ເອເຊກຽນ 30
30
ບົດຄ່ຳຄວນແດ່ເອຢິບ
1ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 2“ບຸດມະນຸດ, ຈົ່ງກ່າວທຳນວາຍ ແລະ ກ່າວວ່າ: ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ຈົ່ງຮ້ອງໄຫ້ ແລະ ກ່າວວ່າ,
“ອານິຈັງ ວັນນັ້ນ!”
3ເພາະວ່າວັນນັ້ນໃກ້ເຂົ້າມາແລ້ວ,
ວັນຂອງພຣະເຈົ້າຢາເວໃກ້ເຂົ້າມາ
ເປັນວັນແຫ່ງເມກຄຶ້ມ,
ເປັນເວລາແຫ່ງຄວາມພິນາດຂອງປະຊາຊາດທັງຫລາຍ.
4ດາບດວງໜຶ່ງຈະມາສູ້ກັບເອຢິບ
ແລະ ຄວາມທຸກທໍລະມານຈະກະໜ່ຳໃສ່ກູເຊ.#30:4 ຄື ຕອນເທິງຂອງລຸ່ມແມ່ນ້ຳນິນ ເຊັ່ນດຽວກັນກັບຂໍ້ 5 ແລະ 9
ເມື່ອຜູ້ທີ່ຖືກຂ້າລົ້ມຕາຍໃນເອຢິບ
ຊັບສົມບັດຂອງເອຢິບຈະຖືກປຸ້ນເອົາໄປ
ແລະ ຮາກຖານຂອງມັນກໍພັງລົງ.
5ກູເຊກັບລີເບຍ, ລີເດຍກັບອາຣາເບຍທັງໝົດ, ກຸບກັບປະຊາຊົນຂອງດິນແດນແຫ່ງຄຳໝັ້ນສັນຍາຈະລົ້ມຕາຍດ້ວຍດາບພ້ອມກັບເອຢິບ.
6“ ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ:
“ ‘ບັນດາພັນທະມິດຂອງເອຢິບຈະລົ້ມຕາຍ
ແລະ ພະລັງອັນພາກພູມໃຈຂອງມັນກໍຈະສູນສະຫລາຍ.
ຈາກມິກໂດນໄປເຖິງອັດວານ
ພວກເຂົາໃນເອຢິບຈະລົ້ມຕາຍດ້ວຍດາບ,
ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ.
7ພວກເຂົາຈະໂດດດ່ຽວ
ຢູ່ໃນແດນຮົກຮ້າງຫວ່າງເປົ່າ
ນະຄອນຕ່າງໆຂອງພວກເຂົາຈະພິນາດຈິບຫາຍ
ຢູ່ທ່າມກາງນະຄອນທີ່ຫັກພັງ.
8ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ,
ເມື່ອເຮົາຈູດໄຟເຜົາເອຢິບ
ແລະ ຜູ້ທີ່ຊ່ວຍເຫລືອເອຢິບທຸກຄົນກໍຈະຖືກບຸກໂຈມຕີ.
9“ ‘ໃນວັນນັ້ນ ຜູ້ສື່ສານທັງຫລາຍຈະລົງເຮືອໄປຈາກເຮົາ ເພື່ອເຮັດໃຫ້ກູເຊທີ່ຢູ່ຢ່າງບໍ່ລະມັດລະວັງນັ້ນຢ້ານກົວ. ຄວາມທຸກທໍລະມານຈະເກາະກິນໃຈຂອງພວກເຂົາໃນວັນພິນາດຂອງເອຢິບ, ເພາະວັນນັ້ນຈະມາເຖິງຢ່າງແນ່ນອນ.
10“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຮົາຈະນຳກອງກຳລັງທັງຫລາຍຂອງເອຢິບມາເຖິງຈຸດຈົບ
ໂດຍມືຂອງກະສັດເນບູກາດເນັດຊາແຫ່ງບາບີໂລນ.
11ລາວ ແລະ ກອງທັບຂອງລາວທີ່ເປັນຜູ້ທີ່ໂຫຍຫ້ຽມທີ່ສຸດໃນທ່າມກາງປະຊາຊາດທັງຫລາຍ
ຈະຖືກນຳເຂົ້າມາເພື່ອທຳລາຍດິນແດນແຫ່ງນີ້.
ພວກເຂົາຈະຊັກດາບຂອງພວກເຂົາອອກຕໍ່ສູ້ເອຢິບ
ແລະ ເຮັດໃຫ້ຄົນຕາຍຈົນເຕັມແຜ່ນດິນ.
12ເຮົາຈະເຮັດໃຫ້ແມ່ນ້ຳນິນແຫ້ງ
ແລະ ຂາຍດິນແດນເອຢິບໃຫ້ແກ່ປະຊາຊາດທີ່ຊົ່ວຮ້າຍ;
ເຮົາຈະເຮັດໃຫ້ດິນແດນນັ້ນ ແລະ ທຸກສິ່ງທີ່ຢູ່ໃນນັ້ນຖືກຖິ້ມຮ້າງ
ໂດຍມືຂອງຊາວຕ່າງຊາດ.
ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້.
13“ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ:
“ ‘ເຮົາຈະທຳລາຍບັນດາຮູບເຄົາລົບທັງຫລາຍ
ແລະ ເຮັດໃຫ້ຮູບເຄົາລົບທັງຫລາຍໃນມຳຟິດເຖິງຈຸດຈົບ.
ຈະບໍ່ມີເຈົ້ານາຍໃນເອຢິບອີກຕໍ່ໄປ
ແລະ ເຮົາຈະແຜ່ຄວາມຢ້ານໄປທົ່ວດິນແດນນັ້ນ.
14ເຮົາຈະເຮັດໃຫ້ເອຢິບຕອນເທິງຖືກຖິ້ມຮ້າງ,
ຈະຈູດໄຟເຜົາໂຊອານ
ແລະ ລົງໂທດເທເບັດ.
15ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເທິງເປລູຊີອຳ,
ເຊິ່ງເປັນທີ່ໝັ້ນຂອງເອຢິບ
ແລະ ກວາດລ້າງກອງກຳລັງທັງຫລາຍຂອງເທເບັດ.
16ເຮົາຈະຈູດໄຟເຜົາເອຢິບ;
ເປລູຊີອຳຈະທຸລົນທຸລາຍດ້ວຍຄວາມທຸກທໍລະມານ.
ເທເບັດຈະຖືກພະຍຸຊັດກະໜ່ຳ;
ມຳຟິດຈະຕ້ອງທຸກທໍລະມານຢູ່ຕະຫລອດເວລາ.
17ຄົນໜຸ່ມຂອງເມືອງເຮລິໂອໂປລິ ແລະ ບູບາຊະຕິ
ຈະລົ້ມຕາຍດ້ວຍດາບ
ແລະ ນະຄອນທັງຫລາຍຈະຕົກເປັນຊະເລີຍ.
18ຢູ່ທີ່ຕາປັນເຮັດ ກາງເວັນຈະມືດຄຶ້ມ
ເມື່ອເຮົາທຳລາຍແອກຂອງເອຢິບ;
ຢູ່ທີ່ນັ້ນກຳລັງອັນພາກພູມໃຈຂອງມັນກໍຈະເຖິງຈຸດຈົບ.
ຈະມີເມກປົກຄຸມທົ່ວເມືອງນັ້ນ
ແລະ ໝູ່ບ້ານຕ່າງໆຂອງເມືອງນັ້ນຈະຕົກເປັນຊະເລີຍ.
19ເຮົາຈະລົງໂທດເອຢິບເຊັ່ນນີ້ແຫລະ,
ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ’ ”.
ແຂນຂອງຟາໂຣຫັກ
20ໃນວັນທີເຈັດເດືອນທີໜຶ່ງປີທີສິບເອັດ ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 21“ບຸດມະນຸດ, ເຮົາໄດ້ຫັກແຂນຂອງຟາໂຣກະສັດແຫ່ງເອຢິບ. ມັນບໍ່ມີການພັນຜ້າຮັກສາ ຫລື ເຂົ້າເຝືອກເພື່ອໃຫ້ມັນກັບມາແຂງແຮງພໍທີ່ຈະຈັບດາບໄດ້ອີກ. 22ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບຟາໂຣກະສັດແຫ່ງເອຢິບ. ເຮົາຈະຫັກແຂນຂອງລາວທັງສອງຂ້າງ, ທັງຂ້າງທີ່ຍັງດີ ແລະ ຂ້າງທີ່ຫັກ ແລະ ເຮົາຈະເຮັດໃຫ້ດາບຫລົ່ນຈາກມືຂອງລາວ. 23ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ. 24ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ ແລະ ເອົາດາບຂອງເຮົາໃສ່ມືຂອງລາວ, ແຕ່ເຮົາຈະຫັກແຂນຂອງກະສັດຟາໂຣ ແລະ ລາວຈະຮ້ອງຄວນຄາງຢູ່ຕໍ່ໜ້າກະສັດບາບີໂລນເໝືອນຄົນບາດເຈັບໃກ້ຈະຕາຍ. 25ເຮົາຈະເຮັດໃຫ້ແຂນຂອງກະສັດບາບີໂລນເຂັ້ມແຂງ, ສ່ວນແຂນຂອງກະສັດຟາໂຣຈະອ່ອນແຮງລົງ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ, ເມື່ອເຮົາເອົາດາບໃສ່ມືຂອງກະສັດບາບີໂລນ ແລ້ວລາວກໍແກວ່ງດາບຟັນເອຢິບ. 26ເຮົາຈະເຮັດໃຫ້ຊາວເອຢິບກະຈາຍອອກໄປຕາມຊົນຊາດທັງຫລາຍ ແລະ ກະຈັດກະຈາຍພວກເຂົາໄປຕາມປະເທດຕ່າງໆ. ແລ້ວພວກເຂົາກໍຈະຮູ້ວ່າເຮົາຄືພຣະເຈົ້າຢາເວ”.
اکنون انتخاب شده:
ເອເຊກຽນ 30: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: