ເຊກາຣີຢາ 12
12
ສັດຕູຂອງເຢຣູຊາເລັມຈະຖືກທຳລາຍ
1ຄໍາທໍານວາຍ: ຖ້ອຍຄໍາຂອງພຣະເຈົ້າຢາເວກ່ຽວກັບອິດສະຣາເອນ.
ພຣະເຈົ້າຢາເວ, ຜູ້ຄຶງຟ້າສະຫວັນ, ຜູ້ວາງຮາກຖານຂອງໂລກ, ຜູ້ສ້າງຈິດວິນຍານໃນຕົວມະນຸດ, ປະກາດວ່າ: 2“ເຮົາກໍາລັງຈະເຮັດໃຫ້ເຢຣູຊາເລັມເປັນຈອກທີ່ເຮັດໃຫ້ຊົນຊາດທັງໝົດອ້ອມຮອບໝູນໄປ. ຢູດາຈະຖືກປິດລ້ອມເມືອງຄືກັນກັບເຢຣູຊາເລັມ. 3ໃນວັນນັ້ນ, ເມື່ອປະຊາຊາດໃນໂລກຮວມຕົວກັນມາສູ້ກັບເຢຣູຊາເລັມ, ເຮົາຈະເຮັດໃຫ້ເຢຣູຊາເລັມເປັນສີລາທີ່ຊົນຊາດທັງໝົດບໍ່ອາດຈັບຍົກຂຶ້ນໄດ້ຜູ້ໃດທີ່ພະຍາຍາມຈະເຄື່ອນຍ້າຍກໍຈະໄດ້ຮັບບາດເຈັບ. 4ໃນວັນນັ້ນເຮົາຈະເຮັດໃຫ້ມ້າທຸກໂຕກະວົນກະວາຍຢ້ານ ແລະ ຜູ້ຂີ່ບ້າຄັ້ງ”. ພຣະເຈົ້າຢາເວປະກາດດັ່ງນີ້. “ເຮົາຈະຈັບຕາເບິ່ງເຊື້ອສາຍຂອງຢູດາ, ແຕ່ເຮົາຈະເຮັດໃຫ້ມ້າທັງໝົດຂອງຊົນຊາດຕ່າງໆຕາບອດ. 5ແລ້ວບັນດາຜູ້ນຳຢູດາຈະກ່າວໃນໃຈວ່າ, ‘ປະຊາຊົນເຢຣູຊາເລັມເຂັ້ມແຂງ, ເພາະມີພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ເປັນພຣະເຈົ້າຂອງພວກເຂົາ’.
6“ໃນວັນນັ້ນ ເຮົາຈະເຮັດໃຫ້ພວກຜູ້ນຳຢູດາເປັນດັ່ງໄຟຮ້ອນແດງທ່າມກາງກອງຟືນ, ດັ່ງຄົບໄຟລຸກໄໝ້ທ່າມກາງຟ່ອນເຂົ້າ. ພວກມັນຈະເຜົາຜານຊົນຊາດທັງປວງທີ່ຢູ່ອ້ອມຮອບທັງຂ້າງຊ້າຍ ແລະ ຂ້າງຂວາ, ສ່ວນເຢຣູຊາເລັມຈະຕັ້ງໝັ້ນຄົງຢູ່ໃນບ່ອນຂອງມັນ.
7“ພຣະເຈົ້າຢາເວຈະຊ່ວຍກອງທັບຢູດາກ່ອນ, ເພື່ອກຽດຂອງເຊື້ອສາຍດາວິດ ແລະ ຊາວເຢຣູຊາເລັມຈະບໍ່ເກີນໜ້າຢູດາ. 8ໃນວັນນັ້ນພຣະເຈົ້າຢາເວຈະປົກປ້ອງປະຊາຊົນເຢຣູຊາເລັມເພື່ອຜູ້ອ່ອນແອທີ່ສຸດໃນພວກເຂົາຈະເປັນເໝືອນດາວິດ ແລະ ເຊື້ອສາຍຂອງດາວິດຈະເປັນດັ່ງພຣະເຈົ້າ, ດັ່ງທູດຂອງພຣະເຈົ້າຢາເວໄດ້ນຳໜ້າພວກເຂົາໄປ. 9ໃນວັນນັ້ນເຮົາຈະທຳລາຍຊົນຊາດທັງໝົດທີ່ມາໂຈມຕີເຢຣູຊາເລັມ.
ບົດຄ່ຳຄວນແດ່ຜູ້ຖືກແທງ
10“ແລະ ເຮົາຈະໃຫ້ເຊື້ອສາຍຂອງດາວິດກັບປະຊາຊົນເຢຣູຊາເລັມມີວິນຍານ#12:10 ຫລື ພຣະວິນຍານແຫ່ງພຣະຄຸນ ແລະ ການອະທິຖານ. ພວກເຂົາຈະເບິ່ງ#12:10 ຫລື ຫວັງເພິ່ງພາຜູ້ທີ່ພວກເຂົາໄດ້ແທງ, ແລະ ພວກເຂົາຈະໄວ້ທຸກໃຫ້ດັ່ງຄົນທີ່ໄວ້ທຸກໃຫ້ລູກຄົນດຽວຂອງຕົນ, ແລະ ຮ້ອງໄຫ້ຢ່າງຂົມຂື່ນອາໄລຫາລູກຊາຍຫົວປີຂອງຕົນ. 11ໃນວັນນັ້ນຈະມີການຮ້ອງໄຫ້ຄັ້ງໃຫຍ່ໃນເຢຣູຊາເລັມ ເໝືອນການຮ້ອງໄຫ້ໄວ້ທຸກແກ່ຮາດັດຮິມໂມນຢູ່ໃນທົ່ງພຽງເມກິດໂດ. 12ດິນແດນຈະໄວ້ທຸກ, ແຍກໄປຕາມແຕ່ລະຕະກຸນ, ໄດ້ແກ່ຄອບຄົວທີ່ສືບເຊື້ອສາຍມາຈາກກະສັດດາວິດ ແລະ ພັນລະຍາຂອງພວກເຂົາ: ຄອບຄົວນາທານ ແລະ ພັນລະຍາຂອງພວກເຂົາ 13ຄອບຄົວເລວີ ແລະ ພັນລະຍາຂອງພວກເຂົາ, ຄອບຄົວຊີເມອີ ແລະ ພັນລະຍາຂອງພວກເຂົາ 14ແລະ ຕະກູນທັງໝົດທີ່ເຫລືອ ແລະ ພັນລະຍາຂອງພວກເຂົາ.
Currently Selected:
ເຊກາຣີຢາ 12: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: