ເອເຊກຽນ 21
21
ບາບີໂລນຄືດາບແຫ່ງການພິພາກສາຂອງພຣະເຈົ້າ
1ຖ້ອຍຄຳຂອງພຣະເຈົ້າຢາເວ ໄດ້ມາເຖິງຂ້າພະເຈົ້າຄວາມວ່າ: 2“ບຸດມະນຸດ ຈົ່ງຫັນໜ້າຂອງເຈົ້າໄປຍັງເຢຣູຊາເລັມ ແລະ ກ່າວຕຳໜິສະຖານນະມັດສະການ. ຈົ່ງທຳນວາຍແກ່ດິນແດນອິດສະຣາເອນ 3ແລະ ກ່າວແກ່ດິນແດນນັ້ນວ່າ, ‘ພຣະເຈົ້າຢາເວກ່າວດັ່ງນີ້ວ່າ: ເຮົາເປັນສັດຕູກັບພວກເຈົ້າ. ເຮົາຈະຊັກດາບຂອງເຮົາອອກຈາກຝັກ ແລະ ເອົາຊີວິດທັງຄົນຊອບທຳ ແລະ ຄົນອະທຳໄປຈາກພວກເຈົ້າ 4ເພາະເຮົາຈະບໍ່ໄວ້ຊີວິດທັງຄົນຊອບທຳ ແລະ ຄົນອະທຳ ເຮົາຈະຊັກດາບອອກຈາກຝັກຟັນທຸກຄົນຈາກທິດໃຕ້ຮອດທິດເໜືອ. 5ແລ້ວທຸກຄົນກໍຈະຮູ້ວ່າເຮົາຜູ້ເປັນພຣະເຈົ້າຢາເວ ໄດ້ຊັກດາບຂອງເຮົາອອກຈາກຝັກ ແລະ ຈະບໍ່ເກັບມັນເຂົ້າຝັກອີກ’.
6“ເຫດສະນັ້ນ ບຸດມະນຸດ! ຈົ່ງຄ່ຳຄວນຕໍ່ໜ້າພວກເຂົາດ້ວຍຫົວໃຈທີ່ແຕກສະຫລາຍ ແລະ ດ້ວຍຄວາມຂົມຂື່ນ. 7ແລະ ເມື່ອພວກເຂົາຖາມເຈົ້າວ່າ ‘ດ້ວຍເຫດໃດເຈົ້າຈຶ່ງຄ່ຳຄວນ?’ ເຈົ້າຈົ່ງເວົ້າວ່າ, ‘ເພາະຂ່າວທີ່ມາເຖິງນັ້ນເຮັດໃຫ້ຫົວໃຈຂອງທຸກຄົນອ່ອນລົງດ້ວຍຄວາມຢ້ານ ແລະ ທຸກມືກໍອ່ອນເພຍລົງ; ວິນຍານທຸກດວງກໍໝົດແຮງ ແລະ ທຸກຂາກໍຈະປຽກດ້ວຍນ້ຳຍ່ຽວ’. ສິ່ງຫລົ່ານັ້ນກຳລັງຈະມາເຖິງແລ້ວ! ສິ່ງເຫລົ່ານັ້ນຈະເກີດຂຶ້ນຢ່າງແນ່ນອນ, ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ”.
8ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 9“ບຸດມະນຸດ ຈົ່ງທຳນວາຍ ແລະ ກ່າວວ່າ, ‘ອົງພຣະຜູ້ເປັນເຈົ້າກ່າວດັ່ງນີ້ວ່າ:
“ ‘ດາບດວງໜຶ່ງ, ດາບດວງໜຶ່ງ,
ຖືກຝົນໄວ້ຄົມ ແລະ ຖືກຂັດເງົາ
10ຖືກຝົນໄວ້ຄົມເພື່ອສັງຫານ,
ຖືກຂັດເງົາເຫລື້ອມດັ່ງສາຍຟ້າແມບ!
“ ‘ຍັງຈະໃຫ້ພວກເຮົາຊື່ນຊົມຍິນດີໃນໄມ້ຄາທາແຫ່ງຢູດາລູກຂອງເຮົາບໍ? ດາບນັ້ນຊັງໄມ້ແບບນັ້ນທຸກອັນ.
11“ ‘ດາບແມ່ນຖືກກຳນົດໄວ້ໃຫ້ຂັດເງົາ,
ໃຫ້ຈັບໄວ້ດ້ວຍມື;
ດາບແມ່ນຖືກຝົນຄົມ ແລະ ຂັດເງົາໄວ້ແລ້ວ,
ຕຽມພ້ອມສຳລັບມືຂອງຜູ້ຂ້າ.
12ບຸດມະນຸດ ຈົ່ງຮ້ອງໄຫ້ ແລະ ຄ່ຳຄວນ,
ເພາະດາບນັ້ນຟັນປະຊາຊົນຂອງເຮົາ;
ມັນໄດ້ຟັນເຈົ້ານາຍທັງໝົດຂອງອິດສະຣາເອນ.
ພວກເຂົາຕົກເປັນເຫຍື່ອຂອງຄົມດາບ
ພ້ອມກັບປະຊາຊົນຂອງເຮົາ.
ເຫດສະນັ້ນ ຈົ່ງຕີເອິກຂອງຕົນເອງ.
13“ ‘ການທົດສອບຈະມາເຖິງຢ່າງແນ່ນອນ ແລະ ຈະວ່າຢ່າງໃດຖ້າແມ່ນແຕ່ໄມ້ຄາທາແຫ່ງຢູດາທີ່ດາບນັ້ນຊັງກໍຈະບໍ່ຄົງຢູ່ຕໍ່ໄປ? ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນັ້ນ’.
14“ສະນັ້ນບຸດມະນຸດ ຈົ່ງທຳນວາຍ
ຈົ່ງຕົບມືຂອງເຈົ້າ.
ໃຫ້ດາບນັ້ນຟາດສອງຄັ້ງ
ຫລື ສາມຄັ້ງ.
ມັນເປັນດາບເພື່ອການຂ້າ,
ຄືເປັນດາບສຳລັບການຂ້າຄັ້ງໃຫຍ່,
ຟາດພວກເຂົາຈາກທຸກທິດ.
15ຫົວໃຈຂອງພວກເຂົາຈຶ່ງອ່ອນລົງດ້ວຍຄວາມຢ້ານ
ແລະ ຄົນກໍລົ້ມຕາຍຈຳນວນຫລາຍ,
ເຮົາໄດ້ຕັ້ງດາບສຳລັບການຂ້າ#21:15 ໃນພາສາເຮັບເຣີຄຳນີ້ມີຄວາມຫມາຍບໍ່ຊັດເຈນ
ໄວ້ທີ່ປະຕູທັງໝົດຂອງພວກເຂົາ.
ເບິ່ງແມ! ດາບນັ້ນຖືກຫລອມມາເພື່ອຟາດດັ່ງສາຍຟ້າແມບ,
ມັນຖືກກຳໄວ້ເພື່ອການຂ້າ.
16ດາບເອີຍ, ຈົ່ງຟັນໄປທາງຂວາ
ແລ້ວຟັນໄປທາງຊ້າຍ,
ຢູ່ໃສກໍໄດ້ຕາມແຕ່ຄົມຂອງເຈົ້າຈະປິ່ນໄປ.
17ເຮົາກໍຈະຕົບມືຂອງເຮົາເໝືອນກັນ,
ແລະ ຄວາມໂກດຮ້າຍຂອງເຮົາກໍຈະເບົາບາງລົງ.
ເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້”.
18ຖ້ອຍຄຳຂອງພຣະເຈົ້າຢາເວໄດ້ມາເຖິງຂ້າພະເຈົ້າວ່າ: 19“ບຸດມະນຸດ, ຈົ່ງເຮັດເຄື່ອງໝາຍບອກທາງສອງສາຍໄວ້ເທິງແຜນທີ່ ເພື່ອໃຫ້ດາບຂອງກະສັດຂອງບາບີໂລນຕິດຕາມໄປ, ທັງສອງສາຍນັ້ນໃຫ້ເລີ່ມຕົ້ນຈາກປະເທດດຽວກັນ. ເຮັດປ້າຍບອກທາງໄວ້ທີ່ທາງແຍກເຂົ້າໄປຫານະຄອນ. 20ຈົ່ງຂີດບອກທາງສາຍໜຶ່ງໄວ້ໃຫ້ດາບມາຟາດເມືອງຣັບບາຂອງຊາວອຳໂມນ ແລະ ອີກສາຍໜຶ່ງໄປຟາດຢູດາ ແລະ ເຢຣູຊາເລັມທີ່ມີປ້ອມປ້ອງກັນ. 21ເພາະກະສັດຂອງບາບີໂລນຈະຢຸດຢູ່ທີ່ທາງແຍກລະຫວ່າງຖະໜົນທັງສອງສາຍ, ເພື່ອທວາຍເບິ່ງ ເພິ່ນຈະຈັບສະຫລາກດ້ວຍລູກທະນູ, ເພິ່ນຈະຂໍຄຳຕອບຈາກຮູບເຄົາລົບຂອງເພິ່ນ, ເພິ່ນຈະກວດເບິ່ງຕັບຂອງສັດເພື່ອທວາຍເບິ່ງ. 22ສະຫລາກຂອງເຢຣູຊາເລັມກໍຢູ່ໃນມືຂວາຂອງເພິ່ນ ບ່ອນທີ່ເພິ່ນຈະຕັ້ງເຄື່ອງທະລຸກຳແພງ, ອອກຄຳສັ່ງໃຫ້ຂ້າ, ໂຫ່ຮ້ອງອອກເສິກ, ໃຊ້ເຄື່ອງທະລຸກຳແພງພັງປະຕູທັງຫລາຍ, ກໍ່ຄັນຄູຂຶ້ນ ແລະ ສ້າງປ້ອມອ້ອມເມືອງ. 23ສຳລັບບັນດາຜູ້ທີ່ໄດ້ສາບານວ່າຈະເປັນພັນທະມິດກັບເພິ່ນຈະຮູ້ສຶກວ່າມັນເປັນການທວາຍປອມ, ແຕ່ເພິ່ນກໍຈະເຮັດໃຫ້ຄົນເຫລົ່ານັ້ນລະນຶກເຖິງຄວາມຜິດຂອງຕົນ ແລ້ວກໍຈັບຄົນເຫລົ່ານັ້ນໄປເປັນຊະເລີຍ.
24“ເຫດສະນັ້ນ ພຣະເຈົ້າຢາເວ ອົງເຈົ້ານາຍຈຶ່ງກ່າວວ່າ: ‘ເນື່ອງຈາກພວກເຈົ້າໄດ້ເຮັດໃຫ້ລະນຶກເຖິງຄວາມຜິດຂອງພວກເຈົ້າ ທີ່ພວກເຈົ້າໄດ້ເຮັດການທໍລະຍົດຢ່າງໂຈ່ງແຈ້ງ, ເປີດເຜີຍບາບຂອງຕົນອອກມາໃນການເຮັດທຸກຢ່າງ ເພາະພວກເຈົ້າໄດ້ເຮັດເຊັ່ນນີ້ ພວກເຈົ້າຈຶ່ງຈະຕົກເປັນຊະເລີຍ.
25“ ‘ເຈົ້ານາຍແຫ່ງອິດສະຣາເອນຜູ້ດູຖູກ ແລະ ຊົ່ວຮ້າຍ, ກຳນົດເວລາມາເຖິງເຈົ້າແລ້ວ, ວາລະແຫ່ງການລົງໂທດຂອງເຈົ້າມາເຖິງທີ່ສຸດແລ້ວ, 26ພຣະເຈົ້າຢາເວ ອົງເຈົ້ານາຍກ່າວດັ່ງນີ້ວ່າ: ຈົ່ງປົດຜ້າພັນຫົວ, ຈົ່ງຖອດມົງກຸດອອກ. ມັນຈະບໍ່ເໝືອນເດີມແລ້ວຄື: ຜູ້ຕ່ຳຕ້ອຍຈະໄດ້ຮັບກຽດ ແລະ ຜູ້ມີກຽດຈະຖືກຕົກຕ່ຳລົງ. 27ຈິບຫາຍ! ຈິບຫາຍ! ເຮົາຈະເຮັດໃຫ້ມັນຈິບຫາຍ! ມົງກຸດນັ້ນຈະບໍ່ໄດ້ກັບສູ່ສະພາບດີຈົນກວ່າຜູ້ທີ່ມີສິດໂດຍຊອບທຳນັ້ນຈະມາ ເຊິ່ງເຮົາຈະມອບສິດໃຫ້ແກ່ຜູ້ນັ້ນ’.
28“ແລະ ເຈົ້າເອງ ບຸດມະນຸດ, ຈົ່ງທຳນວາຍ ແລະ ກ່າວວ່າ ‘ພຣະເຈົ້າຢາເວ ອົງເຈົ້ານາຍກ່າວກ່ຽວກັບຊາວອຳໂມນ ແລະ ຄຳດູຖູກຂອງພວກເຂົາໄວ້ວ່າ:
“ ‘ດາບດວງໜຶ່ງ, ດາບດວງໜຶ່ງ
ຖືກຊັດອອກມາເພື່ອການຂ້າ,
ຖືກຝົນໄວ້ໃຫ້ຄົມເພື່ອຂ້າຊີວິດ
ແລະ ເປັ່ງປະກາຍດັ່ງສາຍຟ້າແມບ!
29ເຖິງວ່າຈະມີນິມິດຈອມປອມກ່ຽວກັບພວກເຈົ້າ
ແລະ ຄຳທຳນວາຍປອມເລື່ອງພວກເຈົ້າ,
ດາບນັ້ນກໍຈະຈໍ່ຢູ່ທີ່ຄໍຂອງຄົນຊົ່ວ
ຜູ້ທີ່ກຳລັງຈະຖືກຂ້າ,
ວັນຂອງພວກເຂົາມາເຖິງແລ້ວ,
ເວລາແຫ່ງການລົງໂທດຂອງພວກເຂົາມາເຖິງທີ່ສຸດແລ້ວ.
30“ ‘ຈົ່ງເກັບດາບເຂົ້າຝັກຄືນ.
ເຮົາຈະພິພາກສາພວກເຈົ້າ
ໃນບ່ອນທີ່ເຈົ້າຖືກສ້າງຂຶ້ນ,
ໃນດິນແດນຂອງບັນພະບຸລຸດຂອງພວກເຈົ້າ.
31ເຮົາຈະຖອກຄວາມໂກດຮ້າຍຂອງເຮົາລົງເໜືອພວກເຈົ້າ
ແລະ ເຮົາຈະລະບາຍຄວາມໃຈຮ້າຍອັນຮ້ອນແຮງໃສ່ພວກເຈົ້າ;
ເຮົາຈະມອບພວກເຈົ້າໄວ້ໃນມືຂອງຄົນທີ່ໂຫດຮ້າຍ,
ຄົນທີ່ຊຳນານໃນການທຳລາຍ.
32ພວກເຈົ້າຈະເປັນເຊື້ອຟືນສຳລັບໄຟ,
ເລືອດຂອງພວກເຈົ້າຈະຫລັ່ງຫົດສົງໃນດິນແດນຂອງພວກເຈົ້າ
ຈະບໍ່ມີຜູ້ໃດຈົດຈຳພວກເຈົ້າອີກ;
ເພາະເຮົາຜູ້ເປັນພຣະເຈົ້າຢາເວໄດ້ກ່າວໄວ້’ ”.
اکنون انتخاب شده:
ເອເຊກຽນ 21: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.