ເອເຊກຽນ 29
29
ຄຳທຳນວາຍກ່າວໂທດເອຢິບ
ການພິພາກສາເທິງຟາໂຣ
1ໃນວັນທີສິບສອງເດືອນທີສິບປີທີສິບ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງຫັນໜ້າຂອງເຈົ້າໄປທາງຟາໂຣກະສັດແຫ່ງເອຢິບ ແລະ ທຳນວາຍກ່າວໂທດລາວ ແລະ ເອຢິບທັງໝົດ. 3ຈົ່ງກ່າວກັບລາວ ແລະ ເວົ້າວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຟາໂຣກະສັດແຫ່ງເອຢິບ ເຮົາເປັນສັດຕູກັບເຈົ້າ,
ເຈົ້າເປັນສັດຮ້າຍຜູ້ຍິ່ງໃຫຍ່ທີ່ດັກຊຸ້ມຢູ່ໃນສາຍນ້ຳຂອງເຈົ້າ.
ເຈົ້າກ່າວວ່າ, “ແມ່ນ້ຳນິນເປັນຂອງຂ້ອຍ;
ຂ້ອຍສ້າງມັນຂຶ້ນມາເພື່ອໂຕຂ້ອຍເອງ”.
4ແຕ່ເຮົາຈະເອົາເບັດກ່ຽວຄາງກະໄຕຂອງເຈົ້າ
ແລະ ເຮັດໃຫ້ປາໃນສາຍນ້ຳຂອງເຈົ້າຕິດກັບເກັດຂອງເຈົ້າ.
ເຮົາຈະດຶງເຈົ້າຂຶ້ນມາຈາກທ່າມກາງສາຍນ້ຳທັງຫລາຍຂອງເຈົ້າ,
ພ້ອມກັບປາທັງໝົດທີ່ຕິດຢູ່ກັບເກັດຂອງເຈົ້າ.
5ເຮົາຈະຖິ້ມເຈົ້າໄວ້ໃນຖິ່ນແຫ້ງແລ້ງກັນດານ,
ເຈົ້າ ແລະ ປາທັງໝົດຈາກສາຍນ້ຳຂອງເຈົ້າ.
ເຈົ້າຈະຕົກຢູ່ກາງທົ່ງ
ແລະ ບໍ່ມີຜູ້ໃດຫອບ ຫລື ເກັບເຈົ້າຂຶ້ນມາ.
ເຮົາຈະມອບເຈົ້າໃຫ້ເປັນອາຫານ
ຂອງສັດບົກ ແລະ ນົກໃນທ້ອງຟ້າ.
6ແລ້ວທຸກຄົນທີ່ຢູ່ໃນເອຢິບກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເຈົ້າເປັນໄມ້ອໍ້ສຳລັບປະຊາຊົນອິດສະຣາເອນ. 7ເມື່ອພວກເຂົາຈັບເຈົ້າໄວ້ໃນມືຂອງຕົນ, ເຈົ້າໄດ້ແຕກຫັກ ແລະ ເຈົ້າໄດ້ບາດບ່າໄຫລ່ຂອງພວກເຂົາ ເມື່ອເວລາທີ່ພວກເຂົາເອື່ອຍໃສ່ເຈົ້າ, ເຈົ້າກໍຫັກ ແລະ ເຮັດໃຫ້ຫລັງຂອງພວກເຂົາເຄັດ.#29:7 ພາສາເຮັບເຣີວ່າເຮັດໃຫ້ຫລັງຂອງພວກເຂົາຕັ້ງຊື່ຂຶ້ນ
8“ ‘ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະນຳດາບມາໂຈມຕີເຈົ້າ ແລະ ຂ້າທັງຄົນ ແລະ ສັດຂອງເຈົ້າ. 9ເອຢິບຈະກາຍເປັນບ່ອນຮົກຮ້າງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ.
“ ‘ເນື່ອງຈາກເຈົ້າກ່າວວ່າ, “ແມ່ນ້ຳນິນເປັນຂອງຂ້ອຍ; ຂ້ອຍສ້າງມັນຂຶ້ນມາ”, 10ເຫດສະນັ້ນ ເຮົາຈຶ່ງເປັນສັດຕູກັບເຈົ້າ ແລະ ກັບສາຍນ້ຳທັງຫລາຍຂອງເຈົ້າ ແລະ ເຮົາຈະເຮັດໃຫ້ດິນແດນເອຢິບກາຍເປັນຊາກຫັກພັງ ແລະ ຖືກຖິ້ມໃຫ້ຮົກຮ້າງຫວ່າງເປົ່າຕັ້ງແຕ່ມິກໂດນໄປຈົນເຖິງອັດວານ ໄປໄກຈົນຮອດຊາຍແດນຂອງກູເຊ.#29:10 ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ 11ຈະບໍ່ມີແມ່ນແຕ່ຮອຍຕີນຂອງຄົນ ແລະ ຂອງສັດຢຽບຜ່ານ; ຈະບໍ່ມີຜູ້ໃດອາໄສທີ່ນັ້ນຕະຫລອດສີ່ສິບປີ. 12ເຮົາຈະເຮັດໃຫ້ເອຢິບຮົກຮ້າງເປົ່າທ່າມກາງດິນແດນຕ່າງໆທີ່ຖືກທຳລາຍ ແລະ ເມືອງຕ່າງໆຂອງເອຢິບຈະຖືກຖິ້ມໃຫ້ຮົກຮ້າງຢູ່ທ່າມກາງນະຄອນທີ່ເປັນຊາກຫັກພັງຕະຫລອດສີ່ສິບປີ ແລະ ເຮົາຈະກະຈາຍຊາວເອຢິບໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ.
13“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ເມື່ອຄົບສີ່ສິບປີ ເຮົາຈະຮວບຮວມຊາວເອຢິບກັບມາຈາກຊົນຊາດທັງຫລາຍ ທີ່ພວກເຂົາຖືກເຮັດໃຫ້ກະຈັດກະຈາຍໄປນັ້ນ. 14ເຮົາຈະນຳພວກເຂົາກັບມາຈາກການເປັນຊະເລີຍ ແລະ ເອົາພວກເຂົາກັບມາສູ່ດິນແດນເອຢິບຕອນເໜືອ#29:14 ພາສາເຮັບເຣີວ່າ ສູ່ປັດໂລດ ເຊິ່ງເປັນດິນແດນຂອງບັນພະບຸລຸດຂອງພວກເຂົາ. ພວກເຂົາຈະເປັນອານາຈັກທີ່ຕ່ຳຕ້ອຍຢູ່ບ່ອນນັ້ນ. 15ຈະເປັນອານາຈັກທີ່ຕ່ຳຕ້ອຍທີ່ສຸດ ແລະ ຈະບໍ່ມີວັນຍົກໂຕຂຶ້ນເໜືອຊົນຊາດທັງຫລາຍໄດ້ອີກເລີຍ. ເຮົາຈະເຮັດໃຫ້ເອຢິບອ່ອນແອຈົນບໍ່ໄດ້ຂຶ້ນປົກຄອງຊົນຊາດຕ່າງໆອີກເລີຍ. 16ເອຢິບຈະບໍ່ໄດ້ເປັນແຫລ່ງເພິ່ງພາອາໄສໃຫ້ຊົນຊາດອິດສະຣາເອນອີກຕໍ່ໄປ ແຕ່ຈະເປັນເຄື່ອງເຕືອນໃຈພວກເຂົາໃຫ້ສຳນຶກເຖິງຄວາມບາບທີ່ໄດ້ຫັນໄປເພິ່ງພາເອຢິບ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ ອົງເຈົ້ານາຍ’ ”.
ລາງວັນຂອງເນບູກາດເນັດຊາ
17ໃນວັນທີໜຶ່ງເດືອນທີໜຶ່ງປີທີຊາວເຈັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 18“ບຸດມະນຸດ, ກະສັດເນບູກາດເນັດຊາແຫ່ງບາບີໂລນຍົກທັບມາສູ້ຮົບກັບຕີເຣຢ່າງໜັກ; ທຸກຫົວຖືກຮຸກຖູຈົນລ້ານ ແລະ ທຸກບ່າໄຫລ່ກໍລອກ. ເຖິງປານນັ້ນລາວກັບກອງທັບຂອງລາວກໍບໍ່ໄດ້ສິ່ງໃດຈາກການສູ້ຮົບກັບຕີເຣ. 19ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາຈະມອບເອຢິບໃຫ້ແກ່ກະສັດເນບູກາດເນັດຊາແຫ່ງບາບີໂລນ ແລະ ລາວຈະປຸ້ນຊັບສົມບັດໄປ. ລາວຈະປຸ້ນເອົາເຄື່ອງຂອງໃນແດນນັ້ນໄປເປັນຄ່າຈ້າງໃຫ້ກອງທັບຂອງລາວ. 20ເຮົາມອບເອຢິບໃຫ້ເປັນລາງວັນຈາກການບາກບັ່ນລົງແຮງຂອງລາວ ເພາະວ່າລາວ ແລະ ກອງທັບຂອງລາວໄດ້ເຮັດການນີ້ເພື່ອເຮົາ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
21“ໃນວັນນັ້ນ ເຮົາຈະເຮັດໃຫ້ມີເຂົາສັດເຂົາໜຶ່ງ#29:21 ເຂົາສັດ ເຊິ່ງເປັນສັນຍາລັກຂອງກຳລັງງອກຂຶ້ນມາເພື່ອຊາວອິດສະຣາເອນ ແລະ ເຮົາຈະເປີດປາກຂອງເຈົ້າທ່າມກາງພວກເຂົາ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.
اکنون انتخاب شده:
ເອເຊກຽນ 29: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.