ອາໂມດ 7
7
ຕັກແຕນ, ໄຟ ແລະ ສາຍໝາກດິ່ງ
1ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ພຣະອົງກຳລັງຕຽມຝູງຕັກແຕນຈຳນວນມະຫາສານໃຫ້ມາຫລັງຈາກເກັບກ່ຽວພືດຜົນທີ່ເປັນສ່ວນຂອງກະສັດແລ້ວ ຂະນະທີ່ຜົນຜະລິດລຸ້ນທີສອງກຳລັງອອກມາ. 2ເມື່ອຕັກແຕນເຫລົ່ານັ້ນກິນພືດຜົນຈົນແຜ່ນດິນຫວ່າງເປົ່າ ຂ້າພະເຈົ້າກໍຮ້ອງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍຂໍໂຜດອະໄພ! ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ໃນເມື່ອລາວນ້ອຍຫລາຍ!”
3ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ອົດໃຈໄວ້.
ພຣະເຈົ້າຢາເວກ່າວວ່າ, “ເຫດການນີ້ຈະບໍ່ເກີດຂຶ້ນ”.
4ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ພຣະອົງໄດ້ຕຽມການລົງໂທດດ້ວຍໄຟ; ໄຟນັ້ນໄດ້ເຜົາຜານມະຫາສະໝຸດ ແລະ ໄໝ້ແຜ່ນດິນ. 5ແລ້ວຂ້າພະເຈົ້າຈຶ່ງຮ້ອງຕອບວ່າ, “ຂ້າແດ່ພຣະເຈົ້າຢາເວ ອົງເຈົ້ານາຍ ຂໍໂຜດຢຸດ! ຢາໂຄບຈະຢູ່ລອດໄດ້ຢ່າງໃດ? ໃນເມື່ອນ້ອຍຫລາຍ!”
6ດັ່ງນັ້ນ ພຣະເຈົ້າຢາເວຈຶ່ງໄດ້ອົດໃຈໄວ້.
ພຣະເຈົ້າຢາເວ ອົງເຈົ້ານາຍກ່າວວ່າ, “ເຫດການນີ້ກໍຈະບໍ່ເກີດຂຶ້ນເໝືອນກັນ”.
7ພຣະອົງໄດ້ສະແດງແກ່ຂ້າພະເຈົ້າດັ່ງນີ້: ອົງພຣະຜູ້ເປັນເຈົ້າກຳລັງຢືນຢູ່ຂ້າງກຳແພງທີ່ສ້າງຂຶ້ນໂດຍໃຊ້ສາຍໝາກດິ່ງວັດແທກ ແລະ ມີສາຍໝາກດິ່ງຢູ່ໃນມືຂອງພຣະອົງ. 8ແລະ ພຣະເຈົ້າຢາເວໄດ້ຖາມຂ້າພະເຈົ້າວ່າ, “ອາໂມດ, ເຈົ້າເຫັນສິ່ງໃດ?”
ຂ້າພະເຈົ້າໄດ້ຕອບວ່າ, “ສາຍໝາກດິ່ງ”.
ແລ້ວອົງພຣະຜູ້ເປັນເຈົ້າໄດ້ກ່າວວ່າ “ເບິ່ງແມ່, ເຮົາກຳລັງຈະວາງສາຍໝາກດິ່ງໃນທ່າມກາງປະຊາຊົນອິດສະຣາເອນຂອງເຮົາ; ເຮົາຈະບໍ່ລະເວັ້ນພວກເຂົາອີກຕໍ່ໄປ.
9“ບັນດາສະຖານບູຊາເທິງທີ່ສູງຂອງອີຊາກຈະຖືກທຳລາຍລ້າງ
ແລະ ສະຖານນະມັດສະການຕ່າງໆຂອງອິດສະຣາເອນຈະຖືກທຳລາຍ
ເຮົາຈະລຸກຂຶ້ນຕໍ່ສູ້ເຮືອນຂອງເຢໂຣໂບອາມດ້ວຍດາບຂອງເຮົາ”.
ອາໂມດ ແລະ ອາມາຊີຢາ
10ແລ້ວອາມາຊີຢາປະໂລຫິດແຫ່ງເບັດເອນກໍໄດ້ແຈ້ງຂ່າວຕໍ່ກະສັດເຢໂຣໂບອາມແຫ່ງອິດສະຣາເອນວ່າ, “ອາໂມດກຳລັງຄິດວາງແຜນຮ້າຍຕໍ່ພຣະອົງຢູ່ທີ່ໃຈກາງອິດສະຣາເອນນີ້ເອງ ຖ້ອຍຄຳຂອງລາວຈະທຳລາຍຊາດ. 11ເພາະອາໂມດເວົ້າວ່າ:
“ ‘ເຢໂຣໂບອາມຈະຕາຍດ້ວຍດາບ,
ແລະ ອິດສະຣາເອນຈະຕົກເປັນຊະເລີຍຢ່າງແນ່ນອນ,
ຕ້ອງໄປຈາກບ້ານເກີດເມືອງນອນ’ ”.
12ແລ້ວອາມາຊີຢາກໍໄດ້ກ່າວກັບອາໂມດວ່າ, “ຈົ່ງອອກໄປ, ພວກນັກທຳນວາຍ! ຈົ່ງກັບໄປທີ່ແຜ່ນດິນຢູດາ. ໄປຫາກິນ ແລະ ກ່າວທຳນວາຍຢູ່ທີ່ນັ້ນ. 13ບໍ່ຕ້ອງກ່າວທຳນວາຍຢູ່ທີ່ເບັດເອນນີ້ອີກ ເພາະທີ່ນີ້ເປັນສະຖານນະມັດສະການຂອງກະສັດ ແລະ ເປັນວິຫານຂອງອານາຈັກ”.
14ອາໂມດໄດ້ຕອບອາມາຊີຢາວ່າ, “ເມື່ອກ່ອນຂ້ອຍບໍ່ໄດ້ເປັນຜູ້ທຳນວາຍ ຫລື ເປັນລູກຂອງຜູ້ທຳນວາຍ, ແຕ່ຂ້ອຍເປັນຄົນລ້ຽງແກະ ແລະ ເບິ່ງແຍງສວນໝາກເດື່ອ. 15ແຕ່ພຣະເຈົ້າຢາເວໄດ້ພາຂ້ອຍມາຈາກວຽກລ້ຽງແກະ ແລະ ສັ່ງຂ້ອຍວ່າ, ‘ຈົ່ງໄປກ່າວທຳນວາຍແກ່ອິດສະຣາເອນປະຊາຊົນຂອງເຮົາ’. 16ບັດນີ້ ຈົ່ງຟັງຖ້ອຍຄຳຂອງພຣະເຈົ້າຢາເວ. ເພາະເຈົ້າບອກວ່າ,
“ ‘ຢ່າກ່າວທຳນວາຍຕໍ່ສູ້ອິດສະຣາເອນ,
ແລະ ຢຸດເທດສະໜາຕັກເຕືອນເຊື້ອສາຍຂອງອີຊາກ’.
17“ເຫດສະນັ້ນ ພຣະເຈົ້າຢາເວຈຶ່ງກ່າວດັ່ງນີ້ວ່າ:
“ ‘ເມຍຂອງເຈົ້າຈະກາຍເປັນໂສເພນີກາງເມືອງ,
ແລະ ລູກຊາຍກັບລູກສາວຂອງເຈົ້າຈະຕາຍດ້ວຍຄົມດາບ.
ທີ່ດິນຂອງເຈົ້າຈະຖືກວັດແທກ ແລະ ຖືກແບ່ງແຍກ,
ແລະ ໂຕເຈົ້າເອງຈະຕາຍໃນດິນແດນຂອງຄົນທີ່ບໍ່ນັບຖືພຣະເຈົ້າ#7:17 ພາສາເຮັບເຣີວ່າ ໃນ ດິນແດນທີ່ເປັນມົນທິນ
ແລະ ອິດສະຣາເອນຈະຕົກເປັນຊະເລີຍຢ່າງແນ່ນອນ,
ຕ້ອງໄປຈາກບ້ານເກີດເມືອງນອນຂອງຕົນ’ ”.
اکنون انتخاب شده:
ອາໂມດ 7: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.