ເຊກາຣີຢາ 13
13
ຊຳລະບາບ
1“ໃນວັນນັ້ນຈະມີນ້ຳພຸພຸ່ງຂຶ້ນມາສຳລັບເຊື້ອສາຍຂອງດາວິດ ແລະ ປະຊາຊົນເຢຣູຊາເລັມ, ເພື່ອຊຳລະພວກເຂົາທັງໝົດຈາກບາບ ແລະ ມົນທິນຂອງພວກເຂົາ.
2“ໃນວັນນັ້ນ, ເຮົາຈະທຳລາຍຮູບເຄົາລົບທັງໝົດໃຫ້ສິ້ນຊື່ຈາກທົ່ວດິນແດນນັ້ນ, ແລະ ຈະບໍ່ມີຜູ້ໃດລະນຶກເຖິງຮູບເຄົາລົບເຫລົ່ານັ້ນອີກ,” ພຣະເຈົ້າຜູ້ມີລິດອໍານາດຍິ່ງໃຫຍ່ປະກາດດັ່ງນັ້ນ. “ເຮົາຈະກຳຈັດທັງຜູ້ທໍານວາຍປອມ ແລະ ວິນຍານສົກກະປົກອອກໄປຈາກແຜ່ນດິນ. 3ແລະ ຖ້າຜູ້ໃດຍັງຝືນທໍານວາຍ, ພໍ່ແມ່ຜູ້ໃຫ້ກຳເນີດພວກເຂົາເອງ, ຈະກ່າວກັບພວກເຂົາວ່າ, ‘ເຈົ້າຕ້ອງຕາຍເພາະເຈົ້າເວົ້າຄວາມບໍ່ຈິງໃນນາມຂອງພຣະເຈົ້າຢາເວ’. ຫລັງຈາກນັ້ນ ພໍ່ແມ່ຂອງພວກເຂົາເອງຈະແທງຜູ້ທີ່ທໍານວາຍ.
4“ໃນວັນນັ້ນຜູ້ທຳນວາຍທຸກຄົນຈະອັບອາຍທີ່ເຫັນນິມິດ. ພວກເຂົາຈະບໍ່ໃສເຄື່ອງນຸ່ງຂົນສັດແບບຜູ້ທຳນວາຍເພື່ອຕົບຕາປະຊາຊົນອີກ. 5ແຕ່ລະຄົນຈະເວົ້າວ່າ, ‘ຂ້າພະເຈົ້າບໍ່ແມ່ນຜູ້ທຳນວາຍ. ແຕ່ເປັນຊາວນາ; ອາໄສແຜ່ນດິນເປັນບ່ອນເຮັດກິນມາຕັ້ງແຕ່ເປັນບ່າວ#13:5 ຫລື ຊາວນາ ຊາຍຄົນໜຶ່ງຂາຍຂ້າພະເຈົ້າມາຕັ້ງແຕ່ໜຸ່ມ’. 6ຖ້າມີຜູ້ໃດຖາມພວກເຂົາວ່າ, ‘ແລ້ວຮອຍແປ້ວເຫລົ່ານີ້ເທິງໂຕເຈົ້າ#13:6 ຫລື ຮອຍແຜລະຫວ່າງມືທັງສອງຂອງເຈົ້າ ໝາຍຄວາມວ່າແນວໃດ’ ເຂົາຈະຕອບວ່າ, ‘ເປັນຮອຍແປ້ວທີ່ໄດ້ມາຈາກບ້ານໝູ່’.
ຄົນລ້ຽງແກະຫລັງ, ຝູງແກະກະຈັດກະຈາຍ
7“ພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ປະກາດວ່າ,
ດາບ, ຈົ່ງຕື່ນຂຶ້ນ, ຈົ່ງຂ້າຜູ້ລ້ຽງແກະຂອງເຮົາ,
ແລະ ຄົນໃກ້ຊິດຂອງເຮົາ!”
“ຈົ່ງຟາດຜູ້ລ້ຽງແກະ,
ແລະ ແກະຈະກະຈັດກະຈາຍໄປ,
ແລະ ເຮົາຈະຍົກມືຂອງເຮົາຕໍ່ສູ້ຜູ້ເລັກນ້ອຍ”.
8ພຣະເຈົ້າຢາເວປະກາດວ່າ,
“ສອງສ່ວນສາມຂອງດິນແດນຈະຖືກຂ້າໃຫ້ພິນາດຈິບຫາຍໄປ;
ເຫລືອໄວ້ພຽງໜຶ່ງສ່ວນສາມ.
9ໜຶ່ງສ່ວນສາມນີ້ເຮົາຈະເອົາໄປໃສ່ໃນໄຟ;
ເຮົາຈະຫລອມພວກເຂົາດັ່ງເງິນ
ແລະ ທົດສອບພວກເຂົາດັ່ງ່ຄຳ
ພວກເຂົາຈະຮ້ອງຫານາມຂອງເຮົາ
ແລະ ເຮົາຈະຕອບພວກເຂົາ;
ເຮົາຈະກ່າວວ່າ, ‘ພວກເຂົາເປັນປະຊາຊົນຂອງເຮົາ,’
ແລະ ພວກເຂົາຈະກ່າວວ່າ, ‘ພຣະເຈົ້າຢາເວເປັນພຣະເຈົ້າຂອງພວກເຮົາ’ ”.
Currently Selected:
ເຊກາຣີຢາ 13: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: