ເຊກາຣີຢາ 10
10
ພຣະເຈົ້າຢາເວຈະເບິ່ງແຍງຢູດາ
1ຈົ່ງຂໍຝົນໃນລະດູໃບໄມ້ປົ່ງຈາກພຣະເຈົ້າຢາເວ;
ພຣະເຈົ້າຢາເວນີ້ແຫຼະຄືຜູ້ສົ່ງພະຍຸມາ.
ພຣະອົງໂຜດປະທານສາຍຝົນແກ່ມະນຸດທຸກຄົນ.
ແລະ ພືດພັນທັນຍາຫານແກ່ທຸກຄົນ.
2ຮູບເຄົາລົບຕ່າງໆໃຫ້ຄຳຕອບຫລອກລວງ,
ໝໍດູເຫັນນິມິດຈອມປອມ;
ພວກເຂົາເລົ່າຄວາມຝັນຫລອກລວງ
ແລະ ໃຫ້ຄຳປອບໃຈອັນບໍ່ມີປະໂຫຍດ.
ດັ່ງນັ້ນ ປະຊາຊົນຈຶ່ງຫລົງໄປເໝືອນແກະ
ຖືກຂົ່ມເຫັງເພາະບໍ່ມີຜູ້ລ້ຽງ.
3“ເຮົາໂກດຮ້າຍບັນດາຄົນລ້ຽງແກະ,
ແລະ ຈະລົງໂທດພວກຜູ້ນຳ;
ເພາະພຣະເຈົ້າຢາເວຜູ້ມີລິດອຳນາດຍິ່ງໃຫຍ່ຈະເບິ່ງແຍງ
ຝູງແກະຂອງພຣະອົງ, ຄືປະຊາຊົນຢູດາ,
ແລະ ເຮັດໃຫ້ພວກເຂົາເປັນເໝືອນມ້າທີ່ອົງອາດໃນສະໜາມຮົບ.
4ຫີນເສົາເອກຈະມາຈາກຢູດາ,
ທັງເຂັມໝຸດປັກເຕັນ,
ທະນູສົງຄາມ
ແລະ ຜູ້ປົກຄອງທຸກຄົນ.
5ພວກເຂົາ#10:5 ຫລື ພວກເຂົາທັງໝົດຈະຮວມໂຕກັນຈະຮວມກັນເປັນນັກຮົບໃນສົງຄາມ
ຢຽບຢໍ່າສັດຕູຂອງພວກເຂົາໃຫ້ເປັນດັ່ງຂີ້ຕົມໃນຫົນທາງ.
ພວກເຂົາຈະຕໍ່ສູ້ເພາະພຣະເຈົ້າຢາເວຢູ່ກັບພວກເຂົາ,
ແລະ ພວກເຂົາຈະເຮັດໃຫ້ທະຫານມ້າອັບອາຍ.
6“ເຮົາຈະເຮັດໃຫ້ຢູດາເຂັ້ມແຂງຂຶ້ນ
ແລະ ຊ່ວຍເຫລືອເຊື້ອສາຍຂອງໂຢເຊັບ.
ເຮົາຈະສ້າງພວກເຂົາຂຶ້ນໃໝ່
ເພາະເຮົາສົງສານພວກເຂົາ.
ພວກເຂົາຈະເປັນເໝືອນ
ຄົນທີ່ບໍ່ເຄີຍຖືກເຮົາປະຖິ້ມ,
ເພາະເຮົາເປັນພຣະເຈົ້າຢາເວ ພຣະເຈົ້າຂອງພວກເຂົາ
ແລະ ເຮົາຈະຕອບພວກເຂົາ.
7ຊາວເອຟຣາອິມຈະເປັນດັ່ງນັກຮົບຍິ່ງໃຫຍ່,
ຈິດໃຈຂອງພວກເຂົາຈະຊື່ນຊົມຍິນດີເໝືອນໄດ້ດື່ມເຫລົ້າອະງຸ່ນ.
ລູກຫລານຂອງພວກເຂົາຈະເຫັນແລ້ວຊື່ນຊົມຍິນດີ;
ຈິດໃຈຂອງພວກເຂົາຈະຊື່ນຊົມຍິນດີໃນພຣະເຈົ້າຢາເວ.
8ເຮົາຈະໃຫ້ສັນຍານ
ແລະ ຮວບຮວມພວກເຂົາມາ.
ແນ່ນອນເຮົາຈະໄຖ່ພວກເຂົາ;
ພວກເຂົາຈະມີຈຳນວນຫລວງຫລາຍດັ່ງແຕ່ກ່ອນ.
9ເຖິງວ່າເຮົາເຮັດໃຫ້ພວກເຂົາກະຈັດກະຈາຍໄປໃນທ່າມກາງຊົນຊາດຕ່າງໆ,
ແຕ່ໃນແດນໄກພຸ້ນພວກເຂົາຈະລະນຶກເຖິງເຮົາ.
ພວກເຂົາກັບລູກຫລານຈະຢູ່ລອດ,
ແລະ ພວກເຂົາຈະກັບມາ.
10ເຮົາຈະພາພວກເຂົາກັບມາຈາກເອຢິບ
ແລະ ຮວບຮວມພວກເຂົາກັບມາຈາກອັດຊີເຣຍ.
ເຮົາຈະນຳພວກເຂົາມາຍັງກີເລອາດ ແລະ ເລບານອນ
ແລະ ຈະບໍ່ມີຫ້ອງພຽງພໍສຳລັບພວກເຂົາ.
11ພວກເຂົາຈະຂ້າມທະເລແຫ່ງຄວາມເດືອດຮ້ອນ;
ທະເລອັນປັ່ນປ່ວນຈະຍອມສະຫງົບ
ແລະ ບັນດາບ່ອນເລິກແຫ່ງແມ່ນ້ຳນິນຈະເຫືອດແຫ້ງ.
ຄວາມຍິ່ງອວດອົ່ງຈອງຫອງຂອງອັດຊີເຣຍຈະຖືກປາບລົງ
ແລະ ຄາຖາແຫ່ງເອຢິບຈະສູນສິ້ນໄປ.
12ເຮົາຈະເຮັດໃຫ້ພວກເຂົາເຂັ້ມແຂງຂຶ້ນໃນພຣະເຈົ້າຢາເວ
ແລະ ດ້ວຍນາມຊື່ຂອງພຣະອົງພວກເຂົາຈະດຳເນີນຊີວິດຢູ່ຢ່າງປອດໄພ,”
ພຣະເຈົ້າຢາເວປະກາດດັ່ງນັ້ນ.
Currently Selected:
ເຊກາຣີຢາ 10: LCV
Highlight
Copy
Compare
Share
Want to have your highlights saved across all your devices? Sign up or sign in
Holy Bible, Lao Contemporary Version™| © 2023, 2025 by Biblica, Inc.|
Used with permission. All rights reserved worldwide.© 2023, 2025 by Biblica, Inc.

: