1
ເຊຟານິຢາ 3:17
ພຣະຄຳພີລາວສະບັບສະໄໝໃໝ່
LCV
ພຣະເຈົ້າຢາເວ ພຣະເຈົ້າຂອງເຈົ້າຢູ່ກັບເຈົ້າ ນັກຮົບຜູ້ຍິ່ງໃຫຍ່ທີ່ຈະຊ່ວຍໃຫ້ພົ້ນ. ພຣະອົງຈະປິຕິຍິນດີໃນເຈົ້າ; ດ້ວຍຄວາມຮັກຂອງພຣະອົງ ພຣະອົງຈະບໍ່ຕຳໜິເຈົ້າອີກຕໍ່ໄປ, ແລະ ຈະຮ້ອງເພງເພາະຊື່ນຊົມຍິນດີໃນເຈົ້າ”.
Compare
Explore ເຊຟານິຢາ 3:17
2
ເຊຟານິຢາ 3:20
ໃນເວລານັ້ນເຮົາຈະຮວບຮວມເອົາເຈົ້າ; ໃນເວລານັ້ນເຮົາຈະພາເຈົ້າກັບບ້ານ. ເຮົາຈະໃຫ້ເຈົ້າມີກຽດ ແລະ ເປັນທີ່ຍົກຍ້ອງ ໃນທ່າມກາງຄົນທັງໝົດທີ່ຢູ່ແຜ່ນດິນໂລກນີ້ ເມື່ອເຮົາໃຫ້ເຈົ້າກັບຄືນສູ່ສະພາບດີ ຕໍ່ໜ້າຕໍ່ຕາເຈົ້າ,” ພຣະເຈົ້າຢາເວໄດ້ເວົ້າດັ່ງນັ້ນ.
Explore ເຊຟານິຢາ 3:20
3
ເຊຟານິຢາ 3:15
ພຣະເຈົ້າຢາເວໄດ້ເອົາໂທດຂອງເຈົ້າໄປແລ້ວ, ພຣະອົງໄດ້ໃຫ້ສັດຕູຂອງເຈົ້າຫັນກັບໄປແລ້ວ. ພຣະເຈົ້າຢາເວ, ກະສັດແຫ່ງອິດສະຣາເອນໄດ້ຢູ່ກັບເຈົ້າ; ເຈົ້າຈະບໍ່ຢ້ານອັນຕະລາຍໃດໆອີກເລີຍ.
Explore ເຊຟານິຢາ 3:15
4
ເຊຟານິຢາ 3:19
ໃນເວລານັ້ນເຮົາຈະຈັດການ ກັບທຸກຄົນທີ່ກົດຂີ່ຂົ່ມເຫັງເຈົ້າ. ເຮົາຈະຊ່ວຍບັນດາຄົນເປ້ຍ ເຮົາຈະຮວບຮວມເອົາຜູ້ທີ່ຖືກເຮັດໃຫ້ກະຈັດກະຈາຍໄປ. ເຮົາຈະໃຫ້ພວກເຂົາເປັນທີ່ຍົກຍ້ອງ ແລະ ມີກຽດ ໃນທຸກດິນແດນທີ່ພວກເຂົາໄດ້ຮັບຄວາມອັບອາຍ.
Explore ເຊຟານິຢາ 3:19