ເອເຊກຽນ 29

29
ຄຳ​ທຳນວາຍ​ກ່າວ​ໂທດ​ເອຢິບ
ການ​ພິພາກສາ​ເທິງ​ຟາໂຣ
1ໃນ​ວັນ​ທີ​ສິບ​ສອງ​ເດືອນ​ທີ​ສິບ​ປີ​ທີ​ສິບ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 2“ບຸດ​ມະນຸດ, ຈົ່ງ​ຫັນ​ໜ້າ​ຂອງ​ເຈົ້າ​ໄປ​ທາງ​ຟາໂຣ​ກະສັດ​ແຫ່ງ​ເອຢິບ ແລະ ທຳນວາຍ​ກ່າວ​ໂທດ​ລາວ ແລະ ເອຢິບ​ທັງໝົດ. 3ຈົ່ງ​ກ່າວ​ກັບ​ລາວ ແລະ ເວົ້າ​ວ່າ: ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ:
“ ‘ຟາໂຣ​ກະສັດ​ແຫ່ງ​ເອຢິບ ເຮົາ​ເປັນ​ສັດຕູ​ກັບ​ເຈົ້າ,
ເຈົ້າ​ເປັນ​ສັດ​ຮ້າຍ​ຜູ້​ຍິ່ງໃຫຍ່​ທີ່​ດັກຊຸ້ມ​ຢູ່​ໃນ​ສາຍ​ນ້ຳ​ຂອງ​ເຈົ້າ.
ເຈົ້າ​ກ່າວ​ວ່າ, “ແມ່ນ້ຳ​ນິນ​ເປັນ​ຂອງ​ຂ້ອຍ;
ຂ້ອຍ​ສ້າງ​ມັນ​ຂຶ້ນ​ມາ​ເພື່ອ​ໂຕ​ຂ້ອຍ​ເອງ”.
4ແຕ່​ເຮົາ​ຈະ​ເອົາ​ເບັດ​ກ່ຽວ​ຄາງກະໄຕ​ຂອງ​ເຈົ້າ
ແລະ ເຮັດ​ໃຫ້​ປາ​ໃນ​ສາຍ​ນ້ຳ​ຂອງ​ເຈົ້າ​ຕິດ​ກັບ​ເກັດ​ຂອງ​ເຈົ້າ.
ເຮົາ​ຈະ​ດຶງ​ເຈົ້າ​ຂຶ້ນ​ມາ​ຈາກ​ທ່າມກາງ​ສາຍ​ນ້ຳ​ທັງຫລາຍ​ຂອງ​ເຈົ້າ,
ພ້ອມ​ກັບ​ປາ​ທັງໝົດ​ທີ່​ຕິດ​ຢູ່​ກັບ​ເກັດ​ຂອງ​ເຈົ້າ.
5ເຮົາ​ຈະ​ຖິ້ມ​ເຈົ້າ​ໄວ້​ໃນ​ຖິ່ນແຫ້ງແລ້ງກັນດານ,
ເຈົ້າ ແລະ ປາ​ທັງໝົດ​ຈາກ​ສາຍ​ນ້ຳ​ຂອງ​ເຈົ້າ.
ເຈົ້າ​ຈະ​ຕົກ​ຢູ່​ກາງ​ທົ່ງ
ແລະ ບໍ່​ມີ​ຜູ້ໃດ​ຫອບ ຫລື ເກັບ​ເຈົ້າ​ຂຶ້ນ​ມາ.
ເຮົາ​ຈະ​ມອບ​ເຈົ້າ​ໃຫ້​ເປັນ​ອາຫານ
ຂອງ​ສັດ​ບົກ ແລະ ນົກ​ໃນ​ທ້ອງຟ້າ.
6ແລ້ວ​ທຸກຄົນ​ທີ່​ຢູ່​ໃນ​ເອຢິບ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
“ ‘ເຈົ້າ​ເປັນ​ໄມ້ອໍ້​ສຳລັບ​ປະຊາຊົນ​ອິດສະຣາເອນ. 7ເມື່ອ​ພວກເຂົາ​ຈັບ​ເຈົ້າ​ໄວ້​ໃນ​ມື​ຂອງ​ຕົນ, ເຈົ້າ​ໄດ້​ແຕກ​ຫັກ ແລະ ເຈົ້າ​ໄດ້​ບາດ​ບ່າໄຫລ່​ຂອງ​ພວກເຂົາ ເມື່ອ​ເວລາ​ທີ່​ພວກເຂົາ​ເອື່ອຍ​ໃສ່​ເຈົ້າ, ເຈົ້າ​ກໍ​ຫັກ ແລະ ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ເຄັດ.#29:7 ພາສາ​ເຮັບເຣີ​ວ່າ​ເຮັດ​ໃຫ້​ຫລັງ​ຂອງ​ພວກເຂົາ​ຕັ້ງ​ຊື່​ຂຶ້ນ
8“ ‘ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ນຳ​ດາບ​ມາ​ໂຈມຕີ​ເຈົ້າ ແລະ ຂ້າ​ທັງ​ຄົນ ແລະ ສັດ​ຂອງ​ເຈົ້າ. 9ເອຢິບ​ຈະ​ກາຍເປັນ​ບ່ອນ​ຮົກຮ້າງ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ.
“ ‘ເນື່ອງ​ຈາກ​ເຈົ້າ​ກ່າວ​ວ່າ, “ແມ່ນ້ຳ​ນິນ​ເປັນ​ຂອງ​ຂ້ອຍ; ຂ້ອຍ​ສ້າງ​ມັນ​ຂຶ້ນ​ມາ”, 10ເຫດສະນັ້ນ ເຮົາ​ຈຶ່ງ​ເປັນ​ສັດຕູ​ກັບ​ເຈົ້າ ແລະ ກັບ​ສາຍ​ນ້ຳ​ທັງຫລາຍ​ຂອງ​ເຈົ້າ ແລະ ເຮົາ​ຈະ​ເຮັດ​ໃຫ້​ດິນແດນ​ເອຢິບ​ກາຍເປັນ​ຊາກ​ຫັກພັງ ແລະ ຖືກ​ຖິ້ມ​ໃຫ້​ຮົກຮ້າງ​ຫວ່າງເປົ່າ​ຕັ້ງແຕ່​ມິກໂດນ​ໄປ​ຈົນ​ເຖິງ​ອັດວານ ໄປ​ໄກ​ຈົນ​ຮອດ​ຊາຍແດນ​ຂອງ​ກູເຊ.#29:10 ຄື ຕອນ​ເທິງ​ຂອງ​ລຸ່ມ​ແມ່ນ້ຳ​ນິນ 11ຈະ​ບໍ່​ມີ​ແມ່ນ​ແຕ່​ຮອຍ​ຕີນ​ຂອງ​ຄົນ ແລະ ຂອງ​ສັດ​ຢຽບ​ຜ່ານ; ຈະ​ບໍ່​ມີ​ຜູ້ໃດ​ອາໄສ​ທີ່​ນັ້ນ​ຕະຫລອດ​ສີ່ສິບ​ປີ. 12ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ຮົກຮ້າງ​ເປົ່າ​ທ່າມກາງ​ດິນແດນ​ຕ່າງໆ​ທີ່​ຖືກ​ທຳລາຍ ແລະ ເມືອງ​ຕ່າງໆ​ຂອງ​ເອຢິບ​ຈະ​ຖືກ​ຖິ້ມ​ໃຫ້​ຮົກຮ້າງ​ຢູ່​ທ່າມກາງ​ນະຄອນ​ທີ່​ເປັນ​ຊາກ​ຫັກພັງ​ຕະຫລອດ​ສີ່ສິບ​ປີ ແລະ ເຮົາ​ຈະ​ກະຈາຍ​ຊາວ​ເອຢິບ​ໄປ​ຕາມ​ຊົນຊາດ​ທັງຫລາຍ ແລະ ກະຈັດກະຈາຍ​ພວກເຂົາ​ໄປ​ຕາມ​ປະເທດ​ຕ່າງໆ.
13“ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ເມື່ອ​ຄົບ​ສີ່ສິບ​ປີ ເຮົາ​ຈະ​ຮວບຮວມ​ຊາວ​ເອຢິບ​ກັບ​ມາ​ຈາກ​ຊົນຊາດ​ທັງຫລາຍ ທີ່​ພວກເຂົາ​ຖືກ​ເຮັດ​ໃຫ້​ກະຈັດກະຈາຍ​ໄປ​ນັ້ນ. 14ເຮົາ​ຈະ​ນຳ​ພວກເຂົາ​ກັບ​ມາ​ຈາກ​ການ​ເປັນ​ຊະເລີຍ ແລະ ເອົາ​ພວກເຂົາ​ກັບ​ມາ​ສູ່​ດິນແດນ​ເອຢິບ​ຕອນ​ເໜືອ#29:14 ພາສາ​ເຮັບເຣີ​ວ່າ ສູ່​ປັດໂລດ ເຊິ່ງ​ເປັນ​ດິນແດນ​ຂອງ​ບັນພະບຸລຸດ​ຂອງ​ພວກເຂົາ. ພວກເຂົາ​ຈະ​ເປັນ​ອານາຈັກ​ທີ່​ຕ່ຳຕ້ອຍ​ຢູ່​ບ່ອນ​ນັ້ນ. 15ຈະ​ເປັນ​ອານາຈັກ​ທີ່​ຕ່ຳຕ້ອຍ​ທີ່ສຸດ ແລະ ຈະ​ບໍ່​ມີ​ວັນ​ຍົກ​ໂຕ​ຂຶ້ນ​ເໜືອ​ຊົນຊາດ​ທັງຫລາຍ​ໄດ້​ອີກ​ເລີຍ. ເຮົາ​ຈະ​ເຮັດ​ໃຫ້​ເອຢິບ​ອ່ອນແອ​ຈົນ​ບໍ່​ໄດ້​ຂຶ້ນ​ປົກຄອງ​ຊົນຊາດ​ຕ່າງໆ​ອີກ​ເລີຍ. 16ເອຢິບ​ຈະ​ບໍ່​ໄດ້​ເປັນ​ແຫລ່ງ​ເພິ່ງພາ​ອາໄສ​ໃຫ້​ຊົນຊາດ​ອິດສະຣາເອນ​ອີກ​ຕໍ່ໄປ ແຕ່​ຈະ​ເປັນ​ເຄື່ອງ​ເຕືອນ​ໃຈ​ພວກເຂົາ​ໃຫ້​ສຳນຶກ​ເຖິງ​ຄວາມ​ບາບ​ທີ່​ໄດ້​ຫັນ​ໄປ​ເພິ່ງພາ​ເອຢິບ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ’ ”.
ລາງວັນ​ຂອງ​ເນບູກາດເນັດຊາ
17ໃນ​ວັນ​ທີ​ໜຶ່ງ​ເດືອນ​ທີ​ໜຶ່ງ​ປີ​ທີ​ຊາວ​ເຈັດ ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 18“ບຸດ​ມະນຸດ, ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ​ຍົກ​ທັບ​ມາ​ສູ້ຮົບ​ກັບ​ຕີເຣ​ຢ່າງ​ໜັກ; ທຸກ​ຫົວ​ຖືກ​ຮຸກຖູ​ຈົນ​ລ້ານ ແລະ ທຸກ​ບ່າໄຫລ່​ກໍ​ລອກ. ເຖິງ​ປານ​ນັ້ນ​ລາວ​ກັບ​ກອງທັບ​ຂອງ​ລາວ​ກໍ​ບໍ່​ໄດ້​ສິ່ງໃດ​ຈາກ​ການ​ສູ້ຮົບ​ກັບ​ຕີເຣ. 19ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ: ເຮົາ​ຈະ​ມອບ​ເອຢິບ​ໃຫ້​ແກ່​ກະສັດ​ເນບູກາດເນັດຊາ​ແຫ່ງ​ບາບີໂລນ ແລະ ລາວ​ຈະ​ປຸ້ນ​ຊັບສົມບັດ​ໄປ. ລາວ​ຈະ​ປຸ້ນ​ເອົາ​ເຄື່ອງຂອງ​ໃນ​ແດນ​ນັ້ນ​ໄປ​ເປັນ​ຄ່າ​ຈ້າງ​ໃຫ້​ກອງທັບ​ຂອງ​ລາວ. 20ເຮົາ​ມອບ​ເອຢິບ​ໃຫ້​ເປັນ​ລາງວັນ​ຈາກ​ການ​ບາກບັ່ນ​ລົງ​ແຮງ​ຂອງ​ລາວ ເພາະ​ວ່າ​ລາວ ແລະ ກອງທັບ​ຂອງ​ລາວ​ໄດ້​ເຮັດ​ການ​ນີ້​ເພື່ອ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
21“ໃນ​ວັນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ມີ​ເຂົາສັດ​ເຂົາ​ໜຶ່ງ#29:21 ເຂົາ​ສັດ ເຊິ່ງ​ເປັນ​ສັນຍາລັກ​ຂອງ​ກຳລັງ​ງອກ​ຂຶ້ນ​ມາ​ເພື່ອ​ຊາວ​ອິດສະຣາເອນ ແລະ ເຮົາ​ຈະ​ເປີດ​ປາກ​ຂອງ​ເຈົ້າ​ທ່າມກາງ​ພວກເຂົາ. ແລ້ວ​ພວກເຂົາ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ”.

اکنون انتخاب شده:

ເອເຊກຽນ 29: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید