໍ​ໃກ້​ຄຽງ​ກັນ ຄ້າຍຄື​ກັບ​ປະຕູ​ທີ່​ຢູ່​ທາງ​ທິດ​ເໜືອ. 12ຄື​ປະຕູ​ຂອງ​ຫ້ອງ​ຢູ່​ທາງ​ທິດ​ໃຕ້. ມີ​ປະຕູ​ທາງເຂົ້າ​ທີ່​ຂະໜານ​ກັບ​ກຳແພງ​ທີ່​ຍາວ​ໄປ​ທາງ​ທິດ​ຕາເວັນ​ອອກ ເຊິ່ງ​ເປັນ​ທາງເຂົ້າ​ໄປ​ໃນ​ຫ້ອງ​ເຫລົ່ານັ້ນ.
13ແລ້ວ​ເພິ່ນ​ກໍ​ໄດ້​ບອກ​ຂ້າພະເຈົ້າ​ວ່າ, “ຫ້ອງ​ທີ່​ຢູ່​ທາງ​ທິດ​ເໜືອ ແລະ ທາງ​ທິດ​ໃຕ້​ທີ່​ຫັນ​ໜ້າ​ໄປ​ຫາ​ເດີ່ນ​ວິຫານ​ແມ່ນ​ເປັນ​ຫ້ອງ​ຂອງ​ບັນດາ​ປະໂລຫິດ, ເປັນ​ບ່ອນ​ທີ່​ບັນດາ​ປະໂລຫິດ​ຜູ້​ເຂົ້າ​ພົບ​ພຣະເຈົ້າ​ຢາເວ ຈະ​ກິນ​ເຄື່ອງບູຊາ​ອັນ​ບໍລິສຸດ​ທີ່ສຸດ. ບັນດາ​ປະໂລຫິດ​ຈະ​ວາງ​ເຄື່ອງບູຊາ​ບໍລິສຸດ​ທີ່ສຸດ ທັງ​ເມັດພືດ​ບູຊາ, ເຄື່ອງບູຊາ​ໄຖ່​ບາບ ແລະ ເຄື່ອງບູຊາ​ລົບ​ຄວາມ​ຜິດ ເພາະ​ສະຖານ​ທີ່​ນັ້ນ​ບໍລິສຸດ. 14ເມື່ອ​ປະໂລຫິດ​ເຂົ້າ​ສູ່​ບ່ອນ​ບໍລິສຸດ, ພວກເຂົາ​ຈະ​ບໍ່​ອອກ​ໄປ​ສູ່​ເດີ່ນ​ຊັ້ນ​ນອກ​ຈົນ​ກວ່າ​ຈະ​ໄດ້​ຖອດ​ເຄື່ອງ​ແຕ່ງ​ກາຍ​ທີ່​ສວມ​ຢູ່​ຂະນະ​ປະຕິບັດ​ໜ້າທີ່​ອອກ​ກ່ອນ ເພາະ​ສິ່ງ​ເຫລົ່ານີ້​ລ້ວນ​ແຕ່​ບໍລິສຸດ. ພວກເຂົາ​ຈະ​ສວມ​ເຄື່ອງ​ແຕ່ງ​ກາຍ​ອື່ນໆ ກ່ອນ​ທີ່​ພວກເຂົາ​ຈະ​ເຂົ້າ​ໄປ​ໃກ້​ບ່ອນ​ທີ່​ມີ​ໄວ້​ສຳລັບ​ປະຊາຊົນ”.
15ເມື່ອ​ເພິ່ນ​ແທກ​ຂ້າງ​ໃນ​ບໍລິເວນ​ວິຫານ​ສຳເລັດ​ແລ້ວ ເພິ່ນ​ກໍ​ພາ​ຂ້າພະເຈົ້າ​ອອກ​ມາ​ທາງ​ປະຕູ​ທິດ​ຕາເວັນ​ອອກ ແລະ ແທກ​ບໍລິເວນ​ອ້ອມ​ຮອບ​ນັ້ນ. 16ເພິ່ນ​ໄດ້​ແທກ​ດ້ານ​ຕາເວັນ​ອອກ​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ.#42:16 ຄື ປະມານ 250 ແມັດ ເຊັ່ນ​ດຽວ​ກັບ​ຂໍ້ 17, 18, 19 ແລະ 20. 17ເພິ່ນ​ໄດ້​ແທກ​ດ້ານ​ເໜືອ​ດ້ວຍ​ໄມ້​ວັດແທກ ໄດ້ 500 ສອກ. 18ເພິ່ນ​ໄດ້​ແທກ​ດ້ານ​ໃຕ້​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ. 19ແລ້ວ​ເພິ່ນ​ກໍ​ກັບ​ໄປ​ແທກ​ດ້ານ​ຕາເວັນ​ຕົກ​ດ້ວຍ​ໄມ້​ວັດແທກ ກໍ​ແທກ​ໄດ້ 500 ສອກ. 20ດັ່ງນັ້ນ ເພິ່ນ​ຈຶ່ງ​ແທກ​ບໍລິເວນ​ທັງ​ສີ່​ດ້ານ ເຊິ່ງ​ມີ​ກຳແພງ​ອ້ອມ​ຮອບ, ເພິ່ນ​ແທກ​ໄດ້​ຄວາມ​ຍາວ 500 ສອກ ແລະ ຄວາມ​ກວ້າງ 500 ສອກ, ເພື່ອ​ແຍກ​ບ່ອນ​ບໍລິສຸດ​ອອກ​ຈາກ​ບ່ອນ​ສາທາລະນະ.

اکنون انتخاب شده:

ເອເຊກຽນ 42: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید