ເອເຊກຽນ 22

22
ການ​ພິພາກສາ​ບາບ​ຂອງ​ເຢຣູຊາເລັມ
1ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ມາ​ເຖິງ​ຂ້າພະເຈົ້າ​ວ່າ:
2“ບຸດ​ມະນຸດ, ເຈົ້າ​ຈະ​ພິພາກສາ​ນະຄອນ​ນີ້​ບໍ? ເຈົ້າ​ຈະ​ພິພາກສາ​ນະຄອນ​ແຫ່ງ​ການ​ນອງ​ເລືອດ​ນີ້​ບໍ? ດັ່ງນັ້ນ ຈົ່ງ​ປະນາມ​ນາງ​ດ້ວຍ​ການ​ກະທຳ​ອັນ​ໜ້າ​ກຽດຊັງ​ຂອງ​ນາງ 3ແລະ ກ່າວ​ວ່າ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ດັ່ງນີ້​ວ່າ: ນະຄອນ​ທີ່​ນຳ​ຄວາມ​ຈິບຫາຍ​ມາ​ສູ່​ຕົນ​ເອງ​ໂດຍ​ເຮັດ​ໃຫ້​ມີ​ການ​ຫລັ່ງ​ເລືອດ​ໃນ​ທ່າມກາງ​ຕົນ​ເອງ ແລະ ເຮັດ​ໃຫ້​ຕົນ​ເອງ​ເປັນ​ມົນທິນ​ໂດຍ​ການ​ສ້າງ​ຮູບເຄົາລົບ​ທັງຫລາຍ, 4ເຈົ້າ​ມີ​ຄວາມ​ຜິດ​ເພາະ​ເຈົ້າ​ເຮັດ​ໃຫ້​ມີ​ການ​ຫລັ່ງ​ເລືອດ ແລະ ເຮັດ​ໃຫ້​ມີ​ມົນທິນ​ເພາະ​ຮູບເຄົາລົບ​ທີ່​ຕົນ​ສ້າງ​ຂຶ້ນ. ເຈົ້າ​ໄດ້​ເຮັດ​ໃຫ້​ວັນ​ເວລາ​ຂອງ​ເຈົ້າ​ນັ້ນ​ສິ້ນສຸດ​ລົງ​ແລ້ວ ແລະ ຈຸດຈົບ​ຂອງ​ເຈົ້າ​ກໍ​ມາ​ແລ້ວ. ເຫດສະນັ້ນ ເຮົາ​ຈະ​ເຮັດ​ໃຫ້​ເຈົ້າ​ເປັນ​ທີ່​ລັງກຽດ​ຂອງ​ປະຊາຊາດ​ທັງຫລາຍ ແລະ ເປັນ​ທີ່​ຫົວ​ເຢາະເຢີ້ຍ​ຂອງ​ທຸກ​ປະເທດ. 5ທັງ​ບັນດາ​ຜູ້​ຢູ່​ໃກ້ ແລະ ບັນດາ​ຜູ້​ຢູ່​ໄກ​ຈະ​ເຢາະເຢີ້ຍ​ເຈົ້າ, ໂອ ນະຄອນ​ທີ່​ເສຍ​ຊື່ ແລະ ເຕັມ​ໄປ​ດ້ວຍ​ຄວາມ​ວຸ້ນວາຍ.
6“ ‘ເບິ່ງ​ແມ ເຈົ້ານາຍ​ແຕ່​ລະ​ຄົນ​ຂອງ​ອິດສະຣາເອນ​ໃຊ້​ອຳນາດ​ຂອງ​ຕົນ​ເຮັດ​ໃຫ້​ເກີດ​ການ​ນອງ​ເລືອດ. 7ໃນ​ນະຄອນ​ນີ້​ຄົນ​ທັງຫລາຍ​ປະຕິບັດ​ຕໍ່​ພໍ່ ແລະ ແມ່​ຂອງ​ຕົນ​ດ້ວຍ​ການ​ດູຖູກ; ໃນ​ນະຄອນ​ນີ້​ພວກເຂົາ​ກົດຂີ່​ຂົ່ມເຫັງ​ຄົນຕ່າງຊາດ ແລະ ລູກ​ກຳພ້າ​ພໍ່​ກັບ​ແມ່ໝ້າຍ. 8ເຈົ້າ​ໝິ່ນປະໝາດ​ສິ່ງ​ບໍລິສຸດ​ຂອງ​ເຮົາ ແລະ ເຮັດ​ໃຫ້​ວັນຊະບາໂຕ​ຂອງ​ເຮົາ​ໝົ່ນໝອງ. 9ໃນ​ນະຄອນ​ນີ້​ມີ​ຄົນ​ເວົ້າ​ໃສ່​ຮ້າຍ ຫວັງ​ເຮັດ​ໃຫ້​ເລືອດ​ຕົກ, ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ກິນ​ລ້ຽງ​ໃນ​ສະຖານ​ບູຊາ​ເທິງ​ພູເຂົາ ແລະ ເຮັດ​ສິ່ງ​ທີ່​ລາມົກ. 10ໃນ​ນະຄອນ​ນີ້​ມີ​ຜູ້​ລ່ວງ​ປະເວນີ​ກັບ​ເມຍ​ຂອງ​ພໍ່​ຂອງ​ຕົນ; ໃນ​ນະຄອນ​ນີ້​ມີ​ຄົນ​ຫລັບ​ນອນ​ກັບ​ແມ່ຍິງ​ຂະນະ​ທີ່​ນາງ​ມີ​ປະຈຳ​ເດືອນ​ອັນ​ເປັນ​ເວລາ​ທີ່​ເປັນ​ມົນທິນ​ຕາມ​ລະບຽບ​ພິທີ. 11ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ເຮັດ​ຄວາມ​ຜິດ​ອັນ​ໜ້າ​ກຽດຊັງ​ກັບ​ເມຍ​ຂອງ​ເພື່ອນບ້ານ​ຂອງ​ຕົນ, ໃນ​ນະຄອນ​ນີ້​ບາງຄົນ​ເຮັດ​ໃຫ້​ລູກ​ສະໃພ້​ເປັນ​ມົນທິນ​ຢ່າງ​ອັບອາຍ​ທີ່ສຸດ ແລະ ບາງຄົນ​ກໍ​ລ່ວງລະເມີດ​ເອື້ອຍ​ກັບ​ນ້ອງສາວ ເຊິ່ງ​ເປັນ​ລູກສາວ​ຂອງ​ພໍ່​ຂອງ​ຕົນ. 12ໃນ​ນະຄອນ​ນີ້​ມີ​ຄົນ​ທີ່​ຮັບ​ສິນບົນ​ເພື່ອ​ເຮັດ​ໃຫ້​ເລືອດ​ຕົກ; ພວກເຈົ້າ​ເອົາ​ດອກເບ້ຍ ແລະ ກຳໄລ​ຈາກ​ຄົນທຸກຍາກ. ພວກເຈົ້າ​ໄດ້​ຂູດຮີດ​ເອົາ​ຜົນປະໂຫຍດ​ຈາກ​ເພື່ອນບ້ານ​ຂອງ​ຕົນ ແລະ ພວກເຈົ້າ​ໄດ້​ຫລົງ​ລືມ​ເຮົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ.
13“ ‘ເຮົາ​ຈະ​ທຸບ​ກຳປັ້ນ​ຂອງ​ເຮົາ​ລົງ​ເໜືອ​ກຳໄລ​ທີ່​ເຈົ້າ​ໄດ້​ມາ​ຢ່າງ​ບໍ່​ຍຸຕິທຳ ແລະ ເໜືອ​ເລືອດ​ທີ່​ເຈົ້າ​ເຮັດ​ໃຫ້​ໄຫລ​ນອງ​ໃນ​ທ່າມກາງ​ພວກເຈົ້າ. 14ໃນ​ວັນ​ທີ່​ເຮົາ​ຈັດການ​ກັບ​ເຈົ້າ ເຈົ້າ​ຈະ​ທົນ​ຕໍ່ໄປ​ໄດ້​ບໍ? ມື​ທັງ​ສອງ​ຂອງ​ເຈົ້າ​ຈະ​ຍັງ​ເຂັ້ມແຂງ​ຢູ່​ບໍ? ເຮົາ​ຜູ້​ເປັນ​ພຣະເຈົ້າ​ໄດ້​ກ່າວ​ໄວ້ ແລະ ເຮົາ​ກໍ​ຈະ​ເຮັດ​ຕາມ​ນັ້ນ. 15ເຮົາ​ຈະ​ກະຈາຍ​ພວກເຈົ້າ​ອອກ​ໄປ​ທ່າມກາງ​ປະຊາຊາດ​ທັງຫລາຍ ແລະ ປະເທດ​ທັງຫລາຍ; ເຮົາ​ຈະ​ທຳລາຍ​ຄວາມ​ສົກກະປົກ​ຂອງ​ເຈົ້າ. 16ເມື່ອ​ເຈົ້າ​ເປັນ​ມົນທິນ#22:16 ຫລື ເມື່ອ​ເຮົາ​ມອບ​ມໍລະດົກ​ໃຫ້​ແກ່​ເຈົ້າ​ໃນ​ສາຍ​ຕາ​ຂອງ​ຊົນຊາດ​ທັງຫລາຍ, ເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຄື​ພຣະເຈົ້າ​ຢາເວ’ ”.
17ແລ້ວ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ​ມາ​ເຖິງ​ຂ້າພະເຈົ້າ​ວ່າ: 18“ບຸດ​ມະນຸດ, ຊາວ​ອິດສະຣາເອນ​ກາຍເປັນ​ຂີ້ແຮ່​ສຳລັບ​ເຮົາ; ພວກເຂົາ​ທຸກຄົນ​ເປັນ​ທອງແດງ, ກົ່ວ, ເຫລັກ ແລະ ກົ່ວ​ທີ່​ເຫລືອ​ຢູ່​ໃນ​ເຕົາ​ຫລອມ. ພວກເຂົາ​ເປັນ​ພຽງ​ຂີ້ແຮ່​ຂອງ​ເງິນ​ເທົ່ານັ້ນ. 19ເຫດສະນັ້ນ ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຈຶ່ງ​ກ່າວ​ວ່າ: ‘ເນື່ອງ​ຈາກ​ພວກເຈົ້າ​ທຸກຄົນ​ກາຍເປັນ​ຂີ້ແຮ່, ເຮົາ​ຈະ​ຮວບຮວມ​ພວກເຈົ້າ​ເຂົ້າ​ສູ່​ເຢຣູຊາເລັມ. 20ດັ່ງ​ຄົນ​ຮວບຮວມ​ເອົາ​ເງິນ, ທອງແດງ, ເຫລັກ, ຊືນ ແລະ ກົ່ວ​ເຂົ້າ​ສູ່​ເຕົາ​ຫລອມ ເພື່ອ​ຫລອມ​ດ້ວຍ​ໄຟ​ອັນ​ຮ້ອນແຮງ ເຮົາ​ກໍ​ຈະ​ຮວບຮວມ​ພວກເຈົ້າ​ດ້ວຍ​ຄວາມ​ໃຈຮ້າຍ​ຂອງ​ເຮົາ ແລະ ຄວາມ​ໂກດຮ້າຍ​ຂອງ​ເຮົາ ແລະ ກັກ​ພວກເຈົ້າ​ໄວ້​ໃນ​ນະຄອນ​ນັ້ນ ແລ້ວ​ຫລອມ​ກໍ​ພວກເຈົ້າ. 21ເຮົາ​ຈະ​ຮວບ​ຮວມ​ເອົາ​ພວກເຈົ້າ ແລະ ພັດ​ຄວາມ​ໂກດຮ້າຍ​ອັນ​ຮ້ອນແຮງ​ຂອງ​ເຮົາ​ກະໜ່ຳ​ພວກເຈົ້າ ແລ້ວ​ພວກເຈົ້າ​ກໍ​ຈະ​ຖືກ​ຫລອມ​ຢູ່​ໃນ​ນະຄອນ​ນັ້ນ. 22ດັ່ງນັ້ນ ພວກເຈົ້າ​ຈະ​ຖືກ​ຫລອມ​ຈົນ​ລະລາຍ​ຢູ່​ໃນ​ນະຄອນ​ນັ້ນ​ເໝືອນ​ເງິນ​ທີ່​ລະລາຍ​ໃນ​ເຕົາ​ຫລອມ ແລະ ພວກເຈົ້າ​ກໍ​ຈະ​ຮູ້​ວ່າ​ເຮົາ​ຜູ້​ເປັນ​ພຣະເຈົ້າ​ຢາເວ​ໄດ້​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເໜືອ​ພວກເຈົ້າ’ ”.
23ຖ້ອຍຄຳ​ຂອງ​ພຣະເຈົ້າ​ມາ​ເຖິງ​ຂ້າພະເຈົ້າ​ອີກ​ວ່າ: 24“ບຸດ​ມະນຸດ, ຈົ່ງ​ກ່າວ​ແກ່​ດິນແດນ​ນັ້ນ​ວ່າ, ‘ເຈົ້າ​ເປັນ​ດິນແດນ​ທີ່​ບໍ່​ໄດ້​ຮັບ​ການ​ຊຳລະ​ລ້າງ ຫລື ບໍ່​ໄດ້​ຮັບ​ຝົນ​ໃນ​ວັນ​ແຫ່ງ​ຄວາມໂກດຮ້າຍ’. 25ບັນດາ​ເຈົ້ານາຍ#22:25 ພາສາ​ເຮັບເຣີ​ວ່າ ບັນດາ​ຜູ້ທຳນວາຍ​ໃນ​ດິນແດນ​ນັ້ນ​ໄດ້​ສົມ​ຮູ້​ຮ່ວມ​ຄິດ​ກັນ​ເຮັດ​ການ​ຮ້າຍ​ເໝືອນ​ໂຕສິງ​ທີ່​ແຜດສຽງ ແລະ ຈີກ​ເຫຍື່ອ​ຂອງ​ຕົນ; ພວກເຂົາ​ກືນ​ກິນ​ຊີວິດ​ຄົນ, ຢຶດ​ເອົາ​ຊັບສົມບັດ ແລະ ສິ່ງ​ຂອງ​ທີ່​ມີ​ຄ່າ​ທັງຫລາຍ ແລະ ເຮັດ​ໃຫ້​ແມ່ໝ້າຍ​ມີ​ຈຳນວນ​ເພີ່ມ​ຂຶ້ນ​ໃນ​ດິນແດນ​ນັ້ນ. 26ບັນດາ​ປະໂລຫິດ​ຂອງ​ດິນແດນ​ນັ້ນ​ໄດ້​ເຮັດ​ຄວາມ​ຮຸນແຮງ​ຕໍ່​ກົດບັນຍັດ​ຂອງ​ເຮົາ ແລະ ໝິ່ນປະໝາດ​ສິ່ງ​ບໍລິສຸດ​ຂອງ​ເຮົາ; ພວກເຂົາ​ບໍ່​ຈຳແນກ​ລະຫວ່າງ​ສິ່ງ​ທີ່​ບໍລິສຸດ​ກັບ​ສິ່ງ​ທີ່​ທຳມະດາ; ພວກເຂົາ​ສອນ​ວ່າ​ສິ່ງ​ທີ່​ສະອາດ ແລະ ສິ່ງ​ທີ່​ມີ​ມົນທິນ​ກໍ​ບໍ່​ມີ​ສິ່ງໃດ​ແຕກ​ຕ່າງ​ກັນ ແລະ ພວກເຂົາ​ໄດ້​ປິດ​ຕາ​ຂອງ​ຕົນ​ບໍ່​ຮັກສາ​ວັນຊະບາໂຕ​ຂອງ​ເຮົາ, ດ້ວຍ​ເຫດ​ນີ້​ເຮົາ​ຈຶ່ງ​ຖືກ​ດູຖູກ​ໃນ​ທ່າມກາງ​ພວກເຂົາ. 27ຂ້າລາຊະການ​ໃນ​ດິນແດນ​ນັ້ນ​ເປັນ​ເໝືອນ​ໝາປ່າ​ທີ່​ກຳລັງ​ຈີກ​ເຫຍື່ອ​ຂອງ​ຕົນ; ພວກເຂົາ​ເຮັດ​ໃຫ້​ເກີດ​ການ​ນອງ​ເລືອດ ແລະ ຂ້າ​ຄົນ​ເພື່ອ​ຜົນປະໂຫຍດ​ທີ່​ໄດ້​ມາ​ຢ່າງ​ບໍ່​ຍຸຕິທຳ. 28ບັນດາ​ຜູ້ທຳນວາຍ​ຂອງ​ດິນແດນ​ນັ້ນ​ປົກປິດ​ການ​ກະທຳ​ເຫລົ່ານີ້​ໃຫ້​ພວກເຂົາ ໂດຍ​ອ້າງ​ນິມິດ​ປອມ ແລະ ຄຳ​ທຳນວາຍ​ຈອມ​ປອມ. ພວກເຂົາ​ກ່າວ​ວ່າ ‘ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ’ ທັງ​ທີ່​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ກ່າວ. 29ປະຊາຊົນ​ໃນ​ແຜ່ນດິນ​ນັ້ນ​ເຮັດ​ການ​ຂູດຮີດ ແລະ ປຸ້ນ​ເອົາ​ຊັບສິນ; ພວກເຂົາ​ໄດ້​ກົດຂີ່​ຂົ່ມເຫັງ​ຄົນທຸກຍາກ ແລະ ຄົນຂັດສົນ ແລ້ວ​ຂົ່ມເຫັງ​ຄົນຕ່າງດ້າວ ບໍ່​ໃຫ້​ຄວາມ​ເປັນ​ທຳ​ແກ່​ພວກເຂົາ.
30“ເຮົາ​ໄດ້​ຊອກ​ຫາ​ຜູ້ໃດ​ຜູ້​ໜຶ່ງ​ໃນ​ພວກເຂົາ ຜູ້​ທີ່​ຈະ​ສ້າງ​ກຳແພງ​ຂຶ້ນ ແລະ ຢືນ​ຢູ່​ຕໍ່ໜ້າ​ເຮົາ ອຸດ​ປ່ອງ​ວ່າງ​ເພື່ອ​ດິນແດນ​ນັ້ນ ເພື່ອ​ເຮົາ​ຈະ​ໄດ້​ບໍ່​ທຳລາຍ​ດິນແດນ​ນັ້ນ ແຕ່​ເຮົາ​ກໍ​ບໍ່​ພົບ​ຜູ້​ໃດ​ເລີຍ. 31ດັ່ງນັ້ນ ເຮົາ​ຈະ​ຖອກ​ຄວາມ​ໂກດຮ້າຍ​ຂອງ​ເຮົາ​ລົງ​ເໜືອ​ພວກເຂົາ ແລະ ເຜົາໄໝ້​ພວກເຂົາ​ດ້ວຍ​ຄວາມ​ໃຈຮ້າຍ​ອັນ​ຮ້ອນແຮງ​ຂອງ​ເຮົາ, ໃຫ້​ທຸກສິ່ງ​ທີ່​ພວກເຂົາ​ເຮັດ​ໄວ້​ກັບ​ມາ​ຕົກ​ໃສ່​ພວກເຂົາ, ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ປະກາດ​ດັ່ງນັ້ນ”.

اکنون انتخاب شده:

ເອເຊກຽນ 22: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید