ອາໂມດ 8
8
ກະຕ່າໝາກໄມ້ສຸກ
1ພຣະເຈົ້າຢາເວ ອົງເຈົ້ານາຍໄດ້ສະແດງໃຫ້ຂ້າພະເຈົ້າເຫັນໝາກໄມ້ສຸກໜຶ່ງກະຕ່າ. 2ພຣະອົງຖາມວ່າ, “ອາໂມດ ເຈົ້າເຫັນສິ່ງໃດ?”
ຂ້າພະເຈົ້າໄດ້ຕອບວ່າ, “ໝາກໄມ້ສຸກໜຶ່ງກະຕ່າ”.
ແລ້ວພຣະເຈົ້າຢາເວໄດ້ກ່າວກັບຂ້າພະເຈົ້າວ່າ, “ວັນເວລາກໍສຸກແລ້ວສຳລັບອິດສະຣາເອນປະຊາຊົນຂອງເຮົາ; ເຮົາຈະບໍ່ລະເວັ້ນພວກເຂົາອີກຕໍ່ໄປ”.
3ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, “ໃນວັນນັ້ນບົດເພງຕ່າງໆໃນວິຫານຈະປ່ຽນເປັນສຽງຮ້ອງໄຫ້.#8:3 ຫລື ນັກຮ້ອງໃນວິຫານຈະ ຮ້ອງ ໄຫ້ ຊາກສົບທັງຫລາຍຈະຢາຍເຕັມຢູ່ທຸກບ່ອນ! ແລະ ມີແຕ່ຄວາມງຽບສະຫງັດ!”
4ຈົ່ງຟັງ ພວກເຈົ້າຜູ້ຢຽບຢ່ຳຄົນຂັດສົນ
ແລະ ກຳຈັດຄົນທຸກຍາກໃນດິນແດນ,
5ພວກເຈົ້າເວົ້າວ່າ,
“ເມື່ອໃດນໍຈະໝົດວັນຂຶ້ນໃໝ່ໜຶ່ງຄ່ຳ
ພວກເຮົາຈະໄດ້ຂາຍພືດຜົນເປັນເມັດ,
ເມື່ອໃດນໍຈະໝົດວັນຊະບາໂຕ
ພວກເຮົາຈະໄດ້ຂາຍເຂົ້າຫວີດ?”
ພວກເຈົ້າໂກງດ້ວຍການເຮັດໃຫ້ຕາຊິງອ່ອນ,
ໂກງລາຄາ
ແລະ ໂກງຕາຊິງ
6ພວກເຈົ້າຊື້ຄົນທຸກຈົນດ້ວຍເງິນ
ແລະ ແລກປ່ຽນຄົນຂັດສົນດ້ວຍເກີບຄູ່ດຽວ,
ແລະ ຂາຍເຂົ້າຫວີດປົນເຂົ້າບໍ່ດີ.
7ພຣະເຈົ້າຢາເວໄດ້ປະຕິຍານໂດຍອ້າງພຣະອົງເອງຜູ້ທີ່ຢາໂຄບຢຳເກງວ່າ: “ເຮົາຈະບໍ່ມີວັນລືມສິ່ງທີ່ພວກເຂົາເຮັດແມ່ນແຕ່ສິ່ງດຽວ.
8“ດ້ວຍເຫດນີ້ແຜ່ນດິນຈະບໍ່ສັ່ນສະທ້ານ
ແລະ ທຸກຄົນທີ່ອາໄສຢູ່ໃນນັ້ນຈະບໍ່ໄວ້ທຸກບໍ?
ທົ່ວທັງແຜ່ນດິນຈະນອງຂຶ້ນເໝືອນແມ່ນ້ຳນິນ
ຖືກກວນໃຫ້ເກີດຄວາມປັ່ນປ່ວນ
ແລ້ວກໍຈົມລົງເໝືອນແມ່ນ້ຳເອຢິບ”.
9ພຣະເຈົ້າຢາເວ ອົງເຈົ້ານາຍປະກາດດັ່ງນີ້ວ່າ,
“ໃນວັນນັ້ນ, ເຮົາຈະເຮັດໃຫ້ຕາເວັນຕົກຕອນທ່ຽງ
ແລະ ໃຫ້ໂລກມືດມິດທັງທີ່ຍັງກາງເວັນຢູ່.
10ເຮົາຈະປ່ຽນເທດສະການທາງສາສະໜາຂອງພວກເຈົ້າໃຫ້ເປັນການໄວ້ທຸກ
ແລະ ການຮ້ອງເພງທັງໝົດຂອງພວກເຈົ້າໃຫ້ເປັນການຮ້ອງໄຫ້.
ເຮົາຈະເຮັດໃຫ້ພວກເຈົ້າທຸກຄົນສວມເສື້ອຜ້າກະສອບ
ແລະ ແຖຫົວຕົນເອງ.
ເຮົາຈະເຮັດໃຫ້ຊ່ວງເວລານັ້ນເປັນເໝືອນຊ່ວງໄວ້ທຸກໃຫ້ລູກຊາຍດຽວ
ແລະ ໃຫ້ວາລະສຸດທ້າຍເປັນດັ່ງວັນອັນຂົມຂື່ນ”.
11ພຣະເຈົ້າຢາເວ ອົງເຈົ້ານາຍປະກາດວ່າ, “ວັນເວລານັ້ນຈະມາເຖິງ,
ເມື່ອເຮົາຈະໃຫ້ເກີດການອຶດຢາກອາຫານທົ່ວແຜ່ນດິນ
ບໍ່ແມ່ນອຶດຢາກອາຫານ ຫລື ກະຫາຍຫານ້ຳ,
ແຕ່ຫິວກະຫາຍຢາກຟັງຖ້ອຍຄຳຂອງພຣະເຈົ້າຢາເວ.
12ຄົນທັງຫລາຍຈະໂຊເຊຈາກທະເລນີ້ໄປຫາທະເລນັ້ນ
ແລະ ພະເນຈອນຈາກເໜືອໄປຫາທິດຕາເວັນອອກ,
ສະແຫວງຫາຖ້ອຍຄຳຂອງພຣະເຈົ້າຢາເວ,
ແຕ່ພວກເຂົາຈະບໍ່ຫາພົບ.
13“ໃນວັນນັ້ນ
“ຍິງສາວທີ່ໜ້າຮັກ ແລະ ຊາຍໜຸ່ມທີ່ແຂງແຮງ
ຈະເປັນລົມເພາະຄວາມກະຫາຍ.
14ຜູ້ທີ່ສາບານໂດຍອ້າງບາບຂອງຊາມາເຣຍ
ຫລື ເວົ້າວ່າ ‘ດານ, ພະຂອງເຈົ້າມີຊີວິດຢູ່ສັນໃດ’
ຫລື ‘ພະ#8:14 ພາສາ ເຮັບເຣີວ່າ ທາງນັ້ນແຫ່ງເບເອນເຊບາມີຊີວິດຢູ່ສັນໃດ’
ພວກເຂົາກໍຈະລົ້ມລົງ ແລະ ບໍ່ໄດ້ລຸກຂຶ້ນມາອີກເລີຍ”.
اکنون انتخاب شده:
ອາໂມດ 8: LCV
هایلایت
کپی
مقایسه
به اشتراک گذاشتن
می خواهید نکات برجسته خود را در همه دستگاه های خود ذخیره کنید؟ برای ورودثبت نام کنید یا اگر ثبت نام کرده اید وارد شوید
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: