YouVersion Logo
Search Icon

ເຊກາຣີຢາ 11

11
1ເລບານອນ, ຈົ່ງ​ເປີດ​ປະຕູ​ທັງຫລາຍ​ຂອງ​ເຈົ້າ,
ເພື່ອ​ໄຟ​ຈະ​ໄດ້​ເຜົາໄໝ້​ຕົ້ນ​ສົນ​ສີດາ​ຂອງ​ເຈົ້າ!
2ຕົ້ນ​ສົນ, ຈົ່ງ​ຮ້ອງໄຫ້ ເພາະ​ຕົ້ນສົນສີດາ​ໄດ້​ລົ້ມລົງ​ແລ້ວ!
ຕົ້ນໄມ້​ງາມ​ສະຫງ່າ​ນັ້ນ​ຈິບຫາຍ​ເສຍ​ແລ້ວ!
ຕົ້ນໂອກ​ແຫ່ງ​ບາຊານ ຈົ່ງ​ຮ້ອງໄຫ້;
ເພາະ​ປ່າໄມ້​ດົກໜາ​ຖືກ​ຕັດ​ແລ້ວ!
3ຈົ່ງ​ຟັງ​ສຽງ​ຮ້ອງໄຫ້​ຂອງ​ບັນດາ​ຄົນລ້ຽງແກະ;
ທົ່ງຫຍ້າ​ອັນ​ອຸດົມ​ສົມບູນ​ຂອງ​ພວກເຂົາ​ຖືກ​ທຳລາຍ​ໄປ!
ຈົ່ງ​ຟັງ​ສຽງ​ຄຳ​ລາມ​ຂອງ​ພວກ​ສິງ;
ປ່າ​ອັນ​ຂຽວ​ອຸ່ມ​ທຸມ​ຂອງ​ຈໍແດນ​ຖືກ​ທຳລາຍ​ແລ້ວ!
ຄົນລ້ຽງແກະ​ສອງຄົນ
4ນີ້​ແມ່ນ​ສິ່ງ​ທີ່​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ຂ້ານ້ອຍ​ກ່າວ​ວ່າ: “ຈົ່ງ​ລ້ຽງ​ຝູງແກະ​ທີ່​ຈະ​ຕ້ອງ​ຖືກ​ຂ້າ. 5ຜູ້​ຊື້​ຂ້າ​ແກະ​ເຫລົ່ານັ້ນ ແລະ ບໍ່​ຖືກ​ລົງໂທດ​ແຕ່​ຢ່າງ​ໃດ. ບັນດາ​ຄົນ​ຂາຍ​ກໍ​ເວົ້າ​ວ່າ, ‘ສັນລະເສີນ​ພຣະເຈົ້າ​ຢາເວ, ເຮົາ​ລວຍ​ແລ້ວ!’ ຄົນລ້ຽງແກະ​ເອງ​ຂາຍ​ມັນ​ໄປ​ໂດຍ​ບໍ່​ປາ​ນີ​ຝູງແກະ​ເລີຍ. 6ເພາະ​ເຮົາ​ຈະ​ບໍ່​ສົງ​ສານ​ປະຊາຊົນ​ໃນ​ແຜ່ນດິນ​ນີ້​ອີກ,” ພຣະເຈົ້າ​ຢາເວ​ປະກາດ​ດັ່ງນີ້. “ເຮົາ​ຈະ​ມອບ​ທຸກຄົນ​ໄວ້​ໃນ​ມື​ເພື່ອນບ້ານ ແລະ ກະສັດ​ຂອງ​ພວກເຂົາ. ເຊິ່ງ​ຈະ​ຂົ່ມ​ເຫັງ​ບຽດ​ບຽນ​ແຜ່ນດິນ​ນີ້, ແລະ ເຮົາ​ຈະ​ບໍ່​ຊ່ວຍ​ພວກເຂົາ​ຈາກ​ມື​ຂອງ​ຄົນ​ເຫລົ່ານັ້ນ”.
7ດັ່ງນັ້ນ​ຂ້າພະເຈົ້າ​ຈຶ່ງ​ລ້ຽງ​ແກະ​ທີ່​ຖືກ​ໝາຍ​ໄວ້​ວ່າ​ຈະ​ຕ້ອງ​ຖືກ​ຂ້າ, ໂດຍ​ສະເພາະ​ໂຕ​ທີ່​ຖືກ​ຂົ່ມເຫັງ ແລ້ວ​ຂ້າພະເຈົ້າ​ເອົາ​ໄມ້ຄ້ອນເທົ້າ​ຄົນລ້ຽງແກະ​ມາ​ສອງ​ອັນ ແລະ ຕັ້ງຊື່​ວ່າ “ພຣະຄຸນ” ແລະ ອີກ​ອັນ​ໜຶ່ງ​ຕັ້ງຊື່​ວ່າ “ສາມັກຄີ” ແລ້ວ​ຂ້າພະເຈົ້າ​ກໍ​ລ້ຽງດູ​ຝູງແກະ. 8ພາຍໃນ​ເດືອນ​ດຽວ​ຂ້າພະເຈົ້າ​ໄດ້​ກຳຈັດ​ຄົນລ້ຽງແກະ​ສາມ​ຄົນ​ອອກ​ໄປ.
ຝູງ​ສັດ​ກຽດ​ຊັງ​ຂ້າ​ພະເຈົ້າ ແລະ ຂ້າ​ພະເຈົ້າ​ກໍ​ເບື່ອ​ພວກ​ມັນ. 9ຂ້າ​ພະເຈົ້າ​ຈຶ່ງ​ກ່າວວ່າ, “ເຮົາ​ຈະ​ບໍ່​ເປັນ​ຄົນ​ລ້ຽງ​ຂອງ​ພວກເຈົ້າ​ອີກ​ແລ້ວ. ຜູ້ໃດ​ຈະ​ຕາຍ​ກໍ​ໃຫ້​ຕາຍ​ໄປ, ຜູ້ໃດ​ຈະ​ພິນາດຈິບຫາຍ​ກໍ​ໃຫ້​ພິນາດຈິບຫາຍ​ໄປ. ທີ່​ເຫລືອ​ກໍ​ໃຫ້​ກິນ​ເລືອດ​ເນື້ອ​ກັນ​ເອງ”.
10ແລ້ວ​ຂ້າ​ພະເຈົ້າ​ເອົາ​ໄມ້ຄ້ອນເທົ້າ​ທີ່​ຊື່​ວ່າ “ພຣະຄຸນ” ມາ​ຫັກ​ເສຍ, ເປັນ​ການຍົກ​ເລີກ​ພັນທະສັນຍາ​ທີ່​ຂ້າ​ພະເຈົ້າ​ເຮັດ​ໄວ້​ກັບ​ປະຊາຊາດ​ທັງໝົດ. 11ເປັນ​ອັນ​ຍົກ​ເລີກ​ສັນຍາ​ໃນ​ວັນ​ນັ້ນ, ແລ້ວ​ຜູ້​ຕົກ​ທຸກ​ໄດ້​ຍາກ​ໃນ​ຝູງແກະ​ເຊິ່ງ​ເບິ່ງ​ຂ້າພະເຈົ້າ​ຢູ່ ກໍ​ຮູ້​ວ່າ​ເປັນ​ຖ້ອຍຄໍາ​ຂອງ​ພຣະເຈົ້າ​ຢາເວ.
12ຂ້າພະເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ຖ້າ​ທ່ານ​ເຫັນ​ສົມຄວນ, ກໍ​ຈົ່ງ​ຈ່າຍ​ຄ່າ​ຈ້າງ​ໃຫ້​ເຮົາ; ຖ້າ​ບໍ່​ເຫັນ​ດີ, ກໍ​ເກັບ​ຄ່າ​ຈ້າງ​ນັ້ນ​ໄວ້”. ສະນັ້ນ​ພວກເຂົາ​ຈຶ່ງ​ຈ່າຍ​ເງິນ​ໃຫ້​ຂ້າພະເຈົ້າ​ເປັນ​ເງິນ​ສາມ​ສິບ​ແຜ່ນ.
13ແລະ ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ, “ຈົ່ງ​ຖິ້ມ​ເງິນ​ນີ້​ໃຫ້​ແກ່​ຊ່າງ​ປັ້ນ​ໝໍ້. ຄື​ເງິນ​ຄ່າ​ຈ້າງ​ຢ່າງ​ງາມ​ທີ່​ພວກເຂົາ​ຈ່າຍ​ໃຫ້” ຂ້າພະເຈົ້າ​ກໍ​ນຳ​ເງິນ​ສາມ​ສິບ​ແຜ່ນ​ນັ້ນ​ຖິ້ມ​ເຂົ້າໄປ​ໃນ​ວິຫານ​ຂອງ​ພຣະເຈົ້າ​ຢາເວ​ສຳລັບ​ຊ່າງ​ປັ້ນ​ໝໍ້.
14ແລ້ວ​ຂ້າ​ພະເຈົ້າ​ຫັກ​ໄມ້ຄ້ອນເທົ້າ​ອັນ​ທີ​ສອງ​ທີ່​ມີ​ຊື່​ວ່າ “ສາມັກຄີ,” ເພື່ອ​ສະແດງ​ວ່າ​ຢູດາ​ກັບ​ອິດສະຣາເອນ​ເລີກ​ເປັນ​ພີ່ນ້ອງ​ກັນ​ແລ້ວ.
15ຈາກ​ນັ້ນ​ພຣະເຈົ້າ​ຢາເວ​ກ່າວ​ກັບ​ຂ້າພະເຈົ້າ​ວ່າດ “ຈົ່ງ​ຈັບ​ເຄື່ອງ​ໃຊ້​ຂອງ​ຄົນ​ລ້ຽງ​ແກະ​ໂງ່​ຂຶ້ນ​ມາ​ອີກ. 16ເພາະ​ເຮົາ​ກຳລັງ​ຈະ​ຕັ້ງ​ຄົນລ້ຽງແກະ​ຂຶ້ນ​ມາ​ຄົນ​ໜຶ່ງ​ສຳລັບ​ດິນແດນ​ນີ້ ເຊິ່ງ​ຈະ​ບໍ່​ເອົາໃຈໃສ່​ແກະ​ທີ່​ຫລົງ​ຫາຍ, ບໍ່​ເບິ່ງແຍງ​ລູກແກະ, ບໍ່​ປິ່ນປົວ​ຍຽວຢາ​ໂຕ​ທີ່​ບາດ​ເຈັບ, ຫລື ລ້ຽງດູ​ໂຕ​ທີ່​ແຂງແຮງ ແຕ່​ຈະ​ກິນ​ຊີ້ນ​ແກະ​ໂຕ​ທີ່​ອ້ວນ​ພີ, ຈີກ​ກີບ​ຕີນ​ຂອງ​ມັນ​ອອກ.
17“ວິບັດ​ແກ່​ຄົນລ້ຽງແກະ​ທີ່​ໄຮ້​ຄ່າ,
ຜູ້​ທີ່​ປະຖິ້ມ​ຝູງແກະ!
ຂໍ​ໃຫ້​ດາບ​ຟັນ​ແຂນ​ຂອງ​ລາວ ແລະ ຕາ​ເບື້ອງຂວາ​ຂອງ​ລາວ!
ຂໍ​ໃຫ້​ແຂນ​ຂອງ​ລາວ​ລີບ​ໄປ
ແລະ ໃຫ້​ຕາ​ຂວາ​ຂອງ​ລາວ​ບອດ​ສະໜິດ!”

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in