ຮັກກາຍ ຄຳນຳ
ຄຳນຳ
ເມື່ອໄຊຣັດກະສັດແຫ່ງເປີເຊຍຢຶດຄອງບາບີໂລນໃນປີ 539 ກ່ອນ ຄສ. ເພິ່ນໄດ້ອະນຸຍາດໃຫ້ຊາວຢິວທີ່ຖືກເນລະເທດໃຫ້ກັບບ້ານ ແລະ ສ້າງວິຫານຂຶ້ນໃໝ່ໃນນະຄອນເຢຣູຊາເລັມ. ໃນປີຕໍ່ມາ ຊາວຢິວກຸ່ມໜຶ່ງໄດ້ກັບໄປ ແລະ ອຸທິດເວລາເພື່ອສ້າງຮາກຖານວິຫານໃຫ້ແລ້ວພາຍໃນສອງປີ ແຕ່ກັບຖືກຂັດຂວາງໂດຍເພື່ອນບ້ານຜູ້ມີພິລຸດ ແລະ ຄຽດແຄ້ນ ເຊິ່ງມີອິດທິພົນໃນລາດຊະສຳນັກເປີເຊຍ (ເບິ່ງ ອຊຣ 4:4–6:22). ສິບຫົກປີຕໍ່ມາ ເມື່ອກະສັດດາຣິອຸດຂຶ້ນຄອງບັນລັງ ຜູ້ທຳນວາຍຮັກກາຍກໍຮຽກຮ້ອງໃຫ້ປະຊາຊົນເລີ່ມວຽກງານສ້າງວິຫານຂຶ້ນໃໝ່. ເພິ່ນເຈາະຈົງຮ້ອງເຊຣຸບບາເບນຜູ້ວ່າການ ແລະ ໂຢຊວຍມະຫາປະໂລຫິດໃຫ້ເປັນຜູ້ນຳໂຄງການນີ້. ພາຍໃນເວລາສີ່ປີການກໍ່ສ້າງກໍແລ້ວໝົດ ແລະ ການນະມັດສະການໃນວິຫານກໍເລີ່ມຕົ້ນຂຶ້ນອີກຄັ້ງ.
ຮັກກາຍສົ່ງຂໍ້ຄວາມສີ່ຄັ້ງໃນຊ່ວງສີ່ເດືອນຍຸດທະສາດໃນຕົ້ນສະໄໝຂອງກະສັດດາຣິອຸດ. ຂໍ້ຄວາມທຳອິດອະທິບາຍວ່າ ທີ່ພືດຜົນຂອງອິດສະຣາເອນບໍ່ໄດ້ຮັບການອວຍພອນ ກໍເພາະບ້ານຂອງພຣະເຈົ້າຖືກປະຖິ້ມໃນຊາກຫັກພັງ. ຂໍ້ຄວາມທີສອງແມ່ນໃຫ້ກຳລັງໃຈຄົນທັງຫລາຍທີ່ຜິດຫວັງໃນວິຫານແຫ່ງໃໝ່ ເມື່ອປຽບທຽບກັບວິຫານເກົ່າຂອງໂຊໂລໂມນ. ພຣະເຈົ້າໃຫ້ສັນຍາວ່າສະຫງ່າລາສີຂອງວິຫານໃໝ່ນີ້ຈະຮຸ່ງເຮືອງຫລາຍກວ່າວິຫານທຳອິດ. ຂໍ້ຄວາມທີສາມເຮັດໃຫ້ຄົນທັງຫລາຍໝັ້ນໃຈວ່າຕັ້ງແຕ່ນີ້ໄປພືດຜົນຂອງພວກເຂົາຈະໄດ້ຮັບການອວຍພອນ. ສ່ວນຂໍ້ຄວາມສຸດທ້າຍແມ່ນໃຫ້ກຳລັງໃຈເປັນການສ່ວນຕົວກັບເຊຣຸບບາເບນ, ທາຍາດບັນລັງຂອງດາວິດ. ຊາວຢິວກັບຄືນສູ່ແຜ່ນດິນຂອງພວກເຂົາແລ້ວ ແລະ ພຣະພອນຂອງພຣະເຈົ້າກໍເໝືອນກັນ.
Currently Selected:
ຮັກກາຍ ຄຳນຳ: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.