ອາໂມດ 7

7
ຕັກແຕນ, ໄຟ ແລະ ສາຍ​ໝາກດິ່ງ
1ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ສະແດງ​ແກ່​ຂ້າພະເຈົ້າ​ດັ່ງນີ້: ພຣະອົງ​ກຳລັງ​ຕຽມ​ຝູງ​ຕັກແຕນ​ຈຳນວນ​ມະຫາສານ​ໃຫ້​ມາ​ຫລັງ​ຈາກ​ເກັບ​ກ່ຽວ​ພືດຜົນ​ທີ່​ເປັນ​ສ່ວນ​ຂອງ​ກະສັດ​ແລ້ວ ຂະນະ​ທີ່​ຜົນຜະລິດ​ລຸ້ນ​ທີ​ສອງ​ກຳລັງ​ອອກ​ມາ. 2ເມື່ອ​ຕັກແຕນ​ເຫລົ່ານັ້ນ​ກິນ​ພືດຜົນ​ຈົນ​ແຜ່ນດິນ​ຫວ່າງເປົ່າ ຂ້າພະເຈົ້າ​ກໍ​ຮ້ອງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ຂໍ​ໂຜດ​ອະໄພ! ຢາໂຄບ​ຈະ​ຢູ່​ລອດ​ໄດ້​ຢ່າງໃດ? ໃນ​ເມື່ອ​ລາວ​ນ້ອຍ​ຫລາຍ!”
3ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ອົດ​ໃຈ​ໄວ້.
ພຣະເຈົ້າ​ຢາເວ​ກ່າວ​ວ່າ, “ເຫດການ​ນີ້​ຈະ​ບໍ່​ເກີດ​ຂຶ້ນ”.
4ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ໄດ້​ສະແດງ​ແກ່​ຂ້າພະເຈົ້າ​ດັ່ງນີ້: ພຣະອົງ​ໄດ້​ຕຽມ​ການ​ລົງໂທດ​ດ້ວຍ​ໄຟ; ໄຟ​ນັ້ນ​ໄດ້​ເຜົາ​ຜານ​ມະຫາສະໝຸດ ແລະ ໄໝ້​ແຜ່ນດິນ. 5ແລ້ວ​ຂ້າພະເຈົ້າ​ຈຶ່ງ​ຮ້ອງ​ຕອບ​ວ່າ, “ຂ້າແດ່​ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ ຂໍ​ໂຜດ​ຢຸດ! ຢາໂຄບ​ຈະ​ຢູ່​ລອດ​ໄດ້​ຢ່າງໃດ? ໃນ​ເມື່ອ​ນ້ອຍ​ຫລາຍ!”
6ດັ່ງນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ໄດ້​ອົດ​ໃຈ​ໄວ້.
ພຣະເຈົ້າ​ຢາເວ ອົງ​ເຈົ້ານາຍ​ກ່າວ​ວ່າ, “ເຫດການ​ນີ້​ກໍ​ຈະ​ບໍ່​ເກີດ​ຂຶ້ນ​ເໝືອນ​ກັນ”.
7ພຣະອົງ​ໄດ້​ສະແດງ​ແກ່​ຂ້າພະເຈົ້າ​ດັ່ງນີ້: ອົງພຣະຜູ້ເປັນເຈົ້າ​ກຳລັງ​ຢືນ​ຢູ່​ຂ້າງ​ກຳແພງ​ທີ່​ສ້າງ​ຂຶ້ນ​ໂດຍ​ໃຊ້​ສາຍ​ໝາກດິ່ງ​ວັດແທກ ແລະ ມີ​ສາຍ​ໝາກດິ່ງ​ຢູ່​ໃນ​ມື​ຂອງ​ພຣະອົງ. 8ແລະ ພຣະເຈົ້າ​ຢາເວ​ໄດ້​ຖາມ​ຂ້າພະເຈົ້າ​ວ່າ, “ອາໂມດ, ເຈົ້າ​ເຫັນ​ສິ່ງໃດ?”
ຂ້າພະເຈົ້າ​ໄດ້​ຕອບ​ວ່າ, “ສາຍ​ໝາກດິ່ງ”.
ແລ້ວ​ອົງພຣະຜູ້ເປັນເຈົ້າ​ໄດ້​ກ່າວ​ວ່າ “ເບິ່ງ​ແມ່, ເຮົາ​ກຳລັງ​ຈະ​ວາງ​ສາຍ​ໝາກດິ່ງ​ໃນ​ທ່າມກາງ​ປະຊາຊົນ​ອິດສະຣາເອນ​ຂອງ​ເຮົາ; ເຮົາ​ຈະ​ບໍ່​ລະເວັ້ນ​ພວກເຂົາ​ອີກ​ຕໍ່ໄປ.
9“ບັນດາ​ສະຖານ​ບູຊາ​ເທິງ​ທີ່​ສູງ​ຂອງ​ອີຊາກ​ຈະ​ຖືກ​ທຳລາຍ​ລ້າງ
ແລະ ສະຖານ​ນະມັດສະການ​ຕ່າງໆ​ຂອງ​ອິດສະຣາເອນ​ຈະ​ຖືກ​ທຳລາຍ
ເຮົາ​ຈະ​ລຸກ​ຂຶ້ນ​ຕໍ່ສູ້​ເຮືອນ​ຂອງ​ເຢໂຣໂບອາມ​ດ້ວຍ​ດາບ​ຂອງ​ເຮົາ”.
ອາໂມດ ແລະ ອາມາຊີຢາ
10ແລ້ວ​ອາມາຊີຢາ​ປະໂລຫິດ​ແຫ່ງ​ເບັດເອນ​ກໍ​ໄດ້​ແຈ້ງ​ຂ່າວ​ຕໍ່​ກະສັດ​ເຢໂຣໂບອາມ​ແຫ່ງ​ອິດສະຣາເອນ​ວ່າ, “ອາໂມດ​ກຳລັງ​ຄິດ​ວາງ​ແຜນ​ຮ້າຍ​ຕໍ່​ພຣະອົງ​ຢູ່​ທີ່​ໃຈ​ກາງ​ອິດສະຣາເອນ​ນີ້​ເອງ ຖ້ອຍຄຳ​ຂອງ​ລາວ​ຈະ​ທຳລາຍ​ຊາດ. 11ເພາະ​ອາໂມດ​ເວົ້າ​ວ່າ:
“ ‘ເຢໂຣໂບອາມ​ຈະ​ຕາຍ​ດ້ວຍ​ດາບ,
ແລະ ອິດສະຣາເອນ​ຈະ​ຕົກ​ເປັນ​ຊະເລີຍ​ຢ່າງ​ແນ່ນອນ,
ຕ້ອງ​ໄປ​ຈາກ​ບ້ານ​ເກີດ​ເມືອງ​ນອນ’ ”.
12ແລ້ວ​ອາມາຊີຢາ​ກໍ​ໄດ້​ກ່າວ​ກັບ​ອາໂມດ​ວ່າ, “ຈົ່ງ​ອອກ​ໄປ, ພວກ​ນັກ​ທຳນວາຍ! ຈົ່ງ​ກັບ​ໄປ​ທີ່​ແຜ່ນດິນ​ຢູດາ. ໄປ​ຫາ​ກິນ ແລະ ກ່າວ​ທຳນວາຍ​ຢູ່​ທີ່​ນັ້ນ. 13ບໍ່​ຕ້ອງ​ກ່າວ​ທຳນວາຍ​ຢູ່​ທີ່​ເບັດເອນ​ນີ້​ອີກ ເພາະ​ທີ່​ນີ້​ເປັນ​ສະຖານ​ນະມັດສະການ​ຂອງ​ກະສັດ ແລະ ເປັນ​ວິຫານ​ຂອງ​ອານາຈັກ”.
14ອາໂມດ​ໄດ້​ຕອບ​ອາມາຊີຢາ​ວ່າ, “ເມື່ອ​ກ່ອນ​ຂ້ອຍ​ບໍ່​ໄດ້​ເປັນ​ຜູ້ທຳນວາຍ ຫລື ເປັນ​ລູກ​ຂອງ​ຜູ້ທຳນວາຍ, ແຕ່​ຂ້ອຍ​ເປັນ​ຄົນລ້ຽງແກະ ແລະ ເບິ່ງແຍງ​ສວນ​ໝາກເດື່ອ. 15ແຕ່​ພຣະເຈົ້າ​ຢາເວ​ໄດ້​ພາ​ຂ້ອຍ​ມາ​ຈາກ​ວຽກ​ລ້ຽງ​ແກະ ແລະ ສັ່ງ​ຂ້ອຍ​ວ່າ, ‘ຈົ່ງ​ໄປ​ກ່າວ​ທຳນວາຍ​ແກ່​ອິດສະຣາເອນ​ປະຊາຊົນ​ຂອງ​ເຮົາ’. 16ບັດນີ້ ຈົ່ງ​ຟັງ​ຖ້ອຍຄຳ​ຂອງ​ພຣະເຈົ້າ​ຢາເວ. ເພາະ​ເຈົ້າ​ບອກ​ວ່າ,
“ ‘ຢ່າ​ກ່າວ​ທຳນວາຍ​ຕໍ່ສູ້​ອິດສະຣາເອນ,
ແລະ ຢຸດ​ເທດສະໜາ​ຕັກເຕືອນ​ເຊື້ອສາຍ​ຂອງ​ອີຊາກ’.
17“ເຫດສະນັ້ນ ພຣະເຈົ້າ​ຢາເວ​ຈຶ່ງ​ກ່າວ​ດັ່ງນີ້​ວ່າ:
“ ‘ເມຍ​ຂອງ​ເຈົ້າ​ຈະ​ກາຍເປັນ​ໂສເພນີ​ກາງ​ເມືອງ,
ແລະ ລູກຊາຍ​ກັບ​ລູກສາວ​ຂອງ​ເຈົ້າ​ຈະ​ຕາຍ​ດ້ວຍ​ຄົມ​ດາບ.
ທີ່​ດິນ​ຂອງ​ເຈົ້າ​ຈະ​ຖືກ​ວັດແທກ ແລະ ຖືກ​ແບ່ງ​ແຍກ,
ແລະ ໂຕ​ເຈົ້າ​ເອງ​ຈະ​ຕາຍ​ໃນ​ດິນແດນ​ຂອງ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ#7:17 ພາສາ​ເຮັບເຣີ​ວ່າ ໃນ ດິນແດນ​ທີ່​ເປັນ​ມົນທິນ
ແລະ ອິດສະຣາເອນ​ຈະ​ຕົກ​ເປັນ​ຊະເລີຍ​ຢ່າງ​ແນ່ນອນ,
ຕ້ອງ​ໄປ​ຈາກ​ບ້ານ​ເກີດ​ເມືອງ​ນອນ​ຂອງ​ຕົນ’ ”.

اکنون انتخاب شده:

ອາໂມດ 7: LCV

های‌لایت

کپی

مقایسه

به اشتراک گذاشتن

None

می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید