“ແລະ ເຮົາຈະໃຫ້ເຊື້ອສາຍຂອງດາວິດກັບປະຊາຊົນເຢຣູຊາເລັມມີວິນຍານແຫ່ງພຣະຄຸນ ແລະ ການອະທິຖານ. ພວກເຂົາຈະເບິ່ງຜູ້ທີ່ພວກເຂົາໄດ້ແທງ, ແລະ ພວກເຂົາຈະໄວ້ທຸກໃຫ້ດັ່ງຄົນທີ່ໄວ້ທຸກໃຫ້ລູກຄົນດຽວຂອງຕົນ, ແລະ ຮ້ອງໄຫ້ຢ່າງຂົມຂື່ນອາໄລຫາລູກຊາຍຫົວປີຂອງຕົນ.