ເຊຟານິຢາ 3
3
ເຢຣູຊາເລັມ
1ວິບັດແກ່ເມືອງຂອງຜູ້ທີ່ກົດຂີ່ຂົ່ມເຫັງ,
ກະບົດ ແລະ ມີມົນທິນ!
2ເມືອງນີ້ບໍ່ຍອມເຊື່ອຟັງຜູ້ໃດ,
ເມືອງນີ້ບໍ່ຍອມຮັບການປັບປຸງແກ້ໄຂ.
ເມືອງນີ້ບໍ່ໄວ້ໃຈໃນພຣະເຈົ້າຢາເວ,
ເມືອງນີ້ບໍ່ຍອມເຂົ້າມາໃກ້ພຣະເຈົ້າຂອງຕົນ.
3ຂ້າລາຊະການຂອງເມືອງນີ້
ເປັນເໝືອນໂຕສິງທີ່ສົ່ງສຽງຮ້ອງ;
ບັນດາຜູ້ປົກຄອງຂອງເມືອງນີ້ກໍເປັນດັ່ງໝາປ່າຍາມແລງ,
ຜູ້ທີ່ບໍ່ປະຫຍັງໄວ້ຈົນເຖິງມື້ອື່ນເຊົ້າ.
4ບັນດາຜູ້ທຳນວາຍຂອງເມືອງນີ້ກໍບໍ່ມີຫລັກການ;
ພວກເຂົາເປັນຄົນທໍລະຍົດ.
ບັນດາປະໂລຫິດຂອງເມືອງນີ້ກໍໝິ່ນປະໝາດສະຖານນະມັດສະການ
ແລະ ລະເມີດກົດບັນຍັດ.
5ພຣະເຈົ້າຢາເວຜູ້ຢູ່ໃນເມືອງນີ້ເປັນຜູ້ຊອບທຳ;
ພຣະອົງບໍ່ໄດ້ເຮັດຜິດ.
ທຸກໆເຊົ້າພຣະອົງຈະອຳນວາຍຄວາມຍຸຕິທຳ,
ແລະ ທຸກໆວັນໃໝ່ພຣະອົງບໍ່ເຄີຍຢຸດທີ່ຈະເຮັດເຊັ່ນນັ້ນ
ເຖິງປານນັ້ນຄົນອະທຳກໍບໍ່ຮູ້ຈັກລະອາຍ.
ເຢຣູຊາເລັມຍັງຄົງບໍ່ກັບໃຈ
6“ເຮົາໄດ້ທຳລາຍປະຊາຊາດທັງຫລາຍ;
ຖານທີ່ໝັ້ນຂອງພວກເຂົາກໍຖືກທຳລາຍ.
ເຮົາເຮັດໃຫ້ຖະໜົນຫົນທາງຂອງພວກເຂົາຮົກຮ້າງ,
ໂດຍບໍ່ມີຜູ້ໃດຜ່ານໄປມາ.
ເມືອງຕ່າງໆຂອງພວກເຂົາຖືກປະໃຫ້ຮົກຮ້າງ;
ກັນດານ ແລະ ຫວ່າງເປົ່າ.
7ເຮົາໄດ້ກ່າວແກ່ເຢຣູຊາເລັມວ່າ
‘ເຈົ້າຈະຢ້ານກົວເຮົາຢ່າງແນ່ນອນ
ແລະ ຍອມຮັບການແກ້ໄຂປັບປຸງ!’
ແລ້ວບ່ອນລີ້ໄພ#3:7 ຫລື ສະຖານນະມັດສະການຂອງເມືອງນີ້ຈະໄດ້ບໍ່ຖືກທຳລາຍ,
ແລະ ການລົງໂທດທັງໝົດຂອງເຮົາຈະໄດ້ບໍ່ຕົກເທິງ#3:7 ຫລື ທຸກຄົນທີ່ເຮົາໄດ້ແຕ່ງຕັ້ງເມືອງນີ້.
ແຕ່ວ່າພວກເຂົາກໍຍັງຄົງກະຕືລືລົ້ນ
ທີ່ຈະປະພຶດຊົ່ວເໝືອນທີ່ເຄີຍເຮັດມາທຸກຢ່າງ”.
8ພຣະເຈົ້າຢາເວໄດ້ປະກາດວ່າ, “ເຫດສະນັ້ນ ຈົ່ງລໍຖ້າເຮົາ,
ເພາະໃນວັນນັ້ນເຮົາຈະຢືນຂຶ້ນເປັນພະຍານ.#3:8 ຫລື ຈະລຸກຂຶ້ນປຸ້ນ
ເຮົາໄດ້ຕັດສິນໃຈທີ່ຈະຮວບຮວມຊົນຊາດຕ່າງໆ,
ເຕົ້າໂຮມອານາຈັກຕ່າງໆ
ແລະ ຖອກຄວາມໂກດຮ້າຍຂອງເຮົາລົງເທິງພວກເຂົາ
ຄວາມໃຈຮ້າຍອັນແຮງກ້າທັງໝົດຂອງເຮົາ.
ທົ່ວທັງໂລກຈະຖືກເຜົາໄໝ້
ດ້ວຍໄຟແຫ່ງຄວາມໃຈຮ້າຍອັນເນື່ອງມາຈາກຄວາມຫຶງຫວງຂອງເຮົາ.
ການຟື້ນຟູສ່ວນທີ່ເຫລືອຂອງອິດສະຣາເອນ
9“ແລ້ວເຮົາຈະຊຳລະຮີມສົບຂອງຄົນທັງຫລາຍໃຫ້ບໍລິສຸດ,
ເພື່ອພວກເຂົາທັງໝົດຈະຮ້ອງຫານາມຂອງພຣະເຈົ້າຢາເວ
ແລະ ບົວລະບັດຮັບໃຊ້ພຣະອົງຢ່າງຄຽງບ່າຄຽງໄຫລ່.
10ຜູ້ທີ່ນະມັດສະການເຮົາ, ປະຊາຊົນຂອງເຮົາທີ່ກະຈັດກະຈາຍໄປ,
ຈະນຳເຄື່ອງບູຊາ.
ຈາກຟາກແມ່ນ້ຳແຫ່ງກູເຊ#3:10 ຄື ຕອນເທິງຂອງລຸ່ມແມ່ນ້ຳນິນມາຖວາຍເຮົາ.
11ເຢຣູຊາເລັມ, ໃນວັນນັ້ນເຈົ້າຈະບໍ່ຕ້ອງອັບອາຍ
ເພາະຄວາມຜິດທັງໝົດທີ່ເຈົ້າໄດ້ເຮັດຕໍ່ເຮົາ,
ເພາະວ່າເຮົາຈະກຳຈັດຄົນທີ່ຊື່ນຊົມຄວາມຈອງຫອງຂອງຕົນ
ໃຫ້ອອກໄປຈາກນະຄອນນີ້.
ເຈົ້າຈະບໍ່ຍິ່ງຈອງຫອງອີກຕໍ່ໄປ
ເທິງພູເຂົາສັກສິດຂອງເຮົາ.
12ແຕ່ເຮົາຈະປ່ອຍໃຫ້
ຄົນທີ່ອ່ອນນ້ອມ ແລະ ຖ່ອມຕົວໄວ້ພາຍໃນເຈົ້າ.
ຊົນຊາດອິດສະຣາເອນທີ່ເຫລືອຢູ່
ຈະໄວ້ວາງໃຈໃນນາມຂອງພຣະເຈົ້າຢາເວ.
13ພວກເຂົາຈະບໍ່ເຮັດຜິດ;
ພວກເຂົາຈະບໍ່ເວົ້າຕົວະ.
ລີ້ນທີ່ຫລອກລວງ
ຈະບໍ່ພົບໃນປາກຂອງພວກເຂົາ.
ພວກເຂົາຈະກິນ ແລະ ນອນລົງ
ແລະ ບໍ່ມີຜູ້ໃດເຮັດໃຫ້ພວກເຂົາຢ້ານກົວ”.
14ລູກສາວແຫ່ງຊີໂອນ,#3:14 ຄື ຊາວເຢຣູຊາເລັມ ຈົ່ງຮ້ອງເພງ;
ອິດສະຣາເອນ, ຈົ່ງໂຫ່ຮ້ອງໃຫ້ດັງ!
ຈົ່ງດີໃຈ ແລະ ຊື່ນຊົມຍິນດີດ້ວຍສຸດໃຈຂອງເຈົ້າ,
ລູກສາວແຫ່ງເຢຣູຊາເລັມ!#3:14 ຄື ຊາວເຢຣູຊາເລັມ
15ພຣະເຈົ້າຢາເວໄດ້ເອົາໂທດຂອງເຈົ້າໄປແລ້ວ,
ພຣະອົງໄດ້ໃຫ້ສັດຕູຂອງເຈົ້າຫັນກັບໄປແລ້ວ.
ພຣະເຈົ້າຢາເວ, ກະສັດແຫ່ງອິດສະຣາເອນໄດ້ຢູ່ກັບເຈົ້າ;
ເຈົ້າຈະບໍ່ຢ້ານອັນຕະລາຍໃດໆອີກເລີຍ.
16ໃນວັນນັ້ນ
ພວກເຂົາຈະເວົ້າກັບເຢຣູຊາເລັມວ່າ,
“ຊີໂອນ, ຢ່າຢ້ານເລີຍ;
ຢ່າໃຫ້ມືຂອງເຈົ້າອ່ອນແຮງ.
17ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຢູ່ກັບເຈົ້າ
ນັກຮົບຜູ້ຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ພົ້ນ.
ພຣະອົງຈະປິຕິຍິນດີໃນເຈົ້າ;
ດ້ວຍຄວາມຮັກຂອງພຣະອົງ ພຣະອົງຈະບໍ່ຕຳໜິເຈົ້າອີກຕໍ່ໄປ,
ແລະ ຈະຮ້ອງເພງເພາະຊື່ນຊົມຍິນດີໃນເຈົ້າ”.
18“ເຮົາຈະເອົາຄວາມໂສກເສົ້າ
ທີ່ເຈົ້າບໍ່ໄດ້ຮ່ວມເທດສະການຕ່າງໆຕາມກຳນົດຂອງເຈົ້າອອກໄປ,
ສິ່ງນີ້ເປັນພາລະ ແລະ ຄຳປະນາມສຳລັບເຈົ້າ.
19ໃນເວລານັ້ນເຮົາຈະຈັດການ
ກັບທຸກຄົນທີ່ກົດຂີ່ຂົ່ມເຫັງເຈົ້າ.
ເຮົາຈະຊ່ວຍບັນດາຄົນເປ້ຍ
ເຮົາຈະຮວບຮວມເອົາຜູ້ທີ່ຖືກເຮັດໃຫ້ກະຈັດກະຈາຍໄປ.
ເຮົາຈະໃຫ້ພວກເຂົາເປັນທີ່ຍົກຍ້ອງ ແລະ ມີກຽດ
ໃນທຸກດິນແດນທີ່ພວກເຂົາໄດ້ຮັບຄວາມອັບອາຍ.
20ໃນເວລານັ້ນເຮົາຈະຮວບຮວມເອົາເຈົ້າ;
ໃນເວລານັ້ນເຮົາຈະພາເຈົ້າກັບບ້ານ.
ເຮົາຈະໃຫ້ເຈົ້າມີກຽດ ແລະ ເປັນທີ່ຍົກຍ້ອງ
ໃນທ່າມກາງຄົນທັງໝົດທີ່ຢູ່ແຜ່ນດິນໂລກນີ້
ເມື່ອເຮົາໃຫ້ເຈົ້າກັບຄືນສູ່ສະພາບດີ#3:20 ຫລື ເຮົານຳຊະເລີຍຂອງເຈົ້າກັບມາ
ຕໍ່ໜ້າຕໍ່ຕາເຈົ້າ,”
ພຣະເຈົ້າຢາເວໄດ້ເວົ້າດັ່ງນັ້ນ.
Currently Selected:
ເຊຟານິຢາ 3: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.