YouVersion Logo
Search Icon

ເຊກາຣີຢາ 10

10
ພຣະເຈົ້າ​ຢາເວ​ຈະ​ເບິ່ງແຍງ​ຢູດາ
1ຈົ່ງ​ຂໍ​ຝົນ​ໃນ​ລະດູ​ໃບໄມ້ປົ່ງ​ຈາກ​ພຣະເຈົ້າ​ຢາເວ;
ພຣະເຈົ້າ​ຢາເວ​ນີ້​ແຫຼະ​ຄື​ຜູ້​ສົ່ງ​ພະຍຸ​ມາ.
ພຣະອົງ​ໂຜດປະທານ​ສາຍ​ຝົນ​ແກ່​ມະນຸດ​ທຸກຄົນ.
ແລະ ພືດພັນ​ທັນຍາຫານ​ແກ່​ທຸກຄົນ.
2ຮູບເຄົາລົບ​ຕ່າງ​ໆ​ໃຫ້​ຄຳ​ຕອບ​ຫລອກລວງ,
ໝໍດູ​ເຫັນ​ນິມິດ​ຈອມ​ປອມ;
ພວກເຂົາ​ເລົ່າ​ຄວາມ​ຝັນ​ຫລອກລວງ
ແລະ ໃຫ້​ຄຳ​ປອບໃຈ​ອັນ​ບໍ່​ມີ​ປະໂຫຍດ.
ດັ່ງນັ້ນ ປະຊາຊົນ​ຈຶ່ງ​ຫລົງ​ໄປ​ເໝືອນ​ແກະ
ຖືກ​ຂົ່ມເຫັງ​ເພາະ​ບໍ່​ມີ​ຜູ້ລ້ຽງ.
3“ເຮົາ​ໂກດຮ້າຍ​ບັນດາ​ຄົນລ້ຽງແກະ,
ແລະ ຈະ​ລົງໂທດ​ພວກ​ຜູ້ນຳ;
ເພາະ​ພຣະເຈົ້າ​ຢາເວ​ຜູ້​ມີ​ລິດອຳນາດ​ຍິ່ງໃຫຍ່​ຈະ​ເບິ່ງແຍງ
ຝູງແກະ​ຂອງ​ພຣະອົງ, ຄື​ປະຊາຊົນ​ຢູດາ,
ແລະ ເຮັດ​ໃຫ້​ພວກເຂົາ​ເປັນ​ເໝືອນ​ມ້າ​ທີ່​ອົງ​ອາດ​ໃນ​ສະໜາມຮົບ.
4ຫີນເສົາເອກ​ຈະ​ມາ​ຈາກ​ຢູດາ,
ທັງ​ເຂັມ​ໝຸດ​ປັກ​ເຕັນ,
ທະນູ​ສົງຄາມ
ແລະ ຜູ້​ປົກຄອງ​ທຸກຄົນ.
5ພວກເຂົາ#10:5 ຫລື ພວກເຂົາ​ທັງ​ໝົດ​ຈະ​ຮວມ​ໂຕ​ກັນ​ຈະ​ຮວມ​ກັນ​ເປັນ​ນັກຮົບ​ໃນ​ສົງຄາມ
ຢຽບຢໍ່າ​ສັດຕູ​ຂອງ​ພວກເຂົາ​ໃຫ້​ເປັນ​ດັ່ງ​ຂີ້ຕົມ​ໃນ​ຫົນທາງ.
ພວກເຂົາ​ຈະ​ຕໍ່ສູ້​ເພາະ​ພຣະເຈົ້າ​ຢາເວ​ຢູ່​ກັບ​ພວກເຂົາ,
ແລະ ພວກເຂົາ​ຈະ​ເຮັດ​ໃຫ້​ທະຫານ​ມ້າ​ອັບອາຍ.
6“ເຮົາ​ຈະ​ເຮັດ​ໃຫ້​ຢູດາ​ເຂັ້ມແຂງ​ຂຶ້ນ
ແລະ ຊ່ວຍເຫລືອ​ເຊື້ອສາຍ​ຂອງ​ໂຢເຊັບ.
ເຮົາ​ຈະ​ສ້າງ​ພວກເຂົາ​ຂຶ້ນ​ໃໝ່
ເພາະ​ເຮົາ​ສົງສານ​ພວກເຂົາ.
ພວກເຂົາ​ຈະ​ເປັນ​ເໝືອນ
ຄົນ​ທີ່​ບໍ່​ເຄີຍ​ຖືກ​ເຮົາ​ປະຖິ້ມ,
ເພາະ​ເຮົາ​ເປັນ​ພຣະເຈົ້າ​ຢາເວ ພຣະເຈົ້າ​ຂອງ​ພວກເຂົາ
ແລະ ເຮົາ​ຈະ​ຕອບ​ພວກເຂົາ.
7ຊາວ​ເອຟຣາອິມ​ຈະ​ເປັນ​ດັ່ງ​ນັກຮົບ​ຍິ່ງໃຫຍ່,
ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ເໝືອນ​ໄດ້​ດື່ມ​ເຫລົ້າ​ອະງຸ່ນ.
ລູກ​ຫລານ​ຂອງ​ພວກເຂົາ​ຈະ​ເຫັນ​ແລ້ວ​ຊື່ນຊົມຍິນດີ;
ຈິດໃຈ​ຂອງ​ພວກເຂົາ​ຈະ​ຊື່ນຊົມຍິນດີ​ໃນ​ພຣະເຈົ້າ​ຢາເວ.
8ເຮົາ​ຈະ​ໃຫ້​ສັນຍານ
ແລະ ຮວບຮວມ​ພວກເຂົາ​ມາ.
ແນ່ນອນ​ເຮົາ​ຈະ​ໄຖ່​ພວກເຂົາ;
ພວກເຂົາ​ຈະ​ມີ​ຈຳນວນ​ຫລວງຫລາຍ​ດັ່ງ​ແຕ່​ກ່ອນ.
9ເຖິງວ່າ​ເຮົາ​ເຮັດ​ໃຫ້​ພວກເຂົາ​ກະຈັດກະຈາຍ​ໄປ​ໃນ​ທ່າມກາງ​ຊົນຊາດ​ຕ່າງໆ,
ແຕ່​ໃນ​ແດນ​ໄກ​ພຸ້ນ​ພວກເຂົາ​ຈະ​ລະນຶກ​ເຖິງ​ເຮົາ.
ພວກເຂົາ​ກັບ​ລູກ​ຫລານ​ຈະ​ຢູ່​ລອດ,
ແລະ ພວກເຂົາ​ຈະ​ກັບ​ມາ.
10ເຮົາ​ຈະ​ພາ​ພວກເຂົາ​ກັບ​ມາ​ຈາກ​ເອຢິບ
ແລະ ຮວບຮວມ​ພວກເຂົາ​ກັບ​ມາ​ຈາກ​ອັດຊີເຣຍ.
ເຮົາ​ຈະ​ນຳ​ພວກເຂົາ​ມາຍັງ​ກີເລອາດ ແລະ ເລບານອນ
ແລະ ຈະ​ບໍ່​ມີ​ຫ້ອງ​ພຽງ​ພໍ​ສຳລັບ​ພວກເຂົາ.
11ພວກເຂົາ​ຈະ​ຂ້າມ​ທະເລ​ແຫ່ງ​ຄວາມ​ເດືອດຮ້ອນ;
ທະເລ​ອັນ​ປັ່ນ​ປ່ວນ​ຈະ​ຍອມ​ສະ​ຫງົບ
ແລະ ບັນດາ​ບ່ອນ​ເລິກ​ແຫ່ງ​ແມ່ນ້ຳ​ນິນ​ຈະ​ເຫືອດ​ແຫ້ງ.
ຄວາມ​ຍິ່ງ​ອວດອົ່ງຈອງຫອງ​ຂອງ​ອັດຊີເຣຍ​ຈະ​ຖືກ​ປາບ​ລົງ
ແລະ ຄາຖາ​ແຫ່ງ​ເອຢິບ​ຈະ​ສູນ​ສິ້ນ​ໄປ.
12ເຮົາ​ຈະ​ເຮັດ​ໃຫ້​ພວກເຂົາ​ເຂັ້ມແຂງ​ຂຶ້ນ​ໃນ​ພຣະເຈົ້າ​ຢາເວ
ແລະ ດ້ວຍ​ນາມ​ຊື່​ຂອງ​ພຣະອົງ​ພວກເຂົາ​ຈະ​ດຳເນີນ​ຊີວິດ​ຢູ່ຢ່າງ​ປອດໄພ,”
ພຣະເຈົ້າ​ຢາເວ​ປະກາດ​ດັ່ງນັ້ນ.

Highlight

Copy

Compare

Share

None

Want to have your highlights saved across all your devices? Sign up or sign in

Videos for ເຊກາຣີຢາ 10