YouVersion Logo
Search Icon

ເຊກາຣີຢາ 12

12
ສັດຕູ​ຂອງ​ເຢຣູຊາເລັມ​ຈະ​ຖືກ​ທຳລາຍ
1ຄໍາທໍານວາຍ: ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ​ກ່ຽວກັບ​ອິດສະຣາເອນ.
ພຣະເຈົ້າ​ຢາເວ, ຜູ້​ຄຶງ​ຟ້າ​ສະຫວັນ, ຜູ້​ວາງ​ຮາກຖານ​ຂອງ​ໂລກ, ຜູ້​ສ້າງ​ຈິດວິນຍານ​ໃນ​ຕົວ​ມະນຸດ, ປະກາດ​ວ່າ: 2“ເຮົາ​ກໍາລັງ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ຈອກ​ທີ່​ເຮັດ​ໃຫ້​ຊົນຊາດ​ທັງໝົດ​ອ້ອມຮອບ​ໝູນ​ໄປ. ຢູດາ​ຈະ​ຖືກ​ປິດລ້ອມ​ເມືອງ​ຄື​ກັນ​ກັບ​ເຢຣູຊາເລັມ. 3ໃນ​ວັນ​ນັ້ນ, ເມື່ອ​ປະຊາຊາດ​ໃນ​ໂລກ​ຮວມ​ຕົວ​ກັນ​ມາ​ສູ້​ກັບ​ເຢຣູຊາເລັມ, ເຮົາ​ຈະ​ເຮັດ​ໃຫ້​ເຢຣູຊາເລັມ​ເປັນ​ສີລາ​ທີ່​ຊົນຊາດ​ທັງໝົດ​ບໍ່​ອາດ​ຈັບ​ຍົກ​ຂຶ້ນ​ໄດ້​ຜູ້​ໃດ​ທີ່​ພະຍາຍາມ​ຈະ​ເຄື່ອນຍ້າຍ​ກໍ​ຈະ​ໄດ້​ຮັບ​ບາດເຈັບ. 4ໃນ​ວັນ​ນັ້ນ​ເຮົາ​ຈະ​ເຮັດ​ໃຫ້​ມ້າ​ທຸກ​ໂຕ​ກະວົນກະວາຍ​ຢ້ານ ແລະ ຜູ້​ຂີ່​ບ້າ​ຄັ້ງ”. ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້. “ເຮົາ​ຈະ​ຈັບ​ຕາ​ເບິ່ງ​ເຊື້ອສາຍ​ຂອງ​ຢູດາ, ແຕ່​ເຮົາ​ຈະ​ເຮັດ​ໃຫ້​ມ້າ​ທັງໝົດ​ຂອງ​ຊົນຊາດ​ຕ່າງ​ໆ​ຕາ​ບອດ. 5ແລ້ວ​ບັນດາ​ຜູ້ນຳ​ຢູດາ​ຈະ​ກ່າວ​ໃນ​ໃຈ​ວ່າ, ‘ປະຊາຊົນ​ເຢຣູຊາເລັມ​ເຂັ້ມແຂງ, ເພາະ​ມີ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ເປັນ​ພຣະເຈົ້າ​ຂອງ​ພວກເຂົາ’.
6“ໃນ​ວັນ​ນັ້ນ ເຮົາ​ຈະ​ເຮັດ​ໃຫ້​ພວກ​ຜູ້ນຳ​ຢູດາ​ເປັນ​ດັ່ງ​ໄຟ​ຮ້ອນ​ແດງ​ທ່າມກາງ​ກອງ​ຟືນ, ດັ່ງ​ຄົບ​ໄຟ​ລຸກ​ໄໝ້​ທ່າມກາງ​ຟ່ອນ​ເຂົ້າ. ພວກມັນ​ຈະ​ເຜົາ​ຜານ​ຊົນຊາດ​ທັງປວງ​ທີ່​ຢູ່​ອ້ອມຮອບ​ທັງ​ຂ້າງຊ້າຍ ແລະ ຂ້າງຂວາ, ສ່ວນ​ເຢຣູຊາເລັມ​ຈະ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ບ່ອນ​ຂອງ​ມັນ.
7“ພຣະເຈົ້າ​ຢາເວ​ຈະ​ຊ່ວຍ​ກອງທັບ​ຢູດາ​ກ່ອນ, ເພື່ອ​ກຽດ​ຂອງ​ເຊື້ອສາຍ​ດາວິດ ແລະ ຊາວ​ເຢຣູຊາເລັມ​ຈະ​ບໍ່​ເກີນ​ໜ້າ​ຢູດາ. 8ໃນ​ວັນ​ນັ້ນ​ພຣະເຈົ້າ​ຢາເວ​ຈະ​ປົກປ້ອງ​ປະຊາຊົນ​ເຢຣູຊາເລັມ​ເພື່ອ​ຜູ້​ອ່ອນແອ​ທີ່ສຸດ​ໃນ​ພວກເຂົາ​ຈະ​ເປັນ​ເໝືອນ​ດາວິດ ແລະ ເຊື້ອສາຍ​ຂອງ​ດາວິດ​ຈະ​ເປັນ​ດັ່ງ​ພຣະເຈົ້າ, ດັ່ງ​ທູດ​ຂອງ​ພຣະເຈົ້າ​ຢາເວ​ໄດ້​ນຳ​ໜ້າ​ພວກເຂົາ​ໄປ. 9ໃນ​ວັນ​ນັ້ນ​ເຮົາ​ຈະ​ທຳລາຍ​ຊົນຊາດ​ທັງໝົດ​ທີ່​ມາ​ໂຈມ​ຕີ​ເຢຣູຊາເລັມ.
ບົດ​ຄ່ຳຄວນ​ແດ່​ຜູ້​ຖືກ​ແທງ
10“ແລະ ເຮົາ​ຈະ​ໃຫ້​ເຊື້ອສາຍ​ຂອງ​ດາວິດ​ກັບ​ປະຊາຊົນ​ເຢຣູຊາເລັມ​ມີ​ວິນຍານ#12:10 ຫລື ພຣະວິນຍານ​ແຫ່ງ​ພຣະຄຸນ ແລະ ການ​ອະທິຖານ. ພວກເຂົາ​ຈະ​ເບິ່ງ#12:10 ຫລື ຫວັງ​ເພິ່ງພາ​ຜູ້​ທີ່​ພວກເຂົາ​ໄດ້​ແທງ, ແລະ ພວກເຂົາ​ຈະ​ໄວ້​ທຸກ​ໃຫ້​ດັ່ງ​ຄົນ​ທີ່​ໄວ້​ທຸກ​ໃຫ້​ລູກ​ຄົນ​ດຽວ​ຂອງ​ຕົນ, ແລະ ຮ້ອງໄຫ້​ຢ່າງ​ຂົມຂື່ນ​ອາໄລ​ຫາ​ລູກຊາຍ​ຫົວ​ປີ​ຂອງ​ຕົນ. 11ໃນ​ວັນ​ນັ້ນ​ຈະ​ມີ​ການ​ຮ້ອງໄຫ້​ຄັ້ງໃຫຍ່​ໃນ​ເຢຣູຊາເລັມ ເໝືອນ​ການ​ຮ້ອງໄຫ້​ໄວ້ທຸກ​ແກ່​ຮາດັດ​ຮິມໂມນ​ຢູ່​ໃນ​ທົ່ງພຽງ​ເມກິດໂດ. 12ດິນແດນ​ຈະ​ໄວ້ທຸກ, ແຍກ​ໄປ​ຕາມ​ແຕ່​ລະ​ຕະກຸນ, ໄດ້​ແກ່​ຄອບຄົວ​ທີ່​ສືບ​ເຊື້ອສາຍ​ມາ​ຈາກ​ກະສັດ​ດາວິດ ແລະ ພັນລະຍາ​ຂອງ​ພວກເຂົາ: ຄອບຄົວ​ນາທານ ແລະ ພັນລະຍາ​ຂອງ​ພວກເຂົາ 13ຄອບຄົວ​ເລວີ ແລະ ພັນລະຍາ​ຂອງ​ພວກເຂົາ, ຄອບຄົວ​ຊີເມອີ ແລະ ພັນລະຍາ​ຂອງ​ພວກເຂົາ 14ແລະ ຕະກູນ​ທັງ​ໝົດ​ທີ່​ເຫລືອ ແລະ ພັນລະຍາ​ຂອງ​ພວກເຂົາ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ເຊກາຣີຢາ 12